ປະເດັນບັນຫາໄດ້ຮັບການຍົກຂຶ້ນ ເມື່ອຊາວສວນກາເຟລາວຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ

 ຈຳປາສັກ (ວຽງຈັນທາມສ໌/ANN) – ຊາວກະສິກອນທີ່ປູກກາເຟຢູ່ທາງພາກໃຕ້ຂອງລາວ ຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ ໃນການຈັດຕັ້ງກອງທຶນສະໜັບສະໜູນການປຸງແຕ່ງເມັດກາເຟ ແລະ ໃຫ້ຄຳແນະນຳທາງດ້ານວິຊາການສຳລັບຊາວສວນກາເຟທ້ອງຖິ່ນ ຫຼັງຈາກທີ່ລາຄາກາເຟໃນຕະຫຼາດຕົກຕ່ຳໃນໄລຍະຜ່ານມາ.ທ່ານ ສີວິໄຊ ໄຊຍະແສງ ຫົວໜ້າສະມາຄົມກາເຟລາວ ລາຍງານຜ່ານໜັງສືພີມວຽງຈັນທາມສ໌ວ່າ “ລາຄາກາເຟຂຽວຕົກຕ່ຳລົງ ຍ້ອນມີການສະໜອງທີ່ເພີ່ມຂຶ້ນໃນຕະຫຼາດໂລກ. ໂດຍສະເພາະ ແມ່ນການເພີ່ມຂຶ້ນຂອງການຜະລິດເມັດກາເຟຂຽວຈາກອິນໂດເນເຊຍ ເຊິ່ງເປັນໜຶ່ງໃນຜູ້ສົ່ງອອກລາຍໃຫຍ່ທີ່ສຸດໃນໂລກ.”ອ່ານຕໍ່ ...

ສຸກສະໄໝ ບູລົມ

ລາວວິໄຈກ່ຽວກັບເຂົ້າເພື່ອຮອງຮັບການປ່ຽນແປງຂອງສະພາບອາກາດ

ສູນວິໄຈເຂົ້າເລັ່ງມືພາລະກິດການປັບປຸງປະສິດທະຜົນຂອງແນວພັນເຂົ້າໃນປະຈຸບັນ ແລະ ການທົດສອບການນຳໃຊ້ສຳລັບຊາວນາ ເພື່ອຮອງຮັບການປ່ຽນແປງຂອງສະພາບອາກາດ.ທ່ານ ປອ ເພັດມະນີແສງ ອະທິບາຍວ່າການປ່ຽນແປງຂອສະພາບອາກາດໄດ້ສົ່ງຜົນກະທົບໂດຍກົງຕໍ່ການຜະລິດເຂົ້າໃນທົ່ວໂລກ ລວມທັງປະເທດລາວ ແລະ ເປັນສາເຫດເຮັດໃຫ້ການຜະລິດເຂົ້າໃນລາວມີການເໜັງຕີງປະມານ 20-30 ເປີເຊັນ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ຜົນຜະລິດເຂົ້ານາປີຂອງລາວປີນີ້ຫຼຸດຄາດຍ້ອນໄພນ້ຳຖ້ວມ

ວຽງຈັນ, 9 ພະຈິກ (ຊິນຫົວ) — ການຜະລິດເຂົ້ານາປີໃນລາວຄາດວ່າຈະຫຼຸດລົງປະມານ 300,000 ໂຕນ ຫຼັງຈາກໃນປີນີ້ຫຼາຍພາກໃນລາວໄດ້ປະສົບກັບໄພນ້ຳຖ້ວມ.ລັດຖະບານລາວ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົ່ງເສີມໃຫ້ຊາວນາຜະລິດເຂົ້ານາປີໃຫ້ໄດ້ປະມານ 3.5 ລ້ານໂຕນໃນລະດູຝົນປີນີ້, ແຕ່ວ່າເຈົ້າໜ້າທີ່ກ່ຽວຂ້ອງຄາດວ່າການເກັບກ່ຽວເຂົ້າໃນລະດູການນີ້ຈະໄດ້ພຽງ 3.2 ລ້ານໂຕນ ຕາມການລາຍງານຂອງສຳນັກທ້ອງຖິ່ນອ່ານຕໍ່ ...

ຫຼຽງຢູ

ລັດຖະມົນຕີກ່າວ, ລາວວາງເປົ້າໝາຍຜະລິດເຂົ້າເພີ່ມຂຶ້ນໃນປີ 2019

ລາວວາງເປົ້າໝາຍຄວາມມຸ່ງໝັ້ນໃນການເພີ່ມທະວີການຜະລິດເຂົ້າໃນປີ 2019 ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ເຊິ່ງບໍ່ໄດ້ຮັບໝາກຜົນເທົ່າທີ່ຄວນຍ້ອນໄພນ້ຳຖ້ວມໜັກໃນປີນີ້, ຕາມການລາຍງາຍຂອງທ່ານລັດຖະມົນຕີອາທິດແລ້ວນີ້. ທ່ານລັດຖະມົນຕີ ຫຼຽນ ທິແກ້ວ ກ່າວວ່າ ກະຊວງກະສິກຳ ແລະ ປ່າໄມ້ ວາງເປົ້າໝາຍໃນການເຮັດນາແຊງປີໜ້າໃຫ້ໄດ້ 100,000 ເຮັກຕາ, ເຊິ່ງເພີ່ມຂຶ້ນຈາກເປົ້າໝາຍ 90,400  ເຮັກຕາຂອງປີນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຜູ້ຜະລິດຖົງໄມ້ໄຜ່ໝາຍຂະຫຍາຍຕະຫຼາດ

ຍີ້ຫໍ້ ໄຜ່ເອັກສ໌ຄູສີບ ເຊິ່ງເປັນຜະລິດຕະພັນຫັດຖະກຳເຮັດດ້ວຍໄມ້ໄຜ່ແບບພື້ນບ້ານເຊັ່ນ ຖົງ ກຳລັງເປັນທີ່ນິຍົມໃນບັນດາຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ, ຫວັງຂະຫຍາຍຕະຫຼາດໄປຕ່າງປະເທດ.ອ່ານຕໍ່  ...

ນັກຂ່າວວຽງຈັນທາມສ໌

ນາຟຣີ ສົ່ງເສີມການເລືອກແນວເຂົ້າປູກໃນແຂວງພາກເໜືອ

ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ສົ່ງເສີມຊາວກະສິກອນ ແລະ ອຳນາດການປົກຄອງທ້ອງຖິ່ນໃນການເລືອກປູກແນວພັນເຂົ້າໄກ່ນ້ອຍ ເພື່ອປັບປຸງຜົນຜະລິດ ແລະ ສະມັດຖະພາບການຜະລິດ.ອ່ານຕໍ່ ...

ວຽງຈັນທາມສ໌

ເກົາຫຼີໝາຍຕາໂຄງການໄຮ່ສະຕຣໍເບີຣີຢູຊຽງຂວາງ

ວັນທີ 3 ກໍລະກົດ ທ່ານ ດຣ ຢູຮຽນຊຸກ ປະທານສະມາຄົມສິລະປະ ແລະ ວັດທະນະທຳເກົາຫຼີໄຕ້ ແລະ ຄະນະໄດ້ພົບປະກັບທ່ານ ບຸນທອນ ຈັນທະພອນ ວ່າການຫົວໜ້າພັກແຂວງຊຽງຂວາງ ເພື່ອຫາລືຄວາມເປັນໄປໄດ້ໃນການສ້າງໄຮ່ສະຕຣໍເບີຣີຢູແຂວງຊຽງຂວາງ.ອ່ານຕໍ່ ...

ເດິລາວທຽນທາມສ໌

ກວດພົບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ສົດ ຢູ່ຕະຫຼາດສະຫວັນໄຊ ນະຄອນໄກສອນພົມວິຫານ

ພະແນກການຕ່າງໆທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ແລະ ນະຄອນໄກສອນ ພົມວິຫານ ໄດ້ສົມທົບກັນລົງເຄື່ອນໄຫວເກັບກຳ ແລະກວດສອບສານພິດຕົກຄ້າງໃນພືດຜັກ ແລະໝາກໄມ້ສົດ ທີ່ຈຳໜ່າຍຢູ່ຕະຫລາດສະຫວັນໄຊ ເທສະບານແຂວງ ໃນວັນທີ 26 ມິຖຸນາ 2018 ໃນຂະນະທີ່ປະຊາຊົນຈຳນວນຫລວງຫລາຍ ທັງຜູ້ຊື້ ແລະຜູ້ຂາຍຕ່າງກໍ່ໃຫ້ຄວາມສົນໃຈຕິດຕາມຢ່າງຈົດຈໍ່.ອ່ານຕໍ່ ...

ລາວອີໂຄໂນມິກເດລີ

ຄົນລາວຍັງຕ້ອງຊື້ເຂົ້າແພງ

ຄົນລາວຍັງຕ້ອງຊື້ເຂົ້າໃນລາຄາສູງໃນພາກພື້ນ ທັງໆທີ່ປະເທດລາວເປັນຜູ້ຜະລິດເຂົ້າລາຍໃຫຍ່, ຕາມບົດລາຍງານການຕິດຕາມດ້ານເສດຖະກິດໃນລາວຂອງທະນາຄານໂລກ. ເຂົ້າແມ່ນສິນຄ້າກະສິກຳທີ່ໃຫຍ່ທີ່ສຸດຂອງລາວ. ການປູກເຂົ້າກວມເອົາ 75% ຂອງພື້ນທີ່ດິນປູກຝັງຂອງປະເທດ ແລະ 90% ຂອງການຜະລິດແມ່ນປູກເຂົ້າໜຽວ.ອ່ານຕໍ່ ...

ເດິລາວທຽນທາມສ໌

ລາວກຽມສົ່ງອອກກ້ວຍ 12,000 ໂຕນໄປປະເທດລັດເຊຍ

ບໍລິສັດສຸກຮຸ່ງເຮືອງ ວາງແຜນຂາຍກ້ວຍ 12,000 ໂຕນທີ່ເກັບກ່ຽວໄດ້ຈາກການສຳປະທານພື້ນທີ່ກະສິກຳໃນແຂວງສະຫວັນນະເຂດ ໃຫ້ແກ່ລັດເຊຍ. ບໍລິສັດຫວຽດລາຍນີ້ ວາງແຜນການລົງທຶນ 38 ລ້ານໂດລາສະຫະລັດ ໃນການປູກໄມ້ໃຫ້ໝາກ ປະມານ 5,500 ເຮັກຕາ ຢູ່ເມືອງນອງ ແຂວງສະຫວັນນະເຂດ ແລະໄດ້ຖາກຖາງພື້ນທີ່ 1,900 ເຮັກຕາເພື່ອປູກຕົ້ນໄມ້ ພາຍຫຼັງໄດ້ມີການປູກສຳເລັດ 700 ເຮັກຕາ ໃນປີທີ່ຜ່ານມາອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

LzdpW
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!