ສິນຄ້າກະສິກຳ, ການປຸງແຕ່ງ ແລະ ຜະລິດຕະພັນ
ສິນຄ້າ ແລະ ຜະລິດຕະພັນພືດ
ສຳນັກຂ່າວ RFA ພົບສວນກ້ວຍຈີນໃໝ່ໃກ້ນະຄອນຫຼວງຂອງລາວເຊິ່ງລະເມີດຕໍ່ຄຳສັ່ງຫ້າມ
ໃນພື້ນທີ່ທີ່ຫາກໍ່ຖາກຖາງໃໝ່, ກຳມະກອນໄດ້ກະກຽມແນວພັນເພື່ອປູກສວນກ້ວຍຈີນແຫ່ງໃໝ່ຢູ່ໃກ້ກັບນະຄອນຫຼວງວຽງຈັນ ເຊິ່ງເປັນການລະເມີດຄຳສັ່ງຂອງລັດຖະບານທີ່ຫ້າມດຳເນີນໂຄງການດັ່ງກ່າວ.ໜ່ວຍຂ່າວວິທະຍຸເສຣິອາຊີ ພົບພື້ນທີ່ 30 ເຮັກຕາ ຢູ່ເມືອງນາຊາຍທອງ ຊານນະຄອນຫຼວງວຽງຈັນ ຫ່າງຈາກທາງຫຼວງປະມານ 5 ກິໂລແມັດ (3 ໄມ). ມີກຳມະກອງສິບສອງຄົນ ອາໄສຢູ່ຕາມຖຽງນາ ບໍ່ມີສຸຂາພິບານ ມີແຕ່ໜອງນ້ຳເປື້ອນເພື່ອໃຊ້ໃນລະຫວ່າງວັນ ຢູ່ພາຍໃຕ້ການກວດກາຂອງຫົວໜ້າຄົນຈີນສອງຄົນ.ອ່ານຕໍ່ ...
ໜ່ວຍຂ່າວ RFA
https://www.rfa.org/english/news/laos/china-banana-07032019140543.html
ແນວລາວ, ພົງສະຫວັນກຣຸບ, ຊາວກະສິກອນຮ່ວມມືກັນຜະລິດໝາກໄມ້ຄຸນນະພາບສູງເພື່ອການສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການດັ່ງກ່າວລວມມີການກໍ່ສ້າງອ່າງເກັບນ້ຳເພື່ອການກະເສດ ແລະ ນ້ຳບາດານ ແລະ ການຕິດຕັ້ງສາຍໄຟຟ້າ.ອົງການຈັດຕັ້ງແນວລາວສ້າງຊາດ, ບໍລິສັດພົງສະຫວັນກຣຸບ ແລະ ແນວລາວສ້າງຊາດແຂວງໄຊສົມບູນໄດ້ຈັດຕັ້ງພິທີປູກຕົ້ນໄມ້ໃຫ້ໝາກ ໃນໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເພື່ອຫຼຸດຜ່ອນຄວາມທຸກຍາກ ຢູ່ເຂດພັດທະນາໂພນສະຫວັນໃນວັນເສົາທີ່ຜ່ານມາ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ.ອ່ານຕໍ່ ...
ບໍລິສັດການຄ້າ APT ແລະ ສະຫະກອນຫວຽດນາມລົງນາມຂໍ້ຕົກລົງກ່ຽວກັບການປູກໝາກໄມ້ເພື່ອສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໄພບູນການຄ້າ ຂາເຂົ້າ-ຂາອອກ (ການຄ້າ APT) ແລະ ສະຫະກອນຫວຽດນາມ Hop Tac Xa Ngoc Lan ໄດ້ລົງນາມຂໍ້ຕົກລົງກ່ຽວກັບໂຄງການສົ່ງເສີມການຜະລິດ ແລະ ບໍລິໂພກໝາກໄມ້ ໃນວັນອາທິດຜ່ານມາ.ໂຄງການດັ່ງກ່າວຈະຊ່ວຍໃຫ້ປະຊາຊົນທີ່ອາໄສຢູ່ເມືອງຊຽງຄໍ້, ສົບບາວ, ແລະ ວຽງໄຊ ແຂວງຫົວພັນ ມີສ່ວນຮ່ວມໃນໂຄງການກໍ່ສ້າງຄອບຄົວ ແລະ ບ້ານສາມັກຄີເພື່ອຫຼຸດຜ່ອນຄວາມທຸກຍາກ.ອ່ານຕໍ່ ...
ໂຕະຂ່າວ
ເລີ່ມທຳການສຶກສາກ່ຽວກັບພືດເຊື້ອເພີງຊີວະພາບຢູ່ເມືອງໄຊທານີ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸຍາດໃຫ້ສອງບໍລິສັດທ້ອງຖິ່ນດຳເນິນການສຶກສາຄວາມເປັນໄປໄດ້ກ່ຽວກັບການສ້າງຕັງໂຮງງານຜະລິດເຊື້ອເພີງຊີວະພາບຈາກແກ່ນໝາກເຍົາ ແລະ ນ້ຳມັນພືດ, ແລະ ຈັດຕັ້ງໂຮງກັ່ນນ້ຳມັນກາຊວນ ແລະ ນ້ຳມັນເຊື້ອໄຟ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ.ບົດບັນທຶກຄວາມເຂົ້າໃຈ (MOU) ຂອງສອງໂຄງການດັ່ງກ່າວໄດ້ມີການລົງນາມລະຫວ່າງລັດຖະບານ, ບໍລິສັດທຶນຈຳກັດ ແລະ ບໍລິສັດໝາກຄໍ້ລາວປິໂຕຣລຽມຈຳກັດ.ອ່ານຕໍ່ ...
ເພັດສະໝອນ ຈັນດາລາ
ກ້ວຍຈະເປັນສິນຄ້າກະເສດສົ່ງອອກທີ່ສ້າງລາຍຮັບອັນດັບຕົ້ນຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ກ້ວຍຈະເປັນສິນຄ້າກະສິກຳສົ່ງອອກອັນດັບຕົ້ນຂອງລາວໃນປີນີ້ ເຖິງວ່າລັດຖະບານຈະສັ່ງຫ້າມການຂະຫຍາຍພື້ນທີ່ປູກກ້ວຍໃນທົ່ວປະເທດ.ໃນປີ 2017 ລາວສາມາດສ້າງລາຍຮັບໄດ້ US$167.9 ລ້ານໂດລາຈາກການສົ່ງອອກກ້ວຍ, ເຊິ່ງຫຼຸດລົງມາເປັນ US$112 ລ້ານໂດລາໃນປີກາຍນີ້, ແຕ່ວ່າຕົວເລກດັ່ງກ່າວຄາດວ່າຈະເພີ່ມເປັນ US$168 ລ້ານໂດລາໃນປີນີ້, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ພືດຊະນິດດັັ່ງກ່າວສ່ວນໃຫຍ່ແມ່ນສົ່ງຂາຍໃຫ້ປະເທດຈີນ ແລະ ບາງສ່ວນກໍ່ສົ່ງຂາຍໄປປະເທດໄທ.ອ່ານຕໍ່ ...
ໂຕະຂ່າວ
ແຂວງຄຳມ່ວນຍົກລະດັບການຜະລິດເຂົ້າ
ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ແຂວງຄຳມ່ວນຕາມປົກກະຕິແມ່ນທຳການຜະລິດກະສິກຳຕາມທີ່ເຄີຍປະຕິບັດສືບຕໍ່ກັບມາ ແຕ່ວ່າຊາວກະສິກອນກໍເລີ່ມມີການນຳໃຊ້ວິທີການຜະລິດທີ່ທັນສະໄໝເປັນລຳດັບ ເພື່ອຍົກລະດັບຄຸນນະພາບຂອງການຜະລິດເຂົ້າ ແລະ ເພີ່ມລາຍຮັບ.ການນຳໃຊ້ເຄື່ອງມືທີ່ທັນສະໄໝໃນການຜະລິດຄາດວ່າຈະຊ່ວຍສ້າງຄວາມສະດວກໃຫ້ແກ່ການປັກດຳ ແລະ ເກັບກ່ຽວເຂົ້າ, ນອນນີ້ຍັງມີການນຳໃຊ້ປຸ໋ຍຕ່າງໆ, ລົດໄຖນາ ແລະ ຢາປາບສັດຕູພືດ.ອ່ານຕໍ່ ...
ໂຕະຂ່າວ
ລາວຄາດວ່າການສົ່ງອອກເຂົ້າຈະຫຼຸດລົງເນື່ອງຈາກໄພນ້ຳຖ້ວມໃນປີ 2018
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຄາດວ່າລາຍຮັບຈາກການສົ່ງອອກເຂົ້າໃນປີ 2019 ຈະຫຼຸດລົງ ເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນທົ່ວປະເທດໃນປີຜ່ານມາ.ລາວວາງເປົ້າໝາຍການສົ່ງອອກເຂົ້າໃນປີຜ່ານມາທີ່ US$45.6 ລ້ານໂດລາ, ແຕ່ວ່າສາມາດບັນລຸໄດ້ພຽງ US$31.4 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີນີ້ ລັດຖະບານຄາດວ່າຈະສ້າງລາຍຮັບຈາກການສົ່ງອອກເຂົ້າພຽງແຕ່ US$25.2 ລ້ານໂດລາ ເຊິ່ງຫຼຸດລົງຫຼາຍທຽບກັບຕົວເລກໃນປີຜ່ານມາ.ຜົນຜະລິດເຂົ້າໃນ 16 ແຂວງ ແມ່ນໄດ້ໜ້ອຍເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນລະດູຝົນປີກາຍ, ຕາມລາຍງານຂອງກະຊວງກະສິກຳ ແລະ ປ່າໄມ້. ປີກາຍນີ້ ພື້ນທີ່ປູກເຂົ້າຈຳນວນ 101,000 ເຮັກຕາໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຄິດເປັນ 12% ຂອງເນື້ອທີ່ປູກເຂົ້າທັງໝົດ 817,800 ເຮັກຕາ.ອ່ານຕໍ່ ...
ໂຕະຂ່າວ
ກຸ່ມຊາວຈິນຕົກລົງດຳເນີນບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການຈັດຊື້ໝາກໄມ້ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຜູ້ຊື້ຈາກແຂວງສີສວນ ປະເທດຈີນຄາດວ່າຈະນຳເຂົ້າໝາກໄມ້ຈາກລາວເຖິງ 50 ໂຕນຕໍ່ປີ, ເຊິ່ງລວມມີ ໝາກກ້ວຍ, ໝາກນັດ, ແລະ ໜາກນ໋ອດ.ທຸລະກິດລາວ ແລະ ຈີນ ໄດ້ຕົກລົງສືບຕໍ່ການຮ່ວມມີໃນການເຮັດບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການສົ່ງອອກຜະລິດຕະພັນກະສິກຳໄປປະເທດຈີນ, ເຊິ່ງຊ່ວຍສົ່ງເສີມໃຫ້ຊາວກະສິກອນລາວສາມາດຈຳໜ່າຍສິນຄ້າກະເສດສີຂຽວ ແລະ ສະອາດ.ອ່ານຕໍ່ ...
ໂຕະຂ່າວ
ລາວຊອກຫາວິທີເພີ່ມຕະຫຼາດສົ່ງອອກນ້ຳຕານໄປຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຊອກຫາວິທີການເພີ່ມປະລິມານການສົ່ງອອກນ້ຳຕານ ໄປສູ່ຕະຫຼາດຈີນໃນປີນີ້ໃຫ້ໄດ້ 100,000 ໂຕນ, ຈາກຕົວເລກການສົ່ງອອກ 55,000 ໂຕນ ໃນປີ 2018. ສ່ວນໜຶ່ງຂອງຄວາມພະຍາຍາມໃນການເພີ່ມທະວີການຄ້າສອງຝ່າຍ ແລະ ຊ່ວຍເຫຼືອຜູ້ຜະລິດນ້ຳຕານຊອກຫາຕະຫຼາດໃນຕ່າງປະເທດ, ລັດຖະບານໄດ້ຊຸກຍູ້ໃຫ້ຈີນເປີດກວ້າງຕະຫຼາດໃຫ້ຫຼາຍຂຶ້ນສຳລັບຊາວກະສິກອນລາວ.ອ່ານຕໍ່ ...
ໂຕະຂ່າວ
ລາວຊຸກຍູ້ໃຫ້ຈີນເພີ່ມໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ
ໃນອາທິດນີ້ ກະຊວງອຸດສາຫະກຳ ແລະ ການຄ້າລາວໄດ້ຮຽກຮ້ອງໃຫ້ຈີນ ພິຈາລະນາປັບໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ ຄຽງຄູ່ກັບການຮັບເອົາສິນຄ້າອຸດສະຫະກຳອື່ນໆ ເພື່ອເປັນການສົ່ງເສີມການຄ້າສອງຝ່າຍ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ໄດ້ຍື່ນຂໍ້ສະເໜີດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງກອງປະຊຸມກັບຄະນະຜູ້ແທນຈີນ ເຊິ່ງນຳໂດຍທ່ານ ໜິງ ຊິເຈ ຮອງປະທານຄະນະກຳມາທິການເພື່ອການພັດທະນາ ແລະ ປະຕິຮູບແຫ່ງຊາດ (NDRC) ຂອງສາທາລະນະລັດປະຊາຊົນຈີນ ທີ່ວຽງຈັນ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌