ລາວຊຸກຍູ້ໃຫ້ຈີນເພີ່ມໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ

ໃນອາທິດນີ້ ກະຊວງອຸດສາຫະກຳ ແລະ ການຄ້າລາວໄດ້ຮຽກຮ້ອງໃຫ້ຈີນ ພິຈາລະນາປັບໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ ຄຽງຄູ່ກັບການຮັບເອົາສິນຄ້າອຸດສະຫະກຳອື່ນໆ ເພື່ອເປັນການສົ່ງເສີມການຄ້າສອງຝ່າຍ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ໄດ້ຍື່ນຂໍ້ສະເໜີດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງກອງປະຊຸມກັບຄະນະຜູ້ແທນຈີນ ເຊິ່ງນຳໂດຍທ່ານ ໜິງ ຊິເຈ ຮອງປະທານຄະນະກຳມາທິການເພື່ອການພັດທະນາ ແລະ ປະຕິຮູບແຫ່ງຊາດ (NDRC) ຂອງສາທາລະນະລັດປະຊາຊົນຈີນ ທີ່ວຽງຈັນ.

ອ່ານຕໍ່…

ບັນນາທິການວຽງຈັນທາມສ໌