ເຈົ້າຂອງໂຮງສີເຂົ້າຮຽກຮ້ອງໃຫ້ອຳນາດການປົກຄອງເພີ່ມການສະໜອງເຂົ້າສູ່ຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າຂອງໂຮງສີເຂົ້າໃນລາວຮຽກຮ້ອງໃຫ້ມີການແຊກແຊງຈາກຂະແໜງການລັດ ເພື່ອສ້າງສະຖຽນລະພາບໃຫ້ແກ່ລາຄາຂາຍຍ່ອຍເຂົ້າສານໃນຕະຫຼາດ, ແຕ່ວ່າເຈົ້າໜ້າທີ່ຍັງຄົງສືບຕໍ່ລໍຖ້າ ເພື່ອເຝົ້າຕິດຕາມສະຖານະການໄປອີກໄລຍະໜຶ່ງ.

ໂຮງສີເຂົ້າຫຼາຍແຫ່ງກຳລັງປະສົບບັນຫາໃນການຊອກຫາ ແລະ ຈັດຊື້ເຂົ້າໃນລະດູຝົນ ເນື່ອງຈາກສະພາບຂາດແຄນດ້ານການສະໜອງ. ນີ້ໝາຍຄວາມວ່າຜູ້ບໍລິໂພກຕ້ອງຈ່າຍເງິນເພີ່ມຂຶ້ນເພື່ອຊື້ເຂົ້າ.

ທ່ານນາງ ບຸນຮຽງ ພົມມີໄຊ ເຈົ້າຂອງໂຮງສີເຂົ້າຈຳປາຫອມ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນພຸດນີ້ວ່າ ໃນຊ່ວງສອງເດືອນຜ່ານມາ ລາຄາເຂົ້າເປືອກເຂົ້າໜຽວເພີ່ມຂຶ້ນຈາກ 2,800-3,000 ກີບຕໍ່ກິໂລ ເປັນ 4,500-4,700 ກີບຕໍ່ກິໂລ ຊຶ່ງຂຶ້ນຢູ່ກັບຄຸນນະພາບຂອງເຂົ້າ.

ລາຄາເຂົ້າສານເຂົ້າໜຽວກໍ່ປັບເພີ່ມຂຶ້ນເຊັ່ນກັນຈາກ 6,000 ກີບຕໍ່ກິໂລ ເປັນ 7,500-8,000 ກີບຕໍ່ກິໂລ.

ອ່ານຕໍ່…

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/millers-ask-authorities-increase-supply-rice-markets-102989