ໝາກໂມລາວໄດ້ຮັບການອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຈີນຢ່າງເປັນທາງການ

ໜ່ວຍງານຄຸ້ມຄອງພາສີຂອງຈີນ (GAC) ໄດ້ແຈ້ງໃນວັນທີ 4 ກໍລະກົດນີ້ວ່າ ໝາກໂມຈາກລາວໄດ້ຜ່ານການຮັບຮອງດ້ານສຸຂະອະນາໄມພືດ ເຊິ່ງປະຈຸບັນສາມາດນຳເຂົ້າໃນປະເທດຈີນໄດ້ – ເປັນການເພີ່ມແຫຼ່ງນຳເຂົ້າໝາກໂມນອກລະດູແຫ່ງໃໝ່ສຳລັບຈີນ. ໃບຮັບຮອງດ້ານສຸຂະອະນາໄມພືດເພື່ອການນຳເຂົ້າໝາກໂມຈາກລາວສູ່ຈີນ ໄດ້ຮັບການຮັບຮອງໃນເດືອນມິຖຸນາທີ່ຜ່ານມາ ໃນລະຫວ່າງການຢ້ຽມຢາມລາວຂອງຄະນະຜູ້ແທນ GAC ເຊິ່ງນຳໂດຍທ່ານຮອງລັດຖະມົນຕີ ຫູ ເຫວີຍ.

ໝາກໂມທີ່ຜະລິດໃນຈີນຕາມລະດູປົກກະຕິແມ່ນນັບແຕ່ເດືອນພຶດສະພາຫາເດືອນສິງຫາ. ຜົນຜະລິດຕາມລະດູຕາມປົກກະຕິຈະຂາຍໝົດພາຍໃນເດືອນພະຈິກ ເຖິງວ່າຈະມີການສະໜອງຢ່າງຕໍ່ເນື່ອງຈຳນວນໜຶ່ງຈາກແຂວງທາງພາກໃຕ້ຄື ໄຫໜານ, ຢຸນນານ, ກວາງສີ ແລະ ກວາງຕຸ້ງ. ຜົນຜະລິດນຳເຂົ້ານອກລະດູກໍສາມາດຕອບສະໜອງຊ່ອງຫວ່າງຄວາມຕ້ອງການນອກລະດູໄດ້ດີ.

ນອກຈາກປະເທດລາວແລ້ວ ປະເທດທີ່ໄດ້ຮັບການອະນຸຍາດໃຫ້ສົ່ງອອກໝາກໂມໄປຈີນກໍມີ ປະເທດມຽນມາ, ຫວຽດນາມ, ແລະ ມາເລເຊຍ. ຄາດວ່າ 90% ຂອງໝາກໂມທີ່ປູກໃນມຽນມາ ແລະ ຫວຽດນາມ ແມ່ນສົ່ງອອກໄປຈີນ.

ອ່ານຕໍ່…

Dan Siekman
https://www.producereport.com/article/laotian-watermelons-receive-formal-china-market-access