ໂຄງການ ມຊ ຊ່ວຍສ້າງຄວາມສາມາດໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ (ມຊ) ລາຍງານຄວາມຄືບໜ້າໃນໂຄງການສ້າງຄວາມສາມາດ ກ່ຽວກັບຄວາມຮູ້ວິຊາການ ເພື່ອການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA).ໂຄງການດັ່ງກ່າວ ເຊິ່ງດຳເນີນແຕ່ປີ 2018-2020 ໄດ້ມີການພັດທະນາຫຼັກສູດຝຶກອົບຮົມ EIA ແລະ ປຶ້ມແບບຮຽນ ສຳລັບລັດຖະກອນ ກໍຄືເຈົ້າໜ້າທີ່ຂັ້ນເມືອງ ແລະ ຂັ້ນແຂວງໃນທົ່ວປະເທດ, ເພື່ອເສີມຂະຫຍາຍຄວາມຮູ້ຄວາມເຂົ້າໃຈໃນຂົງເຂດວຽກງານດັ່ງກ່າວ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ລາວ, ລັດເຊຍ ຖະແຫຼງການຮ່ວມມືໃນຫຼາຍຂະແໜງການ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ລັດເຊຍໄດ້ຕົກລົງຮ່່ວມມືກັນໃນຂະແໜງການຄ້າ, ເສດຖະກິດ, ແລະ ວິທະຍາສາດ ແລະ ວິຊາການ ເພື່ອສືບຕໍ່ສາຍພົວພັນສອງຝ່າຍ.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ທ່ານ ກອນສ໌ຕັນຕິນ ໂນສ໌ກອຟ໌ ລັດຖະມົນຕີກະຊວງການພັດທະນາດິຈິຕອລ໌, ການສື່ສານ ແລະ ສື່ມວນຊົນແຫ່ງສະພັນພັນລັດເຊຍ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືໃນຂົງເຂດວຽກງານດັ່ງກ່າວ, ໃນລະຫວ່າງການເດີນທາງຢ້ຽມປະເທດລັດເຊຍຂອງທ່ານສຸພັນໃນອາທິດແລ້ວນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-russia-announce-cooperation-numerous-fields-100197
ການຄວບຄຸມລາຄາສິນຄ້າໃນລາວຍັງຄົງມີຄວາມຫຍຸ້ງຍາກ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຍັງຄົງຜະເຊີນກັບຂໍ້ຫຍຸ້ງຍາກໃນການຄວບຄຸມລາຄາສິນຄ້າໃນລາວ ເນື່ອງຈາກສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດໄທ, ຕາມບົດລາຍງານຂອງກະຊວງ.ກະຊວງການຄ້າໄດ້ເຜີຍແຜ່ບົດລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ສິນຄ້ານຳເຂົ້າ ໃນກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນວຽງຈັນໃນອາທິດແລ້ວນີ້, ເຊິ່ງຢືນຢັນວ່າການປ່ຽນແປງຂອງລາຄາສິນຄ້າຢູ່ໄທໄດ້ສົ່ງຜົນກະທົບຜົນຢ່າງໃຫຍ່ຫຼວງຕໍ່ລາຄາສິນຄ້າໃນລາວ.ອ່ານຕໍ່ ...
ເອກະພອນ ພູທອນສີ
ທະນາຄານຫວຽດຕິນ ເປີດສຳນັກງານໃຫຍ່ຢູ່ນະຄອນວຽງຈັນ
ທະນາຄານພານິດຮ່ວມຫຸ້ນ ເພື່ອອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ຫວຽດຕິນແບັງ) ໄດ້ເປີດສຳນັກງານໃຫຍ່ ຢູ່ນະຄອນຫຼວງວຽງຈັນ, ເພື່ອສົ່ງເສີມບາດກ້າວໃນການຂະຫຍາຍການຮ່ວມມືລະຫວ່າງລາວ ແລະ ຫວຽດນາມ ໃນຂະແໜງການເງິນ ແລະ ການທະນາຄານ.ທະນາຄານຫວຽດຕິນ ໄດ້ເປີດສາຂາທຳອິດໃນລາວໃນປີ 2012, ເຊິ່ງໄດ້ມີການຍົກລະດັບເປັນທະນາຄານຫວຽດຕິນລາວໃນປີ 2015 ເຊິ່ງເປັນເຄືອຂ່າຍຂອງທະນາຄານຫວຽດຕິນ. ຈາກນັ້ນໄດ້ມີການເປີດສາຂາເພີ່ມຢູ່ແຂວງຈຳປາສັກໃນເດືອນກັນຍາ ປີ 2016.ອ່ານຕໍ່ ...
Taejun Kang
https://laotiantimes.com/2019/09/19/vietinbank-opens-laos-headquraters-in-vientiane/
ການປາບປາມກຸ່ມຄົນຊາວມົ້ງໃນລາວ
ເປັນເວລາປະມານໜຶ່ງເດືອນມາແລ້ວທີ່ກຸ່ມຊາວມົ້ງທີ່ລີ້ຊ່ອນຢູ່ໃນປ່າດົງທາງພາກເໜືອຂອງລາວຕົກຢູ່ພາຍໃຕ້ການໂຈມຕີຈາກກອງທະຫານລາວ. ອົງການຈັດຕັ້ງເພື່ອຊາດ ແລະ ປະຊາຊົນທີ່ບໍ່ມີດິນແດນ (UNPO) ໄດ້ເປີດເຜີຍຂໍ້ມູນຫຼ້າສຸດກ່ຽວກັບການຕໍ່ສູ້ລາຍວັນຜ່ານທາງໜ່ວຍຂ່າວມົ້ງ Timeline, ເພື່ອສືບຕໍ່ຮຽກຮ້ອງໃຫ້ໜ່ວຍງານສາກົນໃຫ້ການຊ່ວຍເຫຼືອກຸ່ມຄົນດັ່ງກ່າວຢ່າງເລັ່ງດ່ວນ.ອ່ານຕໍ່ ...
ບັນນາທິການ UNPO
ລັດຖະບານລາວຫາລືນະໂຍບາຍເພື່ອຮັກສາລະດັບການຂະຫຍາຍຕົວຂອງເສດຖະກິດ
ລັດຖະບານໄດ້ມີການຫາລືທາງດ້ານນະໂຍບາຍ ແລະ ອະນຸມັດແຜນບູລິມະສິດສຳລັບປີນີ້ ເພື່ອສູ້ຊົນຂັນເຂື່ອນປະເທດຕາມເສັ້ນທາງການຂະຫຍາຍຕົວຂອງເສດຖະກິດທີ່ເໝາະສົມ.ຕາມການເປີດເຜີຍຂອງສຳນັກງານນາຍົກລັດຖະມົນຕີຕໍ່ສື່ມວນຊົນ, ກອງປະຊຸມປະຈຳເດືອນຂອງລັດຖະບານ ເຊິ່ງໄດ້ຈັດຂຶ້ນໃນວັນທີ 24 ແລະ 25 ມັງກອນນີ້ ພາຍໃຕ້ການນຳພາຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ມີການຫາລີຂໍ້ສະເໜີຈຳນວນໜຶ່ງ ແລະ ມີການອະນຸມັດແຜນວາລະກິດຈະກຳທີ່ຈະດຳເນີນໂດຍລັດຖະບານສຳລັບປີນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
ຜູ້ຮັບເໝົາຈີນສຳເລັດການສ້າງຖານຂົວຂ້າມນ້ຳຂອງ ສຳລັບທາງລົດໄຟ
ວຽງຈັນ(ຊິນຫົວ) — ການເທເບຕົງສຳລັບຖານຂົວທາງລົດໄຟຫຼວງພະບາງໄດ້ຮັບຜົນສຳເລັດ ເຊິ່ງເປັນໜ້າວຽກການກໍ່ສ້າງຖານຂົວຂ້າມນ້ຳຂອງສອງແຫ່ງສຳລັບເສັ້ນທາງລົດໄຟລາວ-ຈີນ.ອ່ານຕໍ່ ...
ວຽງຈັນທາມສ໌
ການຍົກລະດັບຊົນລະປະທານ ຊ່ວຍສົ່ງເສີມຊາວກະສິກອນເມືອງຫີນບູນ
(ຂປລ) ຊາວກະສິກອນໃນສອງບ້ານຂອງເມືອງຫີນບູນ ແຂວງຄຳມ່ວນ ໄດ້ນຳໃຊ້ລະບົບຊົນລະປະທານໃໝ່ ທີ່ໄດ້ຮັບການກໍ່ສ້າງໂດຍບໍລິສັດໄຟຟ້າ ເທີນ-ຫີນບູນ.ໃນປະຈຸບັນ ບ້ານນາເຕີຍ ແລະ ໜອງດົງ ມີລະບົບຊົນລະປະທານຍົກລະດັບ ໄລຍະ 300 ແມັດ, ເພື່ອສະໜອງນ້ຳໃຫ້ແກ່ພື້ນທີ່ກະສິກຳ ລວມ 60 ເຮັກຕາ.ລະບົບຊົນລະປະທານໃນແຕ່ລະບ້ານລວມມີ 10 ປະຕູນ້ຳ ເພື່ອຄວບຄຸມການໄຫຼຂອງນ້ຳ ຕາມຄວາມຕ້ອງການໃນແຕ່ລະລະດູ, ເຊິ່ງນ້ຳຊົນລະປະທານແມ່ນສູບດ້ວຍໂປມໄຟຟ້າ ມາຈາກແມ່ນ້ຳຫີນບູນ. ອ່ານຕໍ່ ...
ໂຕະຂ່າວ ຂປລ
ຜູ້ຜະລິດເຟີນີເຈີລາວປະສົບຂໍ້ຫຍຸ້ງຍາກດ້ານການຄ້າຂາອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມເຟີນີເຈີລາວຮ້ອງຂໍໃຫ້ເຈົ້າໜ້າທີ່ຊ່ວຍເຫຼືອໃນທຸກຂັ້ນຕອນການສົ່ງອອກຜະລິດຕະພັນໄມ້ ແລະ ເຟີນີເຈີ ທີ່ສັ່ງຊື້ໂດຍລູກຄ້າຕ່າງປະເທດໃນງານວາງສະແດງສິນຄ້າຕ່າງໆໃນລາວ.ຜູ້ຜະລິດຜະລິດຕະພັນໄມ້ ແລະ ເຟີນີເຈີລາວ ໄດ້ຜະເຊີນຂໍ້ຫຍຸ້ງຍາກຫຼາຍຢ່າງ ໃນການສົ່ງອອກຜະລິດຕະພັນໃຫ້ແກ່ລູກຄ້າຕ່າງປະເທດ ຫຼັງຈາກທີ່ລັດຖະບານລາວໄດ້ມີຄຳສັ່ງຈຳກັດຂະໜາດຂອງຜະລິດຕະພັນໄມ້ທີ່ສາມາດສົ່ງອອກ ພາຍໃຕ້ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ.ອ່ານຕໍ່ ...
ໂຕະຂ່າວ
ຫົວໜ່ວຍທຸລະກິດລາວຕ້ອງການລະບຽບການກ່ຽວກັບການນຳເຂົ້າສິນຄ້າບໍ່ຖືກຕ້ອງຕາມກົດໝາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວຈຳນວນຫຼາຍທີ່ຜະລິດສິນຄ້າເພື່ອສະໜອງຕະຫຼາດພາຍໃນປະເທດກຳລັງຕົກທ່າຮັບ ເນື່ອງຈາກລາວບໍ່ດຳເນີນມາດຕະການໃດໆເພື່ອຄວບຄຸມການໄຫຼເຂົ້າຂອງສິນຄ້າຂາເຂົ້າທີ່ບໍ່ຖືກຕາມລະບຽບກົດໝາຍ.“ຫົວໜ່ວຍທຸລະກິດໃນລາວຈຳນວນຫຼາຍກຳລັງສູນເສຍຜົນປະໂຫຍດທາງທຸລະກິດ ເນື່ອງຈາກເຂົາເຈົ້າບໍ່ສາມາດແຂ່ງຂັນກັບເຈົ້າອື່ນທີ່ນຳເຂົ້າສິນຄ້າແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ,” ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນພຸດແລ້ວນີ້.ອ່ານຕໍ່ ...
ເອກະພຶນ ພູທອນສີ
http://annx.asianews.network/content/lao-firms-demand-regulation-illegal-imports-102623
ລາວເດີນໜ້າປັບປຸງສະພາບແວດລ້ອມການດຳເນີນທຸລະກິດ
ເຈົ້າໜ້າທີ່ລາວໄດ້ຮັບຮອງເອົາມາດຕະການ ເພື່ອສ້າງຄວາມສະດວກໃນການເຂົ້າເຖິງສິນເຊື່ອ ແລະ ໃຫ້ການປົກປ້ອງນັກລົງທຶນລາຍຍ່ອຍ ເພື່ອເດີນໜ້າການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໂດຍລວມຂອງປະເທດ.ການເຂົ້າເຖິງສິນເຊື່ອ ແລະ ການປົກປ້ອງຜູ້ລົງທຶນລາຍຍ່ອຍ ແມ່ນສອງໃນ 11 ຕົວຊີ້ວັດໃນການສຳຫຼວດການປະເມີນຄວາມສະດວກໃນການດຳເນີນທຸລະກິດ (EDB) ໃນທົ່ວໂລກຂອງທະນາຄານໂລກ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ການປ່ອຍເງິນກູ້ຢືມຈາກທະນາຄານຊັກຊ້າລົງທ່າມກາງສະພາບເສດຖະກິດທີ່ຫຼຸດຜ່ອນການຂະຫຍາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ການປ່ອຍສິນເຊື່ອຂອງທະນາຄານເຂົ້າສູ່ເສດຖະກິດຍັງສືບຕໍ່ຊັກຊ້າ ທັງໆທີ່ລັດຖະບານໄດ້ອອກມາດຕະການປັບປຸງສະພາບແວດລ້ອມການລົງທຶນສຳລັບຂະແໜງເອກະຊົນ.ອີງຕາມບົດລາຍງານຫຼ້າສຸດຂອງລັດຖະບານ, ການເຕີບໂຕຂອງສິນເຊື່ອຍັງຄົງສືບຕໍ່ຊັກຊ້າໃນອັດຕາ 3.13 ເປີເຊັນໃນຊ່ວງສາມເດືອນຜ່ານມາ, ເຊິ່ງກວມພຽງແຕ່ 46.32 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ (GDP).ອັດຕາການຂະຫຍາຍຕົວຂອງສິນເຊື່ອແມ່ນຕ່ຳກວ່າຄາດໝາຍທີ່ສະເໜີຕໍ່ສະພາແຫ່ງຊາດຄື 55 ເປີເຊັນຂອງ GDP ຫຼັງຈາກທີ່ມີການເຕີບໂຕສູງສຸດໃນຊຸມປີຜ່ານມາ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/bank-lending-slows-amid-economic-downturn-laos-100123
ໄພແຫ້ງແລ້ງທຳລາຍຄວາມຫວັງຂອງຊາວກະສິກອນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ປະລິມານຝົກຕົກທີ່ຕ່ຳ ບວກກັບອຸນນະພູມທີ່ເພີ່ມສູງຂຶ້ນ ກຳລັງທຳລາຍເຄື່ອງປູກຂອງຝັງຂອງຊາວກະສິກອນລາວທົ່ວປະເທດ ພາຍໃຕ້ສະຖານະການໄພແຫ້ງແລ້ງທີ່ກຳລັງເກີດຂຶ້ນໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້.ນັກວິເຄາະກ່າວວ່າ ປະລິມານນ້ຳຝົນໃນລະດູທີ່ຕ່ຳທີ່ສຸດໃນຮອບຫຼາຍທົດສະວັດ ບໍ່ພຽງແຕ່ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງຊາວກະສິກອນ ແຕ່ຍັງກະທົບເຖິງຄວາມໝັ້ນຄົງດ້ານສະບຽງອາຫານ.ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວານນີ້ວ່າ ການປັກດຳນາປີໃນທົ່ວປະເທດຫາກໍ່ສຳເລັດພຽງແຕ່ 40 ເປີເຊັນ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/drought-destroying-future-lao-farmers-100731
ການທົດລອງເພື່ອປົກປ້ອງອຸດສາຫະກຳປູກກ້ວຍຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ຕົກລົງເຮັດວຽກຮ່ວມກັບບໍລິສັດຂອງອອສ໌ເຕຣເລຍ ເພື່ອດຳເນີນການທົດລອງຄວາມສາມາດຂອງຕົວສ້າງຄວາມຊຸ່ມຂອງດິນ “NSA Wilt Stop” ເພື່ອຄວບຄຸມພະຍາດຈາກເຊື້ອລາໃນສວນກ້ວຍຂອງລາວ.ກົມປູກຝັງພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ບໍລິສັດ Soils North Pty ຈຳກັດຂອງອອສ໌ເຕຣເລຍ ໄດ້ລົງນາມໃນຂໍ້ຕົກລົງຄັ້ງວັນທີ 22 ເພື່ອການຮ່ວມມືໃນໂຄງການ. ໜຶ່ງໃນວັດຖຸປະສົງຂອງໂຄງການແມ່ນການກຳນົດປະສິດທິຜົນຂອງ NSA Wilt Stop ຕໍ່ກັບພະຍາດແຫ່ວທີ່ເກີດຈາກເຊື້ອລາ Fusarium.ອ່ານຕໍ່ ...
ໂຕະຂ່າວ
ລາວຈະສ້າງແຜນວາດຊ່ອງທາງສຳລັບການປະຕິຮູບການລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ແຜນວາດການປະຕິຮູບການລົງທຶນ (IRM) ແມ່ນກົນໄກສຳຄັນອັນໜຶ່ງສຳລັບການພັດທະນານະໂຍບາຍການລົງທຶນ ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ສາມາດຊ່ວຍເຫຼືອປະເທດທີ່ມີຄວາມຕ້ອງການພັດທະນາ ແລະ ດຶງດູດການລົງທຶນ.ໃນພິທີເປີດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງບົດລາຍງານກ່ຽວກັບແຜນວາດການປະຕິຮູບການລົງທຶນສຳລັບປະເທດລາວຂອງກະຊວງແຜນການ ແລະ ການລົງທຶນ ໃນອາທິດແລ້ວນີ້, ທ່ານນາງ ຄຳຈັນ ວົງແສງບຸນ ຮອງລັດຖະມົນຕີ ໄດ້ກ່າວວ່າ ເປົ້າໝາຍຂອງແຜນວາດ IRM ແມ່ນການສະເໜີການຄົ້ນຄວ້າດ້ານການຄຸ້ມຄອງ ແລະ ວາງທິດທາງສຳລັບການມີສ່ວນຮ່ວມຕົວຈິງໃນການລົງທຶນ.ອ່ານຕໍ່ ...
ໂຕະຂ່າວ
ມາເລເຊຍບໍລິຈາກ 100,000 ໂດລາສະຫະລັດເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ
(ຂປລ) ທ່ານ ໂມດ ອາທານ ເອກອັກຄະລັດຖະທູດເມເລເຊຍປະຈຳລາວເຂົ້າພົບທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອແຈ້ງກ່ຽວກັບການມອບທຶນຊ່ວຍເຫຼືອຈຳນວນ 100,000 ໂດລາສະຫະລັດ ເພື່ອບັນເທົາທຸກຜູ້ປະສົບໄພນ້ຳຖ້ວມໃນລາວອ່ານຕໍ່ ...
ຂປລ
ເຈົ້າໜ້າທີ່ຈະຖືກຫ້າມບໍ່ໃຫ້ເປີດເຜີຍເອກະສານທີ່ເປັນຄວາມລັບ
ລັດຖະກອນຖືກສັ່ງຫ້າມບໍ່ໃຫ້ສົ່ງຕໍ່ ແລະ ເຜີຍແຜ່ ຫຼື ທຳລາຍເອກະສານທີ່ເປັນຄວາມລັບຂອງຊາດ ເຊັ່ນ ຂໍ້ກົດໝາຍທີ່ອາດສົ່ງຜົນເສຍຫາຍຕໍ່ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.ທ່ານ ຄຳໝັ້ນ ສຸນວິເລີດ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີຮ່າງກົດໝາຍກ່ຽວກັບການເກັບມ້ຽນເອກະສານ ເພື່ອຫາລືໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ກຳລັງດຳເນີນ.ອ່ານຕໍ່ ...
ສົມສັກ ພົງຂາວ
ສະຫະລັດສືບຕໍ່ຊ່ວຍເຫຼືອວຽກງານເກັບກູ້ລະເບີດໃນລາວເປັນທຶນ 14.5 ລ້ານໂດລາສະຫະລັດ
ລັດຖະບານສະຫະລັດອາເມລິກາຢືນຢັນສືບຕໍ່ໃຫ້ການຊ່ວຍເຫຼືອເປັນທຶນຈຳນວນ 14.5 ລ້ານໂດລາສະຫະລັດ ສຳລັບອົງການເກັບກູ້ລະເບີດແມັກລາວ ໃນການດຳເນີນການສຳຫຼວດ ແລະ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ໃນເຈັດເມືອງເປົ້າໝາຍໃນແຂວງຊຽງຂວາງ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລາວຢືນຢັນການບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວສັນຍາວ່າຈະສືບຕໍ່ຮ່ວມມືກັບບັນດາຄູ່ຮ່ວມງານສາກົນເພື່ອຜະເຊີນກັບສິ່ງທ້າທາຍໃນການບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ຍ້ອນວ່າປະເທດລາວຍັງມີຄວາມສ່ຽງກ່ຽວກັບການຄ້າຂາຍສັດປ່າຜິດກົດໝາຍ.ອ່ານຕໍ່ ...
News Desk
ກະຊວງແຮງງານ, ຄູ່ຮ່ວມພັດທະນາເພີ່ມທະວີຄວາມພະຍາຍາມໃນດານສົ່ງເສີມການມີວຽກເຮັດງານທຳໃນຊົນນະບົດ
ຕາງໜ້າຄູ່ຮ່ວມພັດທະນາ, ຖັນແຖວກົມກອງປະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພະນັກງານຂັ້ນແຂວງໄດ້ຮ່ວມກອງປະຊຸມໃນວັນພະຫັດຜ່ານມາ ທີ່ນະຄອນວຽງຈັນ ເພື່ອທົບທວນຄວາມພະຍາຍາມໃນການເພີ່ມທະວີໂອກາດໃນການມີວຽກເຮັດງານທຳໃນພື້ນທີ່ຊົນນະບົດ.“ກອງປະຊຸມຄະນະກຳມະການຊີ້ນຳໂຄງການ ກ່ຽວກັບຍຸດທະສາດການສົ່ງເສີມການມີວຽກເຮັດງານທຳໃນຊົນນະບົດແຫ່ງຊາດໃນ ສປປ ລາວ – ເພື່ອກ້າວໄປສູ່ການເພີ່ມໂອກາດສຳລັບການມີວຽກເຮັດງານທຳທີ່ດີ ແລະ ມີປະສິດທິຜົນໃນພື້ນທີ່ຊົນນະບົດ” ມີການເຂົ້າຮ່ວມຂອງທ່ານນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນສະມາຊິກພັກ, ທ່ານນາງ ໂຈນີ ຊິມສັນ ຜູ້ຕາງໜ້າອົງການຈັດຕັ້ງແຮງງານສາກົນ (ILO), ພ້ອມດ້ວຍເຈົ້າໜ້າທີ່ແຮງງານຈາກບັນດາແຂວງເປົ້າໝາຍ ແລະ ກະຊວງ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ