ຊົນເຜົ່າ ແລະ ຊົນກຸ່ມນ້ອຍ
Ethnic minorities and indigenous people policy and rights
ສະພາແຫ່ງຊາດຮັບຮອງເອົາຊົນເຜົ່າບຣູເຂົ້າໃນວົງຄະນະຍາດແຫ່ງຊາດຢ່າງເປັນທາງການ
ສະພາແຫ່ງຊາດໄດ້ຕົກລົງຮັບຮອງເອົາຊົນເຜົ່າບຣູ ເຂົ້າໃນວົງຄະນະຍາດແຫ່ງຊາດລາວຢ່າງເປັນທາງການ, ການຮັບຮອງດັ່ງກ່າວເຮັດໃຫ້ປະເທດລາວປະກອບມີ 50 ຊົນເຜົ່າຢ່າງເປັນທາງການ.ການອະນຸມັດໄດ້ມີຂຶ້ນວານນີ້ ຕາມການສະເໜີຂອງລັດຖະບານໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ກຳລັງດຳເນີນ ເຊິ່ງເຫັນດີລວມເອົາຊົນເຜົ່າບຣູເຂົ້າໃນໝວດຕະກຸນມອນຂະແມ.ອ່ານຕໍ່ ...
ສົມໄຊ ແສງດາ
ການປາບປາມກຸ່ມຄົນຊາວມົ້ງໃນລາວ
ເປັນເວລາປະມານໜຶ່ງເດືອນມາແລ້ວທີ່ກຸ່ມຊາວມົ້ງທີ່ລີ້ຊ່ອນຢູ່ໃນປ່າດົງທາງພາກເໜືອຂອງລາວຕົກຢູ່ພາຍໃຕ້ການໂຈມຕີຈາກກອງທະຫານລາວ. ອົງການຈັດຕັ້ງເພື່ອຊາດ ແລະ ປະຊາຊົນທີ່ບໍ່ມີດິນແດນ (UNPO) ໄດ້ເປີດເຜີຍຂໍ້ມູນຫຼ້າສຸດກ່ຽວກັບການຕໍ່ສູ້ລາຍວັນຜ່ານທາງໜ່ວຍຂ່າວມົ້ງ Timeline, ເພື່ອສືບຕໍ່ຮຽກຮ້ອງໃຫ້ໜ່ວຍງານສາກົນໃຫ້ການຊ່ວຍເຫຼືອກຸ່ມຄົນດັ່ງກ່າວຢ່າງເລັ່ງດ່ວນ.ອ່ານຕໍ່ ...
ບັນນາທິການ UNPO