ລາວ, ລັດເຊຍ ສົ່ງເສີມການຮ່ວມມືດ້ານທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມໄຊເບີເຣຍ ເພື່ອການຮ່ວມມືສາກົນ ຈາກເຂດໂນໂວຊິເບີດຂອງລັດເຊຍ ມີແຜນຈັດຕັ້ງສຳນັກງານຢູ່ປະເທດລາວ ເພື່ອປັບປຸງການປະສານງານ ແລະ ການຮ່ວມມືດ້ານທຸລະກິດ.ທ່ານ ພາເວວ ອອສ໌ໂຕຣເວີຮອຟ໌ ປະທານສະມາຄົມໄດ້ເປີດເຜີຍແຜນດັ່ງກ່າວ ໃນຂະນະນຳພາທີມຜູ້ປະກອບການຈາກເຂດໂນໂວຊິເບີດ ເດີນທາງພົບປະກັບນັກທຸລະກິດລາວທີ່ນະຄອນວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-russia-boost-business-cooperation-98722
ລາວຈະດຳເນີນຕາມແນວທາງການພັດທະນາສີຂຽວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໃຫ້ຄຳໝັ້ນວ່າຈະດຳເນີນຕາມຍຸດທະສາດການພັດທະນາສີຂຽວ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ເຂົ້າຮ່ວມເປັນປະທານໃນການຫາລືກ່ຽວກັບແນວທາງໃນການຜັນຂະຫຍາຍແຜນຍຸດທະສາດດັ່ງກ່າວສູ່ການປະຕິບັດ, ຕາມຄຳແນະນຳຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃນວັນທີ 31 ມັງກອນຜ່ານມາ.ອ່ານຕໍ່ ...
ເອກະພອນ ພູທອນສີ
ເຄບີແບັງພ້ອມທີ່ຈະໃຫ້ບໍລິການທະນາຄານຜ່ານທາງມືຖືໃນລາວ
ທະນາຄານກະສິກອນຈຳກັດມະຫາຊົນ (ເຄບີແບັງ) ມີແຜນສົ່ງເສີມທຸລະກິດໃນລາວ ໂດຍການຂໍອະນຸຍາດເປີດຕົວການບໍລິການທະນະຄານຜ່ານໂທລະສັບມືຖື ແລະ ລະບົບດິຈິຕອລ ເພື່ອສົ່ງເສີມການຂະຫຍາຍທຸລະກິດໃຫ້ໄດ້ 15 ເປີເຊັນໃນປີ 2019, ຕາມການເປີດເຜີຍຂອງທ່ານ ພັດທະນະພົງ ຕັນສົມບູນ ຮອງປະທານລະດັບໜຶ່ງຂອງ ເຄບີແບັງ.ອ່ານຕໍ່ ...
ສົມລັກ ສີມະລີ
ພົບເຊື້ອພະຍາດໄຂ້ປ່າທີ່ດື້ຢາໃນລາວ
ການຄົ້ນຄວ້າຫຼ້າສຸດເຜີຍວ່າ ພົບການລະບາດຂອງເຊື້ອພະຍາດໄຂ້ປ່າທີ່ດື້ຢາໃນລາວ ແລະ ປະເທດຕ່າງໆໃນອາຊີຕາເວັກອອກສຽງໃຕ້.ກຸ່ມນັກວິໄຈຈາກປະເທດອັງກິດ ແລະ ໄທ ໄດ້ທຳການວິເຄາະຕົວຢ່າງເຊື້ອຈາກຄົນເຈັບພະຍາດໄຂ້ປ່າທົ່ວອາຊີຕາເວັນອອກສຽງໃຕ້ ແລະ ພົບວ່າເຊື້ອດັ່ງກ່າວໄດ້ມີການແຜ່ລະບາດຈາກກຳປູເຈຍໄປຫາໄທ, ຫວຽດນາມ ແລະ ລາວ, ຕາມບົດຄົ້ນຄວ້າທີ່ຕີພິມໃນວາລະສານ Lancet Infectious Diseases.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/07/23/drug-resistant-malaria-found-in-laos/
ການຫຼຸດລົງຂອງນັກທ່ອງທ່ຽວໃນລາວແມ່ນມາຈາກຫຼາຍສາເຫດ
ຈຳນວນນັກທ່ອງທ່ຽວລວມຂອງລາວໃນປີນີ້ ຄາດວ່າຈະມີພຽງປະມານ 4 ລ້ານຄົນ, ເຊິ່ງຫຼຸດລະດັບຄາດໝາຍທີ່ຕັ້ງໄວ້ຂອງລັດຖະບານຢູ່ທີ່ປະມານ 5 ລ້ານຄົນສຳລັບປີທ່ອງທ່ຽວລາວ 2018, ຕາມການເປີດເຜີຍຂອງທ່ານລັດຖະມົນຕີໃນທີ່ປະຊຸມສະພາແຫ່ງຊາດ. ສາເຫດຂອງການຫຼຸດລົງຂອງນັກທ່ອງທ່ຽວລວມມີ ໄພທຳມະຊາດທີ່ເກີດໃນຫຼາຍແຂວງທົ່ວປະເທດ ໄດ້ສົ່ງຜົນໂດຍກົງຕໍ່ການທ່ອງທ່ຽວ, ການພັດທະນາສິ່ງອຳນວຍຄວາມສະດວກໃນການທ່ອງທ່ຽວຍັງບໍ່ທັນພຽງພໍ, ແລະ ຄວາມຊັກຊ້າໃນການພັດທະນາພື້ນຖານໂຄງລ່າງ ເຊັ່ນ ຖະໜົນເຂົ້າເຖິງສະຖານທີ່ທ່ອງທ່ຽວ ຍ້ອນງົບປະມານບໍ່ພຽງພໍ,ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ລາວ, ສະຫະລັດສະເຫຼີມສະຫຼອງການຮ່ວມມືຫ້າປີກ່ຽວກັບການສົ່ງເສີມດ້ານການຄ້າ, ການລວມຕົວດ້ານເສດຖະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສະຫະລັດຮ່ວມສະເຫຼີມສະຫຼອງຜົນສຳເລັດຂອງໂຄງການ LUNA II ຂອງອົງການຊ່ວຍເຫຼືອເພື່ອການພັດທະນາສາກົນສະຫະລັດ (USAID) ເພື່ອສົ່ງເສີມການສ້າງຄວາມສະດວກທາງການຄ້າ ແລະ ການລວມຕົວທາງດ້ານເສດຖະກິດ ໃນພິທີເຊິ່ງຈັດຂຶ້ນທີ່ວຽງຈັນໃນວັນສຸກແລ້ວນີ້.ພິທີດັ່ງກ່າວ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານນາງ ເຣນາ ພິດເທີ ເອກອັກຄະລັດຖະທູດສະຫະລັດປະຈຳລາວ ໄດ້ຊົມເຊີຍຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການ USAID LUNA II ໃນໄລຍະຫ້າປີ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ລັດວິສາຫະກິດ EDL-Gen ລາວ ແລະ ບໍລິສັດ GE ສາກົນ ເຊັນ MOU ກ່ຽວກັບການພັດທະນາໂຄງການເຂື່ອນໄຟຟ້າແບບດິຈິຕອລ໌ໄລຍະທົດລອງ
(ຂປລ) ໃນວັນທີ 8 ພະຈິກນີ້ ບໍລິສັດ GE ຂອງອາເມລິກາໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດວະສາຫະກິດໄຟຟ້າລາວ EDL-Gen ກ່ຽວກັບການຈັດຝຶກອົບຮົມວິຊາການດ້ານອຸດສາຫະກຳດິຈິຕອລ໌ ໃຫ້ແກ່ພະນັງງານໄຟຟ້າລາວ ກໍຄືສືບຕໍ່ພັດທະນາພື້ນຖານໂຄງລ່າງດ້ານພະລັງງານໃນ ສປປ ລາວ.ອ່ານຕໍ່ ...
ບັນນາທິການ ຂປລ
ຊາວກະສິກອນລາວຜະເຊີນຄວາມທ້າທາຍດ້ານພູມອາກາດທີ່ຮຸນແຮງ
ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນລາວກຳລັງຜະເຊີນກັບສິ່ງທ້າທາຍຕໍ່ເນື່ອງໃນການຜະລິດ ພາຍໃຕ້ສະພາບອຸນນະພູມທີ່ສືບຕໍ່ເພີ່ມຂຶ້ນໃນລະດັບສູງສຸງ.ຫຼ້າສຸດ ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານວ່າ ອຸນນະພູມໃນລາວແມ່ນຮ້ອນເຖິງລະດັບ 40ºC ແລະ ສະພາບອາກາດຮ້ອນດັ່ງກ່າວຈະສືບຕໍ່ໄປເຖິງທ້າຍເດືອນນີ້.ອ່ານຕໍ່ ...
ອຸ່ນຄຳ ພິມມະຕະ
ລາວ, ຄຸນໝິງ ຮ່ວມສົ່ງເສີມການທ່ອງທ່ຽວ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຈີນ ຈະສືບຕໍ່ການຮ່ວມກັນສົ່ງເສີມການທ່ອງທ່ຽວ, ເພື່ອແນໃສ່ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ແລະ ການພົວພັນການຄ້າ.ຫ້ອງການວັດທະນະທຳ ແລະ ທ່ອງທ່ຽວແຂວງຄຸນໝິງ ແລະ ບໍລິສັດທ່ອງທ່ຽວລາວແຮັບປີ້ສາກົນ ຈຳກັດ ໄດ້ຈັດກິດຈະກຳ ໃນອາທິດແລ້ວນີ ທີ່ນະຄອນວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວໃນຄຸນໝິງ.ກິດຈະກຳດັ່ງກ່າວແມ່ນພາຍໃຕ້ການເຂົ້າຮ່ວມຂອງຄະນະຜູ້ແທນຈາກອົງການພັນທະມິດການທ່ອງທ່ຽວຕົວເມືອງມິດຕະພາບສາກົນ ກໍຄືຄະນະນັກທ່ອງທ່ຽວຈີນຈາກຄຸນໝິງ.ອ່ານຕໍ່ ...
ໂຕະຂ່າວ
ການບິນລາວເປີດຖ້ຽວບີນໄປນະຄອນພະນົມເປັນຄືນ
ວຽງຈັນ, 29 ພຶດສະພາ 2019: ການບິນລາວຢືນຢັນວ່າ ຈະກັບມາໃຫ້ບໍລິການຖ້ຽວບິນໂດຍກົງລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນພະນົມເປັນຂອງກຳປູເຈຍ.ສາຍການບິນລາວຈະໃຫ້ບໍລິການຖ້ຽວບິນລາຍວັນໃນການເດີນທາງລະຫວ່າງສອງນະຄອນ ເຊິ່ງຄາດວ່າຈະເລີ່ມຕົ້ນໃນແຜນການບິນລະດູແລ້ງໃນເດືອນຕຸລານີ້.ປະຈຸບັນ ສາຍການບິນລາວໄດ້ໃຫ້ບໍລິການຖ້ຽວບິນລາຍວັນໄປພະນົມເປັນ ແຕ່ວ່າສາຍການບິນຫວຽດນາມເປັນຜູ້ດຳເນີນຖ້ຽວບິນພາຍໃຕ້ຂໍ້ຕົກລົງຮ່ວມລະຫັດ ໃນອັດຕາຄ່າບໍລິການໄປກັບ USD 245 ໂດລາຕໍ່ຄົນ.ອ່ານຕໍ່ ...
ທີມ TTR WEEKLY
ຄ່າຊົດເຊີຍຊັບສິນທີ່ໄດ້ຮັບຜົນກະທົບຈາກການສ້າງທາງລົດໄຟໄດ້ຮັບການອະນຸມັດ
ຄະນະຮັບຜິດຊອບໄດ້ອະນຸມັດເງິນຊົດເຊີຍທີ່ຕ້ອງຈ່າຍໃຫ້ປະຊາຊົນທີ່ສູນເສຍທີ່ດິນຫຼືຊັບສິນອື່ນໆ ຍ້ອນການກໍ່ສ້າງທາງລົດໄຟ ລາວ-ຈີນ. ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ອອກຂໍ້ຕົກລົງກ່ຽວກັບອັດຕາຄ່າຊົດເຊີຍ ພ້ອມວິທີການຄິດໄລ່ອ່ານຕໍ່ ...
ວຽງຈັນທາມສ໌
ກະຊວງແຈ້ງເຕືອນທົ່ວປະເທດໃຫ້ລະວັງພະຍາດໄຂ້ເລືອດອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງສາທາລະນະສຸກ ໄດ້ແນະນຳໃຫ້ປະຊາຊົນທົ່ວປະເທດ ທຳລາຍແຫຼ່ງເພາະພັນຂອງຍຸງ ເນື່ອງຈາກການລະບາດຂອງພະຍາດໄຂ້ເລືອດອອກໃນປະຈຸບັນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 27 ກໍລະນີ ແລະ ຕິດເຊື້ອຫຼາຍກວ່າ 11,000 ກໍລະນີໃນປີນີ້.ກະຊວງໄດ້ອອກແຈ້ງເຕືອນໃນອາທິດນີ້ຫຼັງຈາກພົບກໍລະນີຜູ້ຕິດເຊື້ອເພີ່ມສູງຂຶ້ນ. ກໍລະນີການຕິດເຊື້ອ ແລະ ການຕາຍສ່ວນໃຫຍ່ແມ່ນພົບຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງທາງພາກໃຕ້.ອ່ານຕໍ່ ...
ໄຊຊະນະ ລືໄກ
http://annx.asianews.network/content/lao-ministry-issues-nationwide-dengue-warning-99798
ຮອງນາຍົກ: ການບັງຄັບໃຊ້ກົດໝາຍໃນລາວຍັງອ່ອນ
ການນຳອອກມາຍອມຮັບວ່າ ນັບແຕ່ການປະກາດເອກະລາດໃນປີ 1975 ເປັນຕົ້ນມາ ລາວເຮົາໄດ້ມີການປະກາດໃຊ້ກົດໝາຍກວ່າ 100 ສະບັບ ແຕ່ວ່າການບັງຄັບໃຊ້ກົດໝາຍຍັງອ່ອນ.ອ່ານຕໍ່ ...
ສົມສັກ ພົງຂາວ
ກອງປະຊຸມທົບທວນຄວາມຄືບໜ້າໃນການບໍລິຫານຈັດການທີ່ດີ
ຖັນແຖວກະຊວງ ແລະ ບັນດາຄູ່ຮວມພັດທະນາໄດ້ທົບທວນຄວາມຄືບໜ້າຂອງແຜນງານ ແລະ ສິ່ງທ້າທາຍໃນການບໍລິຫານຈຈັດການ ໃນກອງປະຊຸມປະຈຳປີຂອງກຸ່ມເຮັດວຽກໃນຂະແໜງການບໍລິຫານຈັດການ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
Myanmar-Laos border gate receives international status
The border gate between Myanmar and Laos has been upgraded and given international status, according to the Ministry of Labour, Immigration and Population. The ministry has upgraded the Wan Pong check point in Tachilek, Shan State, making it an international border entry point for Myanmar ...
ລາວສະໜັບສະໜູນການຮ່ວມມືດ້ານການເດີນເຮືອອາຊຽນ-ອິນເດຍ
ລາວສະໜັບສະໜູນການຮັດແໜ້ນການຮ່ວມມືດ້ານການເດີນເຮືອລະຫວ່າງອາຊຽນ ແລະ ອິນເດຍ ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ-ສັງຄົມລະຫວ່າງສອງຝ່າຍ ຕາມການກ່າວຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ.ອ່ານຕໍ່ ...
ວຽງຈັນທາມສ໌
SDG 5 ຄວາມສະເໝີພາບລະຫວ່າງຍິງຊາຍ

ເປົ້າໝາຍການພັດທະນາແບບຍືນຍົງ 5 (SDG 5) ແນໃສ່ການສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການສົ່ງເສີມບົດບາດແມ່ຍິງ ເຊິ່ງແບ່ງເປັນ 9 ເປົ້າໝາຍຍ່ອຍ ແລະ 14 ຄາດໝາຍທີ່ກ່ຽວຂ້ອງ. ຄາດໝາຍດັ່ງກ່າວລວມມີ ການເລືອກປະຕິບັດໃນສະຖານທີ່ເຮັດວຽກ ແລະ ທີ່ຢູ່ອາໄສ, ສິດທິໃນການຄອບຄອງຊັບສົມບັດ, ການສຶກສາ ແລະ ຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບວຽກງານບົດບາດຍິງຊາຍ. ເປົ້າໝາຍ 5.1–5.3 ແມ່ນແນໃສ່ການປົກປ້ອງແມ່ຍິງຈາກຄວາມຮຸນແຮງ ແລະ ການເລືອກປະຕິບັດ, ເປົ້າໝາຍ 5.4–5.6 ແລະ 5.A–5.B ແນໃສ່ສົ່ງເສີມບົດບາດຍິງຊາຍ ແລະ ການເຂົ້າເຖິງທາງດ້ານເສດຖະກິດ, ແລະ ເປົ້າໝາຍ 5.C ແມ່ນເພື່ອສົ່ງເສີມການຄອບຄຸມຂອງໂຄງສ້າງດ້ານກົດໝາຍ.25ແຫຼ່ງຂໍ້ມູນ: ສະຫະປະຊາຊາດ.ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ເປົ້າໝາຍການພັດທະນາແບບຍືນຍົງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍຫຼັກແມ່ນສ້າງມາຈາກການປ່ຽນແທນ ແລະ ການເສີມຂະຫຍາຍເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ເດີມ. MDGs ...
ຄານສຳລັບທາງລົດໄຟລາວ-ຈີນເລີ່ມມີກໍ່ສ້າງໃນເຂດນະຄອນຫຼວງ
ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກຳລັງກໍ່ມີການສ້າງຄານຄອນກີດເສີມເຫຼັກສຳລັບຕັ້ງເສົາ ເພື່ອສ້າງເປັນຕົວຍຶດສາຍທາງລົດໄຟຄວາມໄວສູງ ລຽບຕາມທົ່ງພຽງວຽງຈັນ ເຊິ່ງຕ້ອງສ້າງປະມານ 800 ຄານ.ອ່ານຕໍ່ ...
ວຽງຈັນທາມສ໌
ລາວພິຈາລະນາການບໍລິການ ອີວີຊາ
ນະຄອນພະນົມ, 28 ມິຖຸນາ 2018: ສປປ ລາວກຳລັງພິຈາລະນາຂໍ້ສະເໜີໃນການນຳໃຊ້ວິຊາອິເລັກໂທຣນິກ ພາຍໃນທ້າຍປີນີ້ ຫຼືຕົ້ນປີ 2019, ອີງຕາມການລາຍງານຂອງພະນັກງານທ່ອງທ່ຽວໃນກອງປະຊຸມການທ່ອງທ່ຽວແມ່ຂອງ.ອ່ານຕໍ່ ...
ດອນ ຣອສສ໌
ການຂ້າມຜ່ານການປາບປາມຂອງລັດຖະບານກ່ຽວກັບສື່ສັງຄົມອອນລາຍໃນລາວ
ວຽງຈັນ, ລາວ – ພາຍໃນຫ້ອງບັນຍາຍທີ່ເຕັມອັດທີ່ສູນອາເມລິກາ ນະຄອນຫຼວງວຽງຈັນ, ນັກສຶກສາມະຫາວິທະຍາໄລແຫ່ງຊາດ 60 ຄົນ ໄດ້ນັ່ງເຕົ້າໂຮມກັນຢູ່ຕໍ່ໜ້າແຜ່ນໂປສ໌ເຕີ ເຊິ່ງສະແດງຄຳຂວັນທີ່ເປັນແຮງບັນດານໃຈຂອງຕົວເດັ່ນຊາວອາເມລິກາ ມາຕິນ ລູເທີຄິງ ຈູເນຍ, ມາຢາ ແອັງເຈລູ ແລະ ສະຕິບ ຈ໊ອບ.ຢູ່ໜ້າກະດານໜ້າຫ້ອງ, ແກ້ວຊົມພູ ສັກດາວັນ ນັກຂ່າວວຽງຈັນທາມສ໌ ໄດ້ລິເລີ່ມກິດຈະກຳພາຍໃຕ້ການສະໜັບສະໜູນຂອງສະຖານທູດອາເມລິກາ ໃນຫົວຂໍ້ ວິທີການສັງເກດຂ່າວປອມ ດ້ວຍການເຜີຍແຜ່ທາງສື່ Facebook Live ຈາກເດີ່ນຫຍ້ານອກຫ້ອງບັນຍາຍ.ອ່ານຕໍ່ ...
ອະດາມ ເບັມມາ