ລາວ, ສະຫະລັດສະເຫຼີມສະຫຼອງການຮ່ວມມືຫ້າປີກ່ຽວກັບການສົ່ງເສີມດ້ານການຄ້າ, ການລວມຕົວດ້ານເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສະຫະລັດຮ່ວມສະເຫຼີມສະຫຼອງຜົນສຳເລັດຂອງໂຄງການ LUNA II ຂອງອົງການຊ່ວຍເຫຼືອເພື່ອການພັດທະນາສາກົນສະຫະລັດ (USAID) ເພື່ອສົ່ງເສີມການສ້າງຄວາມສະດວກທາງການຄ້າ  ແລະ ການລວມຕົວທາງດ້ານເສດຖະກິດ ໃນພິທີເຊິ່ງຈັດຂຶ້ນທີ່ວຽງຈັນໃນວັນສຸກແລ້ວນີ້.

ພິທີດັ່ງກ່າວ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານນາງ ເຣນາ ພິດເທີ ເອກອັກຄະລັດຖະທູດສະຫະລັດປະຈຳລາວ ໄດ້ຊົມເຊີຍຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການ USAID LUNA II ໃນໄລຍະຫ້າປີ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ