Laos’ Xekaman 3 dam break shuts off power to Vietnam
A break in a critical waterway shut down a hydro-electric dam in southern Laos and raised questions about the quality of construction at the facility that sends most of the power it generates to Vietnam. While officials said the Dec. 16 break in the Xekaman ...
ປະຊາຊົນລາວ ແລະ ໄທໄດ້ຮັບຜົນກະທົບ ຫຼັງຈາກທີ່ປະເທດຈີນເປີດປະຕູນ້ຳເຂື່ອນແມ່ນ້ຳຂອງ
ຊາວບ້ານທີ່ອາໄສຢູ່ລຽບຝັ່ງແມ່ນ້ຳຂອງໃນປະເທດໄທ ແລະ ລາວ ກຳລັງຜະເຊີນກັບຄວາມຫຍຸ້ງຍາກ ຫຼັງຈາກທີ່ຈີນໄດ້ທຳການປ່ອຍນ້ຳອອກຈາກເຂື່ອນຕົ້ນແມ່ນ້ຳຂອງ.ຊາວບ້ານກວ່າ 200 ຄອບຄົວໃນແຂວງບໍ່ແກ້ວຂອງລາວໄດ້ຮັບຜົນກະທົບໜັກ ເຮັດໃຫ້ລະດັບຄວາມສູງຂອງນ້ຳເພີ່ມຂຶ້ນໂດຍກະທັນຫັນ ສົ່ງຜົນຕໍ່ການດຳລົງຊີວິດຂອງປະຊາຊົນ.ອ່ານຕໍ່ ...
ໜ່ວຍຂ່າວ RFA
https://www.rfa.org/english/news/laos/china-dam-mekong-laos-thailand-07032019151600.html
ຫົວໜ່ວຍທະນາຄານ ເຄແບັງ ປະຈຳລາວຊ່ວຍສະໜັບສະໜູນແຫຼ່ງທຶນສຳລັບເຄືອຂ່າຍທຸລະກິດບາງກອກ ໃນການກໍ່ສ້າງໂຮງໝໍຢູ່ວຽງຈັນ
ເພື່ອຊ່ວຍໃນການສືບຕໍ່ສະໜັບສະໜູນການລົງທຶນໃນລາວ, ທະນາຄານກະສິກອນໄທ ຈຳກັດ ປະຈຳ ສປປ ລາວ ໄດ້ສະໜອງແຫຼ່ງທຶນໃຫ້ແກ່ ເຄືອຂ່າຍໂຮງໝໍບາງກອກ (BCH), ເຊິ່ງເປັນບໍລິສັດຊັ້ນນຳຂອງໄທ, ໃນການກໍ່ສ້າງໂຮງໝໍສາກົນກະເສມລາດວຽງຈັນ ຂະໜາດ 254 ຕຽງນອນ, ເຊິ່ງມີແຜນເປີດດຳເນີນການໃນປີ 2021.ທ່ານ ພັດຕະນະພົງ ຕັນສົມບູນ ປະທານທະນາຄານກະສິກອນໄທ (ເຄແບັງ) ປະຈຳລາວ ກ່າວວ່າທາງທະນາຄານມີເປົ້າໝາຍຊຸມຍູ້ການຂະຫຍາຍຕົວດ້ານເສດຖະກິດຂອງປະເທດອາຊຽນ, ໂດຍສະເພາະແມ່ນລາວ, ເຊິ່ງມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ການຂະຫຍາຍຕົວດ້ານອຸດສາຫະກຳ, ເຊິ່ງເຫັນໄດ້ຈາກເພີ່ມຂຶ້ນຂອງອຳນາດຊື້ຂອງຄົນລາວທີ່ຕ້ອງການສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບ.ອ່ານຕໍ່ ...
The Nation
https://www.nationmultimedia.com/detail/Corporate/30371310
ທ່ານເລຂາທິການໃຫຍ່ຮຽກຮ້ອງໃຫ້ເອົາໃຈໃສ່ເນັ້ນໜັກນຳພາການຈັດຕັ້ງປະຕິບັດມິຕິພັກ
ກອງປະຊຸມຄະນະພັກປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 3 ຂື້ນລະຫວ່າງວັນທີ 18-22 ຕຸລາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການພັກທ່ານທອງລຸນ ສີສຸລິດ. ກອງປະຊຸມໄດ້ບັນທຶກເຫດການທີ່ສຳຄັນຕ່າງໃນຫຼາຍເດືອນຜ່ານມາກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານການເງິນ, ເສດຖະກິດ-ສັງຄົມ ແລະ ບັນຫາຢາເສບຕິດ ທີ່ເປັນວຽກງານບູລິມະສິດຂອງຊາດ ຄຽງຄູ່ກັບການຮັບມືກັບພະຍາດລະບາດໂຄວິດ-19 ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ ແລະ ສະເຖຍລະພາບທາງດ້ານເສດຖະກິດ. ອ່ານເພິ່ມເຕີມ ...
ຂ່າວສານປະເທດລາວ
ກອງປະຊຸມສະພາເສດຖະກິດໂລກ: ທ່ານນາຍົກທອງລຸນສະເໜີສິ່ງທ້າທາຍໃນການປະຕິວັດອຸດສາຫະກຳ 4.0
(ຂປລ) ຕໍ່ທີ່ປະຊຸມສະພາເສດຖະກິດໂລກອາຊຽນຄັ້ງທີ 27 ທີ່ນະຄອນຫຼວງຮ່າໂນ້ຍປະເທດຫວຽດນາມ ຄັ້ງວັນທີ 12 ກັນຍາ, ທ່ານ ທອງລຸນ ສີສຸລິດ ໄດ້ຍົກສິ່ງທ້າທາຍ ແລະ ໂອກາດໃນຍຸກແຫ່ງການປະຕິວັດອຸດສາຫະກຳ 4.0 ທີ່ປະເທດລາວ ແລະ ປະເທດສະມາຊິກອາຊຽນຜະເຊີນ ພ້ອມທັງການກະກຽມຄວາມພ້ອມຂອງລາວໃນການຮັບມືກັບສິ່ງທ້າທາຍດັ່ງກ່າວໃນຊຸມປີທີ່ຈະມາເຖິງ.ອ່ານຕໍ່ ...
ຂປລ
ເກົາຫຼີໃຕ້ ໃຫ້ທຶນເກືອບ US$44 ລ້ານໂດລາສຳລັບໂຄງການນ້ຳປະປາໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນການຮ່ວມມືເພື່ອການພັດທະນາເສດຖະກິດຂອງເກົາຫຼີໃຕ້ (EDCF) ຕົກລົງໃຫ້ທຶນກູ້ຢືມດອກເບ້ຍຕ່ຳ ມູນຄ່າເກືອບ US$44 ລ້ານໂດລາ ເພື່ອສະໜັບສະໜູນໂຄງການພັດທະນານ້ຳປະປາ ຢູ່ແຂວງຈຳປາສັກ ແລະ ແຂວງສາລະວັນ ທາງພາກໃຕ້ຂອງລາວ.ນີ້ແມ່ນການຕົກລົງໃນກອງປະຊຸມລະຫວ່າງຕົວແທນກອງທຶນ EDCF ແລະ ລັດຖະບານລາວ ເພື່ອຫາລືຊ່ອງທາງໃນການຈັດຕັ້ງປະຕິບັດໂຄງການເຫຼົ່ານີ້.ອ່ານຕໍ່ ...
ໂຕະຂ່າວ
ພາກລັດອະນຸມັດໃຫ້ເຊໂປນມາຍນິງຈຳກັດຂຸດຄົ້ນແຮ່ຄຳເຄົ້າ
ໃນວັນທີ 21 ກຸມພາ 2022 ລັດຖະບານແຫ່ງສປປ ລາວ ແລະ ບໍລິສັດ ເຊໂປນ ມາຍນິ້ງ ໄດ້ຮ່ວມລົງນາມສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳເຄົ້າຢູ່ເມືອງເຊໂປນ, ແຂວງສະຫວັນນະເຂດ ດ້ວຍເນື້ອທີ່ 206,72 ແຮັກຕາ ຊຶ່ງບໍລິສັດໄດ້ມອບພັນທະລ່ວງໜ້າໃຫ້ລັດຖະບານຈຳນວນ 3 ລ້ານໂດລາ ສະຫະລັດ. ອ່ານເພິ່ມເຕີມ ...
ການປັບປຸງການຄຸ້ມຄອງເຮັດໃຫ້ຫີນໜາມໜໍ່ຢູ່ໃນເສັ້ນທາງກ້າວສູ່ສະຖານະມໍລະດົກໂລກ UNESCO
(ຂປລ) ປະສິດທິພາບຂອງການຮ່ວມມືໃນການຄຸ້ມຄອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເພີ່ມຂຶ້ນປະມານ 16% ນັບແຕ່ປີ 2014 ທີ່ມີການຈັດຕັ້ງລະບົບການຄຸ້ມຄອງຮ່ວມ.ການປະຕິບັດການຄຸ້ມຄອງສວນອຸດທະຍານທີ່ມີການປັບປຸງຢ່າງເຫັນຈະແຈ້ງດັ່ງກ່າວແມ່ນການທົດສອບຄວາມພ້ອມຂອງຫີນໜາມໜໍ່ ໃນການຮ່ວມກັບອຸດທະຍານແຫ່ງຊາດ Phong Nha-Ke Bang ຂອງຫວຽດນາມ ໃຫ້ເປັນພື້ນທີ່ມໍລະດົກໂລກທາງທຳມະຊາດຂອງ UNESCO ຂ້າມຊາຍແດງແຫ່ງທຳອິດໃນອາຊີຕາເວັນອອກສຽງໃຕ້.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47782
ເປີດບໍ່ແຮ່ໃຕ້ດິນທັນສະໄໝແຫ່ງທຳອິດໃນລາວ
ພາກສ່ວນກ່ຽວຂ້ອງ ຂອງພາກລັດ ໄດ້ໄປຢ້ຽມຢາມ ຂຸດຄົ້ນບໍ່ແຮ່ ລ້ານຊ້າງ ເຊໂປນ ຈຳກັດ (LXML) ບໍ່ຄຳເຊໂປນ ໄດ້ເປີດບໍ່ແຮ່ ໃຕ້ດິນ ທີ່ທັນສະໄໝ ແຫ່ງທຳອິດ ໃນ ສປປ ລາວໃນມື້ວານນີ້.ດ້ວຍແຫຼ່ງຊັບພະຍາກອນແຮ່ທາດ 9,5 ລ້ານໂຕນ ແລະ ຄາດຄະເນການຜະລິດແຮ່ຈະເພີ່ມຂຶ້ນຈາກ 400,000 ໂຕນໃນປີ 2023 ເປັນ 1,2 ລ້ານໂຕນຕໍ່ປີ ຫລັງຈາກນັ້ນ, “ການຂຸດຄົ້ນບໍ່ແຮ່ Discovery Deeps Underground” ຄາດວ່າຈະຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງເຊໂປນໄປອີກຢ່າງໜ້ອຍ 7 ປີ, ຮອດປີ 2030 ເພື່ອເປັນການປະກອບສ່ວນຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງໃນຊຸມຊົນແຫ່ງນັ້ນ.ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ສປປ ລາວ ຖືກຍົກລະດັບຕຳແໜ່ງດັດຊະນີຄວາມສໍ້ລາດບັງຫຼວງຂື້ນໃນປີ 2021
ໃນຊຸມປີຜ່ານມາມໍ່ໆນີ້, ປະເທດລາວໄດ້ຖືກຈັດອັນດັບຄວາມສໍ້ລາດບັງຫຼວງເພີ່ມລະດັບຂຶ້ນຈາກ 135 ໃນປີ 2017 ເປັນ 132 ໃນປີ 2018, 130 ໃນປີ 2019 ແລະ ຫຼຸດລົງມາເປັນ 134 ໃນປີ 2020. ເພື່ອສົ່ງເສີມຄວາມໂປ່ງໃສໃນລາວ, ລັດຖະບານໄດ້ສຸມໃສ່ການພັດທະນາຄວາມຮູ້ກ່ຽວກັບການຕ້ານການສໍ້ລາດບັງຫຼວງລະຫວ່າງພະນັກງານ, ນັກສຶກສາ. ລັດຖະບານພວມສືບຕໍ່ສ້າງຄວາມສາມາດໃນການພັດທະນາຊັບພະຍາກອນມະນຸດ ແລະ ປັບປຸງນິຕິກຳຕ່າງໆເຊັ່ນກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງເພື່ອຕ້ານການສໍ້ລາດບັງຫຼວງ.ອ່ານເພິ່ມເຕີມ ...
Phayboune Thanabouasy
http://ໄພບູນ ທະນະບົວສີ
BCEL, Swift Pass ຮ່ວມມືກັນຈັດຕັ້ງລະບົບການຊຳລະເງິນຜ່ານ WeChat Pay ແລະ AliPay
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວ (BCEL) ຮ່ວມມືກັບບໍລິສັດ Swift Pass ໃນການຈັດຕັ້ງການຊຳລະສະສາງຜ່ານລະບົບ WeChat Pay ແລະ AliPay ເພື່ອສົ່ງເສີມໃຫ້ຮ້ານຄ້າ ແລະ ທຸລະກິດຂອງລາວດຶງດູດລູກຄ້າຈີນໃຫ້ຫຼາຍຂຶ້ນ.ພິທີເປີດຕົວລະບົບການຊຳລະ WeChat Pay ແລະ AliPay ໄດ້ມີຂຶ້ນຢູ່ນະຄອນຫຼວງວຽງຈັນໃນອາທິດແລ້ວນິ້.ອ່ານຕໍ່ ...
ເສດຖະກິດລາວຍັງຈະຂະຫຍາຍຕົວຢ່າງໝັ້ນຄົງໃນປີ 2019 ແລະ 2020, ຕາມທັດສະນະຂອງ ADB
(ຂປລ) ໃນປີ 2019 ແລະ 2020, ການຂະຫຍາຍຕົວດ້ານເສດຖະກິດຂອງ ສປປ ລາວ ຄາດວ່າຈະຍັງຢູ່ໃນລະດັບ 6.5% ພາຍໃຕ້ການຂະຫຍາຍຕົວຂອງຂະແໜງກະສິກຳ, ພະລັງງານ, ອຸດສາຫະກຳ ແລະ ການບໍລິການ, ທະນາຄານພັດທະນາອາຊີກ່າວໃນບົດລາຍງານສະບັບຫຼ້າສຸດ.ບົດລາຍງານພາບລວມການພັດທະນາໃນອາຊີ (ADO) 2019 ຄາດຄະເນວ່າ ການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນຂອງ ສປປ ລາວ ຈະຍັງຢູ່ໃນລະດັບ 6.5% ທັງສຳລັບປີ 2019 ແລະ 2020.ການຂະຫຍາຍຕົວຂອງຂະແໜງອຸດສາຫະກຳແມ່ນຄາດວ່າຈະເພີ່ມຂຶ້ນເລັກນ້ອຍເປັນ 8.1% ໃນປີ 2019 ຈາກ 8.0% ໃນປີ 2018, ສ່ວຍໃຫຍ່ແມ່ນຍ້ອນການພັດທະນາພື້ນຖານໂຄງລ່າງແບບຍືນຍົງ ແລະ ການຂະຫຍາຍການຜະລິດກະແສໄຟຟ້າ.ອ່ານຕໍ່ ...
ຂປລ
ໂຄງການໃໝ່ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງສະຖາບັນການສຶກສາ
ລາວ ແລະ ອາເມລິກາ ກະກຽມສ້າງຄວາມເຂັ້ມແຂງດ້ານການຈັດການ, ການບໍລິຫານຄວາມສາມາດທາງດ້ານເຕັກນິກໃຫ້ແກ່ສະຖາບັນການສຶກສາ ເພື່ອທີ່ສາມາດປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ການພັດທະນາສັງຄົມ-ເສດຖະກິດໃນປະເທດລາວ. ພາຍໃຕ້ການເຊັນບົດບັນທຶກຄວາມເຂົ້າໃຈ, ໂຄງການການດັ່ງກ່າວຈະມີການອອກແບບ ແລະ ພັດທະນາບັນດາຫຼັກສູດການຝຶກອົບຮົມຕ່າງໆ ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງນັກຮຽນແລະຄູອາຈານຢູ່ສະຖາບັນມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ. ອ່ານເພິ່ມເຕີມ... ...
ຜູ້ລາຍງານຂ່າວທາມສ໌
ເສດຖະກິດຂອງ ສປປ ລາວ ຈາກຟື້ນຕົວດີ ກັບຕົກຕ່ຳຍ້ອນສະຖານະການໂຄວິດ-19
ເສດຖະກິດຂອງລາວກໍາລັງຢູ່ໃນໄລຍະການຂະຫຍາຍຕົວລະດັບໃດໜ່ຶງໃນປີ 2021, ເຖິງແມ່ນວ່າຈະມີຄື້ນທີສອງຂອງການລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ເສດຖະກິດຟື້ນຕົວດີໃນຕົ້ນປີ. ອີງຕາມບົດລາຍງານການຕິດຕາມດ້ານເສດຖະກິດຫຼ້າສຸດຂອງທະນາຄານໂລກ – ຄາດຄະເນວ່າການເຕີບໂຕຂອງ GDP ຈະເພີ່ມຂຶ້ນເປັນ 3,6 % ໃນປີ 2021, ທຽບກັບຕົວເລກ 0,5 % ໃນປີ 2020.ທ່ານ Alex Kremer, ຫົວໜ້າທະນາຄານໂລກປະຈຳລາວ ກ່າວວ່າ“ ສປປ ລາວ ຮັບມືກັບການປ້ອງກັນເຊື້ອໄວແລະ ການສັກວັກຊິນໄດ້ດີລະດັບໜຶ່ງ. “ແນວໃດກໍ່ຕາມ, ຄວາມສ່ຽງຂອງບັນຫາ ໜີ້ສິນ, ເງິນກີບອ່ອນຄ່າ ແລະ ສະພາບລາຍຮັບຕໍ່ຳຂອງລັດຖະບານຍັງຈະສືບຕໍ່ເປັນບັນຫາຈຳກັດໃນການຟື້ນຟູເສດຖະກິດ. ການປະຕິຮູບທີ່ຈະຊຸກຍູ້ການລົງທຶນຂອງພາກເອກະຊົນ, ການຈ່າຍພາສີ ແລະ ການຄ້າອາດຈະເຂົ້າມາຊ່ວຍໃນເລື່ອງນີ້.ອ່ານຕໍ່ທີ່ນີ້ ...
ຂ່າວສານປະເທດລາວ
B Grimm goes big with power projects in Laos
B GRIMM POWER has taken an aggressive move in building and operating hydropower plants in Laos. The company officially opened on Friday the Xanamnoy 2 and Xekatam 1 hydropower plants in Champasak province that shares a border with Thailand’s Northeastern Ubon Ratchathani province.Keep reading ...
Wichit Chaitrong
No violations of timber ban, forestry sector reports
There have been no violations of the ban on timber exports to foreign countries from the provinces after the Prime Minister issued the order almost nine months ago, according to the Ministry of Agriculture and Forestry. Deputy Minister of Agriculture and Forestry, Mr Thongphath Vongmany ...
Laos working with neighbours to increase rail freight transport: official
Lao authorities are working with their counterparts in several neighbouring countries to finalise logistical procedures for increased railway freight transport, a senior government official has said. Deputy Director General of the Railway Department, Mr Sengthavisay Malivanh, told news editors from 24 media publications of 20 ...
Authorities to take action against illegal ICT devices
Authorities are set to take action to address illegal and unsafe information and communication technology devices after learning that substandard products have been imported illegally, creating safety concerns. Minister of Posts and Telecommunications Dr Thansamay Kommasith recently issued a Ministerial Decision warning traders to comply ...
Last chance to see: paddling through time on the Mekong
Humility is a rare commodity in the era of the smartphone, selfies and carefully–coiffed digital personas. Gratitude, too, is unusual in the modern world where a sense of entitlement seems all pervasive. Despite most of us being aware enough to acknowledge that all human beings ...
Rubber growers may see profits bounce back
Rubber growers may have another chance to make money from the crop, but may have to wait a few years to reap profits. This was the prediction made by Chinese experts in the rubber trade on December 26 when they revealed the results of their ...