ຫົວໜ່ວຍທະນາຄານ ເຄແບັງ ປະຈຳລາວຊ່ວຍສະໜັບສະໜູນແຫຼ່ງທຶນສຳລັບເຄືອຂ່າຍທຸລະກິດບາງກອກ ໃນການກໍ່ສ້າງໂຮງໝໍຢູ່ວຽງຈັນ

ເພື່ອຊ່ວຍໃນການສືບຕໍ່ສະໜັບສະໜູນການລົງທຶນໃນລາວ, ທະນາຄານກະສິກອນໄທ ຈຳກັດ ປະຈຳ ສປປ ລາວ ໄດ້ສະໜອງແຫຼ່ງທຶນໃຫ້ແກ່ ເຄືອຂ່າຍໂຮງໝໍບາງກອກ (BCH), ເຊິ່ງເປັນບໍລິສັດຊັ້ນນຳຂອງໄທ, ໃນການກໍ່ສ້າງໂຮງໝໍສາກົນກະເສມລາດວຽງຈັນ ຂະໜາດ 254 ຕຽງນອນ, ເຊິ່ງມີແຜນເປີດດຳເນີນການໃນປີ 2021.

ທ່ານ ພັດຕະນະພົງ ຕັນສົມບູນ ປະທານທະນາຄານກະສິກອນໄທ (ເຄແບັງ) ປະຈຳລາວ ກ່າວວ່າທາງທະນາຄານມີເປົ້າໝາຍຊຸມຍູ້ການຂະຫຍາຍຕົວດ້ານເສດຖະກິດຂອງປະເທດອາຊຽນ, ໂດຍສະເພາະແມ່ນລາວ, ເຊິ່ງມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ການຂະຫຍາຍຕົວດ້ານອຸດສາຫະກຳ, ເຊິ່ງເຫັນໄດ້ຈາກເພີ່ມຂຶ້ນຂອງອຳນາດຊື້ຂອງຄົນລາວທີ່ຕ້ອງການສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບ.

ອ່ານຕໍ່…

The Nation
https://www.nationmultimedia.com/detail/Corporate/30371310