News
ທ່ານເລຂາທິການໃຫຍ່ຮຽກຮ້ອງໃຫ້ເອົາໃຈໃສ່ເນັ້ນໜັກນຳພາການຈັດຕັ້ງປະຕິບັດມິຕິພັກ
ກອງປະຊຸມຄະນະພັກປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 3 ຂື້ນລະຫວ່າງວັນທີ 18-22 ຕຸລາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການພັກທ່ານທອງລຸນ ສີສຸລິດ. ກອງປະຊຸມໄດ້ບັນທຶກເຫດການທີ່ສຳຄັນຕ່າງໃນຫຼາຍເດືອນຜ່ານມາກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານການເງິນ, ເສດຖະກິດ-ສັງຄົມ ແລະ ບັນຫາຢາເສບຕິດ ທີ່ເປັນວຽກງານບູລິມະສິດຂອງຊາດ ຄຽງຄູ່ກັບການຮັບມືກັບພະຍາດລະບາດໂຄວິດ-19 ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ ແລະ ສະເຖຍລະພາບທາງດ້ານເສດຖະກິດ. ອ່ານເພິ່ມເຕີມ ...
ຂ່າວສານປະເທດລາວ
ພັກຮັບຮອງເອົາ 9 ມາດຕະການເລັ່ງດ່ວນໃນການຂັບເຄື່ອນເສດຖະກິດ
ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ ໄດ້ຮັບຮອງເອົາມາດຕະການຕົ້ນຕໍ ແລະ ເລັ່ງດ່ວນໃນການຂັບເຄື່ອນເສດຖະກິດມະຫາພາກ ເຊິ່ງກຳລັງປະສົບຄວາມຫຍຸ້ງຍາກໃນປະຈຸບັນ.ການລົງທຶນຊຸດໃໝ່ຂອງລັດຕ້ອງເນັ້ນໃສ່ສະເພາະແຕ່ໂຄງການທີ່ເຫັນວ່າມີປະສິດທິຜົນທາງດ້ານເສດຖະກິດ ຍົກເວັ້ນໂຄງການຟື້ນຟູຜົນກະທົບຈາກໄພພິບັດທາງທຳມະຊາດ ຕາມມາດຕະການດັ່ງກ່າວ. ພາລະກິດເລັ່ງດ່ວນທີ່ສຸດກໍຄືການສະກັດກັ້ນການຮົ່ວໄຫຼດ້ານງົບປະມານ, ການສ້າງຄວາມເຂັ້ມແຂງດ້ານກົດໝາຍ ກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານງົບປະມານ ແລະ ການເງິນ ກໍ່ຄືປິດຊ່ອງຫວ່າງໃນການສໍ້ໂກງຕໍ່ງົບປະມານຂອງລັດ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ