ພັກຮັບຮອງເອົາ 9 ມາດຕະການເລັ່ງດ່ວນໃນການຂັບເຄື່ອນເສດຖະກິດ

ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ ໄດ້ຮັບຮອງເອົາມາດຕະການຕົ້ນຕໍ ແລະ ເລັ່ງດ່ວນໃນການຂັບເຄື່ອນເສດຖະກິດມະຫາພາກ ເຊິ່ງກຳລັງປະສົບຄວາມຫຍຸ້ງຍາກໃນປະຈຸບັນ.

ການລົງທຶນຊຸດໃໝ່ຂອງລັດຕ້ອງເນັ້ນໃສ່ສະເພາະແຕ່ໂຄງການທີ່ເຫັນວ່າມີປະສິດທິຜົນທາງດ້ານເສດຖະກິດ ຍົກເວັ້ນໂຄງການຟື້ນຟູຜົນກະທົບຈາກໄພພິບັດທາງທຳມະຊາດ ຕາມມາດຕະການດັ່ງກ່າວ. ພາລະກິດເລັ່ງດ່ວນທີ່ສຸດກໍຄືການສະກັດກັ້ນການຮົ່ວໄຫຼດ້ານງົບປະມານ, ການສ້າງຄວາມເຂັ້ມແຂງດ້ານກົດໝາຍ ກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານງົບປະມານ ແລະ ການເງິນ ກໍ່ຄືປິດຊ່ອງຫວ່າງໃນການສໍ້ໂກງຕໍ່ງົບປະມານຂອງລັດ.

ອ່ານຕໍ່…

 

ສຸກສາຄອນ ແຫວນແກ້ວ