Cabinet approves direction of seaport project, discusses work plan
The cabinet agreed last week to establish a private-state joint company to develop the Vung Ang project after Vietnam gave a green light to utilise the seaport in its central Ha Tinh province. The agreement was made at the cabinet’s monthly meeting for April, chaired ...
ງານວາງສະແດງສິນຄ້າຜະລິດຢູ່ລາວຈະສົ່ງເສີມທ່າແຮງດ້ານການສົ່ງອອກຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຫວັງວ່າຈະສ້າງຊື່ສຽງໃຫ້ກັບຜະລິດຕະພັນລາວໃນຕະຫຼາດພາກພື້ນ ແລະ ສາກົນ ຜ່ານງານຕະຫຼາດນັດສິນຄ້າຜະລິດຢູ່ລາວປະຈຳປີ ເຊິ່ງເນັ້ນໃສ່ການຄ້າ, ການຈັບຄູ່ທຸລະກິດ ແລະ ການຝຶກອົບຮົມ.ໃນປີນີ້ ງານວາງສະແດງສິນຄ້າຜະລິດຢູ່ລາວ 2019 ຈະຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ໃນວັນທີ 10-19 ພຶດສະພາ, ເຊິ່ງຈະລວມເອົາບູທ໌ວາງສະແດງສິນຄ້າກວ່າ 250 ບູທ໌ຈາກທົ່ວປະເທດ.ອ່ານຕໍ່ ...
ໂຕະຂ່າວ
ກອງທຶນໂລກສະໜັບສະໜູນວຽກງານການປ້ອງກັນພະຍາດໄຂ້ປ່າ
ວຽງຈັນ (ວຽງຈັນທາມສ໌/ANN) – ກອງທອນໂລກໄດ້ຄາດຄະເນງົບປະມານກວ່າ 2 ລ້ານໂດລາເພື່ອຊ່ວຍເຫຼືອລາວແຕ່ປີ 2018 ເຖິງປິ 2020 ໃນການລຶບລ້າງພະຍາດໄຂ້ປ່າ ແລະ ຫຼຸດຜ່ອນຜົນກະທົບຈາກການດື້ຢາຫຼາຍຊະນິດໃນຫ້າແຂວງຂອງລາວ.ຂໍ້ຕົກລົງກ່ຽວກັບທຶນດັ່ງກ່າວໄດ້ຮັບການລົງນາມໃນວັນສຸກແລ້ວນີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ໂຣນາວໂດ ເອັສ໌ເຕີຣາ ອຳນວຍການອົງການ Health Poverty Action ປະຈຳລາວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ແອັບມືຖືບໍລິການລົດຮັບສົ່ງລາວ ຈະຈັດສະແດງໃນກອງປະຊຸມພາກພື້ນແມ່ນ້ຳຂອງ
ວຽງຈັນ (ວຽງຈັນທາມສ໌/ANN) – ການປະຕິບັດການບໍລິການຮັບສົ່ງໃນລາວຈະເປັນຕົວແທນປະເທດລາວ ຢູ່ໃນກອງປະຊຸມການລິເລີ່ມນະວັດຕະກຳການທ່ອງທ່ຽວ ພາກພື້ນແມ່ນ້ຳຂອງ (MIST) ທີ່ປະເທດໄທໃນອາທິດໜ້ານີ້.LOCA, ທຸລະກິດນະວັດຕະກຳໃໝ່ ແລະ ໜຶ່ງດຽວທີ່ໃຫ້ການບໍລິການລົດຮັບສົ່ງໃນລາວ ໄດ້ຮັບການຄັດເລືອກໃຫ້ເປັນຕົວແທນປະເທດລາວ ໃນການເຂົ້າແຂ່ງຂັນຮອບສຸດທ້າຍໃນກອງປະຊຸມ MIST ໃນລະຫວ່າງວັນທີ 8-9 ຕຸລານີ້ ທີ່ນະຄອນບາງກອກ. ທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ ແລະ ຫົວໜ້າວິຊາການຂອງ LOCA ກ່າວໃນວັນພຸດນີ້ວ່າ ຂະແໜງການທ່ອງທ່ຽວແມ່ນສ່ວນປະກອບໜຶ່ງທີ່ສຳຄັນໃນ GDP ແລະ ການລິເລີ່ມທາງນະວັດຕະກຳຈະຊ່ວຍດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາລາວ ຍ້ອນການບໍລິການທີ່ສະດວກສະບາຍຄືຂອງທາງບໍລິສັດ.ອ່ານຕໍ່ ...
ໂຕະຂ່າວວຽຈັນທາມສ໌
http://annx.asianews.network/content/lao-ride-hailing-service-app-feature-mekong-meet-105511
Full steam ahead for start of Laos-China railway
Hundreds of trucks carrying machinery and equipment for construction of the Laos-China railway have entered Laos after being delayed at the border, a senior government official has said. A special lane has now been allocated at China’s Mohan and Laos’ Boten border crossing to facilitate ...
ລາວຈະຫຼຸດຜ່ອນການນຳເຂົ້າກະແສໄຟຟ້າ ແລະ ເສີມຂະຫຍາຍການສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ປະລິມານການນຳເຂົ້າກະແສໄຟຟ້າຂອງລາວມີທ່າອ່ຽງຫຼຸດລົງໃນປີນີ້ ເນື່ອງຈາກລາວຜະລິດກະແສໄຟຟ້າໄດ້ເພີ່ມຂຶ້ນ.ໃນປີຜ່ານມາ ລາວນຳໃຊ້ງົບປະມານ US$15.4 ລ້ານໂດລາໃນການນຳເຂົ້າກະແສໄຟຟ້າ ເຊິ່ງຫຼຸດລົງຈາກຕົວເລກປີ 2017 ຄື US$18 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີນີ້ ລາວຄາດວ່າຈະນຳໃຊ້ງົບປະມານ US$12.1 ລ້ານໂດລາໃນການນຳເຂົ້າກະແສໄຟຟ້າ, ຊຶ່ງສ່ວນໃຫຍ່ແມ່ນຈາກຈີນ ແລະ ຫວຽດນາມ.ອ່ານຕໍ່ ...
ໂຕະຂ່າວ
ສະຫະລັດມອບມຸ້ງ 174,000 ດາງເພື່ອຊ່ວຍໃນການສະກັດກັ້ນການລະບາດຂອງພະຍາດໄຂ້ປ່າໃນລາວ
(ຂປລ) ທ່ານ ເຣນາ ພິດເຊີ ເອກອັກຄະລັດຖະທູດສະຫະລັດປະຈຳລາວໄດ້ມອບມຸ້ງກັນຍຸງປະມານ 174,000 ດາງໃຫ້ແກ່ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທີ່ນະຄອນຫຼວງວຽງຈັນໃນວັນທີ 9 ກໍລະກົດຜ່ານມາ.ມຸ້ງກັນຍຸງຈຳນວນດັ່ງກ່າວຈະໄດ້ນຳໄປແຈກຢາຍໃຫ້ແກ່ຊຸມຊົນໃນຊົນນະບົດ ຢູ່ໃນພື້ນທີ່ແຂວງຈຳປາສັກທາງພາກໃຕ້ ທີ່ມີກໍລະນີຜູ້ຕິດເຊື້ອໄຂ້ຍຸງສູງ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46995
ເຂື່ອນໄຊຍະບູລີຂອງລາວໃນສາຍແມ່ນ້ຳຂອງທີ່ເປັນທີ່ຖົກຖຽງ ເລີ່ມຕົ້ນດຳເນີນການ
ເຂື່ອນໄຊຍະບູລີ ເຂື່ອນໄຟຟ້ານ້ຳຂອງຂະໜາດໃຫຍ່ແຫ່ງທຳອິດ ໃນຈຳນວນຫ້າແຫ່ງທີ່ມີແຜນກໍ່ສ້າງໃນລາວ ໄດ້ເລີ່ມຕົ້ນການປະຕິບັດການໃນວັນອັງຄານນີ້, ເຊິ່ງເປັນການໝູນຟັນເຟືອງໃຫຍ່ອັນທຳອິດຂອງແຜນການອັນສູງສົ່ງ ແຕ່ມີຂໍ້ຂັດແຍ່ງຂອງລາວ ໃນການເປັນ “ໝໍ້ໄຟແຫ່ງອາຊີຕາເວັນອອກສຽງໃຕ້.”ເຂື່ອນດັ່ງກ່າວ ເຊິ່ງເລີ່ມຕົ້ນກໍ່ສ້າງມາແຕ່ປີ 2012 ໄດ້ເປັນສູນລວມຂອງການວິພາກວິຈານ ຈາກນັກເຄື່ອນໄຫວເພື່ອສິ່ງແວດລ້ອມ ແລະ ສິດທິມະນຸດ.ພວກເຂົາກ່າວວ່າ ໄຟຟ້າທີ່ຜະລິດຈາກເຂື່ອນຮູບແບບດັ່ງກ່າວ ຕົ້ນຕໍແມ່ນເພື່ອການສົ່ງອອກໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງ, ບໍ່ຄຸ້ມຄ່າຕໍ່ຜົນກະທົບທີ່ຮ້າຍແຮງຕໍ່ລະບົບນິເວດ ແລະ ປະຊາຊົນ ຍ້ອນການປ່ຽນແປງການໄຫຼຕາມທຳມະຊາດຂອງນ້ຳໃນແມ່ນ້ຳຂອງ.ໂຄງການພາຍໃຕ້ການສຳປະທານຂອງໄທດັ່ງກ່າວ ມີມູນຄ່າການກໍ່ສ້າງທັງໝົດ $4.47 ຕື້ໂດລາ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
ລັດຖະບານສັນຍາຈະຍົກລະດັບສິ່ງອຳນວຍຄວາມສະດວກເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໃຫ້ຫຼາຍຂຶ້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສັນຍາຈະພັດທະນາ ແລະ ປັບປຸງສະຖານທີ່ທ່ອງທ່ຽວຫ້າແຫ່ງໃນແຕ່ລະແຂວງ ກໍຄືການປັບປຸງຖະໜົນໃນການເຂົ້າເຖິງ ແລະ ສີ່ງອຳນວຍຄວາມສະດວກຕ່າງໆພາຍໃນປີໜ້າ ເພື່ອຫວັງດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ.ນີ້ແມ່ນຄຳເຫັນຂອງທ່ານ ສຈ ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນພິທີເປີດກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດວານນີ້.ທ່ານລັດຖະມົນຕີກ່າວວ່າ ລັດຖະບານຈະຊຸກຍູ້ການຊ່ວຍເຫຼືອຈາກຂະແໜງເອກະຊົນ ໃນການກໍ່ສ້າງພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ ແລະ ການບໍລິການຕ່າງໆເພື່ອຮອງຮັບການຂະຫຍາຍຕົວຂອງການທ່ອງທ່ຽວ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/laos-vows-upgrade-facilities-draw-more-overseas-tourists-97985
ລັດຖະບານ ແລະ ຄູ່ຮ່ວມພັດທະນາ ຫາລືກ່ຽວກັບການຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາທີ່ສຸດ (LDC) ຂອງລາວ
ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາປະຊຸມກັນທີ່ວຽງຈັນ ເພື່ອຫາລືກ່ຽວກັບສິ່ງສໍ່ສະແດງເຖິງການຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາທີ່ສຸດ (LDC) ຂອງລາວ.ກອງປະຊຸມຫາລືດ້ານນະໂຍບາຍແຫ່ງຊາດກ່ຽວກັບການສົ່ງເສີມຄວາມສາມາດໃນການຜະລິດ ແລະ ການຫັນປ່ຽນໂຄງສ້າງທາງດ້ານເສດຖະກິດ ທີ່ກ່ຽວຂ້ອງກັບການປ່ຽນແປງສະຖານະການພັດທະນາຂອງປະເທດ ໄດ້ມີຂຶ້ນໃນວັນທີ 12-13 ມີນາ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ລາວ 'ອາດຕ້ອງການຕົວຊ່ວຍ' ເພື່ອສ້າງຜົນປະໂຫຍດຢ່າງເຕັມສ່ວນຈາກການຂ້າມຊາຍແດນ
ພະເຍົາ: ເຖິງຈະມີການຍົກລະດັບດ່ານຊາຍແດນບ້ານຮວກ ອຳເພີພູຊາງ ໃຫ້ເປັນດ່ານຊາຍແດນຖາວອນ, ແຕ່ວ່າມີພຽງປະຊາຊົນທ້ອງຖິ່ນທີ່ໄດ້ຮັບອະນຸຍາດໃນການເດີນທາງຂ້າມຊາຍແດນໄປສູ່ປະເທດລາວໃນປະຈຸບັນ. ວິລຸນ ສຸດທິວົງອ່ານຕໍ່ ...
SAIARUN PINADUANG
ສະຖານີ ຄຳສະຫວາດ ນະຄອນຫຼວງວຽງຈັນ ພ້ອມເປີດໃຫ້ບໍລິການໃນໄວໆນີ້
ສະຖານີລົດໄຟແຫ່ງໃໝ່ແມ່ນສ່ວນໜຶ່ງຂອງການຂະຫຍາຍເສັ້ນທາງລົດໄຟຂ້າມຊາຍແດນ ລາວ-ໄທ ທີ່ເຊື່ອມຕໍ່ໜອງຄາຍຂອງໄທ ກັບສະຖານີ ທ່ານາແລ້ງ ນະຄອນຫຼວງວຽງຈັນ. ສະຖານີໃໝ່ຕັ້ງຢູ່ເມືອງຄຳສະຫວາດ ຊຶ່ງຈະໃຫ້ຜູ້ໂດຍສານຈາກໄທເດີນທາງດ້ວຍລົດໄຟເຂົ້ານະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກປະເທດໄທ ພາຍໃຕ້ການສົມທົບທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ດອກເບ້ຍຕໍ່າຜ່ານອົງການຮ່ວມມືພັດທະນາເສດຖະກິດປະເທດເພື່ອນບ້ານ (NEDA) ດ້ວຍມູນຄ່າທັງໝົດ 900 ລ້ານບາດ.ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ພາລະກິດຕ້ານການຄ້າມະນຸດເນັ້ນໜັກໃສ່ແຂວງພາກໃຕ້
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ຈັດກອງປະຊຸມຢູ່ແຂວງອັດຕະປື ເພື່ອສົ່ງເສີມອຳນາດການປົກຄອງແຂວງພາກໃຕ້ ໃນການປົກປ້ອງກຸ່ມສ່ຽງຈາກການຄ້າມະນຸດ.ໃນຄຳເຫັນເປີດກອງປະຊຸມສຳລັບສີ່ແຂວງພາກໃຕ້ຄືແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື, ທ່ານ ສະຫວັນກອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງປັນສະມາຊິກຄະນະກຳມະການແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ ກ່າວວ່າການຄ້າມະນຸດແມ່ນອາດຊະຍາກຳຂ້າມຊາດທີ່ຮ້າຍແຮງ.ອ່ານຕໍ່ ...
ນາຍົກ: ລັດຈະບໍ່ອະນຸມັດໂຄງການການທ່ອງທ່ຽວທີ່ບໍ່ຍືນຍົງຢູ່ເມືອງວັງວຽງ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະບໍ່ອະນຸມັດໂຄງການການທ່ອງທ່ຽວເມືອງວັງວຽງທີ່ຍື່ນສະເໜີ ຖ້າບໍ່ມີການນຳສະເໜີແຜນການພັດທະນາແບບຍືນຍົງ, ພະນາທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ອຳນາດການປົກຄອງທ້ອງຖິ່ນ.ບໍລິສັດກໍ່ສ້າງໄດ້ຍື່ນບົດສະເໜີໂຄງການຕໍ່ຄະນະລັດຖະບານ ເພື່ອຂໍອະນຸມັດການກໍ່ສ້າງສະຖານທີ່ທ່ອງທ່ຽວຄົບວົງຈອນຢູ່ເມືອງທ່ອງທ່ຽວວັງວຽງ ແຂວງວຽງຈັນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/pm-laos-will-not-authorise-unsustainable-tourism-projects-vangvieng-101966
ລັດຖະບານ ທົບທວນເງື່ອນໄຂໃນການນຳເຂົ້າ ແລະ ຈຳໜ່າຍຍານພາຫະນະ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ໄດ້ອອກຄຳສັ່ງແນະນຳໃຫ້ຜູ້ປະກອບການ ທີ່ນຳເຂົ້າ ແລະ ຈຳໜ່າຍຍານພາຫະນະ ຍື່ນສະເໜີເອກະສານຂອງຕົນ ຕໍ່ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ບໍ່ໃຫ້ກາຍວັນທີ 29 ພະຈິກ.ຖ້າວ່າ ຜູ້ປະກອບການໃດ ບໍ່ມາຍື່ນສະເໜີເອກະສານຂອງຕົນ, ອາດຖືກລະງັບໃບອະນຸຍາດດຳເນີນທຸລະກິດ ແລະ ຈະບໍ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າຍານພາຫະນະ.ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບການແຕ້ງຕັ້ງໃຫ້ດຳເນີນການຕິດຕາມ ແລະ ເກັບກຳສະຖິຕິຈາກຫົວໜ່ວຍທຸລະກິດ ທີ່ມີກິດຈະກຳ ແລະ ມາດຕະຖານການບໍລິການບໍ່ຈະແຈ້ງ.ອ່ານຕໍ່ ...
ໂຕະຂ່າວ
ໂສມໜ້າທຳອິດຂອງໂຄງການພັດທະນາເຂດເສດຖະກິດພິເສດກຳລັງເລີ່ມຕົ້ນຂື້ນ
ອີງຕາມການລາຍງານຂອງຂ່າວສານເສດຖະກິດ – ສັງຄົມ, ໄລຍະທຳອິດຂອງການກໍ່ສ້າງໂຄງການເຂດເສດຖະກິດພິເສດ ສີພັນດອນ ໄດ້ເລີ່ມຕົ້ນໃນປີ 2018 ແລະມີກຳນົດສຳເລັດໃນປີ 2025. ຮອງປະທານບໍລິສັດ ສີພັນດອນ ຮ່ວມພັດທະນາຈຳກັດ, ທ່ານ ລາຕີ ສີສຸພັນທອງ ກ່າວວ່າເຂດເສດຖະກິດພິເສດສີພັນດອນ ໄດ້ສຳເລັດການປຸກສ້າງເຮືອນວິນລາແລ້ວ 21 ຫຼັງ ເຊິ່ງເປັນສ່ວນໜຶ່ງ ຂອງສະຖານທີ່ພັກຜ່ອນ, ອາຄານໂຮງແຮມຫລັງໃໝ່, ສູນບໍລິການຫລັງການຂາຍ ພ້ອມທັງເຮືອນເລກ 43 ກິໂລແມັດແຄມທາງຄອນກີດອ້ອມດອນໂຂງ.ອ່ານເພິ່່ມເຕີມທີ່ ...
ໄພບູນ ທະນາບົວສີ
ຊາວບ້ານຄອງຄອຍທາງປູຢາງ
ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ຜູ້ເຖົ້າຜູ້ແກ່ບ້ານທ່າແຂກ ແລະ ນາບົງ ຈັບກຸ່ມກ້ອນ ສົນທະນາຫາລືວ່າປານໃດຖະໜົນຫົນທາງໜ້າບ້ານຂອງພວກເຂົາຈະໄດ້ຮັບການປູຢາງ.ພວກເຂົາໄດ້ແຕ່ແນມເບິ່ງຂີ້ຝຸ່ນໄຫງ່ທີ່ມາຈາກຍານພາຫະນະແລ່ນໄປມາ ແລະ ຕັ້ງຄຳຖາມໃນໃຈວ່າ ຍາມໃດຊ່າງກຳມະກອນຈະມາປູຢາງຫົນທາງແຕ່ເຂດບ້ານຫາຂົວຕອງກິ່ວ.ອ່ານຕໍ່ ...
ຄອນສະຫວັນ ລາດຊະເພົາ
ບໍລິສັດການກະເສດຈີນຕ້ອງປະຕິບັດຕາມກົດລະບຽບດ້ານສິ່ງແວດລ້ອມ ຖ້າບໍ່ດັ່ງນັ້ນຈະຖືກຖອນໃບອະນຸຍາດ
ສານປະຊາຊົນວຽງຈັນອອກຄຳສັ່ງໃຫ້ບໍລິສັດກະສິກຳຂອງຈີນປະຕິບັດຕາມລະບຽບການດ້ານສິ່ງແວດລ້ອມ ຫຼື ບໍ່ດັ່ງນັ້ນອາດຕ້ອງມີການເພີກຖອນໃບອະນຸຍາດດຳເນີນທຸລະກິດ.ໝາຍສານດັ່ງກ່າວໄດ້ອອກຫຼັງຈາກທີ່ບໍລິສັດ, ທີ່ໄດ້ຮັບສຳປະທານທີ່ດິນ 160 ເຮັກຕາເພື່ອປູກກ້ວຍ, ສາລີ ແລະ ພືດພັນອື່ນໆໃນເມືອງສັງທອງໃນປີ 2014, ໄດ້ນຳໃຊ້ສານເຄມີທີ່ເປັນອັນຕະລາຍເຂົ້າໃນການຜະລິດ. ສານເຄມີດັ່ງກ່າວໄດ້ໄຫຼລົງສູ່ແມ່ນ້ຳຕອນ ເຮັດໃຫ້ມີປາຕາຍຫຼາຍກວ່າ 300 ກິໂລໃນເດືອນພະຈິກຜ່ານມາ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ສະພາແຫ່ງຊາດຈຳເປັນຕ້ອງເພີ່ມທະວີບົດບາດໃນການກວດສອບລັດຖະບານ
ສະພາແຫ່ງຊາດຈຳເປັນຕ້ອງເພີ່ມທະວີບົດບາດໃນການປະກາດໃຊ້ກົດໝາຍ ແລະ ການກວດສອບການປະຕິບັດງານຂອງລັດຖະບານ ເພື່ອຊຸກຍູ້ການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.ໃນວັນພຸດນີ້ ສະມາຊິກສະພາແຫ່ງຊາດໄດ້ມີການຫາລືບັນຫາສຳຄັນກ່ຽວກັບການເພີ່ມທະວີພາລະບົດບາດຂອງສະພາ ຕາມບົດລາຍງານຂອງທ່ານນາງ ສີໄສ ຮອງປະທານສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນທີ່ພວມກຳລັງດຳເນີນ.ທ່ານນາງ ສີໄສ ໄດ້ເນັ້ນໃຫ້ເຫັນເຖິງຜົນສຳເລັດຂອງສະພາແຫ່ງຊາດໃນປີນີ້ ແລະ ແຜນການສຳລັບໄລຍະທີ່ຍັງເຫຼືອຂອງປີ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ລັດຖະບານພະຍາຍາມຟື້ນຢູຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພນ້ຳຖ້ວມ ພາຍໃຕ້ງົບປະມານທີ່ຈຳກັດ
ວຽງຈັນ (ວຽງຈັນທາມສ໌ Times/ANN) – ລັດຖະບານຄາດຄະເນຕ້ອງໃຊ້ງົບປະມານ 3 ພັນຕື້ກີບ ໃນການສ້ອມແປງຄວາມເສຍຫາຍທີ່ເກີດຂຶ້ນຈາກໄພນຳຖ້ວມ ແລະ ຟື້ນຟູຊຸມຊົນທີ່ປະສົບໄພໃຫ້ກັບສູ່ສະພາບປົກກະຕິ.ຜົນກະທົບຈາກໄພພິບັດເປັນສິ່ງທ້າທາຍຕົ້ນຕໍສຳລັບປະເທດລາວ ໃນການກ້າວສູ່ການລຶບລ້າງຄວາມທຸກຍາກ, ເຊິ່ງວ່າມາເຖິງປະຈຸບັນ ຫຼາຍຄອບຄົວໄດ້ສູນເສຍທີ່ຢູ່ອາໄສ ຍ້ອນຜົນຈາກໄພນ້ຳຖ້ວມ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ