ທ່ານໝາຍຄວາມວ່າຫຍັງ?
ລຶບລ້າງ

5244 ຂໍ້ມູນບັນທຶກຊອກຫາສຳລັບ "♊ близнецы гороскоп на сегодня ❰гороскоп на сегодня близнецы❱♊-bit.ly/Gemini-serodnya"

ພິທີມອບອາຄານໂຮງໝໍພາຍໃຕ້ທຶນການຊ່ວຍເຫຼືອຂອງຈີນໃຫ້ລາວ

ວຽງຈັນ,​ 20 ມັງກອນ (ຊິນຫົວ) — ພິທີມອບ ແລະ ພິທີເປີດອາຄານການແພດຄົບວົງຈອນຂອງໂຮງໝໍ 103 ກອງທັບ ພາຍໃຕ້ການຊ່ວຍເຫຼືອຂອງຈີນ ໄດ້ມີຂຶ້ນທີ່ນະຄອນຫຼວງວຽງຈັນ. ອາຄານການແພດດັ່ງກ່າວ ພາຍໃຕ້ເນື້ອທີ່ລວມ 24,000 ຕາແມັດ ປະກອບໄປດ້ວຍຕຽງນອນຄົນເຈັບປະມານ 300 ຕຽງ ແລະ ຫ້ອງຜ່າຕັດ 6 ຫ້ອງ ສາມາດໃຫ້ບໍລິການປິ່ນປົວສຸຂະພາບສຳລັນຄົນເຈັບໂດຍສະເລ່ຍປະມານ 3,000 ຄົນຕໍ່ວັນ.ອ່ານຕໍ່ ...

Shi Yinglun

ຄ່າປັບໃໝທີ່ສູງຈະສົ່ງເສີມການຈ່າຍອາກອາທາງ, ຕາມຄຳເຫັນຂອງເຈົ້າໜ້າທີ່

ການກຳນົດຄ່າປັບໄໝໃນອັດຕາທີ່ສູງຂອງເຈົ້າໜ້າທີ່ ຕໍ່ເຈົ້າຂອງຍານພາຫະນະຈະຊ່ວຍຊຸກຍູ້ການຈ່າຍອາກອນທາງຕາມກຳນົດການ ແລະ ຊ່ວຍສົ່ງເສີມການເກັບງົບປະມານເຂົ້າລັດ, ຕາມຄວາມເຫັນຂອງເຈົ້າໜ້າທີ່ກົມອາກອນ.ທີ່ຜ່ານມາ ລັດຖະບານຂາດດູນລາຍຮັບຈາກອາກອນທາງປະຈຳປີ ເຊິ່ງສ່ວນໃຫຍ່ແມ່ນເກັບກຳໄດ້ພຽງ 30% ຂອງຍານພາຫະນະທັງໝົດ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

Lao Factory Owners Say Proposed Wage Hike Will Shutter Businesses

Owners of garment factories and other businesses in Laos are rejecting a proposal to raise the minimum wage by as much as one-third, saying the increase in expenses would force them to shut down operations, despite reports of workers seeking opportunities elsewhere due to low ...

Radio Free Asia

ລາວສົ່ງເສີມການຜະລິດຕາມຍຸດທະສາດການພັດທະນາກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານວາງເປົ້າໝາຍແນໃສ່ການນຳໃຊ້ວິທີການຜະລິດທັນສະໄໝຕາມນະໂຍບາຍການພັດທະນາກະສິກຳແຫ່ງຊາດ ເພື່ອຊ່ວຍຊຸກຍູ້ການປະຕິບັດວາລະນະໂຍບາຍກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ.ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມປະຈຳປີຂອງຂະແໜງກະສິກຳ ແລະ ປ່າໄມ້ ໃນວັນອັງຄານຜ່ານມານີ້ວ່າ ການພັດທະນາວຽກງານກະສິກຳແມ່ນມີບົດບາດສຳຄັນຕໍ່ການຂະຫຍາຍຕົວຂອງຂະແໜງການອື່ນໆ.ດ້ວຍເຫດນີ້ ລັດຖະບານ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈຶ່ງຄວນສຸມໃສ່ການນຳໃຊ້ລະບຽບກົດໝາຍ ໃນການຄຸ້ມຄອງວຽກງານກະສິກຳ ແລະ ປ່າໄມ້ ໂດຍສະເພາະໃນພື້ນທີ່ຊົນນະບົດ ເພື່ອສົ່ງເສີມການພັດທະນາທີ່ຍືນຍົງ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ລັດມີແຜນສ້າງຂົວມິດຕະພາບລາວ-ໄທຢູ່ແຂວງວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ໄທມີແຜນສ້າງຂົວມິດຕະພາບແຫ່ງໃໝ່ເພື່ອເຊື່ອມຕໍ່ບັນດາປະເທດໃນພາກພື້ນແມ່ນ້ຳຂອງ, ກໍຄືເຊື່ອມຕໍ່ແຂວງວຽງຈັນກັບຈັດຫວັດເລີຍ ປະເທດໄທ, ຕາມການເປີດເຜີຍຂອງເຈົ້າແຂວງວຽງຈັນ.ຈາກການເປີດເຜີຍຕໍ່ສື່ມວນຊົນໃນວັນສຸກແລ້ວນີ້, ທ່ານ ຄຳພັນ ສິດທິດຳພາ ກ່າວວ່າອຳນາດການປົກຄອງແຂວງວຽງຈັນໄດ້ຍື່ນສະເໜີໂຄງການດັ່ງກ່າວຕໍ່ຄະນະລັດຖະບານເພື່ອພິຈາລະນາຮັບຮອງເອົາ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-thai-friendship-bridge-planned-vientiane-province-102302

ການກໍ່ສ້າງທາງລົດໄຟຍັງຄົງສືບຕໍ່ດຳເນີນເຖິງວ່າຝົນຈະຕົກ

ການກໍ່ສ້າງທາງລົດໄຟມູນຄ່າເກືອບ 6 ຕື້ໂດລາສະຫະລັດ ເພື່ອເຊື່ອມຕໍ່ນະຄອນວຽງຈັນຫາຊາຍແດນປະເທດຈີນຍັງຄົງດຳເນີນຕໍ່ເນື່ອງເຖິງວ່າຈະມີພະຍຸຝົນ, ນ້ຳຖ້ວມ ແລະ ດິນຖະຫຼົ່ມໃນພາກເໜືອຂອງລາວ.ອ່ານຕໍ່ ...

ສົມສັກ ພົງຂາວ

ທະນາຄານລາວແກ້ໄຂຂໍ້ຜິດພາດກ່ຽວກັບການຈ່າຍອາກອນທີ່ດິນ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ກຳລັງປັບປຸງລະບົບຖານຂໍ້ມູນ ຫຼັງຈາກທີ່ຜູ້ນຳໃຊ້ລະບົບການຈ່າຍອາກອນອອນໄລບາງຄົນພົບວ່າລາຍລະອຽດກ່ຽວກັບໃບຕາດິນຂອງຕົນບໍ່ຖືກຕ້ອງ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ສະຖານທູດຈີນ, ຕຳຫຼວດລາວ ສົ່ງຕົວນັກຕົ້ມຕຸ໋ນ 137 ຄົນກັບປະເທດ

ສະຖານທູດຈີນປະຈຳລາວ ຊຸກຍູ້ໃຫ້ປະຊາຊົນລາວ ມີສະຕິລະວັງຕົວກຸ່ມນັກຕົ້ມຕຸ໋ນຈີນ ພາຍຫຼັງການສົ່ງຕົວນັກຕົ້ມຕຸ໋ນຈີນຈຳນວນ 137 ຄົນກັບປະເທດ ໃນວັນອັງຄານນີ້.ນັກຕົ້ມຕຸ໋ນສັນຊາດຈີນຈຳນວນ 137 ຄົນດັ່ງກ່າວ ແມ່ນຖືກຈັບຕົວ ແລະ ສົ່ງຕົວກັບປະເທດໃນວັນອັງຄານນີ້ ໃນຂໍ້ຫາມີສ່ວນຮ່ວມໃນການແອບອ້າງວ່າເປັນສູນບໍລິການໂທລະສັບເພື່ອລັກຂໍ້ມູນລູກຄ້າ.ອ່ານຕໍ່ ...

Latsamy Phonevilay

ລາວ​ຄາດ​ວ່າ​ຈະ​ເປັນ​ຜູ້​ຄຸ້ມ​ຄອງ​ທ່າ​ກຳ​ປັ່ນ​ວັງ​ແອງ​ໃນ​ເດືອນ​ກໍລະກົດ

ຄາດ​ວ່າ​ລາວ​ຈະ​ຮັບ​ຮອງ​ເອົາ​ການ​ຄຸ້ມ​ຄອງ​ທ່າ​ກຳ​ປັ່ນ​ວັງ​ແອງທີ່​ແຂວງ​ຮ່າ​ຕິ້ງ​ພາກ​ກາງ​ຂອງ​ຫວຽດນາມ​ໃນ​ເດືອນ​ກໍລະກົດ​ປີ​ນີ້, ຕາມນັກ​ລົງທຶນ​ລາວ​ທີ່​ກ່ຽວຂ້ອງ​ໃນ​ໂຄງການ​ກ່າວ​ວ່າ. ລັດຖະບານ​ຫວຽດນາມ ​ໄດ້​ຕົກລົງ​ຈະ​ເພີ່ມ​ສ່ວນ​ແບ່ງ​ຂອງ​ລາວ​ໃນ​ໂຄງການ​ຈາກ 20% ຂຶ້ນ​ເປັນ 60% ຕາມ​ການ​ຮຽກຮ້ອງ​ຂອງ​ລາວ, ​ເຮັດ​ໃຫ້​ລາວ​ເປັນ​ຜູ້​ຖື​ຫຸ້ນ​ໃຫຍ່. ລັດຖະບານລາວ ໄດ້ຮ່ວມມືກັບ ບໍລິສັດ ນ້ຳມັນເຊື້ອໄຟ ເທຣດດິ້ງ ລາວ ມະຫາຊົນ (PetroTrade) ເຊິ່ງເປັນບໍລິສັດຍ່ອຍຂອງບໍລິສັດ PTL Holding Company Limited ເພື່ອຮ່ວມມືກັບລັດຖະບານຫວຽດນາມ ເພື່ອພັດທະນາໂຄງການ Lao Logistics Link (LLL) ເຊິ່ງລວມມີທ່າເຮືອ.ອ່ານເພິ່ມເຕີມ ...

ສຸກສາຄອນ ແວ່ນແກ້ວ

ລັດວິສາຫະກິດໄຟຟ້າລາວຕັ້ງເປົ້າການລົງທຶນໃນການສ້າງຕາຂ່າຍສາຍສົ່ງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການເພີ່ມການລົງທຶນດ້ານພື້ນຖານໂຄງລ່າງໄຟຟ້າ ແລະ ການຂະຫຍາຍເຄືອຂ່າຍສາຍສົ່ງຈະຊ່ວຍແກ້ໄຂບັນຫາໄຟຟ້າດັບສຳລັບຜູ້ຊົມໃຊ້ໄຟຟ້າໃນລາວ, ຕາມເຈົ້າໜ້າທີ່ພະລັງງານ.ຜ່ານມາ ຜູ້ຊົມໃຊ້ໄຟຟ້າມັກຮ້ອງຮຽນກ່ຽວກັບບັນຫາກະແສໄຟຟ້າບໍ່ພຽງພໍ ແລະ ຄວາມບໍ່ສະຖຽນໃນການສະໜອງກະແສໄຟຟ້າທັງໃນລະດູແລ້ງ ແລະ ລະດູຝົນ. ກະແສໄຟຟ້າມັກດັບໃນຊ່ວງທີ່ມີພາຍຸຝົນ ຫຼື ມີການນຳໃຊ້ອຸປະກອນໄຟຟ້າຈຳນວນຫຼາຍໃນຊົ່ວໂມງທີ່ມີການນຳໃຊ້ສູງສຸດໃນຍາມລະດູແລ້ງ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ແນວລາວຈັດບຸນທາງສາດສະໜາຕ້ອນຮັບນັກທ່ອງທ່ຽວເຊື້ອຊາດລາວ

ກຸ່ມລູກຫຼານລາວຈຳນວນ 45 ຄົນ ທີ່ອາໄສຢູ່ໃນປະເທດຝຣັ່ງ ແລະ ປະເທດອື່ນໆໃນເອີຣົບ ໄດ້ເດີນທາງມາວຽງຈັນເພື່ອຮຽນຮູ້ກ່ຽວກັບແຜນພັດທະນາປະເທດຂອງລາວ ແລະ ເຂົ້າຮ່ວມງານບຸນກະຖິນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

2018 ເປັນປີທີ່ບໍ່ຟົດຟື້ນສຳລັບການທ່ອງທ່ຽວລາວ

ວຽງຈັນ, 3 ຕຸລາ 2018:  ອຸດສາຫະກຳການທ່ອງທ່ຽວລາວຜະເຊີນກັບສິ່ງທ້າທາຍທີ່ວ່າ ປະເທດລາວອາດປິດປີທ່ອງທ່ຽວລາວ ດ້ວຍຈຳນວນນັກທ່ອງທ່ຽວທີ່ໜ້ອຍກວ່າປີ 2017.ລາວໄດ້ລິເລີ່ມໂຄງການສົ່ງເສີມປີທ່ອງທ່ຽວລາວ 2018 ໃນເດືອນຕຸລາ 2017 ໃນງານວາງສະແດງການຄ້າອາຊີ ITB  ທີ່ປະເທດສິງກະໂປ ດ້ວຍຄວາມຫວັງວ່າຈະກະຕຸ້ນຈຳນວນນັກທ່ອງທ່ຽວທີ່ເຂົ້າມາລາວ ຫຼັງຈາກບັນຍາກາດການທ່ອງທ່ຽວທີ່ຝືດເຄືອງໃນປີ 2016.ອ່ານຕໍ່ ...

ດອນ ຣອສ໌

ເຢຍລະມັນຊ່ວຍເຫຼືອໂຮງຮຽນການຊ່າງແຫ່ງໃໝ່ 1 ລ້ານຢູໂຣ

ລັດຖະບານເຢຍລະມັນຈະໃຫ້ການຊ່ວຍເຫຼືອລາວ ໂດຍການສະໜັບສະໜູນທຶນຮອນເຄິ່ງໜຶ່ງໃນການກໍ່ສ້າງວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງ ເຊິ່ງມີມູນຄ່າ 2 ລ້ານຢູໂຣ ໃນນະຄອນວຽງຈັນ.  ໂຄງການກໍ່ສ້າງດັ່ງກ່າວຄາດວ່າຈະເລີ່ມລົງມືໃນທ້າຍປີນີ້, ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເລືອກເຟັ້ນສະຖານທີ່ທີ່ເດີ່ນໂຮງຮຽນປະຖົມ ບ້ານຊຽງດາ ເມືອງໄຊເສດຖາ ເຊິ່ງຕັ້ງຢູ່ແຄມທາງເບຕົງເສັ້ນໃໝ່ໄປສະຖານນີລົດໄຟ ລາວ-ໄທ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ແອເອເຊຍເຊື່ອມຕໍ່ລາວກັບ 130 ຈຸດໝາຍປາຍທາງ

ວຽງຈັນ (ວຽງຈັນທາມສ໌/ANN) – ແອເອເຊຍ AirAsia ສາຍການບິນລາຄາປະຢັດທີ່ດີທີ່ສຸດລະດັບໂລກມາເປັນເວລາ 10 ປີພາຍໃຕ້ການບໍລິຫານຂອງ Skytrax, ສືບຕໍ່ເປີດໂຕຖ້ຽວບິນໂດຍກົງຫາປະເທດລາວ ແລະ ປະຈຸບັນສາມາດສ້າງເສັ້ນທາງເຊື່ອມຕໍ່ລາວກັບ 130 ຈຸດໝາຍປາຍທາງໃນເຄືອຂ່າຍພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາຊີ.ປະຈຸບັນ ແອເອເຊຍໃຫ້ບໍລິການຖ້ຽວບິນໃນສອງເມືອງຂອງລາວຄື ວຽງຈັນ ແລະ ຫຼວງພະບາງ, ເຊິ່ງມີເສັ້ນທາງບິນໂດຍກົງຈາກວຽງຈັນ-ບາງກອກ (ດອນເມືອງ), ວຽງຈັນ-ກົວລາລຳເປີ, ມາເລເຊຍ ແລະ ຫຼວງພະບາງ-ບາງກອກ.ອ່ານຕໍ່ ...

ໂຕະຂ່າວ

ນັກກົດໝາຍ ປະເມີນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ທີ່ໄດ້ຮັບການແຕ່ງຕັ້ງໂດຍສະພາແຫ່ງຊາດ

ໃນວັນພຸດນີ້ ສະພາແຫ່ງຊາດໄດ້ຈັດກອງປະຊຸມທົບທວນຢ່າງເປັນທາງການ ເພື່ອປະເມີນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ກວດກາລັດຖະບານ ກ່ຽວກັບການເລັ່ງມືໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 8.ໃນກອງປະຊຸມດັ່ງກ່າວ ເຊິ່ງຈັດຂຶ້ນໃນລະຫວ່າງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ນຳພານັກກົດໝາຍໃນການເກັບກຳໃບປະເມີນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ທີ່ໄດ້ຮັບການແຕ່ງຕັ້ງໂດຍສະພາ ປ່ອນລົງກ່ອງລົງຄະແນນສຽງ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຂະແໜງການກໍ່ສ້າງໃນລາວຕັ້ງເປົ້າຂະຫຍາຍຕົວຢ່າງເຂັ້ມແຂງໃນປີ 2019

ວຽງຈັນ (Vientiane Times/ANN) – ລາວຄາດວ່າຂະແໜງການກໍ່ສ້າງໃນປີນີ້ຈະຂະຫຍາຍຕົວຢ່າງໜ້ອຍ 10% ພາຍໃຕ້ມາດຕະການຂອງລັດຖະບານໃນການສົ່ງເສີມການລົງທຶນ ແລະ ກະຕຸ້ນເສດຖະກິດ.ທ່າອ່ຽງດັ່ງກ່າວແມ່ນມາຈາກຫຼາຍປັດໄຈ ເຊັ່ນ ການລົງທຶນດ້ານການບໍລິການ, ການພັດທະນາພື້ນຖານໂຄງລ່າງ ແລະ ອະສັງຫາລິມະຊັບ ເຊິ່ງມີສ່ວນພົວພັນກົມກຽວກັນຢ່າງແໜ້ນແຟ້ນ.ອ່ານຕໍ່ ...

ໂຕະຂ່າວ

ການຄົ້ນຄວ້າກ່ຽວກັບສຸຂະພາບໄວຈະເລີນພັນຊ່ວຍຫຼຸດຜ່ອນການຖືພາຂອງໄວລຸ້ນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການໃຫ້ການສຶກສາເລື່ອງເພດ ແລະ ສຸຂະພາບໄວຈະເລີນພັນສຳລັບຊາວໜຸ່ມແມ່ນແນວຄິດໃໝ່ສຳລັບນັກຄົ້ນຄວ້າດ້ານວິທະຍາສາດສຸຂະພາບ. ການວິໄຈກ່ຽວກັບໄວໜຸ່ມໄດ້ສະແດງໃຫ້ເຫັນວ່າ ຄວາມຮູ້ກ່ຽວກັບສຸຂະພາບໄວຈະເລີນພັນທີ່ເຂົາເຈົ້າໄດ້ຮຽນຈາກໂຮງຮຽນແມ່ນບໍ່ພຽງພໍ.ແລະ ຄວາມຮູ້ພຽງຢ່າງດຽວອາດຍັງບໍ່ພຽງພໍສຳລັບເຂົາເຈົ້າ ເນື່ອງຈາກວ່າ ໄວໜຸ່ມຍັງມີຂໍ້ຈຳກັດຫຼາຍຢ່າງທາງດ້ານການເຂົ້າເຖິງ, ຄວາມເຂົ້າໃຈ, ການພິຈາລະນາ ແລະ ການນຳໃຊ້ຂໍ້ມູນຂ່າວສານກ່ຽວກັບສຸຂະພາບໄວຈະເລີນ ເພື່ອໃຫ້ເຂົາເຈົ້າມີສຸຂະພາບທີ່ແຂງແຮງ ແລະ ຫຼີກລ່ຽງຄວາມສ່ຽງຕໍ່ການຖືພາໃນຊ່ວງໄວລຸ້ນ ແລະ/ຫຼື ໃນຊ່ວງທີ່ບໍ່ພ້ອມ.ອ່ານຕໍ່ ...

ໂຕະຂ່າວ

ລາວຕ້ອງການຄວາມເປັນເອກະພາບກ່ຽວກັບກົດໝາຍແຮງງານໃນທົ່ວອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຮງງານຈະປັບປຸງຮ່າງກົດໝາຍວ່າດ້ວຍແຮງງານ, ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານລາວໃນຕ່າງປະເທດ ລວມທັງໃນບັນດາປະເທດອາຊຽນ.ນະໂຍບາຍຂອງລັດຖະບານລາວແມ່ນເພື່ອຊ່ວຍເຫຼືອຜູ້ອອກແຮງງານ ແລະ ປົກປ້ອງສິດທິຂອງເຂົາເຈົ້າ. ດັ່ງນັ້ນ, ນະໂຍບາຍ ແລະ ກົດໝາຍເພື່ອຊ່ວຍໃນການປັບປຸງສະພາບແວດລ້ອມການອອກແຮງງານ ແລະ ເພື່ອປົກປ້ອງສິດຂອງຜູ້ອອກແຮງງານຕ້ອງມີຄວາມພ້ອມ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຄົ້ນພົບກ້ວຍໄມ້ສາຍພັນໃໝ່ໃນລາວ

ຊ່ຽວຊານພິເສດໃນຂະແໜງການເກັບກຳສະໝຸນໄພ ທີ່ສວນພຶກສາສາດແຫ່ງຣາຊະອານາຈັກ ເມືອງກູ, ສະຫະລາດຊະອານາຈັກອັງກິດ ໄດ້ບັນທຶກການຄົ້ນພົບກ້ວຍໄມ້ສາຍພັນໃໝ່ ສາຍພັນ Paphiopedilum papilio-laoticus ໃນລາວ ໃນວາລະສານກ້ວຍໄມ້ສະບັບຫຼັງສຸດ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະມົນຕີ: ການປັບປຸງຄວາມສະດວກໃນການດຳເນີນທຸລະກິດ 'ຄືບໜ້າໄປໄດ້ດີ'

ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາຍງານໃນກອງປະຊຸມອາທິດແລ້ວນີ້ວ່າ ລາວພວມດຳເນີນການຢ່າງແຂງຂັນໃນການປັບປຸງສະພາບແວດລ້ອມທີ່ສະດວກໃນການດຳເນີນທຸລະກິດໃນລາວ (EDB).ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PH4hC
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!