ວຽງຈັນທາມສ໌

ຄັດເລືອກສາມບໍລິສັດກໍ່ສ້າງທາງດ່ວນວຽງຈັນ

ສາມບໍລິສັດໄດ້ຖືກຄັດເລືອກໃຫ້ດຳເນີນການກໍ່ສ້າງເສັ້ນທາງດ່ວນເຊື່ອມຕໍ່ໃຈກາງນະຄອນຫຼວງວຽງຈັນຫາເຂດຊານເມືອງ ເພື່ອຈຸດປະສົງຫຼຸດຜ່ອນຄວາມຄັບຄາໜາແໜ້ນໃນການຈໍລະຈອນໃນເຂດຕົວເມືອງ. ເສັ້ນທາງດ່ວນເຊິ່ງມີໄລຍະທາງ 15 ກມ ດັ່ງກ່າວ ແມ່ນເລີ່ມຕົ້ນແຕ່ບໍລິເວນສູນການຄ້າລາວໄອເຕັກ ເມືອງໄຊເສດຖາ ໄປຫາບ້ານດົງໝາກຄາຍ ເມືອງໄຊທານີ. ເສັ້ນທາດັ່ງກ່າວເປັນຈະສ້າງເປັນຖະໜົນສີ່ເລນ, ກວ້າງ 54 ແມັດ, ຕັດຂະໜານໄປຕາມຖະໜົນໄກສອນພົມວິຫານ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານ ພ້ອມຄູ່ຮ່ວມພັດທະນາ ປຶກສາຫາລືກະກຽມຈັດກອງປະຊຸມໂຕະມົນ

ຄະນະລັດຖະບານ ແລະ ຄູ່ຮ່ວມພັດທະນາສາກົນ ໄດ້ພົບປະກັນໃນມື້ວານນີ້ຢູ່ວຽງຈັນ ເພື່ອລາຍງານຄວາມຄືບໜ້າ ແລະ ປັບປຸງການກະກຽມການຈັດກອງປະຊຸມໂຕະມົນ ເຊິ່ງຈະຈັດຂຶ້ນໃນເດືອນພະຈິກປີນີ້. ການພົບປະດັ່ງກ່າວແມ່ນຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ ເຊິ່ງມີທ່ານລັດຖະມົນຕີ ປອ ສຸພັນ ແກ້ວມີໄຊ ແລະ ທ່ານນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານປະຈຳ ສປຊ ທັງເປັນຜູ້ຕາງໜ້າ ອົງການ UNDP ເປັນປະທານຮ່ວມ.ອ່ານຕໍ່ ...

ວຽງຈັນທາມສ໌

ປະທານປະເທດຮຽກຮ້ອງສະຫວັນນະເຂດໃຫ້ເລັ່ງມືໃນການພັດທະນາ

ທ່ານປະທານປະເທດ ບຸນຍັງ ວໍລິຈິດ ຮຽກຮ້ອງໃຫ້ແຂວງສະຫວັນນະເຂດເພີ່ມທະວີຄວາມພະຍາຍາມໃນການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເພື່ອຮັກສາສະຖຽນລະພາບໃນການພັດທະນາເສດຖະກິດ ແລະ ສັງຄົມພາຍໃນແຂວງ. ຕາມການລາຍງານຂອງສື່ທ້ອງຖິ່ນ, ທ່ານປະທານປະເທດໄດ້ໃຫ້ທິດຊີ້ນຳ ໃນໂອກາດໂອ້ລົມກັບອຳນາດການປົກຄອງແຂວງ ໃນພາລະກິດລົງຢ້ຽມຢາມແຂວງດັ່ງກ່າວໃນອາທິດທີ່ຜ່ານມາ.ອ່ານຕໍ່ ...

ວຽງຈັນທາມສ໌

ສະພາຈະປຶກສາຫາລື 13 ຮ່າງກົດໝາຍ

ນັກກົດໝາຍຈະປຶກສາຫາລື 13​ ຮ່າງກົດໝາຍໃນກອງປະຊຸມສະໄໝສາມັນ ຄັ້ງທີ 5 ຂອງສະພານິຕິບັນຍັດແຫ່ງຊາດ ຊຸດທີ 8 ເພື່ອເດີນໜ້າການກໍ່ສ້າງລາວ ໃຫ້ເປັນປະເທດທີ່ປົກຄອງໂດຍກົດໝາຍ. ທ່ານນາງສວນສະຫວັນ ວິຍະເກດ ເລຂາທິການໃຫຍ່ສະພາແຫ່ງຊາດ ໃນຖະແຫຼງຜ່ານສື່ມວນຊົນໃນມື້ວານນີ້ວ່າ ກອງປະຊຸມປຶກສາຫາລືດັ່ງກ່າວມີແຜນຈະຈັດຂຶ້ນໃນວັນທີ 5-28, ເຊິ່ງຈັດຂຶ້ນສອງຄັ້ງຕໍ່ປີ, ຈະພິຈາລະນາຫ້າຮ່າງກົດໝາຍໃໝ່ ແລະ ຮ່າງກົດໝາຍດັດແກ້ອີກ 8 ສະບັບ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດພະຍາຍາມເກັບເງິນເຂົ້າຄັງ

ຂະແໜງການລັດໄດ້ຮັບການຮຽກຮ້ອງໃຫ້ເພີ່ມຄວາມພະຍາຍາມໃນການເກັບເງິນຄັງສຳຮອງຂອງລັດໃນໄຕມາດທີສາມ ແລະ ທີ່ສີ່ຂອງປີ 2018 ຫຼັງຈາກມີການຂາດດຸນໃນຫານເກັບກຳລາຍຮັບໃນຊ່ວງຕົ້ນປີນີ້. ໃນກອງປະຊຸມປະຈຳເດືອນຂອງລັດຖະບານໃນອາທິດທີ່ຜ່ານມາ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ປຶກສາຫາລືມາດຕະການ ໃນການເກັບລາຍຮັບເຂົ້າຄັງໃນໄລຍະເຄິ່ງປີຫຼັງ.ອ່ານຕໍ່ ...

ວຽງຈັນທາມສ໌

ສະຫວັນນະເຂດສະເຫຼີມສະຫຼອງສະຖານະນະຄອນຂອງເມືອງໄກສອນພົມວິຫານ

ໃນວັນສຸກທີ່ຜ່ານມານີ້ ແຂວງສະຫວັນນະເຂດໄດ້ປະກາດໃຫ້ເມືອງໄກສອນພົມວິຫານມີສະຖານະເປັນນະຄອນຢ່າງເປັນທາງການ ຫຼັງຈາກທີ່ລັດຖະບານໄດ້ມີການອະນຸມັດການຍົກສະຖານະພາບການເປັນນະຄອນຂອງສາມເມືອງທີ່ຜ່ານມາ. ລັດຖະບານໄດ້ອະນຸມັດ ການປ່ຽນສະຖານະພາບດັ່ງກ່າວເພື່ອຍົກລະດັບການປົກຄອງ ແລະ ການພັດທະນາບັນດາຕົວເມືອງຕ່າງໆ. ໃນນີ້ມີການປະກາດ ເມືອງຫຼວງພະບາງ ເປັນນະຄອນຂອງແຂວງຫຼວງພະບາງ, ເມືອງໄກສອນພົມວິຫານ ເປັນນະຄອນຂອງແຂວງສະຫວັນນະເຂດ ແລະ ເມືອງປາກເຊ ເປັນນະຄອນຂອງແຂວງຈຳປາສັກ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຫາຄູ່ຮ່ວມທຸລະກິດສຳລັບການບິນລາວ

ລັດຖະບານກຳລັງຊອກຫາຄູ່ຮ່ວມທຸລະກິດທີ່ເໝາະສົມເພື່ອຮ່ວມດຳເນີນທຸລະກິດການບິນລາວ  ເພື່ອເພີ່ມປະສິດທິພາບ ແລະ ຜົນກຳໄລໃນການດຳເນີນທຸລະກິດຂົນສົ່ງແຫ່ງຊາດດັ່ງກ່າວ. ຕາມແຫຼ່ງຂ່າວຂອງກະຊວງໂຍທາທິການ ແລະຂົນສົ່ງລາຍງານວ່າ ມີນັກລົງທຶນຕ່າງປະເທດທີ່ມີທ່າແຮງຫຼາຍລາຍ ທີ່ມີຄວາມສົນໃຈໃນການສ້າງວິສາຫະກິດຮ່ວມຜະສົມດັ່ງກ່າວກັບລັດຖະບານລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ບຸນລາວດຶງດູດຊາວຍີ່ປຸ່ນມາທ່ອງທ່ຽວພັກຜ່ອນໃນລາວ

ງານວາງສະແດງການທ່ອງທ່ຽວ ແລະ ສະແດງສິລະປະວັດທະນະທຳ ແມ່ນຈຸດເດັ່ນໃນງານບຸນລາວ ທີ່ໄດ້ຈັດຂຶ້ນຢູ່ກຸງໂຕກຽວ ປະເທດຍີ່ປຸ່ນ. ເຂົ້າຮ່ວມໃນງານບຸນດັ່ງກ່າວ ມີທ່ານ ສ. ປອ. ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ,​ ພະນັກກງານກະຊວງ ພ້ອມທັງອ້າຍເອື້ອຍນ້ອງນັກສະແດງ.ອ່ານຕໍ່ ...

ວຽງຈັນທາມສ໌

ບໍລິສັດຮັບເໝົາກຽມເດີນໜ້າກໍ່ສ້າງສາຍທາງດ່ວນ ວຽງຈັນ-ປາກເຊ

ລັດຖະບານກຽມລົງນາມໃນບົດບັນທຶກຄວາມເຂົ້າໃຈກັບ 4 ບໍລິສັດຜູ້ຮັບເໝົາກໍ່ສ້າງຂອງລາວ ແລະ ຈີນ ເພື່ອດຳເນີນການສຳຫຼວດ, ເຮັດບົດວິພາກເສດຖະກິດ, ແລະ ອອກແບບລາຍລະອຽດໃນການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ປາກເຊ.ອ່ານຕໍ່ ...

ວຽງຈັນທາມສ໌

ຈັດງານຕະຫຼາດນັດເບ້ຍໄມ້ຕ້ອນຮັບວັນປູກຕົ້ນໄມ້

ມື້ວານນີ້ ພະນັກງານການນຳລະດັບສູງ ແລະ ປະຊາຊົນທ້ອງຖິ່ນໄດ້ເຕົ້າໂຮມກັນໃນພິທີເປີດຕະຫຼາດນັດເບ້ຍໄມ້ທີ່ເດີ່ນທາດຫຼວງ  ເຊິ່ງມີການວາງສະແດງ ແລະ ຈຳໜ່າຍຕົ້ນໄມ້, ເບ້ຍໄມ້ປູກ ແລະ ເບ້ຍໄມ້ປະດັບ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5FtRz
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!