ວຽງຈັນທາມສ໌

ແຂວງຫົວພັນຈະພັດທະນາແກ້ງລິດໃຫ້ເປັນແຫຼ່ງທ່ອງທ່ຽວ

ແກ້ງລິດ ເມືອງແອດ ແຂວງຫົວພັນ ກຳລັງຈະຖືກພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ ສຳລັບນັກທ່ອງທ່ຽວ ເພື່ອສົ່ງເສີມການທ່ອງທ່ຽວດ້ານຄວາມສວຍງາມທາງທັດສະນິຍະພາບຂອງແຂວງ. ທ່ານພູວັນ ເພັດມີໄຊ ຮອງຫົວໜ້າພະແນກຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ ໄດ້ກ່າວຜ່ານໜັງສືພິມວຽງຈັນທາມສ໌ໃນວັນສຸກແລ້ວນີ້ວ່າ ແກ້ງຕາດຢູ່ບ້ານນາຄຳນີ້ ມີຄວາມສວຍງາມຫຼາຍ ແລະ ມີທ່າແຮງໃນການດຶງດູດນັກທ່ອງທ່ຽວ. ການພັດທະນາກິດຈະກຳການທ່ອງທ່ຽວຢູ່ຕາມແກ້ງລຳນ້ຳແອດນີ ຈະເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ. ນອກນັ້ນ ໃນພື້ນທີ່ດັ່ງກ່າວຍັງມີຖ້ຳ ແລະນ້ຳຕົກຕາດຕ່າງໆທີ່ໜ້າສົນໃຈ.ອ່ານຕໍ່ ...

ວຽງຈັນທາມສ໌

ນາຍົກກ່າວ: ຊັບພະຍາກອນມະນຸດເປັນກຸນແຈສຳລັບການລວມສູນດ້ານເສດຖະກິດຂອງອາຊຽນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດ ເພື່ອສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດ ແລະ ເຮັດໃຫ້ລາວສາມາດລວມຕົວເຂົ້າກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. ທ່ານາຍົກໄດ້ໃຫ້ຄຳໂອວາດດັ່ງກ່າວແກ່ນັກສຶກສາ ແລະ ນັກວິຊາການ ທີ່ມະຫາວິທະຍາໄລແຂວງຈຳປາສັກ ໃນວັນສຸກທ່ີຜ່ານມານີ້.ອ່ານຕໍ່ ...

ວຽງຈັນທາມສ໌

ປະທານສະພາລາວ ແລະ ໄທ ໄດ້ປຶກສາຫາລືດ້ານສາຍພົວພັນ ແລະ ການຮ່ວມມື

ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ແລະ ທ່ານ ພອນເພັດ ວິຈິດຊົລໄຊ ປະທານສະພາແຫ່ງຊາດໄທ ໄດ້ກ່າວຕົກລົງເພີ່ມທະວີສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ,​ ໂດຍສະເພາະລະຫວ່າງສະພາສອງຊາດ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານຈະເພີ່ມການສ້າງເຂດອະນຸລັກພັນປາ

ການຫຼຸດລົງຂອງປະຊາກອນປາໃນລາວ ເຮັດໃຫ້ລັດຖະບານຈຳຕ້ອງເພີ່ມຈຳນວນເຂດອະນຸລັດພັນປາ ເພື່ອເປັນການຮັກສາຄວາມຍືນຍົງຂອງປະຊາກອນປາ. ໃນຊ່ວງທົດສະວັດທີ່ຜ່ານມາ ບັນດາຊ່ຽວຊານໄດ້ໃຫ້ເຫດຜົນໃນການຫຼຸດລົງຂອງປະລິມານປາໃນແມ່ນ້ຳ ຍ້ອນການຫາປາແບບບໍ່ຍືນຍົງ, ຍ້ອນມົນລະພິດ ແລະ ຍ້ອນການເພີ່ມຂຶ້ນຂອງປະຊາກອນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕາຂ່າຍໄຟຟ້າລາວຫັນເປັນທັນສະໄໝ

ຂັ້ນຕອນກ່ຽວກັບການຕິດຕາມ, ຕິດຕັ້ງ ແລະ ແກ້ໄຂບັນຫາກ່ຽວກັບເຄືອຂ່າຍໄຟຟ້າມີປະສິດທິຜົນກວ່າເດີມ ຫຼັງຈາກມີການນຳໃຊ້ລະບົບຂໍ້ມູນຂ່າວສານດ້ານພູມສາດເຂົ້າໃນຂະແໜງການພະລັງງານໃນລາວ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດມຸ່ງໝັ້ນສ້າງລາວໃຫ້ເປັນສີຂຽວ

ໃນວັນສຸກນີ້ ພະນັກງານກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຕົ້າໂຮມກັນປູກຕົ້ນໄມ້ທີ່ຫໍພິພິດຕະພັນແຫ່ງຊາດທີ່ວຽງຈັນ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້. ທາງກະຊວງໄດ້ທຳການປູກຕົ້ນໄມ້ເພື່ອສົ່ງເສີມມະຕິກອງປະຊຸມຄັ້ງທີ 10ຂອງພັກ ວ່າດ້ວຍການສ້າງພື້ນທີ່ສີຂຽວ ແລະ ການຟື້ນຟູປ່າໄມ້.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ເຈົ້າໜ້າທີ່ສາທາ ປຶກສາຫາລືວາລະການຄົ້ນຄວ້າດ້ານການແພດ

ເຈົ້າໜ້າທີ່ສາທາລະນະສຸກ 50 ທ່ານຈາກແຂວງພາກກາງ ແລະ ພາກໃຕ້ ໄດ້ປະຊຸມກັນທີ່ວຽງຈັນເພື່ອສ້າງຄວາມເປັນເອກະພາບກ່ຽວກັບວາລະການຄົ້ນຄວ້າດ້ານສາທາລະນະສຸກແຫ່ງຊາດ ເຊິ່ງເປັນການສ້າງງພື້ນຖານດ້ານນະໂຍບາຍຂອງລັດໃນຂະແໜງການດັ່ງກ່າວ. ກອງປະຊຸມປຶກສາຫາລືກ່ຽວກັບຜົນເບື້ອງຕົ້ນຂອງວາລະການຄົ້ນຄວ້າດ້ານສາທາລະນະສຸກນີ້ ແມ່ນແນໃສ່ສ້າງຄວາມເປັນເອກະພາບດ້ານຄຳແນະນຳ ແລະ ວາງແຜນບາດກ້າວຕໍ່ໜ້າໃນການສ້າງວາລະການຄົນຄວ້າດ້ານສາທາລະນະສຸກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແຂວງຈຳປາສັກສະເຫຼີມສະຫຼອງສະຖານະນະຄອນຂອງເມືອງປາກເຊ

ໃນມື້ວານນີ້ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເຂົ້າຮ່ວມພິທີທາງການໃນການປະກາດເມືອງປາກເຊໃຫ້ເປັນນະຄອນ ທີ່ນະຄອນຂອງແຂວງຈຳປາສັກ ຫຼັງຈາກໄດ້ທີ່ມີການອະນຸມັດການຍົກລະດັບສະຖານະນະຄອນຂອງສາມເມືອງ. ລັດຖະບານໄດ້ອະນຸມັດການປ່ຽນສະຖານະດັ່ງກ່າວ ເພື່ອສົ່ງເສີມການປົກຄອງ ແລະ ການພັດທະນາກ້າວກະໂດດຂອງສາມນະຄອນດັ່ງກ່າວ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວ,​ ເກົາຫຼີ ຄົ້ນຄວ້າການຍົກລະດັບເສັ້ນທາງເລກທີ 8

ຊ່ຽວຊານຈາກລັດຖະບານລາວ ແລະເກົາຫຼີ ໄດ້ສືບຕໍ່ຄົ້ນຄວ້າກ່ຽວກັບການຍົກລະດັບເສັ້ນທາງເລກ 8 ຢູ່ແຂວງບໍລິຄຳໄຊ ຕາມມາດຕະຖານເສັ້ນທາງອາຊຽນ. ທັງສອງຝ່າຍໄດ້ພົບປະກັນຢູ່ວຽງຈັນເພື່ອຄົ້ນຄວ້າກ່ຽວກັບ “ບົດວິພາກເສດຖະກິດລະອຽດໃນການຍົກລະດັບເສັ້ນທາງຫຼວງແຫ່ງຊາດເລກທີ 8 ຢູ່ແຂວງບໍລິຄຳໄຊ ຕາມ “ມາດຕະຖານເສັ້ນທາງຫຼວງອາຊີ (AH15)”.ອ່ານຕໍ່ ...

ວຽງຈັນທາມສ໌

ລາວສະເຫຼີມສະຫຼອງວັນເດັກນ້ອຍສາກົນ

ໃນມື້ວານນີ້ຊາວນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ໄດ້ເຂົ້າຮ່ວມກິດຈະກຳພິເສດເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນທີ່ຫໍວັດທະນະທຳແຫ່ງຊາດ. ໃນປີນີ້ແມ່ນໄດ້ສະເຫຼີມສະຫຼອງພາຍໃຕ້ຄຳຂວັນ “ສົ່ງເສີມ ສິດທິເດັກ,​ ຄວາມປອດໄພໃນການນຳໃຊ້ເຕັກໂນໂລຊີ, ສ້າງສະພາບແວດລ້ອມທີ່ຍືນຍົງ, ແລະ ເປັນເຈົ້າພາບທີ່ດີໃນປີທ່ອງທ່ຽວລາວ”, ຂອງຄະນະກຳມະການແຫ່ງຊາດເພື່ອສົ່ງເສີມແມ່ຍິງ ແລະ ແມ່-ເດັກ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

KPewL
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!