ວຽງຈັນທາມສ໌

ນາຍົກລາຍງານ: ສັ່ງປິດໂຮງເລື່ອຍພັນກວ່າແຫ່ງ ພ້ອມລົງໂທດຜູ້ກະທຳຜິດຫຼາຍຮ້ອຍ

ໃນມື້ວານນີ້ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ລາຍງານໃນທີ່ປະຊຸມສະພາແຫ່ງຊາດວ່າ ໄດ້ມີການສັງປິດໂຮງເລື່ອຍ ແລະ ທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍ ຈຳນວນ 1,545 ແຫ່ງໃນທົ່ວປະເທດ ເຊິ່ງດຳເນີນທຸລະກິດບໍ່ຖືກຕາມລະບຽບກົດໝາຍ. ທັງມີການຈັບຕົວຜູ້ກະທຳຜິດ 702 ຄົນທີ່ກ່ຽວຂ້ອງກັບໂຮງເລື່ອຍ ແລະ ທຸລະກິດຜິດກົດໝາຍດັ່ງກ່າວ ກໍຄືການຂຸດຄົ້ນໄມ້ເຖື່ອນອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ເຈົ້າໜ້າທີ່ອັດຕະປື ຍຶດໄດ້ໄມ້ເຖື່ອນ 2 ໂຕນ

ໃນວັນຈັນທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດແຂວງອັດຕະປື ໄດ້ສະກັດລົດໂດຍສານຫວຽດນາມທີ່ດ່ານກວດສາກົນພູເກືອ ເຊິ່ງຈະເດີນທາງໄປປະເທດຫວຽດນາມ, ແລະ ໄດ້ທຳການຍຶດໄມ້ທ່ອນຜິດກົດໝາຍຈຳນວນຫຼວງຫຼາຍ ທີ່ເຊື່ອງມານຳລົດໂດຍສານດັ່ງກ່າວ.ອ່ານຕໍ່ ...

ວຽງຈັນທາມສ໌

ກອງປະຊຸມສະພາແຫ່ງຊາດໄດ້ໄຂຶ້ນຢ່າງເປັນທາງການ, ທັງມີການຍົກການຂະຫຍາຍຕົວດ້ານເສດຖະກິດທີ່ເຂັ້ມແຂງ

ກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດໄດ້ໄຂຂຶ້ນຢ່າງເປັນທາງການໃນມື້ວານນີ້, ເຊິ່ງໄດ້ມີການລາຍງານຜົນສຳເລັດດ້ານການຂະຫຍາຍຕົວຂອງເສດຖະກິດ ທັງມີການຍົກສິ່ງທ້າທາຍຕ່າງໆທີ່ຕ້ອງຜ່ານຜ່າ. ໃນການລາຍງານຕໍ່ທີ່ປະຊຸມຂອງລັດຖະບານ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມສະໄໝສາມັນຮອບເຄິ່ງປີຂອງສະພາແຫ່ງຊາດຊຸດທີ່ 8 ວ່າການຂະຫຍາຍຕົວທາງດ້ານເສດຖະກິດຂອງຊາດໃນຫົກເດືອນຕົ້ນປີນີ້ ແມ່ນຄາດຄະເນຢູ່ທີ່ 6.7 ເປີເຊັນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ປະເທດລາວຢູ່ອັນດັບທີ 61 ໃນການມີສ່ວນຮ່ວມຂອງຂະແໜງການທ່ອງທ່ຽວຕໍ່ GDP

ການທ່ອງທ່ຽວເປັນຂະແໜງການໜຶ່ງທີ່ປະກອບສ່ວນຢ່າງຕໍ່ເນື່ອງຕໍ່ການຂະຫຍາຍຕົວຂອງ ລວມຍອດຜະລິດຕະພັນພາຍໃນ (GDP) ແລະ ເປັນຕົວຂັບເຄື່ອນເສດຖະກິດທີ່ສຳຄັນໃນຫຼາຍປະເທດທົ່ວໂລກ ລວມທັງປະເທດລາວ. ປີ 2017 ປະເທດລາວໄດ້ຖືກຈັດຢູ່ໃນອັນດັບທີ 61 ໃນ 185 ປະເທດຕາມການປະກອບສ່ວນຂອງຂະແໜງການທ່ອງທ່ຽວແລະເດີນທາງຕໍ່ GDP ຈາກຂໍ້ມູນໃນບົດລາຍງານສະບັບຫຼັງສຸດຂອງສະພາການທ່ອງທ່ຽວ ແລະ ເດີນທາງຂອງສະຫະປະຊາຊາດ.ອ່ານຕໍ່ ...

ສົມສັກ ພົງຂາວ

ທູດກ່າວ: ນະໂຍບາຍການຕ່າງປະເທດໃໝ່ຂອງເກົາຫຼີຈະສົ່ງເສີມການຮ່ວມມືກັບອາຊຽນ ແລະ ລາວ

ທ່ານເອກອັກຂະລັດຖະທູດເກົາຫຼີປະຈຳລາວໄດ້ກ່າວວ່າ ນະໂຍບາຍການຕ່າງປະເທດສະບັບໃໝ່ຂອງສາທາລະນະລັດເກົາຫຼີ ຈະສົ່ງເສີມສາຍພົວພັນ ແລະ ການຮ່ວມມື ກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ລວມທັງປະເທດລາວ. “ນະໂຍບາຍທາງໃຕ້ສະບັບໃໝ່” ພາຍໃຕ້ການນຳຂອງຄະນະລັດຖະບານຂອງປະທານມູນເຈອິນ ແມ່ນແນໃສ່ເສີມຂະຫຍາຍການພົວພັນທາງດ້ານເສດຖະກິດ ກັບສະມາຄົມປະຊາຊາດແຫ່ງອາຊີຕາເວນອອກສຽງໃຕ້ ທີ່ມີ 10 ປະເທດສະມາຊິກ ເຊິ່ງມີລາວເປັນໜຶ່ງໃນນັ້ນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ອົສະຕຣາລີຊ່ວຍເຫຼືອໂຄງການເພື່ອຫຼຸດຜ່ອນການຂາດສານອາຫານຂອງເດັກ

ສະຖາບັນແມັກຟາເລນເບີນເນັດເພື່ອການຄົ້ນຄວ້າດ້ານການແພດ ແລະ ສາທາລະນະສຸກແຫ່ງອົສະຕຣາລີ ຈະມອບທຶນຊ່ວຍເຫຼືອກວ່າ 700,000 ໂດລາສະຫະລັດສຳລັບປີ 2018-2021 ເພື່ອຊ່ວຍຫຼຸດຜ່ອນການຂາດສານອາຫານຂອງເດັກໃນເມືອງເປົ້າໝາຍໃນແຂວງວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອາເມລິກາສືບຕໍ່ຊ່ວຍເຫຼືອໂຄງການອາຫານໂຮງຮຽນ

ລັດຖະບານສະຫະລັດໄດ້ປະກາດໃຫ້ການຊ່ວຍເຫຼືອຊຸດໃໝ່ເປັນຈຳນວນ 27.4 ລ້ານໂດລາສະຫະລັດ ເພື່ອເປັນທຶນໃຫ້ແກ່ໂຄງການອາຫານໂຮງຮຽນ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃນການລິເລີ່ມໂຄງການອາຫານໂຮງຮຽນແຫ່ງຊາດຂອງລັດຖະບານລາວ.ອ່ານຕໍ່  ...

ວຽງຈັນທາມສ໌

ແຂວງຈຳປາສັກຈะພັດທະນາແຫຼ່ງທ່ອງທ່ຽວພູເພື່ອດຶງດູດນັກທ່ອງທ່ຽວ

ອຳນາດການປົກຄອງແຂວງຈຳປາສັກມີແຜນພັດທະນາສະຖານທີ່ທ່ອງທ່ຽວພູສະເຫຼົ້າ ເມືອງໂພນທອງ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມພື້ນທີ່ໃຫ້ຫຼາຍຂຶ້ນ. ອຳນາດການປົກຄອງທ້ອງຖິ່ນກຳລັງຢູ່ໃນໄລຍະປະມວນຜົນຂໍ້ມູນສຳລັບສ້າງແຜນການບໍລິຫານການທ່ອງທ່ຽວ ຫຼັງຈາກທີ່ໄດ້ລົງສຳຫຼວດສະຖານທີ່ຕົວຈິງ ແລະ ຈະພັດທະນາສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຄວາມເໝາະສົມ.ອ່ານຕໍ່  ...

ວຽງຈັນທາມສ໌

ຊ່ຽວຊານລັດຖະບານ ແລະ ສາກົນ ຄົ້ນຄວ້າບັນຫາຖະໜົນພັງ

ເຈົ້າໜ້າທີ່ລັດຖະບານ ແລະ ສະມາຊິກອົງການຈັດຕັ້ງສາກົນໄດ້ປະຊຸມກັນທີ່ວຽງຈັນໃນມື້ວານນີ້ ເພື່ອປຶກສາຫາລືການກ່ຽວກັບສ້ອມແປງຖະໜົນຫົນທາງ ແນໃສ່ປັບປຸງການສັນຈອນບົນທ້ອງຖະໜົນ ແລະ ປ້ອງກັນຄວາມເສຍຫາຍຂອງຖະໜົນເນື່ອງຈາກລົດບັນທຸກໜັກເກີນຂອບເຂດ.ອ່ານຕໍ່  ...

ວຽງຈັນທາມສ໌

ພະນັກງານສາທາຈະເລີ່ມແຜນປະຕິບັດງານດ້ານໂພຊະນາການ

ການຕື່ມທາດອາຫານເສີມໃສ່ໃນອາຫານປຸງແຕ່ງສຳເລັດຮູບ ເປັນໜຶ່ງໃນວິທີການທີ່ມີປະສິດທິຜົນ ແລະ ປະຢັດງົບປະມານໃນການປັບປຸງສະຖານະພາບດ້ານໂພຊະນາການຂອງປະຊາຊົນ ທີ່ຊ່ຽວຊານສາທາລະນະສຸກກຳລັງໃຫ້ຄວາມສົນໃຈ. ໃນກອງປະຊຸມໃນວັນພະຫັດທີ່ຜ່ານມານີ້ ໄດ້ມີການປຶກສາຫາລືບັນຫາດັ່ງກ່າວ ເຊິ່ງຊ້ອງໜ້າໂດຍ ທ່ານນາງ ຊາຣາ ກໍດອນຈິບສັນ ອຳນວຍການໃຫຍ່ ຜູ້ຕາງໜ້າອົງການອາຫານໂລກປະຈຳລາວ ພ້ອມພະນັກງານຈາກກະຊວງສາທາລະນະສຸກ, ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ,​ ກະຊວງສຶກສາທິການ ແລະ ກິລາ, ແລະ ກະຊວງການເງິນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PrBFy
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!