ວຽງຈັນທາມສ໌

ໂຄງການລົງທຶນຂອງລັດມີມູນຄ່າເກີນຈິງເຖິງພັນຕື້ກີບ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດໃນວັນສຸກແລ້ວນີ້ວ່າໂຄງການລົງທຶນຂອງລັດຖະບານໃນຊຸມປີທີ່ຜ່ານມາມີມູນຄ່າເກີນຈິງເຖິງໜຶ່ງພັນຕື້ກີບ. ນີ້ແມ່ນຜົນຈາກການກວດສອບລັດຖະບານອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ບໍລິສັດໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ດ້ວຍການປູກໄມ້

ໃນອາທິດແລ້ວນີ້ ບໍລິສັດກະສິກຳປ່າໄມ້ບູຣະພາ ໄດ້ປູກໄມ້ວິກ, ໄມ້ກະຖິນນະລົງ, ໄມ້ແຕ້ຫໍ້ ແລະ ໄມ້ຂະຍູງ ໃນສວນໄມ້ປູກທົດລອງແບບປະສົມປະສານ ເພື່ອສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ. ປ່າໄມ້ປູກທົດລອງຂະໜາດ 18 ເຮັກຕານີ້ແມ່ນຕັ້ງຢູ່ບ້ານແສນອຸດົມ, ເມືອງໄຊທານີ, ວຽງຈັນ, ມີຈຸດປະສົງເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ.ອ່ານຕໍ່ ...

ວຽງຈັນທາມສ໌

ໂຄງການນຳພາເຄືອຂ່າຍທຸລະກິດສູ່ການສະກັດກັ້ນການຂາດສານອາຫານ

ລາວໄດ້ເປີດຕົວເຄືອຂ່າຍໂພຊະນາການໃໝ່ ໃນວັນພະຫັດທີ່ຜ່ານມາ ເພື່ອແນໃສ່ຮັບປະກັນດ້ານສະບຽງອາຫານ ແລະ ຫຼຸດຜ່ອນການຂາດສານອາຫານ. ແນວຄິດລິເລີ່ມດັ່ງກ່າວມີຊື່ວ່າ ເຄືອຂ່າຍທຸລະກິດເພື່ອສົ່ງເສີມໂພຊະນາການ (SUN-ຊັນ). ເຄືອຂ່າຍທຸລະກິດຊັນ (SBN) ແມ່ນສ່ວນໜຶ່ງຂອງເຄືອຂ່າຍເພື່ອສົ່ງເສີມໂພຊະນາການໂລກ.ອ່ານຕໍ່ ...

ວຽງຈັນທາມສ໌

ນາຍົກກ່າວ:​ ປະເທດລາວບໍ່ສາມາດຫຼຸດພົ້ນຈາກສະຖະນະດ້ອຍພັດທະນາທີ່ສຸດພາຍໃນ 2020

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເປີດເຜີຍຕໍ່ທີ່ປະຊຸມສະພາແຫ່ງຊາດໃນວັນສຸກແລ້ວນີ້ວ່າ ປະເທດລາວບໍ່ສາມາດຫຼຸດພົ້ນຈາກສະຖານະດ້ອຍພັດທະນທີ່ສຸດພາຍໃນປີ 2020 ຕາມຄາດໝາຍ, ຕໍ່ກັບຄຳຖາມຂອງສະມາຊິກສະພາແຫ່ງຊາດຊຸດທີ 8 ທີ່ກຳລັງດຳເນີນໃນປະຈຸບັນ.ອ່ານຕໍ່ ...

ວຽງຈັນທາມສ໌

ພະນັກງານຄູຍັງຂາດແຄນຕໍ່ເນື່ອງ ຍ້ອນໂກຕາລັດມີຈຳກັດ

ໃນປີນີ້ ບັນດາໂຮງຮຽນໃນທົ່ວປະເທດໄດ້ຍື່ນຄຳຮ້ອງຂໍຄູສອນຕື່ມອີກຈຳນວນ 2,979 ອັດຕາ ຕໍ່ກະຊວງສຶກສາທິການ ແລະ ກິລາ ແຕ່ວ່າລັດຖະບານສາມາດສະໜອງໂກຕາພະນັກງານຄູ ໄດ້ພຽງແຕ່ 1,850 ອັດຕາ. ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ເປີດເຜີຍຕົວເລກດັ່ງກ່າວໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຄັ້ງວັນທີ 5-28 ມີຖຸນານີ້.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານປະກາດພຶ້ນທີ່ 268 ເຮັກຕາ ໃຫ້ເປັນປ່າສະຫງວນພຶກສາສາດ

ລັດຖະບານໄດ້ປະກາດສ້າງຕັ້ງປ່າສະຫງວນຫ້ວຍຍາງ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນວຽງຈັນ ໃຫ້ເປັນພື້ນທີ່ປ່າປົກປ້ອງທີ່ປາສະຈາກການບຸກລຸກລ່ວງລ້ຳ. ພິທີປະກາດການສ້າງຕັ້ງສວນພຶກສາສາດດົງໝາກຄາຍ ໃນພື້ນທີ່ 268 ເຮັກຕາ ດັ່ງກ່າວໄດ້ຈັດຂຶ້ນທີ່ບ້ານດົງໝາກຄາຍໃນວັນເສົາທີ່ຜ່ານມາ.ອ່ານຕໍ່ ...

ວຽງຈັນທາມສ໌

ເຂດປະຕິວັດແຂວງອັດຕະປືຈະຖືກສ້າງໃຫ້ເປັນອານຸສອນສະຖານທາງປະຫວັດສາດ

ແຂວງອັດຕະປືຈະພັດທະນາເຂດປະຕິວັດໃນສະໄໝສົງຄາມອິນດູຈີນ ທີ່ບ້ານອຸດົມໄຊ ເມືອງສະໜາມໄຊ ໃຫ້ເປັນອານຸສອນສະຖານປະທານຄຳໄຕ ສີພັນດອນ ແລະ ເປັນສະຖານທີ່ທ່ອງທ່ຽວ.ອ່ານຕໍ່ ...

ວຽງຈັນທາມສ໌

ບໍລິສັດໄຟຟ້າຕັ້ງກອງທຶນພັດທະນາສຳລັບຊາວນາກາຍ

ແຂວງຄຳມ່ວນ ແລະ ບໍລິສັດໄຟຟ້ານ້ຳເທີນ 2 (NTPC) ໄດ້ຮ່ວມກັນຈັດຕັ້ງກອງທຶນພັດທະນານ້ຳເທີນ 2 ຂຶ້ນ ເຊິ່ງເປັນກອງທຶນພັດທະນາຊຸມຊົນໃໝ່ ສຳລັບໄລຍະຫຼັງຈາກການຕັ້ງຖິ່ນຖານໃໝ່ໃນເຂດພູພຽງນາກາຍ ເມືອງນາກາຍ. ລົງນາມໃນຂໍ້ຕົກລົງການຈັດຕັ້ງດັ່ງກ່າວມີທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ເຟດເດີີຣິກ ຮອຟມັນ ຫົວໜ້າອຳນວຍການບໍລິສັດ NTPC.ອ່ານຕໍ່ ...

ວຽງຈັນທາມສ໌

ກອງທຶນຫຼຸດຜ່ອນຄວາມທຸກຍາກສືບຕໍ່ສົ່ງເສີມການພັດທະນາຊົນນະບົດ

ກອງທຶນຫຼຸດຜ່ອນຄວາມທຸກຍາກສືບຕໍ່ດຳເນີນໂຄງການຂະໜາດຍ່ອຍ 300 ກວ່າໂຄງການໃນປີນີ້ ເຊິ່ງນຳໃຊ້ທຶນ 94 ຕື້ກີບໃນການປັບປຸງພື້ນຖານໂຄງລ່າງໃນຊົນນະບົດ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ສົ່ງເສີມຊີວິດການເປັນຢູ່ຂອງຄົວເຮືອນ.ອ່ານຕໍ່ ...

ວຽງຈັນທາມສ໌

ອະດີດນັກສຶກສາອົສຕຣາລີຊຸກຍູ້ການຄຸ້ມຄອງດ້ານຊັບພະຍາກອນມະນຸດ

ອະດີດນັກສຶກສາຈາກອົສຕຣາລີ ສະໜັບສະໜູນການພັດທະນາຜູ້ບໍລິຫານດ້ານຊັບພະຍາກອນມະນຸດແບບມືອາຊີບໃນລາວ ໃນເວທີປະຊຸມວິຊາການດ້ານຊັບພະຍາກອນມະນຸດຄັ້ງທີສອງ ທີ່ວຽງຈັນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

dJ3xj
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!