ວຽງຈັນທາມສ໌

ແຮງງານລາວຍົກສະຖານະພາບໃນປະເທດໄທ ເມື່ອໃກ້ເຖິງກຳນົດການ

ເຈົ້າໜ້າທີ່ລາວຮ່ວມມືກັບປະເທດໄທ ເມື່ອກະຊວງແຮງງານປະເທດເພື່ອນບ້ານທາງເລັ່ງການຂຶ້ນທະບຽນແຮງງານໃນປະເທດທີ່ບໍ່ມີເອກະສານຈຳນວນປະມານ 170,000 ຄົນ. ຕາມແຫຼ່ງຂ່າວສຳນັກຂ່າວບາງກອກໂພສທ໌, ທ່ານ ອາດຸນ ສັງສິງແກ້ວ ລັດຖະມົນຕີກະຊວງແຮງງານຂອງໄທໄດ້ກ່າວວ່າ ສູນບໍລິການຄົບວົງຈອນຂອງກະຊວງຈະຂຶ້ນທະບຽນແຮງງານຍ້າຍຖິ່ນຈຳນວນ 169, 517 ຄົນຈາກກຳປູເຈຍ, ລາວ ແລະ ມຽນມາ ຢ່າງເປັນທາງການພາຍໃນວັນທີ 15 ມິຖຸນາ, ກ່ອນກຳນົດການສອງອາທິດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຈົ້າໜ້າທີ່ແພດລົນນະລົງຕ້ານໄຂ້ເລືອດອອກ

ເຈົ້າໜ້າທີ່ ແລະ ປະຊາຊົນ 100 ​ກວ່າຄົນໄດ້ເຕົ້າໂຮມກັນຢູ່ວຽງຈັນ ໃນວັນເສົາທີ່ຜ່ານມານີ້ ເພື່ອຈັດກິດຈະກຳຕ້ອນຮັບວັນໄຂ້ຍຸງອາຊຽນ ທັງສະໜັບສະໜູນການຕ້ານໄວຣັດອັນຕະລາຍດັ່ງກ່າວ, ເຊິ່ງໃນປີນີ້ພົບຜູ້ຕິດເຊື້ອແລ້ວ 1,089 ກໍລະນີ ແລະ ເສຍຊີວິດ 2 ກໍລະນີ. ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນບ້ານໄຊສະຫວ່າງ ເມືອງໄຊທານີ ອ່ານຕໍ່ ...

ວຽງຈັນທາມສ໌

ອົງການກາແດງຮຽກຮ້ອງອາສາສະໝັກເຂົ້າມາບໍລິຈາກເລືອດຕື່ມ ໃນວັນບໍລິຈາກເລືອດໂລກ

ເດັກນ້ອຍນັກຮຽນໃນວຽງຈັນ, ທະຫານ, ຕຳຫຼວດ ແລະ ລັດຖະກອນ ໄດ້ມີການບໍລິຈາກເລືຶອດຢ່າງເປັນປົກກະຕິເພື່ອສະໜອງໃຫ້ແກ່ໂຮງໝໍພາຍໃນປະເທດ ໂດຍສະເພາະເລືອດທີ່ເປັນທີ່ຕ້ອງການຂອງຜູ້ປະສົບເຄາະຈາກອຸບັດຕິເຫດບົນທ້ອງຖະໜົນ. ເຖິງຢ່າງໃດກໍຕາມການສະໜອງດັ່ງກ່າວແມ່ນຍັງບໍ່ພຽງພໍກັບຄວາມຕ້ອງການ, ເຊິ່ງສ່ວນໃຫຍ່ແມ່ນຍ້ອນການເພີ່ມຂຶ້ນຂອງຈຳນວນຜູ້ບາດເຈັບຈາກອຸບັດຕິເຫດບົນທ້ອງຖະໜົນ. ການເພີ່ມຈຳນວນຢ່າງໄວວາຂອງຜູ້ປະສົບເຄາະດັ່ງກ່າວໄດ້ສ້າງບັນຫາໃຫຍ່ຫຼວງໃຫ້ແກ່ສູນເລືອດແຫ່ງຊາດອົງການກາແດງລາວ ຈາກການປະເມີນປະລິມານເລືອດທີ່ຕ້ອງການ ແລະ ເລືອດທີ່ມີຢູ່ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ທະນາຄານໂລກ,​ ເສດຖະກິດລາວເຕີບຕົວຢ່າງເຂັ້ມແຂງ, ແຕ່ຍັງມີຄວາມສ່ຽງຍ້ອນໜີ້ສິນອັນມະຫາສານຂອງລັດ

ອັດຕາການເຕີບຕົວດ້ານເສດຖະກິດຂອງລາວມີການຂະຫຍາຍຕົວຢ່າງເຂັ້ມແຂງ ທຽບກັບບັນດາປະເທດໃນພາກພື້ນ, ແຕ່ວ່າປະເທດລາວຍັງຄົງມີຄວາມສ່ຽງຍ້ອນໜີ້ສິນຂອງລັດທີ່ສູງ, ຕາມການເພີ່ມຂຶ້ນຂອງສ່ວນແບ່ງໜີ້ສິນເຊິ່ງບໍ່ຢູ່ພາຍໃຕ້ເງື່ອນໄຂການສຳປະທານ,​ ຕາມບົດລາຍງານການຕິດຕາມສະພາບເສດຖະກິດລາວຂອງທະນາຄານໂລກ ສະບັບຫຼັງສຸດ . ໃນປີນີ້ ການເຕີບຕົວທາງດ້ານເສດຖະກິດຂອງລາວຄາດຄະເນຢູ່ໃນລະດັບ 6.7 ເປີເຊັນ ຂະນະທີ່ໜີ້ສິນຂອງລັດແມ່ນຕົກຢູ່ປະມານ 61 ເປີເຊັນຂອງ GDP ໃນທ້າຍປີ 2017.ອ່ານຕໍ່ ...

ວຽງຈັນທາມສ໌

ເລີ່ມງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະດັບພາກພື້ນ

ງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນພະຫັດທີ່ຜ່ານມາ ທີ່ມົນທົນຢຸນນານທາງພາກຕາເວັນຕົກສຽງໃຕ້ຂອງຈີນ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງປະເທດຈີນ ແລະ ປະເທດໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ເຂົ້າຮ່ວມໃນງານດັ່ງກ່າວມີ ຕົວແທນຈາກລາວເຊິ່ງນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ຫົວໜ່ວຍທຸລະກິດ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງກະຊວງການຕ່າງປະເທດ.ອ່ານຕໍ່ ...

ວຽງຈັນທາມສ໌

ສູນກາງຊາວໜຸ່ມຝຶກອົບຮົມເຕັກໂນໂລຊີການຜະລິດລາຍການ

ພະນັກງານສູນກາງຊາວໜຸ່ມເຂົ້າຮ່ວມຫຼັກສູດຝຶກອົບຮົມກ່ຽວກັບຫ້ອງຜະລິດລາຍການໂທລະທັດ ທີ່ຈັດຂຶ້ນຢູ່ວຽງຈັນ ເຊິ່ງເປັນສ່ວນໜຶ່ງຂອງໂຄງການສ້າງຄວາມສາມາດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ. ຫຼັກສູກອົບຮົມໄລຍະສອງອາທິດດັ່ງກ່າວ ແມ່ນຈັດແຕ່ວັນທີ 11-23 ມິຖຸນາ, ເປັນສ່ວນໜຶ່ງຂອງໂຄງການເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ສະໜັບສະໜູນໂດຍອົງການຮ່ວມມືສາກົນເກົາຫຼີ (KOICA).ອ່ານຕໍ່ ...

ວຽງຈັນທາມສ໌

ລາວສະເໜີໂຄງການເຂື່ອນໄຟຟ້ານ້ຳຂອງແຫ່ງໃໝ່

ເລຂາທິການຄະນະກຳມາທິການແມ່ນ້ຳຂອງໄດ້ຖະແຫຼງໃນອາທິດນີ້ວ່າ ປະເທດລາວຈະທຳການປຶກສາຫາລືກັບປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງກ່ຽວກັບໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງແຫ່ງໃໝ່. ເລຂາທິການຄະນະກຳມາທິການແມ່ນ້ຳຂອງໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນພະຫັດນີ້ວ່າ ໄດ້ຮັບແຈ້ງການຈາກລັດຖະບານລາວວ່າຈະດຳເນີນຕາມຂັ້ນຕອນການປຶກສາຫາລືລ່ວງໜ້າຢ່າງເປັນທາງການ ກ່ຽວກັບໂຄງການສ້າງເຂື່ອນໄຟຟ້ານ້ຳຂອງທີ່ປາກລາຍ.ອ່ານຕໍ່ ...

ເອກກະພອນ ພູທອນສີ

ລັດຖະບານໄທຊ່ວຍເຫຼືອຜູ້ປະສົບເຄາະຈາກການຄ້າມະນຸດ

ລັດຖະບານໄທຕົກລົງສືບຕໍ່ສົ່ງເສີມການກໍ່ສ້າງສູນພັດທະນາສັງຄົມມິດຕະພາບລາວ-ໄທ ຢູ່ວຽງຈັນ ເພື່ອຊ່ວຍຜູ້ປະສົບເຄາະຈາກການຄ້າມະນຸດໃນລາວ. ໃນອາທິດນີ້ ທ່ານ ກຽດຕິຄຸນ ຊາດປຣະເສີດ ເອກອັກຄະລາດຊະທູດໄທຄົນໃໝ່ປະຈຳລາວ ໄດ້ຢືນຢັນແຜນງົບປະມານການກໍ່ສ້າງຈຳນວນ 25 ລ້ານບາດໂດຍປະມານ ໃນໂອກາດຢ້ຽມຢາມ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຢ່າງເປັນທາງການ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຂະແໜງການທ່ອງທ່ຽວໃນລາວມີການຂະຫຍາຍຕົວ ຖ້າທຽບກັບຈຳນວນປະຊາກອນ

ນັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມລາວແມ່ນມີຈຳນວນຫຼາຍ ທຽບກັບປະເທດເພື່ອນບ້ານ ຖ້າພິຈາລະນາຈາກຂະໜາດຂອງປະຊາກອນຂອງປະເທດ, ຍ້ອນວ່າຈຳນວນນັກທ່ອງທ່ຽວທີ່ເຂົ້າມາໃນລາວແມ່ນມີຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນລາວ. ເຖິງແມ່ນວ່າຈຳນວນນັກທ່ອງທ່ຽວມີຈຳນວນຫຼຸດລົງເລັກນ້ອຍ, ຕົວເລກດັ່ງກ່າວຍັງຄົງສູງເມື່ອທຽບກັບປະເທດເພື່ອບ້ານ ຕາມຂະໜາດຂອງປະຊາກອນດັ່ງກ່າວ, ຕາມການລາຍງານຂອງທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ໃນທີ່ປະຊຸມສະພາແຫ່ງຊາດໃນອາທິດທີ່ຜ່ານມາ.ອ່ານຕໍ່ ...

ວຽງຈັນທາມສ໌

ຜູ້ນຳ ACMECS  ຈະທົບທວນຍຸດທະສາດການຮ່ວມມືດ້ານເສດຖະກິດ

ຜູ້ນຳປະເທດສະມາຊິກຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ຂອງ, ເອຍະວະດີ,​ ເຈົ້າພະຍາ (ACMECS) ຈະພົບປະກັນໃນກອງປະຊຸມສຸດຍອດຄັ້ງທີ 8 ຢູ່ບາງກອກ ປະເທດໄທ ໃນວັນທີ 15-16 ມີຖຸນານີ້ ເພື່ອທົບທວນຍຸດທະສາດການຮ່ວມມືດ້ານເສດຖະກິດ. ໃນຂະນະດຽວກັນ ບັນດາຜູ້ນຳຍັງຈະປະຊຸມໃນກອງປະຊຸມສຸດຍອດກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV) ຄັ້ງທີ 9. ຄະນະຜູ້ແທນຈາກລາວທີ່ຈະເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

YhpwX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!