ລາວສະເໜີໂຄງການເຂື່ອນໄຟຟ້ານ້ຳຂອງແຫ່ງໃໝ່

ເລຂາທິການຄະນະກຳມາທິການແມ່ນ້ຳຂອງໄດ້ຖະແຫຼງໃນອາທິດນີ້ວ່າ ປະເທດລາວຈະທຳການປຶກສາຫາລືກັບປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງກ່ຽວກັບໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງແຫ່ງໃໝ່. ເລຂາທິການຄະນະກຳມາທິການແມ່ນ້ຳຂອງໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນພະຫັດນີ້ວ່າ ໄດ້ຮັບແຈ້ງການຈາກລັດຖະບານລາວວ່າຈະດຳເນີນຕາມຂັ້ນຕອນການປຶກສາຫາລືລ່ວງໜ້າຢ່າງເປັນທາງການ ກ່ຽວກັບໂຄງການສ້າງເຂື່ອນໄຟຟ້ານ້ຳຂອງທີ່ປາກລາຍ.

ອ່ານຕໍ່…

ເອກກະພອນ ພູທອນສີ