ວຽງຈັນທາມສ໌

ລັດຖະສະພາ, ການຈ່າຍຄ່າຊົດເຊີຍໃນການສ້າງທາງລົດໄຟຈະສຳເລັດໃນເດືອນນີ້

ເຈົ້າໜ້າທີ່ໆກ່ຽວຂ້ອງໄດ້ລາຍງານໃນທີ່ປະຊຸມສະພາແຫ່ງຊາດໃນອາທິດຜ່ານມາວ່າ ການຈ່າຍຄ່າຊົດເຊີຍສຳລັບປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກການສ້າງເສັ້ນທາງລົດໄຟລາວ-ຈີນ ພ້ອມທັງສິ່ງອຳນວຍຄວາມສະດວກທີ່ກ່ຽວຂ້ອງ ຄາດວ່າຈະສາມາດຊຳລະສະສາງພາຍໃນເດືອນນີ້ ຫຼັງຈາກທີ່ມີການຊັກຊ້າມາດົນພໍສົມຄວນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຍີ່ປຸ່ນໃຫ້ທຶນ 23 ຕື້ກີບເພື່ອສົງເສີມການສຶກສາໃນລາວ

ລັດຖະບານຍີ່ປຸ່ນໄດ້ໃຫ້ທຶນຊ່ວຍເຫຼືອກວ່າ 23 ຕື້ກີບ (310 ລ້ານເຢັນ) ຜ່ານກອງທຶນຊ່ວຍເຫຼືອລ້າຍີ່ປຸ່ນ ສຳລັບທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ (JDS) ເພື່ອສົ່ງເສີມການສຶກສາຂອງລາວ. ທຶນການສຶກສາດັ່ງກ່າວແມ່ນສຳລັບລັດຖະກອນທົ່ວປະເທດ ເພື່ອຍົກລະດັບຄວາມຮູ້ ແລະ ສົ່ງເສີມການສຶກສາສຳລັບຜູ້ນຳລາວໃນອະນາຄົດ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວ ລຸກຊຳບວກສືບຕໍ່ຮັດແໜ້ນການຮ່ວມມື

ລັດຖະບານລາວ ແລະ ລຸກຊຳບວກ ໄດ້ຕົກລົງສືບຕໍ່ຮັດແໜ້ນມິດຕະພາບ,​ ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງຊາດ. ໃນການພົບປະກັນລະຫວ່າງສອງຊາດໄດ້ມີການທົບທວນຄວາມຄືບໜ້າໃນການຮ່ວມມືໃນຊຸມປີທີ່ຜ່ານມາ ແລະ ໄດ້ມີການປຶກສາຫາລືແຜນການສົ່ງເສີມການຮ່ວມມືໃນຕໍ່ໜ້າ ທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.ອ່ານຕໍ່ ...

ວຽງຈັນທາມສ໌

ສະພາແຫ່ງຊາດຊຸກຍູ້ການກວດກາການປະຕິບັດງານຂອງລັດຖະບານ

ສະພາແຫ່ງຊາດບໍ່ພຽງແຕ່ມີບົດບາດໃນການຕັດສິນໃຈກ່ຽວກັບບັນຫາພື້ນຖານທີ່ສົ່ງຜົນກະທົບຕໍ່ຊາດ ແຕ່ຍັງທຳໜ້າທີ່ກວດສອບການປະຕິບັດງານຂອງລັດຖະບານ. ຕາມບົດລາຍງານຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໄດ້ມີການອະນຸມັດໂຄງການລະດັບຊາດທີ່ສະເໜີໂດຍຂະແໜງການລັດຈຳນວນ 17 ໂຄງການ.ອ່ານຕໍ່ ...

ສົມສັກ ພົງຂາວ

ລາວແລະກອງທຶນອະນຸລັກທຳມະຊາດໂລກສືບຕໍ່ຮ່ວມມືກ່ຽວກັບການຕັດໄມ້ໄຜ່, ຫວາຍ

ລັດຖະບານລາວ ແລະ ກອງທຶນອະນຸລັກທຳມະຊາດໂລກໄດ້ຕົກລົງຈັດຕັ້ງປະຕິບັດໂຄງການຕັດ ແລະ ຜະລິດໄມ້ໄຜ່-ຫວາຍແບບຍືນຍົງໄລຍະທີ 5. ບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ມີການລົງນາມກັນໃນວັນຈັນທີ່ຜ່ານມານີ້ ທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ທີ່ວຽງຈັນ.ອ່ານຕໍ່ ...

ວຽງຈັນທາມສ໌

ອຳນາດການປົກຄອງຂັ້ນແຂວງຈາກລາວ, ໄທ ປຶກສາຫາລືເພື່ອສະກັດກັ້ນການຄ້າມະນຸດ

ອຳນາດການປົກຄອງແຂວງຈຳປາສັກ ປະເທດລາວ ແລະ ຈັງຫວັດອຸບົນລາດຊະທານີ ປະເທດໄທ ສືບຕໍ່ຮ່ວມມືກັນໃນໂຄງການປົກປ້ອງແຮງງານແມ່ຍິງ ແລະ ເດັກນ້ອຍຈາກການຄ້າປະເວນີທີ່ຜິດກົດໝາຍ ແລະ ການຄ້າມະນຸດ. ຕາມການລາຍງານຂອງສຳນັກຂ່າວຈຳປາໃໝ່, ການປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ຈັງຫວັດອຸບົນລາດຊະທານີ ເພື່ອແລກປ່ຽນປະສົບການ ແລະ ທັກສະຕ່າງໆໃນການຈັດການກັບການຄ້າມະນຸດໃນພື້ນທີ່ຊາຍແດນລະຫວ່າງສອງແຂວງ.ອ່ານຕໍ່ ...

ວຽງຈັນທາມສ໌

ນາຍົກກ່າວ: ເສັ້ນທາງລົດໄຟຈະສ້າງຜົນປະໂຫຍດທາງດ້ານເສດຖະກິດ ແລະ ການພັດທະນາ

ສຳນັກຂ່າວນິເຄອິຂອງຍີ່ປຸ່ນໄດ້ລາຍງານໃນວານນີ້ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມທີ່ປະເທດຍີ່ປຸ່ນວ່າ ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນສ່ວນໜຶ່ງການລິເລີ່ມເສັ້ນທາງເຊື່ອມໂຍງດ້ານການຄ້າຂອງຈີນ ຈະສ້າງຜົນປະໂຫຍດໃຫຍ່ຫຼວງຕໍ່ເສດຖະກິດ ແລະ ພາບລວມການພັດທະນາຂອງລາວ. ຈາກເປົ້າໝາຍການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາທີ່ສຸດ ທ່ານນາຍົກໄດ້ກ່າວໃນກອງປະຊຸມວ່າດ້ວຍອະນາຄົດຂອງອາຊີ ທີ່ກຸງໂຕກຽວວ່າ ລັດຖະບານລາວມີເຈດຈຳນົງຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ເປັນຂົວຕໍ່ເຊື່ອມໂຍງພາກພື້ນ ແລະ ການສ້າງເສັ້ນທາງລົດໄຟນີ້ແມ່ນໜຶ່ງໃນບາດກ້າວສຳຄັນຂອງແຜນການດັ່ງກ່າວ.ອ່ານຕໍ່ ...

ວຽງຈັນທາມສ໌

ເຢຍລະມັນໃຫ້ທຶນກູ້ຢືມເພື່ອຊ່ວຍເຫຼືອວຽກງານດ້ານທັນຕະກຳໃນລາວ

ສະຖາບັນຕຣີນອນ ຄອລເລຈຽມ ແພລກຕິຄັມ ແຫ່ງປະເທດເຢຍລະມັນໃຫ້ທຶນຊ່ວຍເຫຼືອປະມານ 1 ລ້ານໂດລາສະຫະລັດ (ຫຼືກວ່າ 8 ຕື້ກີບ) ແກ່ລາວ ເພື່ອປັບປຸງການບໍລິການດ້ານສຸຂະພາບຊ່ອງປາກ ແຕ່ປີ 2018-2021. ພິທີເຊັນຂໍ້ຕົກລົງໄລຍະ 3 ຂອງໂຄງການຍົກລະດັບວຽກງານດ້ານທັນຕະກຳດັ່ງກ່າວ ໄດ້ຈັດຂຶ້ນທີ່ວຽງຈັນ ໃນວັນຈັນທີ່ຜ່ານມາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສະພາແຫ່ງຊາດຫາລືຮ່າງແຜນແມ່ບົດກ່ຽວກັບການນຳໃຊ້ທີ່ດິນ

ໃນມື້ວານນີ້ ສະມາຊິກສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ລັດຖະບານທຳການປັບປຸງການຄຸ້ມຄອງ ແລະ ຈັດສັນທີ່ດິນໃຫ້ເໝາະສົມກັບຈຸດປະສົງການນຳໃຊ້ຕ່າງໆ ເມື່ອນັກກົດໝາຍຫາລືແຜນແມ່ບົດແຫ່ງຊາດກ່ຽວກັບການຈັດສັນທີ່ດິນ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານຊຸກຍູ້ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ ແລະ ຢາຂ້າຫຍ້າ

ສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ລັດຖະບານດຳເນີນການຄວບຄຸມການນຳໃຊສານເຄມີໃນການກະສິກຳ ແລະ ສະກັດກັ້ນການນຳເຂົ້າຢາຂ້າຫຍ້າ ແລະ ຢາປາບສັດຕູພືດທີ່ບໍ່ຖືກຕາມລະບຽບກົດໝາຍ.ອ່ານຕໍ່ ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

xXnJp
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!