ທູດກ່າວ: ນະໂຍບາຍການຕ່າງປະເທດໃໝ່ຂອງເກົາຫຼີຈະສົ່ງເສີມການຮ່ວມມືກັບອາຊຽນ ແລະ ລາວ

ທ່ານເອກອັກຂະລັດຖະທູດເກົາຫຼີປະຈຳລາວໄດ້ກ່າວວ່າ ນະໂຍບາຍການຕ່າງປະເທດສະບັບໃໝ່ຂອງສາທາລະນະລັດເກົາຫຼີ ຈະສົ່ງເສີມສາຍພົວພັນ ແລະ ການຮ່ວມມື ກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ລວມທັງປະເທດລາວ. “ນະໂຍບາຍທາງໃຕ້ສະບັບໃໝ່” ພາຍໃຕ້ການນຳຂອງຄະນະລັດຖະບານຂອງປະທານມູນເຈອິນ ແມ່ນແນໃສ່ເສີມຂະຫຍາຍການພົວພັນທາງດ້ານເສດຖະກິດ ກັບສະມາຄົມປະຊາຊາດແຫ່ງອາຊີຕາເວນອອກສຽງໃຕ້ ທີ່ມີ 10 ປະເທດສະມາຊິກ ເຊິ່ງມີລາວເປັນໜຶ່ງໃນນັ້ນ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ