ແຂວງຫົວພັນຈະພັດທະນາແກ້ງລິດໃຫ້ເປັນແຫຼ່ງທ່ອງທ່ຽວ

ແກ້ງລິດ ເມືອງແອດ ແຂວງຫົວພັນ ກຳລັງຈະຖືກພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ ສຳລັບນັກທ່ອງທ່ຽວ ເພື່ອສົ່ງເສີມການທ່ອງທ່ຽວດ້ານຄວາມສວຍງາມທາງທັດສະນິຍະພາບຂອງແຂວງ. ທ່ານພູວັນ ເພັດມີໄຊ ຮອງຫົວໜ້າພະແນກຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ ໄດ້ກ່າວຜ່ານໜັງສືພິມວຽງຈັນທາມສ໌ໃນວັນສຸກແລ້ວນີ້ວ່າ ແກ້ງຕາດຢູ່ບ້ານນາຄຳນີ້ ມີຄວາມສວຍງາມຫຼາຍ ແລະ ມີທ່າແຮງໃນການດຶງດູດນັກທ່ອງທ່ຽວ. ການພັດທະນາກິດຈະກຳການທ່ອງທ່ຽວຢູ່ຕາມແກ້ງລຳນ້ຳແອດນີ ຈະເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ. ນອກນັ້ນ ໃນພື້ນທີ່ດັ່ງກ່າວຍັງມີຖ້ຳ ແລະນ້ຳຕົກຕາດຕ່າງໆທີ່ໜ້າສົນໃຈ.

ອ່ານຕໍ່…

ວຽງຈັນທາມສ໌