ສະຫວັນນະເຂດສະເຫຼີມສະຫຼອງສະຖານະນະຄອນຂອງເມືອງໄກສອນພົມວິຫານ

ໃນວັນສຸກທີ່ຜ່ານມານີ້ ແຂວງສະຫວັນນະເຂດໄດ້ປະກາດໃຫ້ເມືອງໄກສອນພົມວິຫານມີສະຖານະເປັນນະຄອນຢ່າງເປັນທາງການ ຫຼັງຈາກທີ່ລັດຖະບານໄດ້ມີການອະນຸມັດການຍົກສະຖານະພາບການເປັນນະຄອນຂອງສາມເມືອງທີ່ຜ່ານມາ. ລັດຖະບານໄດ້ອະນຸມັດ ການປ່ຽນສະຖານະພາບດັ່ງກ່າວເພື່ອຍົກລະດັບການປົກຄອງ ແລະ ການພັດທະນາບັນດາຕົວເມືອງຕ່າງໆ. ໃນນີ້ມີການປະກາດ ເມືອງຫຼວງພະບາງ ເປັນນະຄອນຂອງແຂວງຫຼວງພະບາງ, ເມືອງໄກສອນພົມວິຫານ ເປັນນະຄອນຂອງແຂວງສະຫວັນນະເຂດ ແລະ ເມືອງປາກເຊ ເປັນນະຄອນຂອງແຂວງຈຳປາສັກ.

ອ່ານຕໍ່…

ວຽງຈັນທາມສ໌