ວຽງຈັນທາມສ໌

ໂຄງການເພື່ອອະນາຄົດອັນສົດໃສສຳລັບເດັກຊົນນະບົດ

ເຂດຊົນນະບົດໃນແຂວງອຸດົມໄຊ ຈະໄດ້ຮັບການຊ່ວຍເຫຼືອໃນການພັດທະນາດ້ານການສຶກສາ ຜ່ານໂຄງການ “ສະໜັບສະໜູນ ແລະ ສົ່ງເສີມຂະແໜງການສຶກສາໃນຊົນນະບົດ” ເຊິ່ງເປັນໂຄງການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ໂຄງການເດັກອາຊີຊ່ວຍລາວ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວກ້າວໜ້າໃນການພັດທະນາແບບຍືນຍົງ

ການຂະຫຍາຍຕົວຂອງເສດຖະກິດຢ່າງຕໍ່ເນື່ອງ ແລະ ຄວາມຄືບໜ້າໃນການຫຼຸດຜ່ອນຄວາມທຸກຍາກ ແມ່ນຂີດໝາຍໜຶ່ງທີ່ສະແດງຄວາມກ້າວໜ້າຂອງປະເທດໃນການບັນລຸເປົ້າໝາຍກັານພັດທະນາແບບ ຍືນຍົງ (SDGs). ໃນວັນພຸດທີ່ຜ່ານມານີ້ ຄະນະກຳມະການຊີ້ນຳໂຄງການລະດັບຊາດເພື່ອການຈັດຕັ້ງປະຕິບັດ SDGs ໄດ້ລາຍງານໃນທີ່ປະຊຸມຄັ້ງທີສອງເພື່ອປຶກສາຫາລືການທົບທວນໂດຍສະໝັກໃຈໃນການຈັດຕັ້ງປະຕິບັດວາລະກອງປະຊຸມເພື່ອການພັດທະນາແບບຍືນຍົງ 2030.ອ່ານຕໍ່ ...

ວຽງຈັນທາມສ໌

ສະມາຄົມຊາວໜຸ່ມ ລາວ, ກູບາ ສານສ້າງສາຍສຳພັນໃກ້ຊິດ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະມາຄົມ ຊາວໜຸ່ມຄອມມູນິດກູບາ (UJC-Union De Jovenes Comunistas De Cuba) ໄດ້ຮັດແໜ້ນການພົວພັນ ໂດຍຜ່ານຂໍຕົກລົງການຮ່ວມມືສະບັບໃໝ່. ຂໍ້ຕົກລົງກ່ຽວກັບການແລກປ່ຽນ ແລະ ການຮ່ວມມື ລະຫວ່າງສອງຝ່າຍໄດ້ຮັບການລົງນາມຢູ່ວຽງຈັນໃນມື້ວານນີ້ອ່ານຕໍ່ ...

ວຽງຈັນທາມສ໌

ລາວກຽມສົ່ງອອກກ້ວຍ 12,000 ໂຕນໄປປະເທດລັດເຊຍ

ບໍລິສັດສຸກຮຸ່ງເຮືອງ ວາງແຜນຂາຍກ້ວຍ 12,000 ໂຕນທີ່ເກັບກ່ຽວໄດ້ຈາກການສຳປະທານພື້ນທີ່ກະສິກຳໃນແຂວງສະຫວັນນະເຂດ ໃຫ້ແກ່ລັດເຊຍ. ບໍລິສັດຫວຽດລາຍນີ້ ວາງແຜນການລົງທຶນ 38 ລ້ານໂດລາສະຫະລັດ ໃນການປູກໄມ້ໃຫ້ໝາກ ປະມານ 5,500 ເຮັກຕາ ຢູ່ເມືອງນອງ ແຂວງສະຫວັນນະເຂດ ແລະໄດ້ຖາກຖາງພື້ນທີ່ 1,900 ເຮັກຕາເພື່ອປູກຕົ້ນໄມ້ ພາຍຫຼັງໄດ້ມີການປູກສຳເລັດ 700 ເຮັກຕາ ໃນປີທີ່ຜ່ານມາອ່ານຕໍ່ ...

ວຽງຈັນທາມສ໌

ລັດປັບປຸງມາດຕະການກະຕຸ້ນການເຕີບຕົວທາງດ້ານເສດຖະກິດ

ລັດຖະບານໄດ້ຮັບຮອງເອົາມາດຕະການເພື່ອກະຕຸ້ນການເຕີບຕົວທາງດ້ານເສດຖະກິດ ທັງດຳເນີນບາດກ້າວເພື່ອຈຳກັດເງິນເຟີ້ ເຊິ່ງອາດເກີດຄວາມຫຍຸ້ງຍາກ ຖ້າຄ່າເງິນດີດຕົວຂຶ້ນສູງ.ອ່ານຕໍ່ ...

ສົມສັກ ພົງຂາວ

ກະຊວງທົບທວນຫຼັກສູດການສຶກສາລະດັບປະລິຍາຕີຂອງວິທະຍາໄລ

ການຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ວິທະຍາໄລພາກລັດ ແລະ ເອກະຊົນ ຍື່ນບົດສະເໜີໃນການເປີດຫຼັກສູດການສຶກສາຊັ້ນສູງ ແລະ ປະລິນຍາຕີຄືນໃໝ່ ຫຼັງຈາກໄດ້ມີການປິດການໃຫ້ບໍລິການຫຼັກສູດດັ່ງກ່າວຊົ່ວຄາວແຕ່ສົກການສຶກສາ 2013-14. ວິທະຍາໄລຂອງລັດ ແລະ ເອກະຊົນຫຼາຍແຫ່ງໃນວຽງຈັນ ແລະ ຕ່າງແຂວງ ສາມາດຍື່ນບົດສະເໜີຕໍ່ກົມການສຶກສາຊັ້ນສູງຂອງກະຊວງ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງກຳລັງປະເມີນຄືນຄວາມສາມາດໃນການສິດສອນຫຼັກສູດດັ່ງກ່າວ ອີງຕາມການລາຍງານຈາກທາງການອ່ານຕໍ່ ...

ວຽງຈັນທາມສ໌

ຊ່ຽວຊານສາທາກະກຽມການປ້ອງກັນຢູ່ດ່ານຂາເຂົ້າ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ

ຕາງໜ້າຄູ່ຮ່ວມພັດທະນາ ແລະກົມກອງຂອງກະຊວງສາທາລະນະສຸກໄດ້ປະຊຸມກັນໃນມື້ວານນີ້ຢູ່ວຽງຈັນ ເພື່ອປຶກສາຫາລືການກະກຽມດ່ານຂາເຂົ້າ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໃນລາວ.ອ່ານຕໍ່ ...

ວຽງຈັນທາມສ໌

ແຜນປູກຕົ້ນໄມ້ໃຫ້ເປັນປ່າ ຕ້ອນຮັບວັນປູກຕົ້ນໄມ້

ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ປະກາດແຜນການທີ່ມຸ່ງໝັນໃນການປູກຕົ້ນໄມ້ໃຫ້ໄດ້ 27,000 ເຮັກຕາ ໃນປີນີ້ ເພື່ອເປັນການເພີ່ມພື້ນທີ່ປ້າໄມ້  ແລະ ຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດປະຈຳປີ ໃນວັນທີ 1 ມິຖຸນານີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ກະຊວງຈະສ້າງການສຶກສາໃຫ້ເຂົ້າເຖິງເດັກນ້ອຍໃນຊົນນະບົດທົ່ວເຖິງຍິ່ງຂຶ້ນ

ກະຊວງສຶກສາ ແລະ ກິລາ ວາງແຜນເພີ່ມໂອກາດໃຫ້ແກ່ເດັກນ້ອຍຊົນນະບົດໄດ້ເຂົ້າເຖິງການສຶກສາ ໂດຍການສ້າງຫ້ອງຮຽນ ແລະ ຫໍພັກສຳລັບຄູເພີ່ມເຕີມ. ກະຊວງໄດ້ປະກາດການລິເລີ່ມດັ່ງກ່າວໃນກອງປະຊຸມ ເພື່ອຄຳນັບຮັບຕ້ອນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ.ອ່ານຕໍ່ ...

ວຽງຈັນທາມສ໌

ແຂວງຫົວພັນຈະເລັ່ງມືການພັດທະນາ ທັງແກ້ໄຂບັນຫາການສໍ້ລາດບັງຫຼວງ

ອຳນາດການປົກຄອງແຂວງຫົວພັນ ໄດ້ຖືກມອບໝາຍໃຫ້ເລັ່ງມື ໃນການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ແກ້ໄຂບັນຫາການສໍ້ລາດບັງຫຼວງໃນແຂວງພາກເໜືອ. ໃນໂອກາດເດີນທາງຢ້ຽມຢາມແຂວງດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພະນັກງານແຂວງເພີ່ມທະວີບົດບາດການນຳ ເພື່ອແກ້ໄຂຄວາມທຸກຍາກ ປະກອບສ່ວນນຳພາປະເທດຊາດໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາທີ່ສຸດໃນປີ 2020.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

3JvkP
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!