News
ລາວຊຸກຍູ້ໃຫ້ຈີນເພີ່ມໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ
ໃນອາທິດນີ້ ກະຊວງອຸດສາຫະກຳ ແລະ ການຄ້າລາວໄດ້ຮຽກຮ້ອງໃຫ້ຈີນ ພິຈາລະນາປັບໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ ຄຽງຄູ່ກັບການຮັບເອົາສິນຄ້າອຸດສະຫະກຳອື່ນໆ ເພື່ອເປັນການສົ່ງເສີມການຄ້າສອງຝ່າຍ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ໄດ້ຍື່ນຂໍ້ສະເໜີດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງກອງປະຊຸມກັບຄະນະຜູ້ແທນຈີນ ເຊິ່ງນຳໂດຍທ່ານ ໜິງ ຊິເຈ ຮອງປະທານຄະນະກຳມາທິການເພື່ອການພັດທະນາ ແລະ ປະຕິຮູບແຫ່ງຊາດ (NDRC) ຂອງສາທາລະນະລັດປະຊາຊົນຈີນ ທີ່ວຽງຈັນ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ຖະໜົນໃໝ່ໃນວຽງຈັນຈະຍົກລະດັບການຄ້າຂາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນ
ນັກຂັບຂີ່ຈະພົບຄວາມສະດວກໃນການສັນຈອນໃນນະຄອນຫຼວງ ເມື່ອການກໍ່ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງພື້ນທີ່ບຶງທາດຫຼວງ ແລະ ຖະໜົນສາຍອື່ນໆດຳເນີນສຳເລັດ.ເຂດເສດຖະກິດພິເສດບຶງທາດຫຼວງພວມວາງແຜນລົງທຶນປະມານ US$7 ໂດລາ, ເຊິ່ງລວມມີຄ່າຊົດເຊີຍ, ຄ່າຍົກລະດັບຖະໜົນບໍລິເວນພື້ນທີ່ເຂດ ເພື່ອເຊື່ອມຕໍ່ຖະໜົນສາຍຕ່າງໆໃນນະຄອນຫຼວງວຽງຈັນ ເພື່ອຫຼຸດຜ່ອນຄວາມໜາແໜ້ນຂອງການຈໍລະຈອນ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລາວຮ່ວມມືກັບສະຫະລັດໃນການສົ່ງເສີມການລົງທຶນດ້ານເຮືອບິນ
(ຂປລ) ເຈົ້າໜ້າທີ່ລັດປະມານ 40 ຄົນ ຮ່ວມກັບເຈົ້າໜ້າທີ່ຈາກສະຫະລັດ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາວ່າດ້ວຍອະນຸສັນຍາ Cape Town ເພື່ອຫາລືກ່ຽວກັບມາດຕະການປະຕິບັດທີ່ດີທີ່ສຸດໃນການສົ່ງເສີມສະພາບແວດລ້ອມທຸລະກິດກ່ຽວກັບການຊື້ ແລະ ການລົງທຶນດ້ານເຮືອບິນໃນ ສປປ ລາວ.ກອງປະຊຸມສຳມະນາດັ່ງກ່າວແມ່ນຈັດໂດຍສະຖານທູດສະຫະລັດ ຮ່ວມກັບກົມການບິນພົນລະເຮືອນຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ພາຍໃຕ້ການສະໜັບສະໜູນຂອງບໍລິສັດ Boeing ແລະ GE ທີ່ນະຄອນຫຼວງວຽງຈັນ ໃນວັນທີ 20 ກຸມພາ 2019.ອ່ານຕໍ່ ...
ຂປລ
ອົງການ WWF ແລະ ເຈົ້າໜ້າທີ່ລາວທົບທວນການນຳໃຊ້ປ້າໄມ້
(ຂປລ) ເຈົ້າໜ້າທີ່ແຂວງ ແລະ ຜູ້ນຳຊຸມຊົນຮ່ວມປະຊຸມກັບອົງການກອງທຶນເພື່ອການອະນຸລັກສິ່ງແວດລ້ອມປະຈຳລາວ (WWF-Laos) ທີ່ເມືອງພຽງ ແຂວງໄຊຍະບູລີ ໃນວັນທີ 7 ກຸມພາ 2019 ເພື່ອທົບທວນຜົນການສຳຫຼວດ ແລະ ແຕ້ມແຜນທີ່ການນຳໃຊ້ທີ່ດິນຂອງຄົວເຮືອນ ແລະ ການຖືກຳມະສິດ, ລາຍຮັບ ແລະ ຕົວກຳນົດດ້ານເສດຖະກິດ-ສັງຄົມ ແລະ ກະສິກຳຕ່າງໆ.ອ່ານຕໍ່ ...
ຂປລ
Vinachem ຈະຖອນໂຄງການຂຸດຄົ້ນບໍ່ແຮ່ທີ່ຂາດດູນໃນລາວ
ກຸ່ມລັດວິສາຫະກິດເຄມີແຫ່ງຊາດຫວຽດນາມ (Vinachem) ຕັດສິນໃຈຖອນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດໂປເຕຊຽມຢູ່ແຂວງຄຳມ່ວນຂອງລາວ ຫຼັງຈາກທີ່ໄດ້ທຸ່ມທຶນຫຼາຍພັນຕື້ດົງໃນໂຄງການຂະໜາດໃຫຍ່ໄລຍະ 15 ປີດັ່ງກ່າວ, ຕາມການລາຍງານຂອງໜັງສືພິມ Tuoi Tre Online.ການຖອນໂຄງການດັ່ງກ່າວແມ່ນເປັນຜົນມາຈາກການຂາດດູນງົບປະມານຂອງລັດຢ່າງມະຫາສານ, ຕາມນັກກວດສອບຕໍ່ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ.ອ່ານຕໍ່ ...
Vietnamnet
ຊາວບ້ານຟື້ນຟູຊີວິດການເປັນຢູ່ຫຼັງໄພພິບັດເຂື່ອນແຕກ
ເປັນເວລາຫົກເດືອນມາແລ້ວທີ່ທົ່ວໂລກໄດ້ຮັບຮູ້ກ່ຽວກັບເຫດໄພພິບັດສັນເຂື່ອນແຕກທີ່ໜ້າສະເທືອນຂວັນໃນປະເທດລາວ.ເຫດການດັ່ງກ່າວແມ່ນເກີດໃນທ້າຍເດືອນກໍລະກົດ 2018 ທີ່ສັນເຂື່ອນເຊປຽນ-ເຊນ້ຳນ້ອຍໄດ້ແຕກ ເຮັດໃຫ້ມວນນ້ຳມາຫາສານໄຫຼຖ້ວມຢ່າງກະທັນຫັນ ສົ່ງຜົນກະທົບຕໍ່ປະຊາຊົນກວ່າ 13,000 ຄົນທີ່ແຂວງອັດຕະປື ທາງພາກໃຕ້ຂອງ ສປປ ລາວ. ມວນນ້ຳດັ່ງກ່າວໄດ້ພັດຖ້ວມເຮືອນຊານຂອງປະຊາຊົນກວ່າ 6,000 ຄົນ ແລະ ໄດ້ປະເສດຊາກຂີ້ຕົມ ແລະ ກ້ອນຫີນໄວ້ຕາມພື້ນທີ່ກະສິກຳເຊິ່ງເປັນອູ່ເຂົ້າອູ່ປາ ແລະ ແຫຼ່ງລາຍຮັບຂອງຫຼາຍຄອບຄົວໃນພື້ນທີ່.ມາເຖິງປະຈຸບັນ ຫຼາຍຄອບຄົວທີ່ໄດ້ຮັບຜົນກະທົບໄດ້ກັບຄືນສູ່ບ້ານເຮືອນຂອງຕົນທີ່ໄດ້ຮັບການປົວແປງ, ຂະນະທີ່ຜູ້ທີ່ບ້ານເຮືອນເພພັງເຫຼືອແຕ່ເສດຊາກ ຍັງຄົງລໍຄອຍທີ່ຢູ່ອາໄສຖາວອນໃໝ່ ທີ່ທາງລັດຖະບານກຳລັງຈັດສັນກໍ່ສ້າງ.ອ່ານຕໍ່ ...
Tiamkare Thitithamtada, IFRC
ນະຄອນຫຼວງສັ່ງຫ້າມບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າກ່ອນເວລາ 4 ໂມງແລງ
ເພື່ອເປັນການສົ່ງເສີມສຸຂະພາບ ແລະ ຄວາມປອດໄພຂອງພົນລະເມືອງລາວ, ເຈົ້າຄອງນະຄອນຫຼວງວຽງຈັນໄດ້ອອກມາດຕະການສັ່ງຫ້າມຂາຍເຄື່ອງດື່ມທີ່ມີທາດເຫຼົ້າໃນນະຄອນຫຼວງວຽງຈັນກ່ອນເວລາ 4 ໂມງແລງ.ຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ລົງວັນທີ 21 ທັນວາ 2018 ວ່າດ້ວຍມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ສົ່ງເສີມຄວາມປອດໄພຕາມທ້ອງຖະໜົນ, ເຈົ້າໜ້າທີ່ຈະເລີ່ມມີການກວດກາ ແລະ ປັບໃໝລົງໂທດຫ້າງຮ້ານ ແລະ ກິດຈະການຕ່າງໆທີ່ຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າທີ່ບໍ່ປະຕິບັດຕາມລະບຽບການ ເລີ່ມແຕ່ວັນທີ 1 ມັງກອນ 2019 ເປັນຕົ້ນໄປ.ອ່ານຕໍ່ ...
Lao Post
ລາວ, ຫວຽດນາມສົ່ງເສີມການຮ່ວມມືດ້ານການພັດທະນາຂະແໜງພະລັງງານ
ຮ່າໂນຍ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຈະສືບຕໍ່ຮ່ວມມືດ້ານການຄ້າຂາຍໄຟຟ້າ ຫຼັງຈາກຄະນະນຳຈາກກກະຊວງພະລັງງານ ແລະ ບໍ່ແຮ່ລາວ ເດີນທາງຢ້ຽມຢາມເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ທີ່ນະຄອນຮ່າໂນຍ ປະເທດຫວຽດນາມ.ການຢ້ຽມຢາມດັ່ງກ່າວແມ່ນນຳໂດຍທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃນວັນທີ 16-19 ກຸມພາ, ເພື່ອຮັດແໜ້ນສາຍພົວພັນດ້ານການຄ້າໄຟຟ້າ ລະຫວ່າງສອງປະເທດແຕ່ເໜືອເຖິງໃຕ້, ເຊິ່ງລວມມີ 9 ຈຸດໃນລະບົບສາຍສົ່ງ 220kV, 230 kV ແລະ 500kV.ອ່ານຕໍ່ ...
ໂຕະຂ່າວ
ຈຳນວນຜູ້ຕິດເຊື້ອ HIV ໃໝ່ປີຜ່ານມາເພີ່ມຂຶ້ນສອງເທົ່າ
ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນຜູ້ຕິດເຊື້ອ HIV ໃໝ່ໃນປີ 2018 ເພີ່ມເປັນສອງເທົ່າທຽບກັບປີ 2017 ໃນກຸ່ມສ່ຽງ, ຕາມເຈົ້າໜ້າທີ່ສາທາ.ທ່ານນາງ ຈິນຕະນາ ສົມຄານ ຫົວໜ້າມູນນິທິປິ່ນປົວພະຍາດ AIDS ລາວ ກ່າວວ່າຍອກຜູ້ຕິດເຊື້ອແຕ່ປີ 1990-2018 ມີເກືອບ 12,000 ກໍລະນີ ເຊິ່ງໃນນັ້ນປະມານ 1,500 ກໍລະນີ ຕິດເຊືື້ອໃນປີ 2017.ອ່ານຕໍ່ ...
ສຸກສະໄໝ ບູລົມ
ລາວເສີມຂະຫຍາຍຂັ້ນຕອນການກຳນົດຄ່າແຮງງານຂັ້ນຕ່ຳ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ (LNCCI) ຈະສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານສາກົນ (ILO) ໃນການສ້າງຄຳແນະນຳກ່ຽວກັບການກຳນົດອັດຕາຄ່າແຮງງານຂັ້ນຕ່ຳໃນລາວ.ຫວ່າງບໍ່ດົນມານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ມີການອະນຸມັດຄ່າແຮງງານຂັ້ນຕ່ຳໃຫ້ເປັນ 1,100,000 ກີບຕໍ່ເດືອນ ແລະ ກຳລັງມີການຈັດຕັ້ງປະຕິບັດ. ເຖິງຢ່າງໃດກໍ່ຕາມ, ຂະແໜງທຸລະກິດ, ໃນນາມຂອງຜູ້ຈ້າງງານ, ໄດ້ມີການຮຽກຮ້ອງໃຫ້ມີຂັ້ນຕອນການຄິດໄລ່ທີ່ສົມເຫດຜົນ ແລະ ເປັນວິທະຍາສາດ ກ່ອນທຳການປັບຂຶ້ນຄ່າແຮງງານຂັ້ນຕ່ຳ.ອ່ານຕໍ່ ...
ໂຕະຂ່າວ