Uncategorized
ການຄ້າໂຕລິ່ນແບບຜິດກົດໝາຍໄດ້ແຜ່ລາມຜ່ານທາງອອນລາຍໃນລາວ
ພໍ່ຄ້າສັດປ່າກ່າວວ່າ ການຄ້າໂຕລິ່ນແບບດກົດໝາຍ ຍັງເກີດຂື້ນຢ່າງຕໍ່ເນື່ອງ ລວມເຖິງການຄ້າທາງອິນເຕີແນັດ ເຖິງວ່າຈະຈັດຢູ່ໃນສັດປ່າ ທີ່ໃກ້ຈະສູນພັນ ແລະ ເຖິງແມ່ນວ່າ ລັດຖະບານ ໄດ້ມີການສັ່ງປາບປາມ ການຄ້າສັດປ່າ ທີ່ໃກ້ຈະສູນພັນກໍຕາມ.ປະເທດລາວ, ນັບວ່າເປັນສູນກາງການຂົນສົ່ງສັດປ່າທີ່ມີຊື່ສຽງໃນການຄ້າສັດປ່າທີ່ຜິດກົດໝາຍ ແລະ ເຊິ່ງລວມທັງຊິ້ນສ່ວນຮ່າງກາຍຂອງພວກມັນ; ແລະກໍເປັນໜຶ່ງໃນບັນດາປະເທດອັນດັບຕົ້ນໆຂອງໂລກທີ່ມີການຄ້າໂຕລິ່ນທີ່ຜິດກົດໝາຍ.ອ່ານເພິ່ມເຕີມ ...
RFA lao
ເຈົາໜ້າທີ່ອຸຕຸນິຍົມ ຄາດວ່າອາກາດໃນລາວ ຍັງຈະສືບຕໍ່ໜາວເຢັນ
ເຈົ້າໜ້າທີ່ອຸຕຸນິຍົມ ໄດ້ແຈ້ງເຕືອນປະຊາຊົນໃນທົ່ວປະເທດກ່ຽວກັບສະພາບອາກາດທີ່ຍັງຈະສືບຕໍ່ໜາວເຢັນ, ພ້ອມທັງມີໝອກໜາ ແລະ ລົມພັດແຮງຢູ່ທາງພາກເໜືອຂອງລາວ ໃນຊ່ວງວັນທີ 4-8 ທັນວານີ້.ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ໄດ້ອອກແຈ້ງເຕືອນວ່າສະພາບອາກາດໜາວເຢັນກຳລັງແຜ່ປົກຄຸມໃນທົ່ວປະເທດ ເຊິ່ງອຸນນະພູມຄາດວ່າຈະສືບຕໍ່ຫຼຸດລົງເຖິງລະດັບ 5-7C ຢູ່ທາງພາກເໜືອຂອງປະເທດ.ແຂວງໄຊສົມບູນ ຄາດວ່າຈະມີອາກາດທີ່ໜາວເຢັນກວ່າໝູ່ ພ້ອມມີໝອກໜາໃນຕອນເຊົ້າ ເຊັ່ນດຽວກັບຢູ່ເຂດພູພຽງບໍລະເວນທາງພາກໃຕ້ ເຊິ່ງອຸນນະພູມອາດຫຼຸດລົງເຖິງ 3-5C ພ້ອມທັງມີໝອກໜາ ແລະ ລົມພັດແຮງ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ບໍລິສັດເກົາຫຼີໃຕ້ ຈະເປີດໂຕເວັບໄຊຂາຍຫວຍອອນໄລໃນລາວ
ບໍລິສັດ Kona I ຂອງເກົາຫຼີໃຕ້ ຈະຮ່ວມກັບບໍລິສັດຫວຍລາວ ໂຕໂຕ ເປີດໂຕລະບົບຂາຍຫວຍແບບອອນໄລໃນລາວ ເຊິ່ງຈະເປັນບ່ອນອອກ, ຈັບລາງວັນ ແລະ ຄິດໄລ່ໃບຫວຍ.ໃນປະຈຸບັນ ບໍລິສັດ Kona I ເປັນຜູ້ຄຸ້ມຄອງລະບົບການຈ່າຍເງິນຜ່ານໂທລະສັບມືຖືໃນເກົາຫຼີໃຕ້, ໃນຂະນະທີ່ບໍລິສັດ ລາວໂຕໂຕ ມີໃບອະນຸຍາດດຳເນີນທຸລະກິດຫວຍ ແລະ ການພະນັນກິລາ, ເຊິ່ງຮູ້ກັນໃນຊື່ ສະປອດໂຕໂຕ, ໃນລາວ.ຖ້າມີການສ້າງຕັ້ງ, ນີ້ຈະເປັນລະບົບຂາຍ ແລະ ຄິດໄລ່ຫວຍອອນໄລ ລະບົບທຳອິດໃນລາວ, ຕາມບໍລິສັດ ລາວ ໂຕໂຕ.ໃນປະຈຸບັນ ການຂາຍຫວຍຢູ່ລາວ ແມ່ນນຳໃຊ້ລະບົບໃບຫວຍ ທີ່ວາງຂາຍຕາມໂຕະ ຫຼື ຮ້ານແຄມທາງ.ອ່ານຕໍ່ ...
Taejun Kang
ປະເທດລາວຈະໄດ້ຮັບອິດທິພົນຈາກອາກາດເຢັນ, ຝົນຕົກຊົ່ວໄລຍະ ໃນຊ່ວງຕົ້ນລະດູການ
ອາກາດເຢັນຊົ່ວໄລຍະຈະແຜ່ປົກຄຸມພື້ນທີ່ສ່ວນໃຫຍ່ຂອງປະເທດລາວ ຍ້ອນຜົນຈາກຄວາມກົດອາກາດສູງແຜ່ປົກຄຸມບໍລິເວນພາກເໜືອ ແລະ ພາກກາງຂອງປະເທດ.ຕາມຂໍ້ມູນຈາກກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ, ພະຍາກອນອາກາດແຕ່ວັນທີ 7-11 ພະຈິກ ອາກາດຈະເຢັນລົງຢູ່ທາງພາກເໜືອ ແລະ ພາກກາງຂອງລາວ, ອຸນະພູມຕ່ຳສຸດ 13 ອົງສາ ແລະ ສູງສຸດ 27 ອົງສາ.ອ່ານຕໍ່ ...
Cameron Darke
ລາວເຜົາທຳລາຍຢາເສບຕິດ ເພື່ອເນັ້ນເຖິງຄວາມພະຍາຍາມໃນການຄວບຄຸມຢາເສບຕິດ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ທຳການເຜົາທຳລາຍຢາເສບຕິດຈຳນວນ 700 ກວ່າກິໂລທີ່ຍຶດໄດ້ໂດຍເຈົ້າໜ້າທີ່ຕຳຫຼວດ ເນື່ອງໃນວັນຕ້ານນຳໃຊ້ ແລະ ການຄ້າຢາເສບຕິດແຫ່ງຊາດ ວັນທີ 12 ຕຸລານີ້, ທີ່ບ້ານດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼງວຽງຈັນ.ໃນນັ້ນ ມີຢາບ້າ 385.94 ກິໂລ, ກັນຊາແຫ້ງ 8 ກິໂລ, ຢາໄອ 37 ກິໂລ, ສານເຄມີສຳລັບຜະລິດຢາບ້າ 67 ກິໂລ, ແລະ ຢາເສບຕິດປະເພດອື່ນໆ ລວມນ້ຳໜັກ 741 ກິໂລ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/drug-bonfire-highlights-laos%E2%80%99-efforts-control-abuse-106217
LXML ມອບວັດຖຸບູຮານທີ່ຄົ້ນພົບຢູ່ບໍ່ຄຳເຊໂປນ ໃຫ້ແກ່ລັດຖະບານ

ມື້ນີ້ ບໍລິສັດລ້ານຊານມິເນີໂຣ ເຊໂປນ ຈຳກັດ (LXML) ໄດ້ມອບວັດຖຸບູຮານ 7,800 ກວ່າຊິ້ນ ໃຫ້ແກ່ລັດຖະບານລາວ. ວັດຖຸບູຮານເຫຼົ່ານີ້ ແມ່ນເຮັດດ້ວຍທອງແດງ, ທອງເຫຼືອງ, ໂມລາ, ເຄື່ອງປັ້ນດິນເຜົາ, ໄມ້ ແລະ ອື່ນໆ ໄດ້ມີການຄົ້ນພົບໃນເໝືອງຄຳເຊໂປນ. ນີ້ແມ່ນໜຶ່ງໃນຜົນການສະໜັບສະໜູນລັດຖະບານລາວຂອງບໍລິສັດ ໃນການຄົ້ນຄວ້າດ້ານບູຮານຄະດີ ແລະ ການອະນຸລັກມໍລະດົກທາງວັດທະນະທຳ.ພາຍຫຼັງການມອບຮັບ, ວັດຖຸບູຮານເຫຼົ່ານີ້ຈະໄດ້ນຳໄປຈັດສະແດງຢູ່ທີ່ຫໍພິພິດຕະພັນແຫ່ງຊາດ (828 ຊິ້ນ), ພິພິດຕະພັນແຂວງສະຫວັນນະເຂດ (409 ຊິ້ນ), ແລະ ຫໍວັດທະນະທຳເມືອງວິລະບູລີ (6,644 ຊິ້ນ).ອ່ານຕໍ່ ...
Laotian Times
https://laotiantimes.com/2019/09/24/lxml-handover-artefacts-discovered-in-sepon-mine-to-government/
ວັດຖຸບູຮານທີ່ຂຸດພົບໃນບໍ່ຄຳເຊໂປ ມອບເຂົ້າພິພິດຕະພັນ
ວັດຖຸບູຮານທຸກຢ່າງທີ່ຄົ້ນພົບ ແລະ ເກັບກຳໄດ້ຈາກໂຄງການບໍ່ຄຳເຊໂປນ ໃນທົດສະວັດທີ່ຜ່ານມາ ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ມີການມອບຮັບຢ່າງເປັນທາງການໃຫ້ແກ່ລັດຖະບານລາວ.ພິທີມອບຮັບໄດ້ຈັດຂຶ້ນວານນີ້ ຢູ່ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ລະຫວ່າງບໍລິສັດລ້ານຊ້າງມິນເນີໂຣ ຈຳກັດ ແລະ ຫໍພິພິດຕະພັນແຫ່ງຊາດ, ພິພິດຕະພັນແຂວງສະຫວັນນະເຂດ, ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງວິລະບູລີ.ອ່ານຕໍ່ ...
ສົມໄຊ ແສງດາຣາ
ລາວ-ກຳປູເຈຍຖອນທະຫານອອກຈາກພື້ນທີ່ຊາຍແດນທີ່ມີຂໍ້ຂັດແຍ່ງ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຳປູເຈຍຖອນກຳລັງທະຫານອອກຈາກພື້ນທີ່ຊາຍແດນທີ່ມີຂໍ້ຂັດແຍ່ງ ທີ່ເມືອງມູນລູປະໂມກ ແຂວງຈຳປາສັກ ເຊິ່ງການປະຕິບັດການແມ່ນສຳເລັດຕາມກຳນົດການ.ການຖອນກຳລັງທະຫານດັ່ງກ່າວແມ່ນເປັນໄປຕາມຂໍ້ຕົກລົງຂອງຕົວແທນທະຫານຈາກສອງຊາດໃນວັນທີ 27 ສິງຫາ, ທີ່ກຳນົດໃຫ້ມີການຖອນກຳລັງທະຫານອອກຈາກພື້ນທີ່ໄຮຂາວ ຈຸດພິກັດທີ່ຕັ້ງ E0523410, N1579776.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/troops-withdrawn-unsettled-laos-cambodia-border-area-103145
ລາວ, ກຳປູເຈຍຕົກລົງຖອນກຳລັງທະຫານອອກຈາກພື້ນທີ່ຊາຍແດນທີ່ມີຂໍ້ຂັດແຍ່ງ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຳປູເຈຍໄດ້ຕົກລົງກັນຖອນກຳລັງທະຫານຂອງແຕ່ລະຝ່າຍອອກຈາກພື້ນທີ່ຊາຍແດນເມືອງມູນລະປະໂມກ ແຂວງຈຳປາສັກ ເຊິ່ງສອງປະເທດຍັງບໍ່ສາມາດຕົກລົງປັກຫຼັກໝາຍຊາຍແດນ.ທັງສອງຝ່າຍຈະຖອນກຳລັງທະຫານອອກຈາກພື້ນທີ່ໃນລະຫວ່າງ 8 ເຖິງ 11 ໂມງເຊົ້າຂອງວັນພະຫັດນີ້.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-cambodia-agree-troop-withdrawal-unsettled-border-area-102923
ຄະນະຜູ້ແທນລາວສົ່ງເສີມການຮ່ວມມືລະຫວ່າງສື່ມວນຊົນໃນພາກພື້ນ
ຄະນະຜູ້ແທນລາວຢືນຢັນສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງສື່ມວນຊົນໃນພາກພື້ນເພື່ອອະນາຄົດທີ່ດີຂຶ້ນ ໃນຂະນະເຂົ້າຮ່ວມກອງປະຊຸມລະດັບສູງອາຊຽນ-ຈີນກ່ຽວກັບການຮ່ວມມືສື່ມວນຊົນ ທີ່ຈາກາຕາ, ອິນໂດເນເຊຍ.ໃນກອງປະຊຸມໃນວັນອັງຄານທີ່ຜ່ານມາ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ກ່າວວ່າ ປະເທດລາວມີຄວາມຍິນດີໃນການສະໜັບສະໜູນ ແລະ ສົ່ງເສີມການພັດທະນາສື່ມວນຊົນ ເພື່ອສົ່ງເສີມການປັບປຸງດ້ານປະສິດທິພາບເປັນລຳດັບ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌