Uncategorized

ອຸບັດຕິເຫດບົນທ້ອງຖະໜົນຍັງສືບຕໍ່ເປັນບັນຫາສຳລັບນະຄອນຫຼວງວຽງຈັນ

ອຸບັດຕິເຫດບົນທ້ອງຖະໜົນຍັງສືບຕໍ່ເປັນບັນຫາສຳລັບນະຄອນຫຼວງວຽງຈັນ ຊຶ່ງຕົວເລກຫຼ້າສຸດໃນປີນີ້ແມ່ນມີເຖິງ 525 ກໍລະນີ ຕາມການແຈ້ງຫຼ້າສຸດຈາກເຈົ້າໜ້າທີ່ຕຳຫຼວດ.ທ່ານພັນເອກ ເພັງສະຫວັນ ທຳມະບຸນ ຫົວໜ້າພະແນກຕຳຫຼວດຈໍລະຈອນນະຄອນຫຼວງວຽງຈັນ ກ່າວໃນການສຳພາດກັບໜັງສືພິມວຽງຈັນໃໝ່ວ່າ ໃນຊ່ວງຫົກເດືອນຕົ້ນປີນີ້ ທົ່ວນະຄອນຫຼວງວຽງຈັນມີຈຳນວນອຸບັດຕິເຫດບົນທ້ອງຖະໜົນທັງໝົດ 525 ກໍລະນີ ໃນນີ້ມີຈຳນວນຜູ້ເສຍຊີວິດ 89 ຄົນ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/04/road-accidents-continue-to-plague-vientiane-capital/

ລາວສາມາດ 'ຄຸ້ມຄອງ' ໜີ້ສິນຕໍ່ຈີນ, ນາຍົກກ່າວ

ໂຕກຽວ — ລາວຢືມເງິນຈາກຈີນ ແລະ ບັນດາປະເທດພຽງແຕ່ສຳລັບໂຄງການທີ່ມີຄວາມຈຳເປັນ ແລະ ມີທ່າແຮງດ້ານເສດຖະກິດເທົ່ານັ້ນ, ນາຍົກລາວກ່າວໃນວັນສຸກຜ່ານມາ, ເພື່ອຕອບໂຕ້ຕໍ່ຄຳເຕືອນຈາກສາກົນກ່ຽວກັບໜີ້ສິນຂອງລັດຖະບານຕໍ່ປະເທດມະຫາອຳນາດທາງທຸລະກິດແຫ່ງອາຊີ.“ຖ້າວ່າພວກເຮົາບໍ່ກູ້ຢືມເງິນດັ່ງກ່າວ, ປະເທດລາວ ເຊິ່ງເປັນໜຶ່ງໃນເປັນປະເທດທີ່ດ້ອຍພັດທະນາທີ່ສຸດໃນໂລກ ຈະບໍ່ສາມາດເດີນໜ້າການພັດທະນາໄດ້,” ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ນັກຂ່າວ ນິເຄອິເອຊຽນຣີວິວ ໃນການສຳພາດຫຼັງກອງປະຊຸມ Nikkei’s Future of Asia ທີ່ໂຕກຽວ.ອ່ານຕໍ່ ...

ທີມຂ່າວ Nikkei
https://asia.nikkei.com/Spotlight/The-Future-of-Asia-2019/Laos-can-manage-debt-to-China-PM-insists

ລາວ, ຈີນຈະສ້າງຊ່ອງໂທລະພາບດິຈິຕອລ໌ໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ຈີນ ຕົກລົງຮ່ວມມືໃນການສ້າງຊ່ອງໂທລະພາບດິຈິຕອລ໌ເພີ່ມເຕີມ ເຊິ່ງເຮັດໃຫ້ຜູ້ຊົມທັງຄົນລາວ ແລະ ຈີນ ມີລາຍການຕ່າງໆໃຫ້ເລືອກຊົມຫຼາຍຂຶ້ນ. ການສ້າງຊ່ອງໂທລະທັດໃໝ່ນີ້ໝາຍເຖິງຈະມີລາຍການໃໝ່ໆທີ່ເປັນທັງພາສາລາວ ແລະ ພາສາຈີນ. ເຊິ່ງເນື້ອໃນແນະນຳອາດເປັນກ່ຽວກັບຂ່າວ ແລະ ສະຖານະການໃນປະຈຸບັນ, ລາຍການບັນເທິງ, ຮູບເງົາຈີນ ແລະ ສາລະຄະດີທ່ອງທ່ຽວຕ່າງໆ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-china-create-additional-digital-television-channels-97552

ລັດຖະມົນຕີເນັ້ນຄວາມສຳຄັນຂອງວັດທະນະທຳ ໃນກອງປະຊຸມວ່າດ້ວຍຄວາມສີວິໄລໃນອາຊຽນທີ່ຈີນ

ປັກກິ່ງ (ວຽງຈັນທາມສ໌/ANN) – ວັດທະນະທຳມີບົດບາດສຳຄັນໃນຂະບວນການພັດທະນາເສດຖະກິດສັງຄົມ ແລະ ເປັນພື້ນຖານໃນການສ້າງ ແລະ ຮັກສາສາຍສຳພັນມິດຕະພາບອັນຍາວນານ, ທ່ານລັດຖະມົນຕີກ່າວ ໃນກອງປະຊຸມທີ່ນະຄອນປັກກິ່ງອາທິດແລ້ວນີ້.ໃນກອງປະຊຸມສົນທະນາກ່ຽວກັບຄວາມຈະເລີນຂອງອາຊີ ທີ່ນະຄອນຫຼວງຂອງຈີນ, ທ່ານ (ສ.ປອ) ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເນັ້ນເຖິງຄວາມສຳຄັນຂອງຄວາມສຳເລັດໃນການພັດທະນາດ້ານວັດທະນະທຳ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ZhUnC
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!