ແມ່ຍິງ

Development and assistance for women

ອົງການ ຢູນີເຊັບ ແລະ ສະພາແຫ່ງຊາດ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ໃນ​ການ​ຈັດສັນງົບ​ປະ​ມານ​ໃຫ້​ກັບ​ເດັກ​ເພື່ອ​ການ​ພັດ​ທະ​ນາ​ເດັກ​ນ້ອຍ ແລະ​ແມ່​ຍິງ​ໃນ​ລາວ

ອົງການ UNICEF ແລະ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມ ເປັນເວລາ 2 ວັນ ເພື່ອເສີມຂະຫຍາຍ ຄວາມສາມາດ ຂອງສະມາຊິກ ຄະນະກຳມາທິການ ວັດທະນະທຳ ແລະ ສັງຄົມ ຂອງ ສະພາແຫ່ງຊາດ ຈາກທົ່ວ 18 ແຂວງ ໃນການກວດກາ ແລະ ຮັບປະກັນ ງົບປະມານ ແລະ ການໃຊ້ຈ່າຍແຫ່ງຊາດ ເພື່ອຕອບສະໜອງຄວາມ​ຕ້ອງ​ການ​ຂອງ​ເດັກ​ນ້ອຍ​ແລະ ​ແມ່​ຍິງ​ໃນ​ປະ​ເທດ​.ອ່ານເພິ່ມເຕີມ ...

ຂ່າວສານປະເທດລາວ

ຜູ້ຈັດຝຶກອົບຮົມ ປະເມີນແຜນຝຶກອົບຮົມທັກສະອາຊີບສຳລັບແມ່ຍິງໃນຊົນນະບົດ

ສະຫະພັນແມ່ຍິງລາວ ແລະ ກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວ ຂອງສາທາລະນະລັດເກົາຫຼີ ໄດ້ຮ່ວມມືກັນໃນການຈັັດຝຶກອົບຮົມວິຊາຊີບສຳລັບແມ່ຍິງລາວ, ເພື່ອສົ່ງເສີມທ່າແຮງໃນການປະກອບອາຊີບໃຫ້ແກ່ເຂົາເຈົ້າ.ກອງປະຊຸມຫາລືກ່ຽວກັບການຄຸ້ມຄອງໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນສຸກແລ້ວນີ້​ ທີ່ສູນຝຶກອົບຮົມສະຫະພັນແມ່ຍິງລາວ ນະຄອນຫຼວງວຽງຈັນ,​ ພາຍໃຕ້ການເປັນປະທານຂອງທ່ານນາງ ສິຣິກິດ ບຸບຜາ ຮອງປະທານສະຫະພັນແມ່ຍິງລາວ ແລະ ທ່ານ ຊາງ ຮຽງ ຊອຍ ຕາງໜ້າກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວຂອງເກົາຫຼີ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ແມ່ຍິງໃນຊົນນະບົດເສີມຂະຫຍາທ່າແຮງໃນການເຮັດວຽກຈາກການຝຶກອົບຮົມ

ລາວ ແລະ ສາທາລະນະລັດເກົາຫຼີຮ່ວມກັນສົ່ງເສີມໃຫ້ແມ່ຍິງທີ່ດ້ອຍໂອກາດໃນທົ່ວປະເທດ ເພື່ອຍົກລະດັບທັກສະໃຫ້ເຂົາເຈົ້າສາມາດສ້າງລາຍຮັບ ຜ່ານຫຼັກສູດການຝຶກອົບຮົມທີ່ອອກແບບສະເພາະ ເຊິ່ງຈັດຂຶ້ນຢູ່ນະຄອນວຽງຈັນ.ໂຄງການດັ່ງກ່າວແມ່ນການຮ່ວມມືລະຫວ່າງສູນຝຶກອົບຮົມສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວແຫ່ງປະເທດເກົາຫຼີ ແນໃສ່ເພື່ອຍົກລະດັບທັກສະ, ຄວາມຮູ້ ແລະ ທ່າແຮງໃນການປະກອບອາຊີບໃຫ້ແກ່ແມ່ຍິງທີ່ດ້ອຍໂອກາດ ເພື່ອໃຫ້ເຂົາເຈົ້າຫຼຸດພົ້ນຈາກຄວາມທຸກຍາກ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ຢູເອັນສົ່ງເສີມການເຜີຍແຜ່ຂ່າວສານເພື່ອສະກັດກັ້ນການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງບ້ານຈະເຜີຍແຜ່ຂ່າວສານກ່ຽວກັບການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ໂດຍຫວັງວ່າຈະສາມາດປ່ຽນແປງທັດສະນະຄະຕິ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.ປະຊາຊົນໃນພື້ນທີ່ຊົນນະບົດຍັງມີຄວາມຮູ້ໜ້ອຍກ່ຽວກັບກົດໝາຍວ່າດ້ວຍການພັດທະນາ ແລະ ການປົກປ້ອງແມ່ຍິງ ເຮັດໃຫ້ເຂົາເຈົ້າບໍ່ມີການຈັດຕັ້ງປະຕິບັດໃນຊຸມຊົນເທົ່າທີ່ຄວນ ເຮັດໃຫ້ການນຳໃຊ້ຄວາມຮຸນແຮງພາຍຄົວເຮືອນຍັງຄົງສືບຕໍ່ມີຢູ່.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/un-ramps-message-prevention-violence-against-women-99879

ສະຫະພັນແມ່ຍິງລາວຊ່ວຍເຫຼືອເຫຍື່ອຈາກການຄ້າມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພັນແມ່ຍິງລາວຮ່ວມມືກັບອົງການຢູນິເຊັບ ແລະ ກະຊວງທີ່ກ່ຽວຂ້ອງໃນການດຳເນີນໂຄງການເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍຈາກການຄ້າມະນຸດ.ກອງປະຊຸມປຶກສາຫາລືກ່ຽວກັບຮ່າງແນວທາງໃນການປົກປ້ອງ ແລະ ຊ່ວຍເຫຼືອເຫຍື່ອຈາກການຄ້າມະນຸດ ໄດ້ມີຂື້ນວານນີ້ ທີ່ສູນຝຶກອົບຮົມສະຫະພັນແມ່ຍິງລາວ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວ, ເກົາຫຼີໃຕ້ ປະເມີນໂຄງການເພື່ອຈັດການຝຶກອົບຮົມວິຊາຊີບສຳລັບແມ່ຍິງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຄວາມເທົ່າທຽມທາງເພດ ແລະ ຄອບຄົວຂອງເກົາຫຼີໃຕ້ ໃຫ້ການຊ່ວຍເຫຼືອແກ່ສູນຝຶກອົບຮົມແມ່ຍິງລາວ ຂອງສະຫະພັນແມ່ຍິງລາວ ເພື່ອຈັດຫຼັກສູດຝຶກອົບຮົມວິຊາຊີບສຳລັບແມ່ຍິງທີ່ດ້ອຍໂອກາດ.ກອງປະຊຸມຫາລືກ່ຽວກັບໂຄງການໄລຍະສາມປີດັ່ງກ່າວ (ແຕ່ປີ 2016-2018) ໄດ້ມີຂຶ້ນວານນີ້ທີ່ນະຄອນຫຼວງວຽງຈັນ ລະຫວ່າງເຈົ້າໜ້າທີ່ກະຊວງຄວາມເທົ່າທຽມທາງເພດ ແລະ ຄອບຄົວຂອງເກົາຫຼີໃຕ້ ແລະ ສະຫະພັນແມ່ຍິງລາວ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຜູ້ປະກອບການແມ່ຍິງລາວຍົກລະດັບຄວາມຮູ້ກ່ຽວກັບລະບົບທຸລະກິດອິເລັກໂທຣນິກ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນການຮ່ວມມືອາຊຽນ-ເກົາຫຼີ ໃຫ້ການສະໜັບສະໜູນໂຄງການຝຶກອົບຮົມກ່ຽວກັບລະບົບທຸລະກິດອິເລັກໂທຣນິກ (E-Business) ເພື່ອຂະຫຍາຍໂອກາດສຳລັບຜູ້ປະກອບການແມ່ຍິງລາວ, ການປັບປຸງດ້ານລາຍຮັບ ແລະ ຄວາມຢູ່ດີກິນດີຂອງແມ່ຍິງລາວ.ພິທີເປີດໂຄງການແມ່ນໄດ້ຮັບກຽດໃນການເປັນປະທານໂດຍທ່ານນາງ ບັນດິດ ປະທຸມວັນ ຮອງປະທານສະຫະພັນແມ່ຍິງລາວ, ແລະ ເຂົ້າຮ່ວມໂດຍຜູ້ຕາງໜ້າຈາກສະມາຄົມນັກທຸລະກິດຍິງລາວ ແລະ ຄູຝຶກຂອງສະຫະພັນແມ່ຍິງລາວ.ອ່ານຕໍ່  ...

ວຽງດາວັນ ບັນພະຮັກສາ

ນັກຂ່າວ Globe-trotting ສ້າງຮູບເງົາກ່ຽວກັບທຸລະກິດຂອງແມ່ຍິງເພື່ອຫາລາຍໄດ້ຊ່ວຍເຫຼືອແມ່ຍິງລາວ

ນັກຂ່າວ Iain Finlay ແລະ Trish Clark ຈະເປີດຕົວຮູບເງົາສາລະຄະດີກ່ຽວກັບໂຮງຮຽນຕ່ຳແຜ່ນ ແລະ ຫຍິບແສ່ວ ທີ່ເຂົາເຈົ້າຮ່ວມກັນສ້າງຕັ້ງໃນລາວ ໃນງານສາຍຮູບເງົາທີ່ Mt Vic Flicks ໃນວັນທີ 4 ມີນານີ້.ໃນປີ 2010 ນັກຂ່າວສອງຄົນນີ້ໄດ້ເຂົ້າມາເຮັດວຽກຢູ່ທາງພາກເໜືອຂອງລາວ ເຊິ່ງພວກເຂົາໄດ້ມີສ່ວນຮ່ວມໃນການຊ່ວຍເຫຼືອປະຊາຊົນບ້ານນາລິນ ເຊິ່ງເປັນບ້ານທຸກຍາກ ແລະ ຫ່າງໄກສອກຫຼີກ.ອ່ານຕໍ່ ...

Blue Mountains Gazette

ທະນາຄານ RHB ຊ່ວຍເຫຼືອແມ່ຍິງພິການລາວ

(ຂປລ) ທະນາຄານ RHB ມອບອຸປະກອນການຝຶກອົບຮົມ ແລະ ເຄື່ອງໃຊ້ປະຈຳວັນ ລວມມູນຄ່າ 20 ລ້ານກີບໃຫ້ແກ່ນັກຮຽນທີ່ສູນພັດທະນາແມ່ຍິງພິການລາວ.ອ່ານຕໍ່ ...

ຂປລ

ປະທານປະເທດຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງຄົບຮອບ 63ປີ

ໃນວັນສຸກຜ່ານມານີ້ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເຂົ້າຮ່ວມກິດຈະກຳພິເສດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 63 ປີ ພາຍໃຕ້ຫົວຂໍ້ “ການອະນຸລັກວັດທະນະທຳເພືື່ອຕ້ອນຮັບປີທ່ອງທ່ຽວລາວ ແລະ ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ.”ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ASDZp
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!