ສາທາລະນະສຸກ
ບັນຫາບູລິມະສິດດ້ານສຸຂະພາບ
ກະຊວງສືບຕໍ່ຄວາມພະຍາຍາມໃນການຈຳກັດການລະບາດຂອງພະຍາດໄຂ້ເລືອດອອກ
ບັນດາຄອບຄົວໃນແຕ່ລະຊຸມຊົນ ຮ່ວມກັບເຈົ້າໜ້າທີ່ສາທາລະນະສຸກ ກຳລັງຮ່ວມແຮງກັນໃນການກຳຈັດແຫຼ່ງເພາະພັນຂອງຍຸງລາຍ ເພື່ອຊ່ວຍສະກັດກັ້ນການລະບາດຂອງພະຍາດໄຂ້ເລືອດອອກ.ເຈົ້າໜ້າທີ່ສາທາລະນະສຸກໄດ້ມີການຮ່ວມງານຢ່າງໃກ້ຊິດກັບພະແນກສາທາລະນະສຸກສູນກາງ ແລະ ແຂວງ ເພື່ອຕິດຕາມຈຳນວນກໍລະນີຄົນເຈັບພະຍາດໄຂ້ເລືອດອອກ ແລະ ກຳຈັດແຫຼ່ງເພະາພັນຂອງຍຸງລາຍ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ລາວຊຸກຍູ້ໃຫ້ສະກັດກັ້ນການແຜ່ຂະຫຍາຍພັນຂອງຍຸງລາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ຊາວບ້ານພ້ອມດ້ວຍເຈົ້າໜ້າທີ່ປະມານ 300 ຄົນໄດ້ລວມໂຕກັນຢູ່ເມືອງໄຊທານີ ໃນວັນເສົາຜ່ານມາ ເພື່ອໂຄສະນາສົ່ງເສີມໃຫ້ປະຊາຊົນທຸກຄົນປະກອບສ່ວນໃນການສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັສ໌ໄຂ້ຍຸງ.ເຈົ້າໜ້າທີ່ສາທາໄດ້ລົງໂຄສະນາຕາມຖະໜົນບ້ານໄຊສົມບູນ ໂດຍນຳໃຊ້ລົດກະບະ ເພື່ອໂຄສະນາລົນນະລົງກ່ຽວກັບວິທີການໃນການປ້ອງກັນ ແລະ ຈຳກັດການແຜ່ຂະຫຍາຍຂອງພະຍາດໄຂ້ຍຸງລາຍ ພ້ອມທັງວິທີສະກັດກັ້ນການແຜ່ພັນຂອງຍຸງລາຍ.ນັບແຕ່ຕົ້ນປີມາເຖິງວັນທີ 25 ກໍລະກົດນີ້ ໃນທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ 17,403 ຄົນ ແລະ ເສຍຊີວິດ 39 ຄົນ, ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/public-urged-prevent-dengue-mosquitoes-breeding-101011
ກະຊວງສາທາລາວງານຍອດຜູ້ເສຍຊີວິດ, ຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ
(ຂປລ) ກໍລະນີຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ເລືອດອອກເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງນັບແຕ່ວັນທີ 29 ທັນວາ 2018 ມາເຖິງປະຈຸບັນ ມີຜູ້ຕິດເຊື້ອກວ່າ 15,500 ກໍລະນີ ແລະ ຜູ້ເສຍຊີວິດ 35 ກໍລະນີ ຕາມການລາຍງານຂອງກະຊວງສາທາລະນະສຸກ.ຈຳນວນຄົນເຈັບທີ່ເສຍຊີວິດຍ້ອນພະຍາດດັ່ງກ່າວຢູ່ແຂວງສະຫວັນນະເຂດແມ່ນສູງທີ່ສຸດທຽບກັບບັນດາແຂວງໃນທົ່ວປະເທດ.ແຂວງສະຫວັນນະເຂດພົບຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ 11 ກໍລະນີ, ນະຄອນຫຼວງວຽງຈັນ 7 ກໍລະນີ, ແຂວງຈຳປາສັກ 5 ກໍລະນີ, ແຂວງສາລະວັນ 3 ກໍລະນີ, ແຂວງຄຳມ່ວນ 4 ກໍລະນີ, ແຂວງບໍລິຄຳໄຊ 2 ກໍລະນີ ແລະ ແຂວງໄຊຍະບູລີ 1 ກໍລະນີ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47198
ພົບເຊື້ອພະຍາດໄຂ້ປ່າທີ່ດື້ຢາໃນລາວ
ການຄົ້ນຄວ້າຫຼ້າສຸດເຜີຍວ່າ ພົບການລະບາດຂອງເຊື້ອພະຍາດໄຂ້ປ່າທີ່ດື້ຢາໃນລາວ ແລະ ປະເທດຕ່າງໆໃນອາຊີຕາເວັກອອກສຽງໃຕ້.ກຸ່ມນັກວິໄຈຈາກປະເທດອັງກິດ ແລະ ໄທ ໄດ້ທຳການວິເຄາະຕົວຢ່າງເຊື້ອຈາກຄົນເຈັບພະຍາດໄຂ້ປ່າທົ່ວອາຊີຕາເວັນອອກສຽງໃຕ້ ແລະ ພົບວ່າເຊື້ອດັ່ງກ່າວໄດ້ມີການແຜ່ລະບາດຈາກກຳປູເຈຍໄປຫາໄທ, ຫວຽດນາມ ແລະ ລາວ, ຕາມບົດຄົ້ນຄວ້າທີ່ຕີພິມໃນວາລະສານ Lancet Infectious Diseases.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/07/23/drug-resistant-malaria-found-in-laos/
ພະຍາດໄຂ້ເລືອດອອກຊະນິດຮ້າຍແຮງລະບາດໃນລາວ ໃນຂະນະທີ່ຈຳນວນກໍລະນີຄົນເຈັບເພີ່ມສູງຂຶ້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ປະເທດລາວກຳລັບຜະເຊີນກັບການລະບາດຂອງພະຍາດໄວຣັສ໌ໄຂ້ເລືອດອອກທີ່ຮ້າຍແຮງໃນລະດູຝົນປີນີ້.ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດໄດ້ຢືນຢັນວ່າ ກຸ່ມເຊື້ອໄວຣັສ໌ໄຂ້ເລືອດອອກປະເພດ 2 ແລະ 4 ແມ່ນເປັນສາເຫດຕົ້ນຕໍຂອງພະຍາດໄຂ້ເລືອດອອກໃນຈຳນວນກໍລະນີຄົນເຈັບກ່ວາ 14,000 ກໍລະນີ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 31 ກໍລະນີ.ໂດຍສະເພາະ ກຸ່ມເຊື້ອປະເພດ 2 ເປັນສາເຫດຂອງພະຍາດໄຂ້ເລືອດອອກເຊິ່ງມີອັດຕາການຕາຍທີ່ສູງ. ຈາກການວິເຄາະກຸ່ມເຊື້ອປະເພດ 2 ດັ່ງກ່າວສະແດງໃຫ້ເຫັນວ່າເຊື້ອໄວຣັສ໌ ໄດ້ມີການກາຍພັນ. ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່ານະຄອນຫຼວງວຽງຈັນພົບການລະບາດຂອງເຊື້ອໄວຣັສ໌ໄຂ້ຍຸງປະເພດສອງເຊິ່ງເປັນຊະນິດທີ່ຮ້າຍແຮງທີ່ສຸດ. ແຂວງຈຳປາສັກ, ສະຫວັນນະເຂດ ແລະ ແຂວງພາກໃຕ້ອື່ນໆ ກໍພົບກໍລະນີຜູ້ຕິດເຊື້ອໄວຣັສ໌ປະເພດ 2 ດັ່ງກ່າວເຊັ່ນດຽວກັນ.ອ່ານຕໍ່ ...
ໄຊຊະນະ ລືໄກ
http://annx.asianews.network/content/severe-form-dengue-strikes-cases-continue-mount-laos-100345
ອັດຕາການຕາຍຂອງແມ່ນໃນລາວຫຼຸດລົງ ແຕ່ຍັງສູງທຽບກັບພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຕາຍຂອງແມ່ໃນລາວຫຼຸດລົງຫ້າເທົ່າ ແລະຈຳນວນແພດຜະດຸງຄັນກໍເພີ່ມຂຶ້ນກວ່າ 2,500 ຄົນໃນຊ່ວງ 25 ປີຜ່ານມາ, ເຈົ້າໜ້າທີ່ລະດັບສູງກ່າວວານນີ້.ລາວໄດ້ປະສົບຜົນສຳເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ນັບຕັ້ງແຕ່ໄດ້ມີການຈັດຕັ້ງປະຕິບັດແຜນດຳເນີນງານທີ່ຮັບຮອງໂດຍລັດຖະບານຈາກ 179 ປະເທດໃນກອງປະຊຸມວ່າດ້ວຍປະຊາກອນ ແລະ ການພັດທະນາສາກົນ (ICPD) ທີ່ກຸງໄຄໂຣ ປະເທດອີຢິບ ໃນປີ 1994.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/maternal-death-rate-declines-remains-high-region-100020
ໂຮງໝໍແຂວງຈຳປາສັກຕ້ອງການຕຽງເສີມເພື່ອຮອງຮັບການລະບາດຂອງພະຍາດໄຂ້ເລືອດອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງໝໍແຂວງຈຳປາສັກຮຽກຮ້ອງໃຫ້ມະຫາຊົນບໍລິຈາກຕຽງນອນສຳລັບຮອງຮັບຄົນເຈັບພະຍາດໄຂ້ເລືອດອອກ. ໃນຊ່ວງອາທິດທີ່ຜ່ານມາ ທາງໂຮງໝໍໄດ້ມີການຮັບຄົນເຈັບຈຳນວນຫຼາຍ ເນື່ອງຈາກຈຳນວນຄົນເຈັບພະຍາດໄຂ້ເລືອດອອກໄດ້ເພີ່ມສູງຂຶ້ນຢ່າງວ່ອງໄວ.ທ່ານ ຮສ.ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລົງຢ້ຽມຢາມເຈົ້າໜ້າທີ່ສາທາລະນະສຸກແຂວງຈຳປາສັກໃນວັນພຸດຜ່ານມາ ເພື່ອຫາລືກ່ຽວກັບການລະບາດຂອງພະຍາດໄຂ້ເລືອດອອກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/champassak-hospital-appeals-more-beds-amid-dengue-outbreak-100018
ສະຫະລັດສົ່ງເສີມນັກວິທະຍາສາດໜຸ່ມໃນການຕ້ານພະຍາດທີ່ເກີດຈາກຍຸງໃນລາວ
(ຂປລ) ສະຫະລັດສືບຕໍ່ແບ່ງປັນຄວາມຮູ້ ແລະ ການຮ່ວມມືກັບນັກວິທະຍາສາດໜຸ່ມລາວກ່ຽວກັບບັນຫາທ້າທາຍດ້ານສຸຂະພາບທີ່ສຳຄັນ.ໃນວັນທີ 1 ກໍລະກົດນີ້ ພະນັກງານຈາກສະຖານທູດສະຫະລັດ, ກະຊວງສາທາລະນະສຸກ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບກຸ່ມນັກວິທະຍາສາດ 33 ຄົນຈາກລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເພື່ອສະເຫຼີມສະຫຼອງການເປີດໂຄງການລິເລີ່ມໃນພາກພື້ນລຸ່ມແມ່ນ້ຳຂອງຂອງນັກວິທະຍາສາດໜຸ່ມ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46986
ສະຫະລັດມອບມຸ້ງ 174,000 ດາງເພື່ອຊ່ວຍໃນການສະກັດກັ້ນການລະບາດຂອງພະຍາດໄຂ້ປ່າໃນລາວ
(ຂປລ) ທ່ານ ເຣນາ ພິດເຊີ ເອກອັກຄະລັດຖະທູດສະຫະລັດປະຈຳລາວໄດ້ມອບມຸ້ງກັນຍຸງປະມານ 174,000 ດາງໃຫ້ແກ່ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທີ່ນະຄອນຫຼວງວຽງຈັນໃນວັນທີ 9 ກໍລະກົດຜ່ານມາ.ມຸ້ງກັນຍຸງຈຳນວນດັ່ງກ່າວຈະໄດ້ນຳໄປແຈກຢາຍໃຫ້ແກ່ຊຸມຊົນໃນຊົນນະບົດ ຢູ່ໃນພື້ນທີ່ແຂວງຈຳປາສັກທາງພາກໃຕ້ ທີ່ມີກໍລະນີຜູ້ຕິດເຊື້ອໄຂ້ຍຸງສູງ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46995
ກະຊວງແຈ້ງເຕືອນທົ່ວປະເທດໃຫ້ລະວັງພະຍາດໄຂ້ເລືອດອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງສາທາລະນະສຸກ ໄດ້ແນະນຳໃຫ້ປະຊາຊົນທົ່ວປະເທດ ທຳລາຍແຫຼ່ງເພາະພັນຂອງຍຸງ ເນື່ອງຈາກການລະບາດຂອງພະຍາດໄຂ້ເລືອດອອກໃນປະຈຸບັນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 27 ກໍລະນີ ແລະ ຕິດເຊື້ອຫຼາຍກວ່າ 11,000 ກໍລະນີໃນປີນີ້.ກະຊວງໄດ້ອອກແຈ້ງເຕືອນໃນອາທິດນີ້ຫຼັງຈາກພົບກໍລະນີຜູ້ຕິດເຊື້ອເພີ່ມສູງຂຶ້ນ. ກໍລະນີການຕິດເຊື້ອ ແລະ ການຕາຍສ່ວນໃຫຍ່ແມ່ນພົບຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງທາງພາກໃຕ້.ອ່ານຕໍ່ ...
ໄຊຊະນະ ລືໄກ
http://annx.asianews.network/content/lao-ministry-issues-nationwide-dengue-warning-99798