ການສຶກສາ ແລະ ການຝຶກອົບຮົມ

ການພັດທະນາ ແລະ ການຊ່ວຍເຫຼືອດ້ານການສຶກສາ

EU ແລະ UNICEF ບໍລິຈາກລົດຈັກ ແລະ ເຄື່ອງຄັອມພິວເຕີໃຫ້ກະຊວງສຶກສາ

(ຂປລ) ເພື່ອເປັນສ່ວນໜຶ່ງຂອງການຮ່ວມງານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ (PSES), ສະຫະພາບຢູໂຣບ (EU) ແລະ ອົງການຢູນິເຊັບ (UNICEF) ໄດ້ມອບອຸປະກອນໃຫ້ກະຊວງສຶກສາທິການ ແລະ ກິລາ (MoES) ມູນຄ່າລວມ US$ 121,000 ໂດລາ, ເຊິ່ງລວມມີ ລົດຈັກ 40 ຄັນ, ຄັອມພິວເຕີຕັ້ງໂຕະ 62 ຊຸດ, ແລະ ຄັອມພິວເຕີມືຖື 3 ເຄື່ອງ.ພິທີມອບຮັບເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນວັນທີ 3 ຕຸລານີ້ ລະຫວ່າງທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດຢູໂຣປະຈຳ ສປປ ລາວ, ທ່ານ ເອີຟານ ອັກຕາ ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ແລະ ທ່ານນາງ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48604

ບໍລິສັດໄຟຟ້າຫົງສາໃຫ້ທຶນການສຶກສາ 40 ທຶນ ສຳລັບນັກຮຽນແຂວງໄຊຍະບູລີ

ບໍລິສັດໄຟຟ້າຫົງສາຈຳກັດ ໄດ້ໃຫ້ທຶນການສຶກສາຈຳນວນ 40 ທຶນ ມູນຄ່າລວມ 120 ລ້ານກີບ ສຳລັບນັກຮຽນມັດທະຍົມແຂວງໄຊຍະບູລີ ເພື່ອສະໜັບສະໜູນການສຶກສາໃນສົກຮຽນປະຈຸບັນ.ໃນນັ້ນ ທຶນການສຶກສາ 30 ທຶນ ມູນຄ່າ 90 ລ້ານກີບ ແມ່ນຈັດສັນສຳລັບຫົກໂຮງຮຽນຢູ່ເມືອງຫົງສາ, ທຶນການສຶກສາ 8 ທຶນ ມູນຄ່າ 24 ລ້ານກີບ ແມ່ນສຳລັບຫ້າໂຮງຮຽນຢູ່ເມືອງເງິນ, ແລະ ອີກສອງທຶນ ມູນຄ່າ 6​ ລ້ານກີບແມ່ນສຳລັບໜຶ່ງໂຮງຮຽນຢູ່ເມືອງຊຽງຮ່ອນ, ຕາມການເປີດເຜີຍຂ່າວຈາກບໍລິສັດຫົງສາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ອອສ໌ເຕຼເລຍສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບເດັກນ້ອຍລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນ 582 ແຫ່ງໃນເກົ້າແຂວງ ໄດ້ຮັບຫ້ອງຮຽນໃໝ່ ພ້ອມທັງນ້ຳສະອາດ ແລະ ສຸຂາພິບານ ພາຍໃຕ້ການຊ່ວຍເຫຼືອຂອງ ອອສ໌ເຕຼເລຍ ຮ່ວມກັບສະຫະພາບຢູໂຣບ, ຜ່ານໂຄງການສົ່ງເສີມຄຸນນະພາບ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານໃນລາວ (BEQUAL).ພິທີມອບຮັບສິ່ງອຳນວຍຄວາມສະດວກໃນໂຮງຮຽນດັ່ງກ່າວ ໄດ້ຈັດຂຶ້ນທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນອາທິດນີ້ ພາຍໃຕ້ການເຂົ້າຮ່ວມຂອງຜູ້ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ, ພະແນກສຶກສາ ແລະ ກິລາຈາກເກົ້າແຂວງທີ່ໄດ້ຮັບຜົນປະໂຫຍດ, ກໍຄືຄູ່ຮ່ວມພັດທະນາແລະ ອົງການຈັດຕັ້ງທີ່ມີສ່ວນຮ່ວມຕ່າງໆ. ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/australia-boosts-laos-children%E2%80%99s-access-better-quality-education-105064

ສະຫະພາບຢູໂຣບສືບຕໍ່ຊ່ວຍເຫຼືອດ້ານການສຶກສາຂັ້ນພື້ນຖານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ຈະສືບຕໍ່ໃຫ້ທຶນຊ່ວຍເຫຼືອເພີ່ມເຕີມ 135 ລ້ານກວ່າກີບ (14 ລ້ານຢູໂຣ) ສຳລັບໂຄງການສົ່ງເສີມການສຶກສາຂັ້ນພື້ນຖານໃນລາວ ເພື່ອຊ່ວຍເຫຼືອລາວໃນການປະຕິບັດແຜນພັດທະນາການສຶກສາ.ນີ້ແມ່ນຄຳເຫັນຈາກການຢ້ຽມຢາມກະຊວງສຶກສາທິການ ແລະ ກິລາຂອງຄະນະຜູ້ແທນ ອີຢູ ເຊິ່ງນຳໂດຍທ່ານ ປີແອ ອາມີຮັດ ອຳນວຍການປະຈຳພາກພື້ນອາຊີ, ອາຊີກາງ, ຕາເວັກອອກກາງ/ອ່າວ ແລະ ປາຊິຟິກ.ການພົບປະລະຫວ່າງຝ່າຍລາວ ແລະ ອີຢູດັ່ງກ່າວ ແມ່ນເພື່ອຢືນຢັນການຮ່ວມມື ໃນການສະໜັບສະໜູນການພັດທະນາຂະແໜງການສຶກສາໃນລາວ. ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/eu-continues-support-basic-education-laos-104287

ອົງການຊ່ວຍເຫຼືອເດັກ ສະໜັບສະໜູນການສຶກສາຂັ້ນຕົ້ນຢູ່ແຂວງຫຼວງພະບາງ

ເດັກນ້ອນນັກຮຽນອະນຸບານ ແລະ ປໍກຽມທີ່ດ້ອຍໂອກາດກວ່າ 3,000 ຄົນໃນ 27 ບ້ານຫ່າງໄກສອກຫຼີກ ເມືອງນ້ຳບາກ ແລະ ເມືອງໂພນທອງ ແຂວງຫຼວງພະບາງ ຄາດວ່າຈະໄດ້ຮັບປະໂຫຍດຈາກໂຄງການຊ່ວຍເຫຼືອໂຮງຮຽນ.ພະແນກສຶກສາ ແລະ ກິລາແຂວງຫຼວງພະບາງ ແລະ ອົງການຊ່ວຍເຫຼືອເດັກ ຈະຮ່ວມມືກັນຈັດຕັ້ງໂຄງການຊ່ວຍເຫຼືອເດັກດ້ອຍໂອກາດອາຍຸ 3-5 ປີໃນສອງເມືອງດັ່ງກ່າວ.ພາຍໃຕ້ໂຄງການດັ່ງກ່າວ ເຊິ່ງຈະດຳເນີນແຕ່ປີ 2019 ເຖິງ 2020, ອົງການຊ່ວຍເຫຼືອເດັກຮ່ອງກົງ ຈະສະໜັບສະໜູນການສ້ອມແປງຫ້ອງຮຽນ, ກໍຄືຊ່ວຍເຫຼືອອຸປະກອນການຮຽນ-ການສອນ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ເຢຍລະມັນປະກອບສ່ວນ 4 ລ້ານຢູໂຣໃນການຝຶກອົບຮົມການຮ່ວມມືພາຄີໃນລາວ

(ຂປລ) ລັດຖະບານເຢຍລະມັນໄດ້ມອບທຶນຊ່ວຍເຫຼືອຈຳນວນ 4 ລ້ານຢູໂຣສຳລັບໂຄງການຝຶກອົບຮົມການຮ່ວມມືພາຄີ (DCT) ຜ່ານໂຄງການສົ່ງເສີມການສຶກສາວິຊາຊີບ ສປປ ລາວ (VELA) ໄລຍະທີ 2.ຂໍ້ຕົກລົງໂຄງການດັ່ງກ່າວໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນ ໃນວັນທີ 23 ສິງຫານີ້ ໂດຍທ່ານ ນຸພາ ອຸດສາ ຫົວໜ້າກົມການສຶກສານອກລະບົບ ກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ສີສົມບູນ ອຸນະວົງ ຫົວໜ້າກົມການຮ່ວມມືສາກົນ, ທ່ານ ວູຟແກັງ ຮັນນິງ ຫົວໜ້າອົງການ GIZ ປະຈຳລາວ ແລະ ທ່ານ ອາເລັກຊານດຣາ ມອນເດັນ ຫົວໜ້າໂຄງການ VELA, GIZ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47743

ລັດຖະບານຍີ່ປຸ່ນລ້ຽງສົ່ງນັກສຶກສາທຶນລາວ, ທັງສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງໂຄງການ

ນັກສຶກສາລາວຈຳນວນ 20 ຄົນຈະເດີນທາງໄປສຶກສາ ແລະ ຄົ້ນຄວ້ລະດັບສູງຢູ່ປະເທດຍີ່ປຸ່ນ ພາຍໃຕ້ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດປະເທດຍີ່ປຸ່ນ (JDS) ແລະ ໂຄງການຜູ້ນຳໜຸ່ມ (YLP).ງານລ້ຽງຮັບຮອງນັກສຶກສາ ແລະ ອະດີດນັກສຶກສາທຶນ JDS ແລະ YLP ໄດ້ຈັນຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນອັງຄານນີ້ ເພື່ອເປັນການລ້ຽງສົ່ງນັກສຶກສາທີ່ຈະເດີນທາງໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ ແລະ ເປັນການສະຫຼີມສະຫຼອງວັນສ້າງຕັ້ງໂຄງການ JDS ຄົບຮອບ 20 ປີ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ສະຖານທູດກຸຍບາລ້ຽງສົ່ງນັກຮຽນທຶນ 6 ຄົນເພື່ອໄປສຶກສາຕໍ່

ລັດຖະບານກຸຍບາໄດ້ໃຫ້ທຶນການສຶກສາສຳລັບນັກສຶກສາລາວຈຳນວນ 6 ທຶນເພື່ອໄປສຶກສາຕໍ່ຢູ່ປະເທດກຸຍບາ ຢູ່ທີ່ໂຮງຮຽນວິທະຍາການແພດອາເມລິກາລາຕິນ (ELAM) ເມືອງຮາວານາ, ໃນຂະແໜງກົດໝາຍ ແລະ ກະເສດສາດ ສຳລັບສົກການສຶກສາ 2019-2020.ພິທີລ້ຽງສົ່ງນັກສຶກສາທຶນດັ່ງກ່າວໄດ້ຈັດຂຶ້ນທີ່ສະຖານທູດກຸຍບາ ໃນຕອນແລງຂອງວັນສຸກແລ້ວນີ້ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ປາໂບລ ອັນໂຕນີໂອ ໂຣດິເກັດສ໌ ວິດາວ, ເຈົ້າໜ້າທີ່ການທູດກຸຍບາ, ນັກສຶກສາ ແລະ ເຈົ້າໜ້າທີ່ລັດຖະບານ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ຄູຝຶກໄດ້ຮຽນຮູ້ບົດຮຽນກ່ຽວກັບການຄຸ້ມຄອງການທ່ອງທ່ຽວ ແລະ ການບໍລິການ

ລັດຖະບານ, ໂຄງການຊ່ຽວຊານ/ການທ່ອງທ່ຽວ ແລະ ການບໍລິການຄຸ້ມຄອງຕົວເມືອງ ຂອງມູນນິທິເຕມາເສັກ (TF) – ໜ່ວຍບໍລິການການສຶກສາ ITE (ITEES) ໄດ້ທຳການສົ່ງເສີມທັກສະດ້ານການຄຸ້ມຄອງໃຫ້ແກ່ເຈົ້າໜ້າທີ່ລາວໃນຂະແໜງດັ່ງກ່າວ.ການລິເລີ່ມດັ່ງກ່າວແມ່ນໜຶ່ງໃນການຮ່ວມມືລະຫວ່າງລາວ ແລະ ສິງກະໂປ ແລະ ຢູ່ພາຍໃຕ້ການສະໜັບສະໜູນຂອງ TF ແລະ ITEES ມີຈຸດປະສົງຍົກລະດັບຄວາມສາມາດ ດ້ານທັກສະໃຫ້ແກ່ຄູຝຶກໃນຂະແໜງການບໍລິການ. ໂຄງການດັ່ງກ່າວໄດ້ເລີ່ມຕົ້ນມາແຕ່ເດືອນທັນວາ 2017 ແລະ ຈະສິ້ນສຸດໃນເດືອນທັນວາ 2019.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອກວ່າ US$2.8 ລ້ານໂດລາເພື່ອເປັນຄ່າຮຽນສຳລັບນັກສຶກສາລາວ

ລັດຖະບານຍີ່ປຸ່ນໄດ້ອະນຸມັດທຶນຊ່ວຍເຫຼືອລ້າກວ່າ US$2.8 ລ້ານໂດລາ (ຫຼືເກືອບ 24.9 ຕື້ກີບ) ເພື່ອເປັນທຶນສຳລັບນັກສຶກສາລາວໃນການສຶກສາຮ່ຳຮຽນຢູ່ປະເທດຍີ່ປຸ່ນ ແຕ່ເດືອນກໍລະກົດປີນີ້ ເຖິງເດືອນກັນຍາປີ 2020 ພາຍໃຕ້ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ.ຂໍ້ຕົກລົງກ່ຽວກັບການຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມຢູ່ທີ່ກົມການຮ່ວມມືສາກົນພາຍໃຕ້ກະຊວງແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

8yryu
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!