ການສຶກສາ ແລະ ການຝຶກອົບຮົມ

ການພັດທະນາ ແລະ ການຊ່ວຍເຫຼືອດ້ານການສຶກສາ

ບໍລິສັດໄຟຟ້າເກົາຫຼີໃຕ້ໃຫ້ການຊ່ວຍເຫຼືອໂຮງຮຽນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປີ

ວຽງຈັນ (ວຽງຈັນທາມສ໌/ANN) – ບິນຄ່າກະແສໄຟຟ້າຂອງໂຮງຮຽນມັດທະຍົມສະໜາມໄຊ ເມືອງສະໜາມໄຊ ແຂວງອັດຕະປື ຈະຖືກລົງ ຍ້ອນການຊ່ວຍເຫຼືອຈາກບໍລິສັດພະລັງງານເກົາຫຼີຕາເວັນຕົກ (KOWEPO) ທີ່ໄດ້ທຳການຕິດຕັ້ງພະລັງງານແສງອາທິດໃຫ້ແກ່ໂຮງຮຽນ.ບໍລິສັດດັ່ງກ່າວໄດ້ຕົກລົງໃຫ້ການຊ່ວຍເຫຼືອໂຮງຮຽນ ຫຼັງຈາກທີ່ເມືອງສະໜາມໄຊໄດ້ປະສົບກັບໄພນ້ຳຖ້ວມກະທັນຫັນໃນປີກາຍນີ້, ເຮັດໃຫ້ຫຼາຍພັນຄົນຕ້ອງສູນເສຍທີ່ຢູ່ອາໄສ ທັງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/south-korean-power-company-lends-helping-hand-flood-hit-attapeu-school-97833

ຍີ່ປຸ່ນຈະຊ່ວຍເຫຼືອລາວໃນການພັດທະນາຊັບພະຍາກອນມະນຸດ

ໂຕກຽວ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນໄດ້ຕົກລົງຊ່ວຍເຫຼືອປະເທດລາວ ໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ທີ່ຮັບຜິດຊອບໃນການສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການບໍລິຫານ ແລະ ການຈັດຕັ້ງສະຖາບັນ, ເຊັ່ນ ການຍົກລະດັບຄວາມສາມາດຂອງເຈົ້າໜ້າທີ່ລັດຖະບານ, ຕາມເວັບໄຊຂອງກະຊວງການຕ່າງປະເທດຍີ່ປຸ່ນ.ຄຳສັນຍາດັ່ງກ່າວໄດ້ມີຂຶ້ນໃນການໂອ້ລົມລະຫວ່າງທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຊິນໂຊ ອາເບ ນາຍົກລັດຖະມົນຕີຂອງສອງປະເທດ ທີ່ນະຄອນໂຕກຽວວານນີ້.ອ່ານຕໍ່  ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/japan-support-laos-human-resource-development-97618

ອອສ໌ເຕຣເລຍຊ່ວຍຍົກລະດັບທັກສະພາສາອັງກິດສຳລັບເຈົ້າໜ້າທີ່ກອງທັບລາວ

(ຂປລ) ກົມປ້ອງກັນຊາດອອສ໌ເຕຣເລຍເຮັດວຽກຢ່າງໃກ້ຊິດກັບກອງທັບປະຊາຊົນລາວ ໃນການຍົກລະດັບຄວາມຮູ້ດ້ານພາສາອັງກິດຂອງເຈົ້າໜ້າທີ່ກອງທັບລາວ.ພາສາອັງກິດແມ່ນພາສາທາງການຂອງອາຊຽນ ແລະ ອອສ໌ເຕຣເລຍໄດ້ໃຫ້ການສະໜັບສະໜູນໃນໄລຍະຍາວກ່ຽວກັບໂຄງການຝຶກອົບຮົມພາສາອັງກິດສຳລັບກອງທັບປະຊາຊົນລາວ.ໃນແຕ່ລະປີ ອອສ໌ເຕຣເລຍໄດ້ໃຫ້ທຶນການສຶກສາປະມານ 80 ທຶນສຳລັບເຈົ້າໜ້າທີ່ກອງທັບ ເພື່ອເຂົ້າຮຽນພາສາອັງກິດທີ່ໂຮງຮຽນວິທະຍາໄລວຽງຈັນ ແລະ ມີການສົ່ງເຈົ້າໜ້າທີ່ 5-10 ຄົນໄປຝຶກອົບຮົມເພີ່ມເຕີມຢູ່ປະເທດອອສ໌ເຕຣເລຍ.ອ່ານຕໍ່ ...

ຂປລ

ຫ້ອງອ່ານໃໝ່ຈະຊ່ວຍສ້າງນິໄສການຮັກອ່ານໃຫ້ແກ່ເດັກນ້ອຍລາວ

ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ພ້ອມດ້ວຍສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC), ຈະດຳເນີນໂຄງການພັດທະນາເດັກທີ່ເມືອງໂພນໂຮງ ແລະ ເມືອງຫີນເຫີບ.ພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການພັດທະນາເດັກດັ່ງກ່າວ ໂດຍກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຂຶ້ນທີ່ນະຄອນວຽງຈັນ ໃນວັນອັງຄານຜ່ານມານີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ

ໂຄງການຊ້າງລາວຮັກອ່ານສ້າງແຮງບັນດານໃຈໃຫ້ແກ່ເດັກນ້ອຍນັກຮຽນແຂວງບໍ່ແກ້ວ

ບໍ່ແກ້ວ, ລາວ (ວຽງຈັນທາມສ໌/ANN) – ພາຍໃຕ້ສົກສຶກສາທີ່ກຳລັງຈະສິ້ນສຸດໃນເດືອນໜ້ານີ້, ໂຄງການຊ້າງລາວຮັກອ່ານພວມເລັ່ງມືໃນການລົງຢ້ຽມຢາມໂຮງຮຽນຕ່າງໆທີ່ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ເພື່ອນຳພາເດັກນ້ອນຈັດກິດຈະກຳເພື່ອສ້າງແຮງບັນດານໃຈຕ່າງໆ ເຊັ່ນ ການອ່ານ, ແລະ ການແຈກຢາຍອຸປະກອນການສຶກສາ.ໂຄງການຊ້າງລາວຮັກອ່ານແມ່ນໂຄງການຂັ້ນຮາກຖານ ແລະ ເປັນການລິເລີ່ມແບບບໍ່ຫວັ່ງຜົນກຳໄລ ເພື່ອສົ່ງເສີມການອ່ານໃນເມືອງຫ້ວຍຊາຍ. ໂຄງການດັ່ງກ່າວມີການໃຫ້ບໍລິການຫ້ອງອ່ານຂະໜາດນ້ອຍໃນໃຈກາງຕົວເມືອງ ມາແຕ່ທ້າຍປີ 2017  ເພື່ອສົ່ງເສີມໃຫ້ເດັກນ້ອຍຮັກໃນການອ່ານ ແລະທັງເປັນການໂຄສະນາກິດຈະກຳຂອງໂຄງການໃຫ້ແກ່ນັກທ່ອງທ່ຽວ.ອ່ານຕໍ່ ...

ປະຕິທິນ ເພັດເມືອງພວນ

ເດັກນ້ອຍ 7,000 ຄົນຈະໄດ້ຮັບຜົນປະໂຫຍດຈາກໂຄງການການສຶກສາໃໝ່

ໃນປີນີ້ ຈະມີໂຄງການການສຶກສາເພື່ອສ້າງປະໂຫຍດໃຫ້ແກ່ເດັກນ້ອຍ 7,000 ຄົນ ເຊິ່ງເຈົ້າໜ້າທີ່ຄາດວ່າຈະຊ່ວຍປັບປຸງວຽກງານການບໍລິຫານໂຮງຮຽນ, ຊ່ວຍສ້າງຄວາມພ້ອມໃຫ້ແກ່ໂຮງຮຽນ ແລະ ພັດທະນາທັກສະກ່ຽວກັບການອ່ານ ແລະ ຕົວເລກໃຫ້ແກ່ເດັກນ້ອຍນັກຮຽນຊັ້ນອະນຸບານ ແລະ ຊັ້ນປະຖົມ.ອົງການ Aide et Action ໄດ້ເປີດຕົວໂຄງການທີ່ມີຊື່ວ່າ ‘ການສ້າງສະພາບແວດລ້ອມທີ່ເໝາະສົມ ແລະ ເປັນມິດຕໍ່ເດັກນ້ອຍ ແລະ ການປັບປຸງຄຸນນະພາບຜົນການຮຽນ ສຳລັບໂຮງຮຽນອະນຸບານ ແລະ ປະຖົມໃນແຂວງວຽງຈັນ ແລະ ອຸດົມໄຊ’ ເຊິ່ງມີໄລຍະການປະຕິບັດໂຄງການ 5 ປີ, ມີທຶນ 8.5 ຕື້ກີບ (US$1 ລ້ານໂດລາ) ໃນວັນທີ 25 ເມສານີ້ ເຊິ່ງຄາດວ່າຈະຊ່ວຍຫຼຸດຜ່ອນສິ່ງທ້າທາຍທາງດ້ານການສຶກກສາຂອງປະເທດໃນລະດັບໜຶ່ງ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ອາຊຽນ, ເຊມຽວ (Seameo) ຫາລືກ່ຽວກັບໂຄງການການສຶກສາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສອງອົງການຈັດຕັ້ງສາກົນວາງແຜນສ້າງຕັ້ງການຮ່ວມມື ເພື່ອຊ່ວຍເຫຼືອລາວໃນການປັບປຸງຜົນການສຶກສາຮ່ຳຮຽນໃນເຂດຊາຍແດນຫ່າງໄກສອກຫຼີກ.ອົງການຈັດຕັ້ງລັດຖະມົນຕີການສຶກສາໃນອາຊິຕາເວັນອອກສຽງໃຕ້ (Seameo) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (Asean) ໄດ້ຈັດກອງປະຊຸມກຸ່ມເຮັດວຽກວິຊາການຂຶ້ນທີ່ນະຄອນວຽງຈັນ ໃນວັນທີ 4 ເມສາ ເພື່ອຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືດ້ານການພັດທະນາການສຶກສາໃນພາກພື້ນ ລວມທັງໃນປະເທດລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຫວຽດນາມຂະຫຍາຍໂຄງການທຶນການສຶກສາສຳລັບນັກສຶກສາລາວ

ລັດຖະບານຫວຽດນາມສືບຕໍ່ໂຄງການຊ່ວຍເຫຼືອ ດ້ວຍການໃຫ້ທຶນການສຶກສາ 1,273 ທຶນສຳລັບນັກສຶກສາ ແລະ ພະນັກງານລາວເພື່ອການສຶກສາຮ່ຳຮຽນໃນປະເທດລາວ ແລະ ຫວຽດນາມໃນປີນີ້.ລາວລະອຽດໄດ້ມີການເຜີຍແຜ່ໃນບົດລາຍງານທາງການໃນກອງປະຊົມທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອລາຍງານຜົນສຳເລັດດ້ານການຮ່ວມມື ແລະ ແຜນການໃນຕໍ່ໜ້າ ລະຫວ່າງກະຊວງສຶກສາທິການ ແລະ ກິລາຂອງລາວ ແລະ ກະຊວງສຶກສາ ແລະ ຝຶກອົບຮົມຂອງຫວຽດນາມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ອົງການຊ່ວຍເຫຼືອຂອງສິງກະໂປຈະຊ່ວຍເຫຼືອໂຄງການການສຶກສາກ່ຽວກັບເດັກນ້ອຍໃນລາວ

ອົງການ Radion International ອົງການທີ່ບໍ່ສັງກັດລັດຖະບານຂອງສິງກະໂປ ຈະຊ່ວຍເຫຼືອລາວກ່ຽວກັບການປົກປ້ອງສິດທິ ແລະ ການພັດທະນາເດັກນ້ອຍ.ບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ມີການຮັບຮອງໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ທີ່ວຽງຈັນໃນຊ່ວງບໍ່ດົນມານີ້, ຕາມຂໍ້ມູນຈາກສະຖານທູດສິງກະໂປ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ເກົາຫຼີໃຕ້ຊ່ວຍເຫຼືອໂຄງການສົ່ງເສີມການອ່ານໃນໂຮງຮຽນໃນລາວ

ເດັກນ້ອຍນັກຮຽນໃນນະຄອງຫຼວງວຽງຈັນ ແລະ ແຂວງໄຊຍະບູລີຈະໄດ້ຮັບການຊ່ວຍເຫຼືອເພີ່ມເຕີມກ່ຽວກັບການອ່ານ ພາຍໃຕ້ການຊ່ວຍເຫຼືອຂອງອົງການ Good Hands, ເຊິ່ງເປັນອົງການຈັດຕັ້ງເພື່ອການພັດທະນາສາກົນ ທີ່ມີສຳນັກງານໃຫຍ່ຢູ່ປະເທດສາທາລະນະລັດເກົາຫຼີ.ນັກຮຽນ ແລະ ຄູອາຈານຫຼາຍຮ້ອຍຄົນໃນເມືອງໄຊທານີ ແລະ ສັງທອງ ນະຄອນຫຼວງວຽງຈັນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈະໄດ້ຮັບປະໂຫຍດຈາກໂຄງການສູນໄວໜຸ່ມ Good Hands ເພື່ອການພັດທະນາການສຶກສາໃນຊຸມຊົນ ໄລຍະ 3.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VugPJ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!