ເດັກນ້ອຍ 7,000 ຄົນຈະໄດ້ຮັບຜົນປະໂຫຍດຈາກໂຄງການການສຶກສາໃໝ່

ໃນປີນີ້ ຈະມີໂຄງການການສຶກສາເພື່ອສ້າງປະໂຫຍດໃຫ້ແກ່ເດັກນ້ອຍ 7,000 ຄົນ ເຊິ່ງເຈົ້າໜ້າທີ່ຄາດວ່າຈະຊ່ວຍປັບປຸງວຽກງານການບໍລິຫານໂຮງຮຽນ, ຊ່ວຍສ້າງຄວາມພ້ອມໃຫ້ແກ່ໂຮງຮຽນ ແລະ ພັດທະນາທັກສະກ່ຽວກັບການອ່ານ ແລະ ຕົວເລກໃຫ້ແກ່ເດັກນ້ອຍນັກຮຽນຊັ້ນອະນຸບານ ແລະ ຊັ້ນປະຖົມ.

ອົງການ Aide et Action ໄດ້ເປີດຕົວໂຄງການທີ່ມີຊື່ວ່າ ‘ການສ້າງສະພາບແວດລ້ອມທີ່ເໝາະສົມ ແລະ ເປັນມິດຕໍ່ເດັກນ້ອຍ ແລະ ການປັບປຸງຄຸນນະພາບຜົນການຮຽນ ສຳລັບໂຮງຮຽນອະນຸບານ ແລະ ປະຖົມໃນແຂວງວຽງຈັນ ແລະ ອຸດົມໄຊ’ ເຊິ່ງມີໄລຍະການປະຕິບັດໂຄງການ 5 ປີ, ມີທຶນ 8.5 ຕື້ກີບ (US$1 ລ້ານໂດລາ) ໃນວັນທີ 25 ເມສານີ້ ເຊິ່ງຄາດວ່າຈະຊ່ວຍຫຼຸດຜ່ອນສິ່ງທ້າທາຍທາງດ້ານການສຶກກສາຂອງປະເທດໃນລະດັບໜຶ່ງ.

ອ່ານຕໍ່…

ທີມຂ່າວວຽງຈັນທາມສ໌