ອົງການຊ່ວຍເຫຼືອເດັກ ສະໜັບສະໜູນການສຶກສາຂັ້ນຕົ້ນຢູ່ແຂວງຫຼວງພະບາງ

ເດັກນ້ອນນັກຮຽນອະນຸບານ ແລະ ປໍກຽມທີ່ດ້ອຍໂອກາດກວ່າ 3,000 ຄົນໃນ 27 ບ້ານຫ່າງໄກສອກຫຼີກ ເມືອງນ້ຳບາກ ແລະ ເມືອງໂພນທອງ ແຂວງຫຼວງພະບາງ ຄາດວ່າຈະໄດ້ຮັບປະໂຫຍດຈາກໂຄງການຊ່ວຍເຫຼືອໂຮງຮຽນ.

ພະແນກສຶກສາ ແລະ ກິລາແຂວງຫຼວງພະບາງ ແລະ ອົງການຊ່ວຍເຫຼືອເດັກ ຈະຮ່ວມມືກັນຈັດຕັ້ງໂຄງການຊ່ວຍເຫຼືອເດັກດ້ອຍໂອກາດອາຍຸ 3-5 ປີໃນສອງເມືອງດັ່ງກ່າວ.

ພາຍໃຕ້ໂຄງການດັ່ງກ່າວ ເຊິ່ງຈະດຳເນີນແຕ່ປີ 2019 ເຖິງ 2020, ອົງການຊ່ວຍເຫຼືອເດັກຮ່ອງກົງ ຈະສະໜັບສະໜູນການສ້ອມແປງຫ້ອງຮຽນ, ກໍຄືຊ່ວຍເຫຼືອອຸປະກອນການຮຽນ-ການສອນ.

ອ່ານຕໍ່…

ສັງຄົມໄຊ ບຸບຜານຸວົງ