ວິທະຍາສາດ ແລະ ເຕັກໂນໂລຊີ

DriveUp ບໍລິການລົດຮັບສົ່ງໃໝ່ ຄູ່ແຂ່ງ LOCA

ກຸ່ມບໍລິສັດ Meal Temple ຂອງກຳປູເຈຍ ໄດ້ເປີດບໍລິການລົດຮັບສົ່ງໃນລາວ, ກາຍເປັນບໍລິສັດທີສອງຂອງປະເທດລາວທທີ່ໃຫ້ບໍລິການດັ່ງກ່າວ ນອກຈາກບໍລິສັດທ້ອງຖິ່ນ LOCA.ກຸ່ມບໍລິສັດ Meal Temple ເຊິ່ງໄດ້ມີການກໍ່ຕັ້ງໃນປີ 2013 ໄດ້ຂະຫຍາຍກິດຈະການເຂົ້າມາໃນລາວໃນເດືອນກໍລະກົດປີນີ້ ດ້ວຍການຊື້ກິດຈະການ MyDelivery ບໍລິການຈັດສົ່ງອາຫານຜ່ານໂທລະສັບມືຖື ຈາກບໍລິສັດ Kiwi Group ຂອງລາວ. ປະຈຸບັນ ທາງບໍລິສັດມີກິດຈະການຢູ່ໃນປະເທດມຽນມາ, ເນປານ ແລະ ພູຖານ.ກຸ່ມບໍລິສັດດັ່ງກ່າວຈະເຂົ້າມາເປີດບໍລິການລົດຮັບສົ່ງໃນລາວ ທ່າມກາງການຂະຫຍາຍຕົວຂອງຂະແໜງການທ່ອງທ່ຽວໃນປະເທດ.ອ່ານຕໍ່ ...

Taejun Kang

ຊ່ຽວຊານ ເນັ້ນໃຫ້ເຫັນຄວາມສຳຄັນຂອງນະວັດຕະກຳເທັກໂນໂລຢີ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ, ນັກຄົ້ນຄວ້າ, ນັກສຶກສາ ແລະ ພະນັກງານຈາກຂະແໜງເອກະຊົນ ໄດ້ປະຊຸມທີ່ນະຄອນວຽງຈັນ ວານນີ້ ເພື່ອຫາລືກ່ຽວກັບການຄົ້ນຄວ້າ ແລະ ພັດທະນາໃນຍຸກອຸດສາຫະກຳ 4.0.ກອງປະຊຸມສຳມະນາໃນຫົວຂໍ້ “ວິທະຍາສາດ, ເທັກໂນໂລຢີ ແລະ ນະວັດຕະກຳໃນຍຸກອຸດສາຫະກຳ 4.0” ໄດ້ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ເຊິ່ງນຳໂດຍທ່ານ ປອ ຈັນແສງ ພິມມະວົງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເທັກໂນໂລຢີ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/experts-underline-importance-technological-innovation-106310

ແອັບມືຖືບໍລິການລົດຮັບສົ່ງລາວ ຈະຈັດສະແດງໃນກອງປະຊຸມພາກພື້ນແມ່ນ້ຳຂອງ

ວຽງຈັນ (ວຽງຈັນທາມສ໌/ANN) – ການປະຕິບັດການບໍລິການຮັບສົ່ງໃນລາວຈະເປັນຕົວແທນປະເທດລາວ ຢູ່ໃນກອງປະຊຸມການລິເລີ່ມນະວັດຕະກຳການທ່ອງທ່ຽວ ພາກພື້ນແມ່ນ້ຳຂອງ (MIST) ທີ່ປະເທດໄທໃນອາທິດໜ້ານີ້.LOCA, ທຸລະກິດນະວັດຕະກຳໃໝ່ ແລະ ໜຶ່ງດຽວທີ່ໃຫ້ການບໍລິການລົດຮັບສົ່ງໃນລາວ ໄດ້ຮັບການຄັດເລືອກໃຫ້ເປັນຕົວແທນປະເທດລາວ ໃນການເຂົ້າແຂ່ງຂັນຮອບສຸດທ້າຍໃນກອງປະຊຸມ MIST ໃນລະຫວ່າງວັນທີ 8-9 ຕຸລານີ້ ທີ່ນະຄອນບາງກອກ. ທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ ແລະ ຫົວໜ້າວິຊາການຂອງ LOCA ກ່າວໃນວັນພຸດນີ້ວ່າ ຂະແໜງການທ່ອງທ່ຽວແມ່ນສ່ວນປະກອບໜຶ່ງທີ່ສຳຄັນໃນ GDP  ແລະ ການລິເລີ່ມທາງນະວັດຕະກຳຈະຊ່ວຍດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາລາວ ຍ້ອນການບໍລິການທີ່ສະດວກສະບາຍຄືຂອງທາງບໍລິສັດ.ອ່ານຕໍ່ ...

ໂຕະຂ່າວວຽຈັນທາມສ໌
http://annx.asianews.network/content/lao-ride-hailing-service-app-feature-mekong-meet-105511

ລາວ: ຄະນະລັດຖະບານຈັດຕັ້ງການສຶກສາການນຳໃຊ້ກັນຊາໃນທາງການແພດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຖະແຫຼງການຈັດຕັ້ງຄະນະສະເພາະກິດ ເພື່ອດຳເນີນການສຶກສາຄົ້ນຄວ້າ ກ່ຽວກັບການນຳໃຊ້ກັນຊາໃນທາງການແພດ.ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການແຕ່ງຕັ້ງໃຫ້ທ່ານ ຮສ.ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ນຳພາຄະນະ.ຄະນະກຳມະການດັ່ງກ່າວຈະມີໜ້າທີ່ດຳເນີນການສຶກສາກ່ຽວກັບການນຳໃຊ້ກັນຊາໃນທາງການແພດ ກໍຄືຜົນກະທົບທາງດ້ານເສດຖະກິດ, ສັງຄົມ ແລະ ການເມືອງ ເພື່ອຮັບປະກັນໃຫ້ສອດຄ່ອງຕາມລະບຽບການສາກົນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/laos-govt-committee-formed-study-medicinal-marijuana-104728

ລາວ, ໄທ ຕົກລົງຮ່ວມມືດ້ານເທັກໂນໂລຢີດິຈິຕອລ໌ເພື່ອອຸດສາຫະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ໄທ ຕົກລົງຮ່ວມມືກັນໃນການນຳໃຊ້ ແລະ ພັດທະນາເທັກໂນໂລຢີດິຈິຕອລ໌ເພື່ອການກະສິກຳ ແລະ ອຸດສາຫະກຳ ເຊິ່ງເປັນສ່ວນໜຶ່ງໃນການປະຕິວັດເພື່ອຂ້າມຜ່ານສູ່ຍຸກອຸດສາຫະກຳ 4.0.ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໄດ້ກ່າວ ໄດ້ມີການລົງນາມໃນອາທິດແລ້ວນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເທັກໂນໂລຢີດິຈິຕອລ໌ ພາຍໃຕ້ກະຊວງວະທິຍາສາດ ແລະ ເທັກໂນໂນຢີ ແລະ ທ່ານ ນັດທະພົນ ນິມມານພັດຈະລິນ ປະທານອົງກອນເສດຖະກິດ ແລະ ສົ່ງເສີມດິຈິຕອລ໌ແຫ່ງປະເທດໄທ (DEPA).ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-thailand-agree-digital-tech-cooperation-industry-103704

ນັກທ່ອງທ່ຽວໃນນະຄອນຫຼວງວຽງຈັນຈະໄດ້ຮັບບໍລິການ WiFi ຟຼີ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະເປີດນຳໃຊ້ລະບົບຟຼີ WiFi ຕາມສະຖານທີ່ທ່ອງທ່ຽວທີ່ສຳຄັນໃນນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການສະໜັບສະໜູນຂອງບໍລິສັດ Asia-Pacific Telecommunity.ກອງປະຊຸມວິຊາການ ແລະ ເປີດຕົວລະບົບຟຼີ WiFi ເພື່ອສົ່ງເສີມການບໍລິການສາທາລະນະ ແລະ ການທ່ອງທ່ຽວໃນລາວ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນອັງຄານນີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/vientiane-tourist-sites-set-get-free-wifi-103349

ລັດຖະບານອິນເດຍສະໜັບສະໜູນໂຄງການຝຶກອົບຮົມສຳລັບນັກວິຊາການລາວ

ລັດຖະບານເດຍສະໜັບສະໜູນຫຼັກສູດພະນັກງານວິຊາການ ທີ່ສູນພັດທະນາ ແລະ ຝຶກອົບຮົມທັກສະກ່ຽວກັບຊັອບແວ ລາວ-ອິນເດຍ (CESDT) ຂອງສະຖາບັນເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ເຊິ່ງເປັນສ່ວນໜຶ່ງຂອງໂຄງການມູນຄ່າ US$1.3 ລ້ານໂດລາ.ໂຄງການ CESDT ແຕ່ປີ 2017-2019 ແມ່ນພາລະກິດການຮ່ວມມືລະຫວ່າງສະຖາບັນເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (IICT) ພາຍໃຕ້ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງລາວ ແລະ ສູນພັດທະນາການຄັອມພິວເຕີລະດັບສູງຂອງອິນເດຍ (C-DAC). ອ່ານຕໍ່ ...

ສຸກສະໄໝ ບຸບຜານຸວົງ

ກອງປະຊຸມວິຊາການຊ່ວຍຍົກລະດັບການຮຽນຮູ້ກ່ຽວກັບໜ່ວຍປະມວນຜົນຂະໜາດນ້ອຍໃນການອອກແບບຫຸ່ນຍົນ

ອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ໂຮງຮຽນວິທະຍາໄລແຂວງວຽງຈັນ ແລະ ຫຼວງພະບາງ ເຂົ້າຮ່ວມກອງປະຊຸມວິຊາການກ່ຽວກັບການນຳໃຊ້ໜ່ວຍປະມວນຜົນຂະໜາດນ້ອຍໃນການອອກແບບຫຸ່ນຍົນ.ຄູອາຈານ ແລະ ນັກສຶກສາຈະໄດ້ນຳໃຊ້ຄວາມຮູ້ ແລະ ທັກສະໃໝ່ທີ່ໄດ້ຮຽນຮູ້ນີ້ ເຂົ້າໃນການພັດທະນາ ແລະ ອອກແບບຫຸ່ນຍົນຂອງຕົນ ເພື່ອເຂົ້າຮ່ວມໃນການແຂ່ງຂັນຫຸ່ນຍົນຄົ້ງທີ 15 ໃນເດືອນມິນາປີໜ້າ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ລາວຈະພັດທະນາຊັອບແວໄມໂຄຣຊັອບອອຟ໌ຟິດສ໌ເປັນພາສາລາວພາຍໃຕ້ການຊ່ວຍເຫຼືອຂອງເກົາຫຼີ

ບໍລິສັດພັດທະນາຊັອບແວຂອງເກົາຫຼີໃຕ້ ຮັນຄອມ ໄດ້ຖະແຫຼງວ່າຈະສະໜັບສະໜູນລາວໃນການພັດທະນາຊັອບແວໄມໂຄຣຊັອບອອຟ໌ຟິດສ໌ເປັນພາສາລາວ. ໃນປະຈຸບັນ ຊັອບແວໄມໂຄຣຊັອບເວີດ ແລະ ໄມໂຄຣຊັອບອອຟ໌ຟິດສ໌ ກໍຄືລະບົບຊອບແວກູເກິ້ນດ໊ອກ ໄດ້ມີການນຳໃຊ້ຢ່າງແຜ່ຫຼາຍໃນລາວ.ພາຍໃຕ້ບົດບັດທຶກຄວາມເຂົ້າໃຈທີ່ລົງນາມລະຫວ່າງບໍລິສັດ ຮັນຄອມ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງລາວ ສະບັບວັນທີ 8 ສິງຫາ, ບໍລິສັດ ຮັນຄອມ ກ່າວວ່າທາງບໍລິສັດບໍ່ພຽງແຕ່ຈະສະໜັບສະໜູນລັດຖະບານລາວໃນການພັດທະນາຊອບແວເທົ່ານັ້ນ, ແຕ່ຍັງຈະສົ່ງເສີມເປົ້າໝາຍຂອງລາວໃນການສ້າງລັດຖະບານແບບອີເລັກໂທຣນິກ (e-Government).ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/09/laos-to-develop-localized-office-software-with-korean-support/

WhatsApp ແມ່ນແອັບມືຖືທີ່ນິຍົມໃຊ້ທີ່ສຸດໃນລາວ

WhatsApp ແມ່ນແອັບມືຖືທີ່ນິຍົມໃຊ້ທີ່ສຸດໃນລາວ ຕາມການສຳຫຼວດຂອງອົງການສົ່ງເສີມການຄ້າ-ການລົງທຶນເກົາຫຼີ (Kotra).“WhatsApp ແມ່ນແອັບມືຖືທີ່ເປັນທີ່ນິຍົມທີ່ສຸດໃນກຸ່ມນັກສົ່ງຂໍ້ຄວາມໃນລາວ ເຊິ່ງມີຄວາມສະດວກຕໍ່ນຳໃຊ້ໃນການສື່ສານຜ່ານໝາຍເລກໂທລະສັບທີ່ຕັ້ງໃສ່ໃນໂທລະສັບມືຖື” ອົງການ Kotra ລາຍງານ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/12/whatsapp-the-most-popular-mobile-app-in-laos/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

CteFy
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!