Law and judiciary

ກົດໝາຍສະບັບດັດແກ້ແນໃສ່ສົ່ງເສີມລາຍຮັບແຫ່ງຊາດ

ລັດຖະບານໄດ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນໃນການປັບປຸງລະບົບການເກັບອາກອນໃຫ້ທັນສະໄໝ ແລະ ເພີ່ມທະວີຄວາມໂປ່ງໃສໃນຂະແໜງການເງິນ ເພື່ອສົ່ງເສີມລາຍຮັບແຫ່ງຊາດ, ເຈົ້າໜ້າທີ່ການນຳກ່າວ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາກອນໃນມື້ວານນີ້ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ກຳລັງດຳເນີນ ກ່ອນການຫາລືຂອງສະມາຊິກສະພາ.ທ່ານ ສົມດີ ໄດ້ກ່າວເນັ້ນວ່າກົດໝາຍສະບັບປະຈຸບັນໄດ້ມີການດັດແກ້ມາແລ້ວຫ້າຄັ້ງ ເຊິ່ງຫຼ້າສຸດແມ່ນຕັ້ງແຕ່ປີ 2015.ອ່ານຕໍ່ ...

ສົມສັກ ພົງຂາວ

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ ໃຫ້ທັນສະໄໝ ແລະ ມີປະສິດທິຜົນ

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ (2019) ໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດ ໃນອາທິດທີ່ຜ່ານມາ (ວັນທີ 14 ມິຖຸນາ 2019).ເຊິ່ງການນຳສະເໜີ ຜ່ານຮ່າງເພື່ອຮັບຮອງເອົາກົດໝາຍສະບັບປັບປຸງ ໃນກອງປະ­ຊຸມສະ­ໄໝສາ­ມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ນີ້ມີ ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ມີການເຈາະຈີ້ນ ກ່ຽວກັບເນື້ອໃນຂອງກົດໝາຍທີ່ຢູ່ໃນ ສະບັບປັບປຸງນີ້: ທ່ານ ສົມໃຈ ເພັດສີນວນ ສສຊ ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ມີຄຳເຫັນຕໍ່ມາດ­ຕາ 24 ໂດຍສະເພາະ ກຳ­ນົດກ່ຽວກັບການສຳຫຼວດ ເພື່ອຂຸດຄົ້ນໃນເຂດຫັນ­ປ່ຽນທີ່ດິນປ່າ­ໄມ້ ໄດ້ສະ­ເໜີໃຫ້ຕື່ມຊື່ຂອງປະເພດປ່າ­ໄມ້ເຊັ່ນ ໂດຍໃຫ້ມີການກຳນົດຢ່າງຈະແຈ້ງເຊັ່ນ: ປ່າຜະ­ລິດ ປ່າຊົມ­ໃຊ້ ແລະ ປ່າປະ­ເພດອື່ນໆ. ແລະ ໃນມາດ­ຕາ 62 ການຊົມ­ໃຊ້ປ່າ­ໄມ້ໃນເຂດທ້ອງ­ຖິ່ນບ້ານ ແມ່ນສະ­ເໜີໃຫ້ຕື່ມບາງຄຳສັບໃນການກຳ­ນົດການນຳໃຊ້ໄມ້ ເພື່ອປະ­ໂຫຍດຕ່າງໆເຊັ່ນ: ການສ້າງວັດ, ສ້າງຂົວ ແລະ ການນຳໃຊ້ສ້າງເຮືອນທ່ານ ບຸນໄທ ສີເທບ ສສຊ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ປະ­ກອບຄຳເຫັນໃສ່ມາດ­ຕາ 81, 45, ...

ບຸນສອງ ອີນໄຊລາວ
http://insidelaos.com/2019/06/14/9204/

ລາວ, ສິງກະໂປຮ່ວມກັນຕ້ານອາດສະຍາກຳຂ້າມຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ້າສະພາທະນາຍຄວາມແຫ່ງສາທາລະນະລັດສິງກະໂປ (AGC) ແລະ ຫ້ອງການຜູ້ພິພາສາປະຊາຊົນສູງສຸດຂອງລາວຕົກລົງເຮັດວຽກຮ່ວມກັນ ໃນການຕ້ານການກໍ່ອາສະຍາກຳຂ້າມປະເທດ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບບັນຫາດັ່ງກ່າວໄດ້ຮັບການລົງນາມຫວ່າງໝໍ່ໆມານີ້ ລະຫວ່າງທ່ານ ລູຊຽນ ວອງ ປະທານສະພາທະນາຍຄວາມຂອງສິງກະໂປ ແລະ ທ່ານ ຄຳແສນ ສຸວົງ ໄອຍະການສານປະຊາຊົນສູງສຸດ ທີ່ນະຄອນຫຼວງວຽງຈັນ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງ AGC.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/laos-singapore-fight-transnational-crime-98464

ກະຊວງຍຸດຕິທຳຈະຍົກລະດັບຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ຕັດສິນຄະດີ

ກະຊວງຍຸດຕິທຳມີແຜນຝຶກອົບຮົມ ແລະ ສ້າງຜູ້ຊ່ຽວຊານທາງກົດໝາຍໃຫ້ຫຼາຍຂຶ້ນ ເພື່ອຊ່ວຍອຳນາດການປົກຄອງທ້ອງຖິ່ນໃນການຕັດສິນຄະດີໃນລະດັບສານ, ຕາມເຈົ້າໜ້າທີ່ການນຳຂອງກະຊວງ.ທີ່ຫໍປະຊຸມແຫ່ງຊາດວານນີ້,​ ທ່ານ ໄຊສີ ສິນທະວົງ ລັດຖະມົນຕີກະຊວງຍຸດຕິທຳ ກ່າວວ່າ ກະຊວງຈະສືບຕໍ່ຈັດການຝຶກອົບຮົບໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ກ່ຽວກັບການຕັດສິນຄະດີໃນສານໃນຊຸມປີຕໍ່ໜ້າ.ອ່ານຕໍ່ ...

ເອກະພອນ ພູທອນສີ

ເຈົ້າໜ້າທີ່ສືບສວນສອບສວນນິຕິເວດຮັບການຝຶກອົບຮົມທີ່ປະເທດເກົາຫຼີ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ສົ່ງເສີມ ເຈົ້າໜ້າທີ່ຕຳຫຼວດລາວໃຫ້ເຂົ້າຮ່ວມໂຄງການສ້າງຄວາມສາມາດດ້ານວິທະຍາສາດທາງນິຕິເວດ ແລະ ເທັກໂນໂລຢີດ້ານການສືບສວນສອບສວນຄະດີອາຍາ ທີ່ສາທາລະນະລັດເກົາຫຼີ.ອົງການ KOICA ໄດ້ເຊື້ອເຊີນເຈົ້າໜ້າທີ່ຈາກກະຊວງປ້ອງກັນຄວາມສະຫງົບໃຫ້ເຂົ້າຮ່ວມໃນໂຄງການດັ່ງກ່າວ ເຊິ່ງຈັດຂຶ້ນໃນວັນທີ 9-22 ພຶດສະພານີ້.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ຈັບຊາວຈີນສາມຄົນທີ່ນຳໃຊ້ເງິນປອມ

ໃນອາທິດນີ້ ເຈົ້າໜ້າທີ່ຕຳຫຼວດລາວໄດ້ຈັບຕົວຊາວຈີນສາມຄົນ ທີ່ພະຍາຍາມນຳໃຊ້ເງິນປອມຊື້ເສື້ອຜ້າໃນຊ່ວງປີໃໝ່ ເຊິ່ງວ່າເຈົ້າຂອງຮ້ານໄດ້ສັງເກດເຫັນຮອຍນ້ຳໝຶກທີ່ຊຶມອອກມາ, ຈຶ່ງໄດ້ແຈ້ງຕໍ່ເຈົ້າໜ້າທີ່, ຕາມແຫຼ່ງຂ່າວໃນລາວ.ຜູ້ຕ້ອງສົງໄສ ເປັນຜູ້ຊາຍສອງຄົນ ແລະ ຍິງໜຶ່ງຄົນ ໄດ້ເດີນທາງເຂົ້າມາລາວຈາກແຂວງຢຸນນານຂອງຈີນ ແລະ ພວມກຳລັງຢູ່ໃນຂັ້ນຕອນການສືບສວນສອບສວນ ແຕ່ຍັງບໍ່ທັນມີການແຈ້ງຂໍ້ກ່າວຫາ, ເຈົ້າໜ້າທີ່ຕຳຫຼວດນະຄອນຫຼວງພະບາງລາຍງານຕໍ່ໜ່ວຍຂ່າວ RFA ລາວໃນວັນພຸດຜ່ານມາ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ການສະເຫຼີມສະຫຼອງປີໃໝ່ລາວມີຜູ້ເສຍຊີວິດ 37 ຄົນຈາກອຸປະຕິເຫດບົນທ້ອງຖະໜົນ

(ຂປລ) ຕຳຫຼວດຈໍລະຈອນລາຍງານວ່າ ໃນຊ່ວງການສະເຫຼີມລະຫຼອງປີໃໝ່ລາວ ພສ 2562 ລະຫວ່າງວັນທີ 13-17 ເມສາ 2019 ມີຜູ້ເສຍຊີວິດທັງໝົດ 37 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 532 ຄົນ.ຕົວເລກດັ່ງກ່າວຫຼຸດລົງ 5% ທຽບກັບຍອດຜູ້ເສຍຊີວິດຈາກການສະຫຼອງປີໃໝ່ປີ 2018. ແຕ່ວ່າຍອດຜູ້ໄດ້ຮັບບາດເຈັບປີຕໍ່ປີແມ່ນເພີ່ມຂຶ້ນເລັກໜ້ອຍຢູ່ທີ່ 0.7%.ອ່ານຕໍ່ ...

ຂປລ

ເຈົ້າໜ້າທີ່ນິຕິບັນຍັດສ້າງທັກສະໃນການປະເມີນຜົນກະທົບດ້ານລະບຽບການ

ກະຊວງຍຸດຕິທຳຈະຈັດແຜນຝຶກອົບຮົມໃຫຍ່ ເພື່ອສ້າງມາດຕະຖານແບບມືອາຊີບໃຫ້ແກ່ນັກວາງນະໂຍບາຍໃນຂັ້ນທ້ອງຖິ່ນ ເພື່ອຈັດສັນສະພາບແວດລ້ອມໃນການປະຕິບັດລະບຽບການ ເພື່ອສະໜັບສະໜູນການພັດທະນາທຸລະກິດ ແລະ ຊຸມຊົນລາວ.ໂຄງການດັ່ງກ່າວແມ່ນນຳໂດຍສູນປະເມີນຜົນກະທົບດ້ານລະບຽບການ (RIA Centre) ເຊິ່ງຈັດຕັ້ງໂດຍກົມນິຕິບັນຍັດ, ກະຊວງຍຸດຕິທຳ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ເພີ່ມຄວາມເຂັ້ມງວດໃນມາດຕະການເພື່ອຫຼຸດຜ່ອນອັດຕາການເກີດອຸປະຕິເຫດໃນຊ່ວງປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນລາວທົ່ວປະເທດ ກຳລັງຂຸ້ນຂ້ຽວກະກຽມສະເຫຼີມສະຫຼອງປີໃໝ່ລາວ ໃນຊ່ວງໄລຍະສີ່ວັນຂອງບຸນປະເພນີ ແລະ ຂະນົບທຳນຽມຄວາມມ່ວນຊື່ນທີ່ຈະມີຂຶ້ນໃນອາທິດໜ້າ.ໃນຂະນະດຽວກັນ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນກໍມີການຮ່ວມມືກັນ ເພື່ອຫຼຸດຜ່ອນຈຳນວນອຸປະຕິເຫດຕາມທ້ອງຖະໜົນ ທີ່ອາດເກີດຂຶ້ນໃນໄລຍະພັກຍາວດັ່ງກ່າວ.ອ່ານຕໍ່ ...

ໂຕະບັນນາທິການ

ນັກສຶກສາກົດໝາຍຮຽນຮູ້ກ່ຽວກັບວຽກງານການທູດໃນພາກພື້ນ

ວຽງຈັນ  (ວຽງຈັນທາມສ໌/ANN) – ນັກສຶກສາຈາກຄະນະນິຕິສາດ ແລະ ວິທະຍາສາດການເມືອງ ມະຫາວິທະຍາໄລແຫ່ງຊາດ ໄດ້ປະກອບສ່ວນໃນການປຶກສາຫາລື ແລະ ຮຽນຮູ້ກ່ຽວກັບບັນຫາໃນພາກພື້ນ ພາຍໃຕ້ໂຄງການກອງປະຊຸມຕົວແບບອາຊຽນ (MAM) ເຊິ່ງຈັດຂຶ້ນທີ່ວຽງຈັນໃນວັນເສົາຜ່ານມາ.ໃນງານດັ່ງກ່າວ ທ່ານ ຮສ ບຸນຕຽງ ພົມມະຈັນ ຮອງອະທິການບໍດີຄະນະນິຕິສາດ ແລະ ວິທະຍາສາດການເມືອງ ກ່າວວ່າ ໂຄງການນີ້ແມ່ນການລິເລີ່ມຂອງມູນນິທິອາຊຽນ ເພື່ອສົ່ງເສີມຄວາມເຂົ້າໃຈໃຫ້ແກ່ນັກສຶກສາ ກ່ຽວກັບວຽກງານການທູດ ແລະ ວິທີການທີ່ຜູ້ນຳປະເທດສະມາຊິກອາຊຽນ ນຳໃຊ້ໃນການແກ້ໄຂບັນຫາຂອງພາກພື້ນໃນກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຳຄັນອື່ນໆ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ffkZu
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!