ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ ໃຫ້ທັນສະໄໝ ແລະ ມີປະສິດທິຜົນ

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ (2019) ໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດ ໃນອາທິດທີ່ຜ່ານມາ (ວັນທີ 14 ມິຖຸນາ 2019).

ເຊິ່ງການນຳສະເໜີ ຜ່ານຮ່າງເພື່ອຮັບຮອງເອົາກົດໝາຍສະບັບປັບປຸງ ໃນກອງປະ­ຊຸມສະ­ໄໝສາ­ມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ນີ້ມີ ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ມີການເຈາະຈີ້ນ ກ່ຽວກັບເນື້ອໃນຂອງກົດໝາຍທີ່ຢູ່ໃນ ສະບັບປັບປຸງນີ້:

  •  ທ່ານ ສົມໃຈ ເພັດສີນວນ ສສຊ ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ມີຄຳເຫັນຕໍ່ມາດ­ຕາ 24 ໂດຍສະເພາະ ກຳ­ນົດກ່ຽວກັບການສຳຫຼວດ ເພື່ອຂຸດຄົ້ນໃນເຂດຫັນ­ປ່ຽນທີ່ດິນປ່າ­ໄມ້ ໄດ້ສະ­ເໜີໃຫ້ຕື່ມຊື່ຂອງປະເພດປ່າ­ໄມ້ເຊັ່ນ ໂດຍໃຫ້ມີການກຳນົດຢ່າງຈະແຈ້ງເຊັ່ນ: ປ່າຜະ­ລິດ ປ່າຊົມ­ໃຊ້ ແລະ ປ່າປະ­ເພດອື່ນໆ. ແລະ ໃນມາດ­ຕາ 62 ການຊົມ­ໃຊ້ປ່າ­ໄມ້ໃນເຂດທ້ອງ­ຖິ່ນບ້ານ ແມ່ນສະ­ເໜີໃຫ້ຕື່ມບາງຄຳສັບໃນການກຳ­ນົດການນຳໃຊ້ໄມ້ ເພື່ອປະ­ໂຫຍດຕ່າງໆເຊັ່ນ: ການສ້າງວັດ, ສ້າງຂົວ ແລະ ການນຳໃຊ້ສ້າງເຮືອນ
  • ທ່ານ ບຸນໄທ ສີເທບ ສສຊ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ປະ­ກອບຄຳເຫັນໃສ່ມາດ­ຕາ 81, 45, 48, 52 ແລະ 53. ໃນນັ້ນສະ­ເພາະມາດ­ຕາ 48 ການປົກປັກຮັກ­ສາປ່າສະ­ຫງວນ ທ່ານໄດ້ສະ­ເໜີໃຫ້ປະ­ຊາຊົນທີ່­ຢູ່ຕິດເຂດປ່າສະ­ຫງວນ ຄວນກຳ­ນົດລະ­ອຽດ ກ່ຽວກັບການມີສ່ວນຮ່ວມການປົກປັກຮັກ­ສາ ແລະ ປະຊາ­ຊົນຢູ່ເຂດນັ້ນ ຈະນຳໃຊ້ໄມ້ ຫຼືເນື້ອ­ທີ່ປ່າ­ໄມ້ໃນຮູບການໃດ ແລະ ສະ­ເໜີໃຫ້ຂຽນກຳ­ນົດເພີ່ມຕື່ມຢ່າງລະ­ອຽດ ແລະ ຂໍ້ກຳ­ນົດໃນການມີສ່ວນຮ່ວມສະ­ກັດກັ້ນໄຟໄໝ້ລາມປ່າ ເພາະໃນຮ່າງກົດ­ໝາຍຍັງຂຽນໜ້ອຍບໍ່ທັນຮັດ­ກຸມເທົ່າທີ່ຄວນ.

ອ່ານຕໍ່…

ບຸນສອງ ອີນໄຊລາວ
http://insidelaos.com/2019/06/14/9204/