Public land lease
ເຂດເສດຖະກິດພິເສດ
ກຸ່ມການຄ້າຍີ່ປຸ່ນສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການການຄ້າຕ່າງປະເທດຍີ່ປຸ່ນ (JETRO) ວຽງຈັນຈະເຮັດວຽກຮ່ວມກັບບໍລິສັດພັດທະນາໃນສີ່ເຂດເສດຖະກິດພິເສດ (SEZs) ເພື່ອສົ່ງເສີມການລົງທຶນຂອງບໍລິສັດຍີ່ປຸ່ນ, ສົ່ງເສີມສາຍພົວພັນທາງການຄ້າ ແລະ ເສດຖະກິດລະຫວ່າງສອງປະເທດລາວ ຍີ່ປຸ່ນ.ບົດບັນທຶກການຮ່ວມມືໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນໃນວັນອັງຄານນີ້ ໂດຍທ່ານ ກັດຊູອິຈິ ອີວາກາມິ ຫົວໜ້າອົງການ JETRO ວຽງຈັນ, ແລະ ຜູ້ພັດທະນາໃນເຂດ.ເຂດເສດຖະກິດເປົ້າໝາຍສີ່ແຫ່ງມີຄື ເຂດເສດຖະກິດພິເສດ SME ປາກເຊ-ຍີ່ປຸ່ນ, ນິຄົມອຸດສາຫະກຳສະຫວັນ, ເຂດພັດທະນາໄຊເສດຖາ, ເຂດພັດທະນາອຸດສາຫະກຳ ແລະ ການຄ້າວຽງຈັນ (ນິຄົມອຸດສາຫະກຳ VITA).ອ່ານຕໍ່. ...
ໂຕະຂ່າວ
http://annx.asianews.network/content/japanese-trade-group-promotes-investment-lao-sezs-103547
ນາຍົກລົງຢ້ຽມຢາມແຂວງສະຫວັນນະເຂດ ແລະ ເຂດເສດຖະກິດພິເສດເພື່ອສົ່ງເສີມການລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະລັດຖະບານໄດ້ເດີນທາງຢ້ຽມຢາມທ່າເຮືອບົກ ແລະ ນິຄົມອຸດສາຫະກຳແຂວງສະຫວັນນະເຂດໃນອາທິດແລ້ວນີ້ ເພື່ອຢ້ຽມຢາມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃນສະຖານອຸດສາຫະກຳດັ່ງກ່າວ.ທ່ານ ທອງລຸນໄດ້ເດີນທາງຢ້ຽມຊົມການປະຕິບັດງານຢູ່ທ່າເຮືອບົກແຂວງສະຫວັນນະເຂດ ແລະ ຫ້ອງພາສີຄົບວົງຈອນ ເພື່ອຢ້ຽມຢາມການປະຕິບັດງານຂອງເຈົ້າໜ້າທີ່ພາກສະໜາມ.ເຈົ້າໜ້າທີ່ໄດ້ລາຍງານກ່ຽວກັບແຜນທີ່ເສັ້ນທາງການຂົນສົ່ງສິນຄ້າໃນປະຈຸບັນຈາກຈີນເຖິງສິງກະໂປໂດຍຜ່ານທ່າເຮືອບົກ ຕໍ່ທ່ານນາຍົກລັດຖະມົນຕີ. ທ່າເຮືອບົກດັ່ງກ່າວໄດ້ເປີດດຳເນີນການຕິດຕຕໍ່ກັນມາເປັນເວລາສາມປີນັບແຕ່ປີ 2016.ອ່ານຕໍ່ ...
ວຽກງານການກໍ່ສ້າງເຂດເສດຖະກິດພິເສດວັງເຕົ່າ-ໂພນທອງເປັນໄປຕາມແຜນການ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຮັບຜິດຊອບໂຄງການເຂດເສດຖະກິດພິເສດວັງເຕົ່າ-ໂພນທອງ ແຂວງຈຳປາສັກ ກ່າວວ່າການດຳເນີນໂຄງການແມ່ນເປັນໄປຕາມແຜນ ແລະ ຄາດວ່ານັກລົງທຶນພາຍໃນ ແລະ ຕ່າງະເທດຈະຕ້ອງການເຂົ້າມາລົງທຶນໃນເຂດດັ່ງກ່າວ.ພິທີວາງສິລາເລີກໂຄງການເພື່ອເລີ່ມຕົ້ນການກໍ່ສ້າງເຂດເສດຖະກິດພິເສດຢ່າງເປັນທາງການ ໄດ້ມີຂຶ້ນຫວ່າງໝໍ່ໆມານີ້ຢູ່ແຂວງຈຳປາສັກ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/work-vangtao-phonthong-economic-zone-track-100349
ເຂດເສດຖະກິດບໍ່ເຕັນເປີດຕົວປີທ່ອງທ່ຽວລາວ-ຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດບໍ່ເຕັນແດນງາມ ແຂວງຫຼວງນ້ຳທາ ສົ່ງເສີມກິດຈະກຳປີທ່ອງທ່ຽວລາວ-ຈີນ 2019 ແລະ ກອງປະຊຸມການຮ່ວມມືຂ້າມຊາຍແດນພາຍໃນເຂດ.ກິດຈະກຳສົ່ງເສີມປີທ່ອງທ່ຽວລາວ-ຈີນ ໄດ້ຈັດຂຶ້ນໃນທົ່ວປະເທດ ແລະ ໄດ້ມີການເປີດຕົວຢ່າງເປັນທາງການໃນສອງປະເທດໃນເດືອນມັງກອນ.ກິດຈະກຳຢູ່ບໍ່ເຕັນແມ່ນມີເປົ້າໝາຍໃນການດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ, ທັງພາຍໃນເຂດກໍຄືແຂວງຫຼວງນ້ຳທາ ແລະ ແຂວງອ້ອມແອ້ມ.ອ່ານຕໍ່ ...
ສຸກສະໄໝ ບູລົມ
http://annx.asianews.network/content/boten-economic-zone-launches-visit-laos-china-year-98317
ຍອດເງິນໂອນໃນເຂດການຮ່ວມມືດ້ານເສດຖະກິດພິເສດຈີນ-ລາວ ທະລຸ 100 ລ້ານຢວນ
ຄຸນໝິງ, 2 ມິຖຸນາ (Xinhua) — ການໂອນເງິນລະຫວ່າງຊາຍແດນຈີນ ແລະ ລາວ ທະລຸ 100 ລ້ານຢວນ (14.5 ລ້ານໂດລາສະຫະລັດ) ໃນເຂດການຮ່ວມມືດ້ານເສດຖະກິດພິເສດມູຫານ-ບໍ່ເຕັນ ຜ່ານອຸໂມງຖະໜົນພິເສດ.ເງິນໝູນວຽນໃນຂົງເຂດດັ່ງກ່າວແມ່ນມາຈາກບໍລິສັດຈີນທີ່ໄດ້ລິເລີ່ມການກໍ່ສ້າງພື້ນຖານໂຄງລ່າງຕ່າງໆໃນລາວ ເຊັ່ນ ທາງລົດໄຟ, ຖະໜົນ ແລະ ໂຮງໄຟຟ້າ, ຕາມການລາາຍງານຂອງທະນາຄານຟູດຽນ.ອ່ານຕໍ່ ...
mingmei
ຊາວບ້ານປະຕິເສດການໃຫ້ພື້ນທີ່ສຳລັບເຂດເສດຖະກິດພິເສດ, ເຊິ່ງປະຈຸບັນໄດ້ເລີ່ມມີການຕັດຖະໜົນເຂົ້າເຖິງແລ້ວ
ຊາວບ້ານ 140 ຄອບຄົວຈາກແປດບ້ານໃນເມືອງໂຂງ ແຂວງຈຳປາສັກ ທາງພາກໃຕ້ຂອງລາວ ປະຕິເສດການຂາຍທີ່ດິນ ຫຼື ຍ້າຍພູມລຳເນົາເພື່ອເປີດທາງ ໃຫ້ແກ່ການສ້າງເຂດເສດຖະກິດພິເສດ ທີ່ໄດ້ວາງແຜນສຳລັບເຂດດັ່ງກ່າວ.ເຖິງຢ່າງໃດກໍຕາມ ຜູ້ຮັບເໝົາກໍໄດ້ເລີ່ມເລັ່ງມືໃນການກໍ່ສ້າງຖະໜົນເຂົ້າເຖິງພື້ນທີ່ ເຊິ່ງອາດເຮັດໃຫ້ການສັນຈອນໃນການກໍ່ສ້າງເປັນອັນຕະລາຍ ເນື່ອງຈາກຢູ່ໃກ້ກັບບ້ານ.ອ່ານຕໍ່ ...
RFA’s Lao Service
KOICA ສືບຕໍ່ສະໜັບສະໜູນໂຄງການແຕ້ມແຜນທີ່ແຂວງສະຫວັນນະເຂດ
ສະຫວັນນະເຂດ, ລາວ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ໄດ້ເລີ່ມໂຄງການການສ້າງຕັ້ງໂຄງລ່າງຂໍ້ມູນດ້ານທີ່ຕັ້ງ ແລະ ການສ້າງຄວາມສາມາດເພື່ອພັດທະນາເຂດເສດຖະກິດພິເສດຢູ່ແຂວງສະຫວັນນະເຂດ.ໂຄງການແຕ້ມແຜນທີ່ມູນຄ່າກວ່າ 51 ຕື້ກີບ (US$6 ລ້ານໂດລາ) ແຂວງສະຫວັນນະເຂດດັ່ງກ່າວ ແມ່ນດຳເນີນແຕ່ປີ 2018-2021 ແລະ ແນໃສ່ເລັ່ງມືການພັດທະນາເຂດເສດຖະກິດພິເສດແຂວງສະຫວັນນະເຂດ ໂດຍການສ້າງພື້ນຖານໂຄງລ່າງດ້ານແຜນທີ່.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ນັກລົງທຶນຈີນເລັ່ງມືການພັດທະນາເຂດເສດຖະກິດພິເສດໃນລາວ
(ຂປລ) ກຸ່ມນັກລົງທຶນຈີນໄດ້ລົງທຶນກວ່າ 10 ຕື້ຢວນ ເພື່ອເລັ່ງມືໃນການພັດທະນາພື້ນຖານໂຄງລ່າງຂອງເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ ທາງພາກເໜືອຂອງລາວ.“ເຂດເສດຖະກິດພິເສດບໍ່ເຕັນແມ່ນຕັ້ງຢູ່ຕິດກັບເມືອງໂມຫານ ມົນທົນຢຸນນານປະເທດຈີນ. ຄາດວ່າເມື່ອສຳເລັດການພັດທະນາ ແລະ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃນປີ 2021 ແລ້ວ ຈະມີນັກທ່ອງທ່ຽວຈາກຈີນເຂົ້າມາໃນເຂດດັ່ງກ່າວປະມານ 50,000 ຄົນຕໍ່ປີ,” ທ່ານ ກັງ ເປັງ ຜູ້ຮັບຜິດຊອບການສົ່ງເສີມການລົງທຶນ ເຂດເສດຖະກິດພິເສດບໍ່ເຕັນກ່າວ.ອ່ານຕໍ່ ...
ຂປລ
ນັກລົງທຶນຈີນຍາດແຍ່ງເຂົ້າມາລົງທຶນໃນເຂດເສດຖະກິດພິເສດບໍ່ເຕັນກ່ອນສຳເລັດໂຄງການທາງລົດໄຟ
ເຂດເສດຖະກິດພິເສດ (SEZ) ບໍ່ເຕັນຂອງລາວໄດ້ຮັບຄວາມສົນໃຈເປັນພິເສດຈາກນັກລົງທຶນຈີນ ເນື່ອງຈາກໂຄງການທາງລົດໄຟລາວ-ຈີນໃກ້ສຳເລັດການກໍ່ສ້າງ, ແຕ່ວ່າຊາວບ້ານພັດມີຄວາມຢ້ານກົວຕໍ່ການປ່ຽນແປງຢ່າງໄວວາດັ່ງກ່າວ. ພວກເຂົາເວົ້າວ່າໂຄງການພັດທະນາດັ່ງກ່າວແມ່ນດີສຳລັບຊາວຈີນ, ແຕ່ວ່າບໍ່ແມ່ນສຳລັບປະຊາຊົນລາວທີ່ອາໄສຢູ່ເຂດດັ່ງກ່າວ.ເຂດເສດຖະກິດດັ່ງກ່າວ ເຊິ່ງຕັ້ງຢູ່ແຂວງຫຼວງນ້ຳທາ ມີຊາຍແດນຕິດກັບເມືອງໂມຮັນໃນມົນທົນຢຸນນານປະເທດຈີນ. ລັດຖະບານລາວຄາດວ່າເມື່ອໂຄງການສຳເລັດ ແລະ ມີການເປີດນຳໃຊ້ທາງລົດໄຟໃນປີ 2021, ນັກທ່ອງທ່ຽວຈີນຫຼາຍລ້ານຄົນຈະຫຼັ່ງໄຫຼເຂົ້າມາໃນເຂດດັ່ງກ່າວ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
ນັກລົງທຶນລາວທຸ້ມທຶນໂຄງການຫຼາຍຮ້ອຍລ້ານໂດລາໃນເຂດເສດຖະກິດພິເສດທ່າແຂກ
ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດໂຈ້ບຸນມີ, ກຸ່ມເຄືອຂ່າຍທຸລະກິດຊັ້ນນຳຂອງລາວ ໄດ້ທຸ້ມທຶນ US$500 ລ້ານໂດລາໃນການກໍ່ສ້າງກຸ່ມທຸລະກິດການຄ້າ ແລະ ສາງເກັບສິນຄ້າໃນເຂດເສດຖະກິດພິເສດທ່າແຂກ (TSEZ) ແຂວງຄຳມ່ວນ.ບໍລິສັດດັ່ງກ່າວມີແຜນສ້າງທຸລະກິດການຄ້າ ເຊັ່ນ ສູນການຄ້າ, ສາງຈັດເກັບສິນຄ້າ ແລະ ສູນລວມສິນຄ້າປະເພດຕ່າງໆ.ໂຄງການດັ່ງກ່າວກວມເອົາເນື້ອທີ່ກວ່າ 100 ເຮັກຕາ ແລະ ມີໄລຍະການສຳປະທານ 68 ປີ.ອ່ານຕໍ່ ...
ໂຕະຂ່າວ