ກຸ່ມການຄ້າຍີ່ປຸ່ນສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການການຄ້າຕ່າງປະເທດຍີ່ປຸ່ນ (JETRO) ວຽງຈັນຈະເຮັດວຽກຮ່ວມກັບບໍລິສັດພັດທະນາໃນສີ່ເຂດເສດຖະກິດພິເສດ (SEZs) ເພື່ອສົ່ງເສີມການລົງທຶນຂອງບໍລິສັດຍີ່ປຸ່ນ, ສົ່ງເສີມສາຍພົວພັນທາງການຄ້າ ແລະ ເສດຖະກິດລະຫວ່າງສອງປະເທດລາວ ຍີ່ປຸ່ນ.

ບົດບັນທຶກການຮ່ວມມືໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນໃນວັນອັງຄານນີ້ ໂດຍທ່ານ ກັດຊູອິຈິ ອີວາກາມິ ຫົວໜ້າອົງການ JETRO ວຽງຈັນ, ແລະ ຜູ້ພັດທະນາໃນເຂດ.

ເຂດເສດຖະກິດເປົ້າໝາຍສີ່ແຫ່ງມີຄື ເຂດເສດຖະກິດພິເສດ SME ປາກເຊ-ຍີ່ປຸ່ນ, ນິຄົມອຸດສາຫະກຳສະຫວັນ, ເຂດພັດທະນາໄຊເສດຖາ, ເຂດພັດທະນາອຸດສາຫະກຳ ແລະ ການຄ້າວຽງຈັນ (ນິຄົມອຸດສາຫະກຳ VITA).

ອ່ານຕໍ່….

ໂຕະຂ່າວ
http://annx.asianews.network/content/japanese-trade-group-promotes-investment-lao-sezs-103547