ນາຍົກລົງຢ້ຽມຢາມແຂວງສະຫວັນນະເຂດ ແລະ ເຂດເສດຖະກິດພິເສດເພື່ອສົ່ງເສີມການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະລັດຖະບານໄດ້ເດີນທາງຢ້ຽມຢາມທ່າເຮືອບົກ ແລະ ນິຄົມອຸດສາຫະກຳແຂວງສະຫວັນນະເຂດໃນອາທິດແລ້ວນີ້ ເພື່ອຢ້ຽມຢາມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃນສະຖານອຸດສາຫະກຳດັ່ງກ່າວ.

ທ່ານ ທອງລຸນໄດ້ເດີນທາງຢ້ຽມຊົມການປະຕິບັດງານຢູ່ທ່າເຮືອບົກແຂວງສະຫວັນນະເຂດ ແລະ ຫ້ອງພາສີຄົບວົງຈອນ ເພື່ອຢ້ຽມຢາມການປະຕິບັດງານຂອງເຈົ້າໜ້າທີ່ພາກສະໜາມ.

ເຈົ້າໜ້າທີ່ໄດ້ລາຍງານກ່ຽວກັບແຜນທີ່ເສັ້ນທາງການຂົນສົ່ງສິນຄ້າໃນປະຈຸບັນຈາກຈີນເຖິງສິງກະໂປໂດຍຜ່ານທ່າເຮືອບົກ ຕໍ່ທ່ານນາຍົກລັດຖະມົນຕີ. ທ່າເຮືອບົກດັ່ງກ່າວໄດ້ເປີດດຳເນີນການຕິດຕຕໍ່ກັນມາເປັນເວລາສາມປີນັບແຕ່ປີ 2016.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/lao-pm-visits-savannakhet-province-and-special-economic-zone-promote-investment-102228