ການສ້ອມແປງຖະໜົນແຂວງຄຳມ່ວນ ຄາດວ່າຈະຕ້ອງໃຊ້ງົບ 33 ຕື້ກີບ

ແຂວງຄຳມ່ວນ: ອຳນາດການປົກຄອງໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ກ່າວວ່າຕ້ອງໃຊ້ງົບປະມານຢ່າງຕ່ຳ 33 ຕື້ກີບ ໃນການສ້ອມແປງຖະໜົນທີ່ຖືກເສຍຫາຍໃນຫ້າເມືອງ. ທ່ານ ພິດສະໄໝ ຄົງສະດັດ  ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປີດເຜີຍຕໍ່ສື່ມວນຊົນວ່າ “ພວກເຮົາຄາດວ່າຈະຕ້ອງໃຊ້ງົບປະມານ 33 ຕື້ກວ່າກີບໃນການສ້ອມແປງຖະໜົນທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມ ຢູ່ເມືອງມະຫາໄຊ, ໜອງບົກ, ຍົມມະລາດ, ບົວລະພາ ແລະ ເຊບັ້ງໄຟ. “ໃນບັນດາເມືອງເຫຼົ່ານີ້ ມີຖະໜົນໄດ້ຮັບຜົນກະທົບທັງໝົດ 52 ແຫ່ງ ໃນລະດັບຄວາມເສຍຫາຍທີ່ແຕກຕ່າງກັນ. ການສ້ອມແປງຖະໜົນ 10 ແຫ່ງຢູ່ເມືອງມະຫາໄຊ ຄາດວ່າຈະຕ້ອງໃຊ້ງົບຢູ່ 4 ຕື້ກີບ, ຖະໜົນ 11 ແຫ່ງຢູ່ເມືອງໜອງບົກ ຈະຕ້ອງໃຊ້ງົບ 6 ຕື້ກີບ, ຖະໜົນຫົກແຫ່ງຢູ່ເມືອງຍົມມະລາດ ຈະຕ້ອງໃຊ້ງົບ 3 ຕື້ກີບ, ຖະໜົນ 15 ແຫ່ງຢູ່ເມືອງບົວລະພາ ຈະຕ້ອງໃຊ້ງົບ ...

ພົມພົງ ເຫຼົາອິນ

ແຂວງສະຫວັນນະເຂດຍົກເລີກຈຸດກວດກາ ເພື່ອສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສະຫວັນນະເຂດ ໄດ້ແຈ້ງການຍົກເລີກຈຸດກວດຕາມຖະໜົນສາຍຫຼັກ ເພື່ອເພີ່ມຄວາມໄວໃນການຂົນສົ່ງສິນຄ້າ ແລະ ການສົ່ງອອກ.ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ອອກຄຳສັ່ງໃນອາທິດແລ້ວນີ້ ກ່ຽວກັບການຍຸບເລີກຈຸດກວດກາສິນຄ້າ ເຊິ່ງເປັນການເຄື່ອນໄຫວຫຼ້າສຸດເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນແຂວງພາກກາງ.ຈຸດກວດກາຂອງເຈົ້າໜ້າທີ່ຕຳຫຼວດຕາມເສັ້ນທາງຫຼວງເລກທີ 9 ເຊິ່ງເຊື່ອມຕໍ່ລະຫວ່າງຂົວມິດຕະພາບລາວ-ໄທ ແລະ ດ່ານກວດແດນສະຫວັນ-ລາວບາວຊາຍແດນຫວຽດນາມ ໄດ້ມີການຍຸບເລີກຢ່າງເປັນທາງການ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/savannakhet-laos-slashes-red-tape-ease-freight-transport-105203

ທາງສີ່ແຍກໃນຕົວເມືອງຈະໄດ້ຮັບການຍົກລະດັບເພື່ອຫຼຸດຜ່ອນບັນຫາລົດຕິດ

ອຳນາດການປົກຄອງນະຄອນຫຼວງວຽງຈັນກຳລັງທຳການປັບປຸງ ແລະ ຂະຫຍາຍເສັ້ນທາງສາຍຫຼັກ ແລະ ຕິດຕັ້ງໄຟຈໍລະຈອນສຳລັບຄົນຍ່າງໃນພື້ນທີ່ຊຸມຊົນ ເພື່ອຫຼຸດຜ່ອນການຕິດຂັດໃນການຈໍລະຈອນ.ໜ້າວຽກດັ່ງກ່າວແມ່ນດຳເນີນໂດຍກົມໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ.ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງການສັນຈອນຂອງພະແນກ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ ວານນີ້ວ່າ ໜ້າວຽກການຂະຫຍາຍຖະໜົນ ແລະ ການຕິດຕັ້ງໄຟສັນຍານຈໍລະຈອນ ໄດ້ເລິ່ມດຳເນີນໃນທ້າຍເດືອນສິງຫາ ແລະ ຄາດວ່າຈະສຳເລັດໃນທ້າຍເດືອນພະຈິກນີ້.ການຂະຫຍາຍຖະໜົນແມ່ນເຮັດຢູ່ໃນສີ່ຈຸດຄື ບໍລິເວນໂຮງຮຽນການຊ່າງຫາບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ແລະ ສີ່ແຍກດົງໂດກ-ທາງ 450 ປີ ເມືອງໄຊທານີອ່ານຕໍ່ ...

ພົມພົງ ເຫຼົາອິນ

ການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ວັງວຽງ ສຳເລັດແລ້ວ 40 ສ່ວນຮ້ອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ການກໍ່ສ້າງເສັ້ນທາງດ່ວນ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບຕົວເມືອງເມືອງວັງວຽງ, ສະຖານທີ່ທ່ອງທ່ຽວຊື່ດັງຂອງແຂວງວຽງຈັນ, ສຳເລັດແລ້ວ 40 ສ່ວນຮ້ອຍ.ການກໍ່ສ້າງເສັ້ນທາງໄລຍະ 113.5 ກມ ເຊິ່ງເລີ່ມຕົ້ນໃນເດືອນເມສາປີກາຍນີ້ ຄາດວ່າຈະສຳເລັດພາຍໃນສາມປີ, ຕາມເຈົ້າໜ້າທີ່ຮັບຜິດຊອບ. ເຈົ້າໜ້າທີ່ກຳລັງທົບທວນການຈັດຕັ້ງປະຕິບັດໂຄງການ ເຊິ່ງຈະມີການພິຈາລະນາບັນຫາທີ່ອາດເກີດຂຶ້ນໃນການຈັດຕັ້ງປະຕິບັດ, ເຈົ້າໜ້າທີ່ລັດຖະບານທີ່ຮັບຜິດຊອບໂຄງການ ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນວັນອັງຄານນີ້.ເສັ້ນທາງດັ່ງກ່າວ ເຊິ່ງລວມທັງອຸໂມງພູຜ້າໄລຍະ 679 ແມັດ ຈະຊ່ວຍຫຼຸດໄລຍະການເດີນທາງໄດ້ປະມານ 43 ກມ ທຽບກັບເສັ້ນທາງແຫ່ງຊາດເລກທີ 13 ເໜືອ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/vientiane-vangvieng-expressway-40-cent-complete-104888

ການກໍ່ສ້າງເສັ້ນທາງດອນນົກຂຸ້ມ-450 ປີ ຕໍ່ສັນຍາອີກ 18 ເດືອນ

ສັນຍາຮັບເໝົາການກໍ່ສ້າງເສັ້ນທາງໄລຍະ 11 ກມ ແຕ່ບ້ານດອນນົກຂຸ້ມ ເມືອງ ສີສັດຕະນາກ ຫາເສັ້ນທາງ 450 ປີ ເມືອງໄຊເສດຖາ ໄດ້ຮັບການຕໍ່ສັນຍາໄປອີກ 18 ເດືອນ ພາຍຫຼັງຜູ້ຮັບເໝົາປະສບສະພາບຂາດແຫຼ່ງທຶນ.ທ່ານ ສັກສົມບັດ ໄຕສຸລິຍາ ເຈົ້າຂອງໂຄງການເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ສັນຍາຮັບເໝົາໂຄງການໄດ້ຮັບການຕໍ່ສັນຍາຈາກເດືອນກໍລະກົດປີນີ້ໄປເຖິງທ້າຍປີ 2020 ເນື່ອງຈາກຜູ້ຮັບເໝົາມີງົບປະມານທີ່ຈຳກັດ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ

NANNING, 22 ກັນຍາ (Xinhua) — ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີຂອງລາວກ່າວເປີດເຜີຍໃນວັນເສົານີ້.ເສັ້ນທາງດັ່ງກ່າວຈະເປັນພື້ນຖານໂຄງລ່າງຕົ້ນຕໍສຳລັບເສັ້ນທາງເສດຖະກິດລະຫວ່າງສອງປະເທດ ແລະ ຊ່ວຍສົ່ງເສີມຂະແໜງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ທ່ານ ສອນໄຊກ່າວໃນງານວາງສະແດງສິນຄ້າຈີນ-ອາຊຽນ ເຊິ່ງຈັດຢູ່ເມືອງໜານໜິງ ເມືອງຫຼວງຂອງເຂດປົກຄອງຕົນເອງກວາງສີຈວງຂອງຈີນ.ເສັ້ນທາງລົດໄຟລາວ-ຈີນ ເຊິ່ງຈະໃຫ້ບໍລິການໃນຄວາມໄວ 160 ກມ ຕໍ່ຊົ່ວໂມງ ຄາດວ່າຈະເປີດດຳເນີນການໃນປີ 2021.ອ່ານຕໍ່ ...

Li Xia
http://www.xinhuanet.com/english/2019-09/22/c_138412982.htm

ເຈົ້າໜ້າທີ່ຢືນຢັນການກໍ່ສ້າງເສັ້ນທາງຕານມີໄຊ-ສີເກີດຈະສຳເລັດພາຍໃນທ້າຍປີນີ້

ອຳນາດການປົກຄອງນະຄອນຫຼວງວຽງຈັນ ໃຫ້ການຢືນຢັນວ່າ ການຍົກລະດັບຖະໜົນໄລຍະ 9.4 ກມ ແຕ່ທາງແບ່ງຕານມີໄຊ ເມືອງໄຊທານີ ຫາທາງແບ່ງສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈະສຳເລັດພາຍໃນທ້າຍປີນີ້.ທ່ານ ສົມປະສົງ ຈັນທະວົງ ຫົວໜ້າທີ່ປຶກສາໂຄງການ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ ມື້ວານນີ້ວ່າ ໂຄງການດັ່ງກ່າວມາເຖິງປະຈຸບັນແມ່ນດຳເນີນໄດ້ 72.62 ສ່ວນຮ້ອຍ ເຊິ່ງທາງຜູ້ຮັບເໝົາກຳລັງເລັ່ງມືການກໍ່ສ້າງ ເພື່ອໃຫ້ການຍົກລະດັບຖະໜົນດັ່ງກ່າວສຳເລັດໃນທ້າຍປີ 2019.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ສະໜາມບິນແຂວງຊຽງຂວາງໄດ້ຮັບການຊ່ວຍເຫຼືອການຍົກລະດັບຈາກລັດເຊຍ

ແຂວງຊຽງຂວາງໄດ້ບູລະນະສະໜາມບິນ ເພື່ອເຮັດໃຫ້ການບໍລິການສະດວກຍິ່ງຂຶ້ນສຳລັບນັກທ່ອງທ່ຽວທີ່ເດີນທາງມາທ່ຽວຊົມສະຖານທີ່ທ່ອງທ່ຽວມໍລະດົກໂລກທົ່ງໄຫຫີນ. ພາຍໃຕ້ການສະໜັບສະໜູນດ້ານທຶນຮອນຈາກລັດເຊຍ, ການສ້ອມແປງດັ່ງກ່າວແມ່ນລວມມີການຕິດຕັ້ງເຄື່ອງສະແກນໄຟຟ້າ ແລະ ໄຟສັນຍາຍຕາມທາງເດີນເຮືອບິນ, ການປັບປຸງຫໍຄວບຄຸມການບິນ ແລະ ອາຄານຜູ້ໂດຍສານ.ນອກຈາກນີ້ ອຳນາດການປົກຄອງທ້ອງຖິ່ນກໍກຳລັງປັບປຸງຖະໜົນ ແລະ ໄຟສັນຍານຈໍລະຈອນໃນຕົວເມືອງແປກ ເຊິ່ງຄາດວ່າຈະສຳເລັດໃນທ້າຍປີນີ້.ອ່ານຕໍ່ ...

Taejun Kang
https://laotiantimes.com/2019/09/13/xieng-khouang-airport-gets-russian-funded-upgrade/

ລາວຊຸກຍູ້ການພັດທະນາເສັ້ນທາງລົດໄຟເພື່ອການເຊື່ອມຕໍ່ໃນພາກພື້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມເດີນໜ້າສົ່ງເສີມການພັດທະນາເສັ້ນທາງລົດໄຟ ເພື່ອເສີມຂະຫຍາຍຜົນປະໂຫຍດທາງດ້ານເສດຖະກິດຕາມແລວທາງການຂົນສົ່ງຫຼາຍຊ່ອງທາງ ເພື່ອການເຊື່ອມຕໍ່ພາກພື້ນ.ເຈົ້າໜ້າທີ່ການນຳໂຍທາທິການ ແລະ ຂົນສົ່ງ ຍົກສູງພາລະກິດຂອງລັດຖະບານ ຈາກຄຳເຫັນໃນກອງປະຊຸມກຸ່ມເຮັດວຽກກ່ຽວກັບເສັ້ນທາງລົດໄຟສິງກະໂປ-ຄຸນໝິງ (SWG-SKRL) ທີ່ວຽງຈັນໃນວັນພະຫັດຜ່ານມານີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/laos-pushing-rail-link-development-regional-connectivity-103545

ລົດເມໂດຍສານນະຄອນຫຼວງວຽງຈັນກ້າວສູ່ລະບົບການຈ່າຍຄ່າໂດຍສານແບບບໍ່ໃຊ້ເງິນສົດ

ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ຜູ້ໃຫ້ບໍລິການລົດເມໂດຍສານໃນນະຄອນຫຼວງວຽຈັນ ກຳລັງຈະເລີ່ມການນຳໃຊ້ລະບົບການຈ່າຍຄ່າໂດຍສານແບບອີເລັກໂທຣນິກໂດຍບໍ່ໃຊ້ເງິນສົດສຳລັບລົດໂດຍສານບາງສາຍໃນນະຄອນຫຼວງວຽງຈັນ.ປະຈຸບັນ ຜູ້ໂດຍສານລົດເມສາຍສະໜາມບິນ ແລະ ສູນການຄ້າລາວ-ໄອເຕັກ ສາມາດຈ່າຍຄ່າໂດຍສານຜ່ານລະບົບບໍລິການກອງທຶນຂອງ ທພລ, ເຊິ່ງເປັນລະບົບການຈ່າຍເງິນຜ່ານລະຫັດ QR code ຂອງທະນາຄານພັດທະນາລາວ (ທພລ).ນອນນີ້ ລູກຄ້າຍັງສາມາດຈ່າຍເງິນໂດຍໃຊ້ບັດ VISA, MasterCard, UnionPay ແລະ JCB, ຕາມຮູບຖ່າຍການບໍລິການທີ່ເຜີຍແຜ່ໂດຍອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ປະຈຳລາວ.ອ່ານຕໍ່  ...

The Laotian Times
https://laotiantimes.com/2019/08/22/vientiane-city-bus-moves-toward-cashless-payment/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

eMCwv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!