ເສັ້ນທາງແຂວງສາລະວັນໄດ້ຮັບການຍົກລະດັບເພື່ອເປີດກວ້າງການເຂົ້າເຖິງພື້ນທີ່ຊົນນະບົດ

ການກໍ່ສ້າງເສັ້ນທາງແຂວງສາລະວັນທີ່ຫາກໍ່ສຳເລັດນີ້ ຈະຊ່ວຍຍົກລະດັບການເຂົ້າເຖິງພື້ນທີ່,​ ໂດຍສະເພາະໃນທ້ອງຖິ່ນທຸກຍາກຂອງແຂວງ, ໃຫ້ເຂົ້າເຖິງຕະຫຼາດ, ໂຮງຮຽນ, ສູນບໍລິການດ້ານສາທາລະນະສຸກ ແລະ ການບໍລິການຂອງລັດ.ພິທີເປີດເສັ້ນທາງດັ່ງກ່າວໄດ້ມີຂຶ້ນໃນອາທິດນີ້ ພາຍໃຕ້ໂຄງການພັດທະນາພື້ນຖານໂຄງລ່າງໃນຊົນນະບົດໄລຍະທີ 6 ຢູ່ເມືອງສະມ້ວຍ ແລະ ຕະໂອຍ ແຂວງສາລະວັນ ພາຍໃຕ້ການຮ່ວມມືຂອງເຢຍລະມັນຜ່ານທະນາຄານພັດທະນາ KfW.ອີງຕາມກະຊວງໂຍທາທິການ ແລະ ຂົນສົ່ງ,​ ໂຄງການກໍ່ສ້າງເສັ້ນທາງໄລຍະທີ 6 ດັ່ງກ່າວໄດ້ເລີ່ມຕົ້ນໃນປີ 2015 ແລະ ຫາກໍ່ສຳເລັດຫວ່າງໝໍ່ໆມານີ້. ໃນນີ້ ເສັ້ນທາງຊົນນະບົດໄລຍະລວມ 122 ກມ ໄດ້ຮັບການບູລະນະ ແລະ ຍົກລະດັບຢູ່ເມືອງສະມ້ວຍ ແລະ ຕະໂອຍ, ໂດຍມີການຄຳນຶງເຖິງຄວາມຈຳເປັນໃນການປ້ອງກັນສະພາບອາກາດທີ່ຮ້າຍແຮງ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ລັດມີແຜນສ້າງຂົວມິດຕະພາບລາວ-ໄທຢູ່ແຂວງວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ໄທມີແຜນສ້າງຂົວມິດຕະພາບແຫ່ງໃໝ່ເພື່ອເຊື່ອມຕໍ່ບັນດາປະເທດໃນພາກພື້ນແມ່ນ້ຳຂອງ, ກໍຄືເຊື່ອມຕໍ່ແຂວງວຽງຈັນກັບຈັດຫວັດເລີຍ ປະເທດໄທ, ຕາມການເປີດເຜີຍຂອງເຈົ້າແຂວງວຽງຈັນ.ຈາກການເປີດເຜີຍຕໍ່ສື່ມວນຊົນໃນວັນສຸກແລ້ວນີ້, ທ່ານ ຄຳພັນ ສິດທິດຳພາ ກ່າວວ່າອຳນາດການປົກຄອງແຂວງວຽງຈັນໄດ້ຍື່ນສະເໜີໂຄງການດັ່ງກ່າວຕໍ່ຄະນະລັດຖະບານເພື່ອພິຈາລະນາຮັບຮອງເອົາ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-thai-friendship-bridge-planned-vientiane-province-102302

ປະຊາຊົນຊາວນະຄອນຫຼວງວຽງຈັນຂັດຂ້ອງຕໍ່ການຈ່າຍຄ່່າຊົດເຊີຍຕໍ່ການສູນເສຍທີ່ດິນຍ້ອນໂຄງການທາງດ່ວນທີ່ຕ່ຳກວ່າຕະຫຼາດ

ຊາວບ້ານຈາກ 18 ບ້ານໃນສອງເມືອງໃນນະຄອນຫຼວງວຽງຈັນ ປະຕິເສດທີ່ຈະຮັບຄ່າຊົດເຊີຍການສູນເສຍທີ່ດິນຈາກລັດເນື່ອງຈາກໂຄງການກໍ່ສ້າງທາງດ່ວນ, ໂດຍກ່າວວ່າເງິນຈຳນວນດັ່ງກ່າວແມ່ນຕ່ຳກວ່າມູນຄ່າຕະຫຼາດຫຼາຍ.ເຈົ້າໜ້າທີ່ໄດ້ສະເໜີເງິນຄ່າຊົດເຊີຍໃນອັດຕາ US$ 9-12 ໂດລາຕໍ່ຕາແມັດສຳລັບພື້ນທີ່ດິນທັງໝົດ 242 ເຮັກຕາ (600 ເອເຄີ), ຕາມການລາຍງານຂອງຊາວບ້ານບ້ານໄຊ ເມືອງໄຊທານີ ຕໍ່ໜ່ວຍຂ່າວ RFA ລາວໃນວັນອັງຄານຜ່ານມາ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/lao-capital-villagers-balk-08142019151459.html

ລາວຕ້ອງຂົນສົ່ງສິນຄ້າຜ່ານຖ້ຽວລົດໄຟຂ້າມຊາຍແດນໃຫ້ຫຼາຍຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ການບໍລິການຂົນສົ່ງສິນຄ້າທາງລົດໄຟຂ້າມຊາຍແດນທີ່ຫາກໍ່ເປີດໂຕ ຕ້ອງການການຂົນສົ່ງສິນຄ້າຈາກລາວໄປໄທທີ່ເພີ່ມຂຶ້ນເພືື່ອຄວາມສຳເລັດທາງທຸລະກິດ.ຂະບວນລົດໄຟດັ່ງກ່າວສາມາດຂົນສົ່ງສິນຄ້າ 10 ເຖິງ 20 ຕູ້ເຂົ້າ ແລະ ອອກປະເທດ, ແຕ່ວ່າປະເທດລາວມີຈຳນວນຜູ້ສົ່ງອອກໜ້ອຍກວ່າຈຳນວນຜູ້ນຳເຂົ້າ. ນີ້ແມ່ນບັນຫາທີ່ພາກສ່ວນທີ່ກ່ຽວຂ້ອງຕ້ອງຮ່ວມກັນແກ້ໄຂ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/more-lao-cargo-needed-fill-cross-border-freight-train-101904

ບໍລິສັດລາວລົງນາມໃນ MOU ຮ່ວມກັບບໍລິສັດແຫ່ງລັດຂອງສີສວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດພັດທະນາແຫ່ງລັດ AAA ສີສວນ ຈຳກັດ ແລະ ບໍລິສັດ ASIN Intl (ລາວ) ຈຳກັດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງທຸລະກິດ ພາຍໃຕ້ໂຄງການລິເລີ່ມຖະໜົນ ແລະ ແລວທາງ ໃນກວາງອັນ ແຂວງສີສວນ ປະເທດຈີນ.ອີງຕາມສະມາຄົມສົ່ງເສີມເສດຖະກິດການຄ້າລາວ-ຈີນ (LCETPA), ສອງຝ່າຍຈະສົ່ງເສີມການສ້າງຜົນປະໂຫຍດຮ່ວມສູງສຸດທາງດ້ານພື້ນຖານໂຄງລ່າງ “ຖະໜົນ ແລະ ແລວທາງ” ແລະ ສົ່ງເສີມການຈັດຕັ້ງປະຕິບັດແຜນຍຸດທະສາດ “ຖະໜົນ ແລະ ແລວທາງ” ໃຫ້ປະກົດຜົນເປັນຈິງ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/lao-company-inks-mou-sichuan-public-listed-firm-101596

ຖ້ຽວບິນເຊົ່າເໝົາລຳຄາດວ່າຈະສົ່ງເສີມການທ່ອງທ່ຽວລະຫວ່າງຫາງໂຈ, ວຽງຈັນ 

ວຽງຈັນ (ວຽງຈັນທາມສ໌/ANN) – ການເປີດຖ້ຽວບິນເຊົ່າເໝົາລຳລະຫວ່າງເມືອງຫາງໂຈ ແຂວງສີຈຽງ ແລະ ນະຄອນຫຼວງວຽງຈັນ ຄາດວ່າຈະຊ່ວຍສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນລະຫວ່າງລາວ ແລະ ຈີນ.ພິທີເປີດຖ້ຽວບິນປະຖົມມະເລີກດັ່ງກ່າວໄດ້ມີຂຶ້ນໃນອາທິດແລ້ວນີ້ ທີ່ເມືອງຫາງໂຈ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/charter-flights-set-bolster-tourism-between-hangzhou-vientiane-101453

ລາວເປີດໂຕການບໍລິການລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດ

ການບໍລິການລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດເພື່ອເຂົ້າ ແລະ ອອກປະເທດລາວໄດ້ມີການເປີດຕົວໃນມື້ວານນີ້, ເຊິ່ງມີການຂົນສົ່ງເບຍລາວຂ້າມຂົວມິດຕະພາບໄທ-ລາວ.ປະຈຸບັນສາມາດຂົນສົ່ງສິນຄ້າຈາກສະຖານນີລົດໄຟສາງທ່ານາແລ້ງ ວຽງຈັນຂອງລາວ ຜ່ານເສັ້ນທາງລົດໄຟໄປເຖິງທ່າເຮືອແຫຼມຊະບັງຂອງໄທໄດ້ແລ້ວ.ອ່ານຕໍ່  ...

The Laotian Times
https://laotiantimes.com/2019/08/02/first-freight-train-launched-from-laos/

ການກໍ່ສ້າງຂົວທາງລົດໄຟຂ້າມນ້ຳຂອງດຳເນີນກ່ອນກຳນົດການ

ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ການກໍ່ສ້າງຂົວຂ້າມນ້ຳຂອງຢູ່ແຂວງຫຼວງພະບາງ ສຳລັບເສັ້ນທາງລົດໄຟລາວ-ຈີນ ກຳລັງດຳເນີນກ່ອນກຳນົດການ ຕາມບໍລິສັດກໍ່ສ້າງຂອງຈີນ.ໃນວັນອາທິດຜ່ານມານີ້ ບໍລິສັດທີ່ຮັບຜິດຊອບໂຄງການກໍ່ສ້າງຂົວ ແລະ ທາງລົດໄຟ ໄດ້ເຊື້ອເຊີນສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມງານສະຫຼອງຜົນລຳເລັດໃນການຈອດຂົວເຊື່ອມຕໍ່ລະຫວ່າງສອງຝັ່ງແມ່ນ້ຳຂອງ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/work-mekong-railway-bridge-running-ahead-schedule-101108

ການບິນລາວຈະເລີ່ມເປີດໃຫ້ບໍລິການຖ້ຽວບີນ ວຽງຈັນ-ກຸມາໂມໂຕະ ໃນເດືອນພະຈິກນີ້

ກຸມາໂມໂຕະ – ການບິນລາວມີແຜນເປີດໃຫ້ບໍລິການຖ້ຽວບິນປົກກະຕິ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວຫຼວງພະບາງ ກັບເມືອງກຸມາໂມໂຕະ ທາງພາກໃຕ້ຂອງປະເທດຍີ່ປຸ່ນໃນເດືອນພະຈິກນີ້. ນີ້ຈະເປັນຖ້ຽວບິນປົກກະຕິທຳອິດທີ່ເຊື່ອມຕໍ່ໂດຍກົງລະຫວ່າງຍີ່ປຸ່ນ ແລະ ລາວ. ທ່ານ ບຸນມາ ຈັນທະວົງສາ ປະທານບໍລິສັດດການບິນລາວກ່າວວ່າ ທາງສາຍການບິນກຳລັງກະກຽມຍື່ນໃບສະໝັກກ່ຽວກັບແຜນການບໍລິການດັ່ງກ່າວຕໍ່ກະຊວງໂຍທາທິການຂອງຍີ່ປຸ່ນ.ອ່ານຕໍ່ ...

ໂຕະຂ່າວ Japan Today

ຊາວບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການຍັງຄົງລໍຄອຍເງິນຊົດເຊີຍທາງລົດໄຟ

ປະຊາຊົນລາວທີ່ຕ້ອງຍ້າຍຖິ່ນຖານຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນຍັງຄົງລໍຖ້າເງິນຊົດເຊີຍຈາກລັດຖະບານ ໃນຂະນະທີ່ຫຼາຍຄົນທີ່ໄດ້ຮັບຄ່າຊົດເຊີຍແລ້ວກ່າວວ່າເງິນຊົດເຊີຍທີ່ໄດ້ແມ່ນໜ້ອຍກວ່າທີ່ຄິດຫຼາຍ.ໂຄງການທາງລົດໄຟເພື່ອເຊື່ອມຕໍ່ລາວກັບຈີນ ຄາດວ່າຈະສ້າງປະໂຫຍດໃຫ້ແກ່ເສດຖະກິດຂອງລາວ ເນື່ອງຈາກວ່າມັນຈະຊ່ວຍຫຼຸດຕົ້ນທຶນຂອງສິນຄ້າສົ່ງອອກ ແລະ ສິນຄ້າບໍລິໂພກ ໃນຂະນະດຽວກັນກໍສົ່ງເສີມການພັດທະນາເສດຖະກິດສັງຄົມຂອງປະເທດທຸກຍາກທີ່ມີປະຊາກອນປະມານເຈັດລ້ານຄືລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/lao-china-railway-compensation-delay-07162019170632.html

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

TRRJr
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!