ເສັ້ນທາງແຂວງສາລະວັນໄດ້ຮັບການຍົກລະດັບເພື່ອເປີດກວ້າງການເຂົ້າເຖິງພື້ນທີ່ຊົນນະບົດ

ການກໍ່ສ້າງເສັ້ນທາງແຂວງສາລະວັນທີ່ຫາກໍ່ສຳເລັດນີ້ ຈະຊ່ວຍຍົກລະດັບການເຂົ້າເຖິງພື້ນທີ່,​ ໂດຍສະເພາະໃນທ້ອງຖິ່ນທຸກຍາກຂອງແຂວງ, ໃຫ້ເຂົ້າເຖິງຕະຫຼາດ, ໂຮງຮຽນ, ສູນບໍລິການດ້ານສາທາລະນະສຸກ ແລະ ການບໍລິການຂອງລັດ.

ພິທີເປີດເສັ້ນທາງດັ່ງກ່າວໄດ້ມີຂຶ້ນໃນອາທິດນີ້ ພາຍໃຕ້ໂຄງການພັດທະນາພື້ນຖານໂຄງລ່າງໃນຊົນນະບົດໄລຍະທີ 6 ຢູ່ເມືອງສະມ້ວຍ ແລະ ຕະໂອຍ ແຂວງສາລະວັນ ພາຍໃຕ້ການຮ່ວມມືຂອງເຢຍລະມັນຜ່ານທະນາຄານພັດທະນາ KfW.

ອີງຕາມກະຊວງໂຍທາທິການ ແລະ ຂົນສົ່ງ,​ ໂຄງການກໍ່ສ້າງເສັ້ນທາງໄລຍະທີ 6 ດັ່ງກ່າວໄດ້ເລີ່ມຕົ້ນໃນປີ 2015 ແລະ ຫາກໍ່ສຳເລັດຫວ່າງໝໍ່ໆມານີ້. ໃນນີ້ ເສັ້ນທາງຊົນນະບົດໄລຍະລວມ 122 ກມ ໄດ້ຮັບການບູລະນະ ແລະ ຍົກລະດັບຢູ່ເມືອງສະມ້ວຍ ແລະ ຕະໂອຍ, ໂດຍມີການຄຳນຶງເຖິງຄວາມຈຳເປັນໃນການປ້ອງກັນສະພາບອາກາດທີ່ຮ້າຍແຮງ.

ອ່ານຕໍ່…

ແກ້ວວຽງຄອນ ບຸນວິເສດ