ລົດເມໂດຍສານນະຄອນຫຼວງວຽງຈັນກ້າວສູ່ລະບົບການຈ່າຍຄ່າໂດຍສານແບບບໍ່ໃຊ້ເງິນສົດ

ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ຜູ້ໃຫ້ບໍລິການລົດເມໂດຍສານໃນນະຄອນຫຼວງວຽຈັນ ກຳລັງຈະເລີ່ມການນຳໃຊ້ລະບົບການຈ່າຍຄ່າໂດຍສານແບບອີເລັກໂທຣນິກໂດຍບໍ່ໃຊ້ເງິນສົດສຳລັບລົດໂດຍສານບາງສາຍໃນນະຄອນຫຼວງວຽງຈັນ.

ປະຈຸບັນ ຜູ້ໂດຍສານລົດເມສາຍສະໜາມບິນ ແລະ ສູນການຄ້າລາວ-ໄອເຕັກ ສາມາດຈ່າຍຄ່າໂດຍສານຜ່ານລະບົບບໍລິການກອງທຶນຂອງ ທພລ, ເຊິ່ງເປັນລະບົບການຈ່າຍເງິນຜ່ານລະຫັດ QR code ຂອງທະນາຄານພັດທະນາລາວ (ທພລ).

ນອນນີ້ ລູກຄ້າຍັງສາມາດຈ່າຍເງິນໂດຍໃຊ້ບັດ VISA, MasterCard, UnionPay ແລະ JCB, ຕາມຮູບຖ່າຍການບໍລິການທີ່ເຜີຍແຜ່ໂດຍອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ປະຈຳລາວ.

ອ່ານຕໍ່…

 

The Laotian Times
https://laotiantimes.com/2019/08/22/vientiane-city-bus-moves-toward-cashless-payment/