ລັດຖະບານ

ລັດຖະບານກາງ

ກົດໝາຍລະບຸແຈ້ງບົດບາດ ແລະ ພັນທະຂອງແນວລາວສ້າງຊາດ

ສິດ ແລະ ພັນທະຂອງແນວລາວສ້າງຊາດ ແລະ ສະມາຊິກຄະນະກຳມະການໃນອົງການການຈັດຕັ້ງໄດ້ມີການກຳນົດໃຫ້ຊັດເຈນ ຫຼັງຈາກຜ່ານກົດໝາຍວ່າດ້ວຍແນວລາວສ້ງຊາດສະບັບດັດແກ້.ອ່ານຕໍ່ ...

ວຽງຈັນທາມສ໌

ສະມາຊິກສະພາກ່າວຫຼາຍພັນຄອບຄົວມີຊີວິດທີ່ດີຂຶ້ນ

ລັດຖະມົນຕີກ່າວໃນສະພາແຫ່ງຊາດວ່າ 2,529 ຄອບຄົວທີ່ຕັ້ງຖິ່ນຖານໃນເຂດຈຸດສຸມພັດທະນາຂອງລັດຖະບານ ເຊິ່ງມີການສ້າງສິ່ງອຳນວຍຄວາມສະດວກທີ່ຈຳເປັນ ເຮັດໃຫ້ຜູ້ຢູ່ອາໄສມີຊີວິດທີ່ດີຂຶ້ນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ກົດໝາຍແຕ່ງງານສະບັບດັດແກ້ເຮັດໃຫ້ຂັ້ນຕອນການແຕ່ງງານລະຫວ່າງຕ່າງຊາດກັບຄົນລາວງ່າຍຂຶ້ນ

ການດັດແກ້ກົດໝາຍວ່າດ້ວຍການຈົດທະບຽນຄອບຄົວຜ່ານສະພາແຫ່ງຊາດ ຈະຊ່ວຍອຳນວຍຄວາມສະດວກ ແລະຄຸ້ມຄອງການແຕ່ງງານລະຫວ່າງຄົນລາວ ແລະ ຕ່າງປະເທດ ກໍຄືວຽກງານການຈົດທະບຽນຄອບຄົວໂດຍລວມ. ໃນນຳສະເໜີຮ່າງກົດໝາຍດັ່ງກ່າວໃນກອງປະຊຸມສະພາແຫ່ງຊາດສະໄໝສາມັນ ທ່ານຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ກ່າວວ່າກົດໝາຍສະບັບປະກາດໃຊ້ແຕ່ປີ 2009 ນັ້ນແມ່ນຍັງບໍ່ມີລັກສະນະຮັດກຸມ ແລະ ຊັດເຈນພຽງພໍອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ການອະນຸມັດປ້າຍໂຄສະນາຕ້ອງເຮັດໃຫ້ກະຈ່າງແຈ້ງ

ສະມາຊິກສະພາແຫ່ງຊາດໄດ້ສະເໜີຕໍ່ສະພາແຫ່ງວ່າ ການແບ່ງໜ້າທີ່ຮັບຜິດຊອບກ່ຽວກັບການອະນຸມັດປ້າຍໂຄສະນາຕ້ອງເຮັດໃຫ້ກະຈ່າງແຈ້ງພາຍໃຕ້ລະບຽບກົດໝາຍ ເພື່ອປັບປຸງປະສິດທິພາບການຄຸ້ມຄອງໜ້າທີ່ຮັບຜິດຊອບຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ. ບັນຫາດັ່ງກ່າວໄດ້ຖືກຍົກຂຶ້ນ ເພື່ອຫາລືກັບບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບຮ່າງກົດໝາຍສະບັບໃໝ່ວ່າດ້ວຍປ້າຍ ແລະ ປ້າຍໂຄສະນາໃນກອງປະຊຸມສະພາແຫ່ງຊາດໃນມື້ວານນີ້ອ່ານຕໍ່ ...

ວຽງຈັນທາມສ໌

ທ່ານນາຍົກລາຍງານສະມາຊິກສະພາກ່ຽວກັບການເລັ່ງມືສົ່ງເສີມການພັດທະນາໂຄງການຂະໜາດໃຫຍ່

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ສະພາແຫ່ງຊາດວ່າ ກຳລັງມີການເລັ່ງມືໂຄງການພັດທະນາຂະໜາດໃຫຍ່ທີ່ກຳລັງດຳເນີນການກໍ່ສ້າງ ເພື່ອສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດ. ຈາກການສະເໜີບົດລາຍງານການພັດທະນາດ້ານເສດຖະກິດສັງຄົມຕໍ່ທີ່ປະຊຸມສະພາແຫ່ງຊາດ, ທ່ານຫົວໜ້າລັດຖະບານແຫ່ງຊາດໄດ້ກ່າວວ່າ ກຳລັງມີການເສີມຂະຫຍາຍການດຳເນີນການເພື່ອສ້າງຮູບປະທຳດ້ານຜົນປະໂຫຍດຂອງໂຄງການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ໂຮງຮຽນຊົນເຜົ່າຕ້ອງການທຶນເພີ່ມເຕີມສຳລັບການຝຶກອົບຮົມວິຊາຊີບ

ຕາມການລາຍງານຂອງລັດຖະມົນຕີຕໍ່ສະພາແຫ່ງຊາດໃຫ້ຊາບວ່າ ໂຮງຮຽນມັດທະຍົມຊົນເຜົ່າຕ້ອງການການສະໜັບສະໜູນທາງດ້ານທຶນຮອນ ສຳລັບການຝຶກອົບຮົມວິຊາຊີບ ແລະ ການປັບປຸງສິ່ງອຳນວຍຄວາມສະດວກ.ອ່ານຕໍ່ ...

ວຽງຈັນທາມສ໌

ກົດໝາຍສະບັບດັດແກ້ບໍ່ມີຂໍ້ຍົກເວັ້ນການຈ່າຍອາກອນມູນຄ່າເພີ່ມ

ວິສາຫະກິດທີ່ໄດ້ຈົດທະບຽນ ແລະ ໄດ້ຮັບເລກລະຫັດອາກອນຈະຕ້ອງປະຕິບັດພັນທະຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ. ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນໄດ້ສະເໜີຮ່າງກົດໝາຍສະບັບດັດແກ້ດັ່ງກ່າວ ໃນມື້ວານນີ້ຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາອ່ານຕໍ່ ...

ເອກກະພົນ ພູທອນສີ

ກຳນົດຄ່າຊົດເຊີຍ ແລະ ວັນທີດຳເນີນການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ບໍ່ແຕນ

ປະຈຸບັນໄດ້ມີການຈ່າຍເງິນຊົດເຊີຍຈຳນວນໜຶ່ງສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ບໍ່ແຕນ ເພື່ອເຊື່ອມຕໍ່ນະຄວນຫຼວງກັບແຂວງຫຼວງນ້ຳທາທາງພາກເໜືອຂອງລາວ ທີ່ຕິດກັບຊາຍແດນຈີນ. ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານຕໍ່ສະພາແຫ່ງຊາດວ່າ ລັດຖະບານລາວ ແລະ ບໍລິສັດຈີນຈາກມົນທົນຢຸນນານ ຈະຮ່ວມກັນສ້າງເສັ້ນທາງດ່ວນໄລຍະ 460 ກມ ດັ່ງກ່າວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ສຊ ຫາລືຮ່າງກົດໝາຍວ່າດ້ວຍທະນາຄານ

ໂຄງສ້າງ ແລະ ໜ້າທີ່ຂອງຄະນະບໍລິຫານທະນາຄານແຫ່ງ ສປປ ລາວ ແມ່ນຫົວຂໍ້ຫຼັກໃນການຫາລືໃນສະພາແຫ່ງຊາດມື້ວານນີ້ ເພື່ອຈຸດປະສົງສ້າງຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງທະນາຄານ ແລະ ສະກັດກັ້ນກິດຈະກຳທາງການເງິນທີ່ບໍ່ຖືກກັບລະບຽບກົດໝາຍ.ອ່ານຕໍ່  ...

ວຽງຈັນທາມສ໌

ກົດໝາຍໃໝ່ກຳນົດໜີ້ສິນລັດບໍ່ໃຫ້ເກີນ 25 ເປີເຊັນຂອງລາຍຮັບ

ລັດຖະບານຈະເປັນໜ່ວຍງານທີ່ກຳນົດຂະໜາດໜີ້ສິນຂອງລັດບໍ່ໃຫ້ເກີນ 25 ເປີເຊັນຂອງລາຍຮັບປະຈຳປີຂອງລັດຖະບານ. ມື້ວານນີ້ສະມາຊິກສະພາແຫ່ງຊາດໄດ້ຫາລືຂໍ້ຕົກລົງກ່ຽວກັບກົດໝາຍວ່າດ້ວຍໜີ້ສິນຂອງລັດ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍດ່ງກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

8cnHc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!