ລັດຖະບານ

ລັດຖະບານກາງ

ສານປະຊາຊົນ ຊ່ວຍແກ້ໄຂບັນຫາສັງຄົມທີ່ເກີດຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນຫາສັງຄົມທີ່ເກີດຂຶ້ນໃນລາວສ່ວນໃຫຍ່ແມ່ນບັນຫາຂີ້ລັກ, ຢາເສບຕິດ, ເງິນກູ້ ແລະ ການຢ່າຮ້າງ, ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ລາຍງານຕໍ່ທີ່ປະຊຸມສະພາແຫ່ງຊາດໃນວັນພຸດນີ້.ບັນຫາດັ່ງກ່າວ ໄດ້ມີການສະຫຼຸບໃນບົດລາຍງານຂອງທ່ານຄຳພາ ກ່ຽວກັບວຽກງານສານປະຊາຊົນໃນປີ 2019 ແລະ ແຜນການສຳລັບປີ 2020.ອ່ານຕໍ່ ...

ໂຕະຂ່າວວຽຈັນທາມສ໌

ລັດຖະບານຕ້ອງການກົນໄກທີ່ເຂັ້ມງວດກວ່າເດີມ ເພື່ອຫຼຸດຜ່ອນການກະທຳຜິດທາງການເງິນ: ສພຊ

ວຽງຈັນ (ວຽງຈັນທາມສ໌) – ໃນວັນພະຫັດນີ້ ບັນດາສະມາຊິກ ສະພາແຫ່ງຊາດ (ສພຊ) ໄດ້ຊຸກຍູ້ລັດຖະບານ ໃຫ້ອອກມາດຕະການທີ່ເຂັ້ມງວດ ເພື່ອສະກັດກັ້ນການກະທຳຜິດທີ່ກ່ຽວຂ້ອງກັບການເງິນຂອງລັດ ພາຍຫຼັງຮູ້ມາວ່າ ການກະທຳຜິດໃນລັກສະນະດັ່ງກ່າວເກີດຂຶ້ນເປັນປົກກະຕິ.ໃນລະຫວ່າງການຫາລືໃນກອງປະຊຸມ ທີ່ອະນຸຍາດໃຫ້ສະມາຊິກສະພາມີຄຳເຫັນກ່ຽວກັບບົດລາຍງານຂອງອົງການກວດສອບແຫ່ງລັດ, ນັກສ້າງກົດໝາຍໄດ້ກ່າວວ່າ ມັນບໍ່ມີຄວາມໝາຍຫຍັງ ຖ້າລັດຖະບານບໍ່ດຳເນີນການລົງໂທດ ທັນທີ່ທີ່ມີການກວດພົບການກະທຳຜິດ ໂດຍຄະນະກວດສອບ.ນອກນີ້ ຍັງມີຄຳເຫັນວ່າ ລັດຖະບານຄວນພິຈາລະນາຄວາມເປັນໄປໄດ້ໃນການອະນຸຍາດໃຫ້ອຳນາດການປົກຄອງທ້ອງຖິ່ນ ນຳໃຊ້ເງິນຂອງລັດ ທີ່ບໍ່ນອນຢູ່ໃນແຜນງົບປະມານ ໃນກໍລະນີສຸກເສີນ, ເພື່ອໃຫ້ເຂົາເຈົ້າສາມາດແກ້ໄຂບັນຫາໃຫ້ທ່ວງທັນກັບສະພາບການ ເມື່ອເກີດໄພພິບັດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລັດຖະບານຈະປັບປຸງແບບວິທີການເຮັດວຽກ ແນໃສ່ເພີ່ມທະວີປະສິດທິຜົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະປັບປຸງແບບວິທີການເຮັດວຽກໃນທົ່ວປະເທດ ເພື່ອຈຸດປະສົງເພີ່ມທະວີປະສິດທິຜົນໃນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ແລະ ລັດ, ຕາມທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ຕໍ່ທີ່ປະຊຸມສະພາແຫ່ງຊາດໃນອາທິດແລ້ວນີ້, ທ່ານ ທອງລຸນ ໄດ້ກ່າວກ່ຽວກັບການປັບປຸງແບບວິທີການເຮັດວຽກຂອງລັດຖະບານ ເພື່ອແນໃສ່ຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.ອ່ານຕໍ່ ...

ເອກະພອນ ພູທອນສີ

ສະພາແຫ່ງຊາດຮຽກຮ້ອງປະສິດທິພາບໃນການປະຕິບັດນະໂຍບາຍ ແລະ ການປະສານງານ

ວຽງຈັນ (ວຽງຈັນທາມສ໌/ANN) – ມື້ວານນີ້ ສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ຫາລືກ່ຽວກັບການປະຕິບັດໜ້າທີ່ຂອງລັດຖະບານ, ໂດຍເນັ້ນເຖິງຄວາມຈຳເປັນໃນການຮັບປະກັນການປະຕິບັດນະໂຍບາຍ ແລະ ການປະສານງານໃຫ້ມີປະສິດທິພາບ, ເຖິງວ່າລັດຖະບານຈະປະສົບຄວາມສຳເລັດໃນຫຼາຍດ້ານແລ້ວກໍຕາມ.ໃນທີ່ປະຊຸມສະພາແຫ່ງຊາດ, ບັນດາສະມາຊິກສະພາ ໄດ້ໃຫ້ຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນຊ່ວງເກົ້າເດືອນຂອງປີນີ້.ໂດຍລວມ ທີ່ປະຊຸມກໍໄດ້ສະແດງຄວາມຍິນດີຕໍ່ຜົນສຳເລັດ ທີ່ລັດຖະບານສາມາດເຮັດໄດ້ ແລະ ຮັບຮູ້ເຖິງຄວາມພະຍາຍາມຂອງລັດຖະບານ ໃນການປະຕິບັດແຜນພັດທະນາແຫ່ງຊາດ ໃຫ້ໄດ້ຕາມເປົ້າໝາຍທີ່ກຳນົດ ພາຍໃຕ້ການຫຼຸດຜ່ອນຂອງເສດຖະກິດທົ່ວໂລກ ແລະ ຜົນກະທົບຈາກໄພທຳມະຊາດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ການຄ້າຂອງລາວໃນໄຕມາດທີສາມ ມີສະພາບເກີນດູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີສະພາບການຄ້າເກີນດູນ US$178 ລ້ານໂດລາ ໃນຊ່ວງເກົ້າເດືອນທຳອິດຂອງປີ (ເຖິງທ້າຍໄຕມາດທີສາມ), ເຖິງວ່າການເຄື່ອນໄຫວໂອນເງິນ ຍັງຕ່ຳກວ່າເປົ້າໝາຍ.ມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າໃນໄຕມາດທີສາມຂອງປີ 2019 ບັນລຸໄດ້ US$8,582 ລ້ານໂດລາ ຫຼືທຽບເທົ່າກັບ 76 ສ່ວນຮ້ອຍຂອງຕົວເລກທີ່ມີການຮັບຮອງໂດຍສະພາແຫ່ງຊາດ.ຕົວເລກດັ່ງກ່າວເພີ່ມຂຶ້ນ 41 ສ່ວນຮ້ອຍທຽບກັບໄລຍະດຽວກັນຂອງປີກາຍ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ທີ່ປະຊຸມສະພາແຫ່ງຊາດໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ເປີດສາກດ້ວຍການຮັບຮອງກົດໝາຍ, ບົດລາຍງານເສດຖະກິດ-ສັງຄົມ

ກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດ ໄດ້ໄຂຂຶ້ນໃນວັນພະຫັດນີ້ ແລະ ຈະດຳເນີນໄປຈົນເຖິງວັນທີ 6 ທັນວາ, ຈະມີການຫາລືບັນຫາສຳຄັນຕ່າງໆ ລວມໄປເຖິງ ການຮັບຮອງຮ່າງກົດໝາຍ ແລະ ກົດໝາຍສະບັບດັດແກ້. ເຂົ້າຮ່ວມໃນມື້ເປີດກອງປະຊຸມສະໄໝສາມັນດັ່ງກ່າວ ມີທ່ານປະທານປະເທດ ບຸນຍັງ ວໍລະຈິດ, ທ່ານນາຍົດລັະຖະມົນຕີ ທອງລຸນ ສີສຸລິດ , ສະມາຊິກຄະນະລັດຖະບານ, ສະມາຊິກສະພາ, ອະດີດການນຳພັກລັດ, ພ້ອມດ້ວຍບັນດາແຂກທີ່ຖືກເຊີນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ກອງປະຊຸມປະຈຳເດືອນຂອງຄະນະລັດຖະບານ ຫາລືແຜນວາລະໂຄງການຕົວເມືອງສະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ແຜນການກໍ່ສ້າງຕົວເມືອງ ສະຫຼາດ ແລະ ປະຢັດ ຢູ່ແຂວງຫຼວງນ້ຳທາ ແລະ ອຸດົມໄຊ ນອນຢູ່ໃນວາລະບູລິມະສິດຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານ ສຳລັບເດືອນຕຸລາ.ທ່ານ ທອງລຸນ ສີສຸລິດ ໄດ້ເປັນປະທານໃນກອງປະຊຸມດັ່ງກ່າວ ເຊິ່ງຈັດຂຶ້ນໃນວັນທີ 25 ຕຸລາທີ່ຜ່ານມາ, ໃນນັ້ນ ຄະນະລັດຖະບານໄດ້ມີການຫາລືຮ່າງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງປີນີ້, ແຜນງົບປະມານ ແລະ ແຜນການໃນປີຕໍ່ໜ້າ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວແຕ່ງຕັ້ງຫົວໜ້າກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄົນໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພຸດນີ້ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແຕ່ງຕັ້ງທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາຝຶກອົບຮົມສູນກາງພັກ ໃຫ້ວ່າການລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແທນທ່ານ ສຈ.ປອ ບໍ່ແສງຄຳ ວົງດາຣາ ທີ່ຈະອອກບຳນານ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ສະພາແຫ່ງຊາດອະນຸມັດການຍົກຍ້າຍຕຳແໜ່ງໃນບັນດາຂະແໜງການ

ມື້ວານນີ້ ສະພາແຫ່ງຊາດໄດ້ອະນຸມັດການຍົກຍ້າຍຕຳແໜ່ງ ແລະ ການແຕ່ງຕັ້ງຜູ້ຮັບຜິດຊອບຂະແໜງການປ້ອງກັນຄວາມສະຫງົບ, ການປ້ອງກັນຊາດ ແລະ ການທະນາຄານ ຕາມການສະເໜີຂອງທ່ານນາຍົກ ທອງລຸນ ສີສຸລິດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສະພາແຫ່ງຊາດສະຫຼຸບ ລັດຖະບານປະສົບຜົນສຳເລັດ ແຕ່ກໍ່ຍັງຕ້ອງມີການປັບປຸງ

ສະມາຊິກສະພາແຫ່ງຊາດ (ສພຊ) ຊົມເຊີຍຕໍ່ຜົນສຳເລັດຕໍ່ກັບໜ້າທີ່ທາງການເມືອງຂອງລັດຖະບານ ໃນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການຫຼຸດຜ່ອນການຮົ່ວໄຫຼດ້ານລາຍຮັບ.ເຖິງຢ່າງໃດກໍຕາມ ສະພາແຫ່ງຊາດແນະນຳໃຫ້ລັດະຖະບານສ່ອງແສງຜົນສຳເລັດຕົວຈິງ ແລະ ມາດຕະການທີ່ນຳໃຊ້ ເພື່ອນຳໄປສູ່ການບຸກບືນຕື່ມໃນອະນາຄົດ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

DBjzF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!