ລັດຖະບານ

ການພົວພັນຕ່າງປະເທດ

ລັດຖະມົນຕີຕ່າງປະເທດກຳປູເຈຍຈະເດີນທາງຢ້ຽມຢາມລາວ ເພື່ອແກ້ໄຂຂໍ້ຂັດແຍ່ງຊາຍແດນ

ທ່ານ ພຼັກ ໂສຄອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍຈະເດີນທາງຢ້ຽມຢາມລາວ ໃນວັນທີ 5-6 ກັນຍານີ້ ເພື່ອປະຕິບັດພາລະກິດແກ້ໄຂຂໍ້ຂັດແຍ່ງຊາຍແດນ.ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ກະກຽມຮັບຕ້ອນການເດີນທາງຢ້ຽມຢາມດັ່ງກ່າວ.ການຢ້ຽມຢາມໄລຍະສອງວັນດັ່ງກ່າວແມ່ນແນໃສ່ “ຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍຂອບເຂດການຮ່ວມມືພາຄີ, ລວມເຖິງຫາລືບັນຫາຊາຍແດນ ກໍຄືການຮ່ວມມືໃນພາກພື້ນ ແລະ ສາກົນເພື່ອຜົນປະໂຫຍດຮ່ວມກັນ,” ຕາມການແຈ້ງການຂອງກະຊວງການຕ່າງປະເທດ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/09/05/cambodian-fm-to-visit-laos-solve-border-dispute/

ລາວ,​ ຮົງກາຣີຈະຍົກເວັ້ນວີຊາສຳລັບນັກການທູດສອງຝ່າຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຮົງກາຣີຈະຍົກເວັ້ນວີຊາສຳລັບນັກການທູດ ຫຼື ຜູ້ຖືໜັງສືຜ່ານແດນປະເພດບໍລິການການທູດ ເລີ່ມແຕ່ວັນທີ 9 ກັນຍາເປັນຕົ້ນໄປ, ເຮັດໃຫ້ຜູ້ຖືໜັງສືຜ່ານແດນປະເພດດັ່ງກ່າວ ຈາກແຕ່ລະປະເທດສາມາດພັກເຊົາໃນປະເທດພາຄີໃນໄລຍະ 90 ວັນໂດຍບໍ່ຕ້ອງມີວີຊາ.ບາດກ້າວດັ່ງກ່າວແມ່ນເປັນໄປຕາມຂໍໍ້ຕົກລົງທີ່ໄດ້ລົງນາມໂດຍລາວ ແລະ ຮົງກາຣີ ຄັ້ງວັນທີ 11 ມິນາ.ຜູ້ຖືໜັງສືເດີນທາງປະເພດດັ່ງກ່າວບໍ່ອະນຸຍາດໃຫ້ຕໍ່ເວລາໃນການພັກເຊົາເກີນກຳນົດ 90 ວັນທີ່ອະນຸຍາດ, ແຕ່ອາດສາມາດເຂົ້າປະເທດອີກຄັ້ງຫຼັງຈາກເດີນທາງອອກນອກປະເທດເປັນໄລຍະສາມເດືອນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-hungary-mutually-waive-visas-diplomats-103347

ລັດຖະມົນຕີເນັ້ນເຖິງຜົນສຳເລັດດ້ານສາທາລະນະສຸກຂອງລາວໃນກອງປະຊຸມອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວສາມາດເພີ່ມທະວີຜົນສຳເລັດໃນການປົກປ້ອງສິດທິສ່ວນບຸກຄົນໃນດ້ານສຸຂະພາບ ເຊິ່ງປະຊາກອນສ່ວນໃຫຍ່ໃນປະຈຸບັນມີໂອກາດຫຼາຍຂຶ້ນໃນການເຂົ້າເຖິງການບໍລິການສາທາລະນະສຸກທີ່ມີຄຸນນະພາບກວ່າເກົ່າ.ນີ້ແມ່ນຄຳເຫັນຂອງທ່ານ ຮສ.ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ໃນກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນຄັ້ງທີ 14 ແລະ ກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຈັດຂຶ້ນຢູ່ເມືອງສຽມຣຽບ ປະເທດກຳປູເຈຍ.ທ່ານໄດ້ເນັ້ນໃຫ້ເຫັນເຖິງຜົນສຳເລັດຂອງເຈົ້າໜ້າທີ່ສາທາລະນະສຸກ ທີ່ເຮັດວຽກຢູ່ໃນປະເທດສະມາຊິກອາຊຽນ ໃນການໃຫ້ບໍລິການດ້ານການແພດຕໍ່ສາທາລະນະຊົນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/minister-highlights-laos%E2%80%99-healthcare-achievements-asean-meeting-103257

ລາວ-ກຳປູເຈຍຖອນທະຫານອອກຈາກພື້ນທີ່ຊາຍແດນທີ່ມີຂໍ້ຂັດແຍ່ງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຳປູເຈຍຖອນກຳລັງທະຫານອອກຈາກພື້ນທີ່ຊາຍແດນທີ່ມີຂໍ້ຂັດແຍ່ງ ທີ່ເມືອງມູນລູປະໂມກ ແຂວງຈຳປາສັກ ເຊິ່ງການປະຕິບັດການແມ່ນສຳເລັດຕາມກຳນົດການ.ການຖອນກຳລັງທະຫານດັ່ງກ່າວແມ່ນເປັນໄປຕາມຂໍ້ຕົກລົງຂອງຕົວແທນທະຫານຈາກສອງຊາດໃນວັນທີ 27 ສິງຫາ, ທີ່ກຳນົດໃຫ້ມີການຖອນກຳລັງທະຫານອອກຈາກພື້ນທີ່ໄຮຂາວ ຈຸດພິກັດທີ່ຕັ້ງ E0523410, N1579776.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/troops-withdrawn-unsettled-laos-cambodia-border-area-103145

ລາວຖະແຫຼງຢ່າງເປັນທາງການກ່ຽວກັບສະຖານະການຄວາມເຄັ່ງຕຶງຢູ່ຊາຍແດນກຳປູເຈຍ

ໃນຕອນເຊົ້າຂອງວັນທີ 27 ສິງຫາ ຢູ່ທີ່ກະຊວງການຕ່າງປະເທດຂອງລາວ, ທ່ານ ອານຸສິດ ຄັດຕິຍະລາດ ຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ໄດ້ຈັດຖະແຫຼງຂ່າວຢ່າງເປັນທາງການກ່ຽວກັບສະຖານະການໃນພື້ນທີ່ຊາຍແດນລາວ-ກຳປູເຈຍ.“ໃນອາທິດແລ້ວນີ້ ໄດ້ມີການເຜຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງຜ່ານທາງສື່ສັງຄົມອອນໄລ ກ່ຽວກັບສະຖານະການຢູ່ຊາຍແດນລາວ-ກຳປູເຈຍ, ເຊິ່ງຝ່າຍລາວແມ່ນຢູ່ຕອນເທິງຂອງເຊລຳເພົາ ເມືອງມູນລະປະໂມກ ແຂວງຈຳປາສັກ ເຊິ່ງມີຊາຍແດນຕິດກັບເມືອງແສບ ແຂວງພະວິຫານ ປະເທດກຳປູເຈຍ.ແຈ້ງຂ່າວຢ່າງເປັນທາງການວ່າ ພື້ນທີ່ດັ່ງກ່າວຍັງມີຄວາມໝັ້ນຄົງດີ, ແລະ ທັງສອງປະເທດກໍ່ບໍ່ມີການປະທະກັນແຕ່ຢ່າງໃດ. ບໍ່ມີສະພາບຄວາມເຄັ່ງຕຶງໃດໆ ແລະ ບໍ່ໄດ້ເກີດບັນຫາໃຫຍ່ຫຼວງໃດໆ. ບໍ່ມີການປະທະກັນທາງທະຫານ ແລະ ບໍ່ມີສະພາບອື່ນໆທີ່ກ່ຽວຂ້ອງໃດໆ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/27/laos-gives-official-statement-on-cambodian-border-tension/

ກຳປູເຈຍ, ລາວ, ມຽນມາ, ຫວຽດນາມວາງແຜນການຮ່ວມມືຢ່າງໃກ້ຊິດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຈາກປະເທດກຳປູເຈຍ, ລາວ, ມຽນມາ, ຫວຽດນາມ (CLMV) ໄດ້ປະຊຸມກັນໃນອາທິດແລ້ວນີ້ ເພື່ອຫາລືຂອບການເຮັດວຽກໃໝ່ ເພື່ອແນໃສ່ຫຼຸດຜ່ອນຊ່ອງຫວ່າງດ້ານການພັດທະນາທຽບກັບບັນດາປະເທດໃນກຸ່ມອາຊຽນ ແລະ ການເລັ່ງມືໃນການລວມສູນພາກພື້ນ.ຂົງເຂດບູລິມະສິດເພື່ອການຮ່ວມມືຢ່າງໃກ້ຊິດໃນຂອບການດຳເນີນງານດັ່ງກ່າວລວມມີ: ຂະແໜງການຂົນສົ່ງ, ທ່ອງທ່ຽວ, ອຸດສາຫະກຳ, ພະລັງງານ, ເທັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ການສື່ສານ, ການຄ້າ ແລະ ການລົງທຶນ, ແລະ ການພັດທະນາຊັບພະຍອກອນມະນຸດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/cambodia-laos-myanmar-vietnam-plan-closer-cooperation-102624

ການນຳກະຊວງຢ້ຽມຢາມໃຫ້ກຳລັງແກ່ນັກທ່ອງທ່ຽວຈີນທີ່ປະສົບອຸບັດຕິເຫດ

ວຽງຈັນ (ວຽງຈັນທາມສ໌/ANN) – ມື້ວານນີ້ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຮອງລັດຖະມົນຕີ ແລະ ເຈົ້າໜ້າທີ່ກະຊວງ ໄດ້ເດີນທາງຢ້ຽມຢາມເປັນກຳລັງໃຈໃຫ້ກ່ນັກທ່ອງທ່ຽວຊາວຈີນ ທີ່ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ຫຼັງຈາກທີ່ໄດ້ຮັບບາດເຈັບຈາກອຸບັດຕິເຫດລົດຕົກພູໃນວັນຈັນຜ່ານມາ.ຜູ້ປະສົບເຄາະຈາກອຸບັດຕິເຫດດັ່ງກ່າວແມ່ນກຳລັງປິ່ນປົວຢູ່ໂຮງໝໍສູນກາງກອງທັບປະຊາຊົນລາວ 103, ຫຼັງຈາກທີ່ລົດເມທ່ອງທ່ຽວໄດ້ປະສົບອຸບັດຕິຕົກພູ ຢູ່ແຂວງຫຼວງພະບາງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/ministry-leaders-comfort-chinese-accident-victims-102437

ລັດຖະບານອິນເດຍສະໜັບສະໜູນໂຄງການຝຶກອົບຮົມສຳລັບນັກວິຊາການລາວ

ລັດຖະບານເດຍສະໜັບສະໜູນຫຼັກສູດພະນັກງານວິຊາການ ທີ່ສູນພັດທະນາ ແລະ ຝຶກອົບຮົມທັກສະກ່ຽວກັບຊັອບແວ ລາວ-ອິນເດຍ (CESDT) ຂອງສະຖາບັນເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ເຊິ່ງເປັນສ່ວນໜຶ່ງຂອງໂຄງການມູນຄ່າ US$1.3 ລ້ານໂດລາ.ໂຄງການ CESDT ແຕ່ປີ 2017-2019 ແມ່ນພາລະກິດການຮ່ວມມືລະຫວ່າງສະຖາບັນເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (IICT) ພາຍໃຕ້ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງລາວ ແລະ ສູນພັດທະນາການຄັອມພິວເຕີລະດັບສູງຂອງອິນເດຍ (C-DAC). ອ່ານຕໍ່ ...

ສຸກສະໄໝ ບຸບຜານຸວົງ

ລາວ, ຫວຽດນາມຮ່ວມມືດ້ານນິເວດວິທະຍາເຂດຮ້ອນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງວິທະຍາສາດ ແລະ ເທັກໂນໂລຢີ ຈະສືບຕໍ່ຮ່ວມມືກັບສູນຄົ້ນຄວ້າເຂດຮ້ອນຫວຽດນາມ-ຣັດເຊຍ ໃນຂົງເຂດການຄົ້ນຄວ້ານິເວດວິທະຍາເຂດຮ້ອນ ເພື່ອສົ່ງເສີມສາຍພົວພັນສາມປະເທດ.ທ່ານ ສຈ.ປອ ບໍ່ວຽງຄຳ ວົງດາຣາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເທັກໂນໂນຢີກ່າວໃນວັນຈັນຜ່ານມານີ້ວ່າ ທ່ານມີຄວາມຍິນດີທີ່ໄດ້ຕ້ອນຮັບທ່ານ ດົງ ຮົງ ຕຣຽນ ອຳນວຍການສູນຄົ້ນຄວ້າເຂດຮ້ອນຫວຽດນາມ-ຣັດເຊຍ ພ້ອມດ້ວຍຄະນະ.ທັງສອງຝ່າຍໄດ້ຕົກລົງເຮັດວຽກຮ່ວມກັນໃນຂົງເຂດນິເວດວິທະຍາ, ການປົກປ້ອງຊີວະນາໆພັນ ແລະ ສັດວິທະຍາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-vietnam-cooperate-tropical-ecology-101964

ຕັວກກີເສີມຂະຫຍາຍການພົວພັນກັບປະເທດລາວ ພາຍໃຕ້ນະໂຍບາຍເນັ້ນໃສ່ອາຊີ

ເອກອັກຄະລັດຖະທູດຕັວກກີປະຈຳລາວໄດ້ສະແດງເຈດຈຳນົງໃນການເສີມຂະຫຍາຍສາຍພົວພັນລະຫວ່າງຕັວກກີ ແລະ ລາວ ພາຍໃຕ້ນະໂຍບາຍການຕ່າງປະເທດຂອງປະເທດສະບັບໃໝ່ທີ່ເນັ້ນໃສ່ທະວີບອາຊີ.ການເປີດເຜີຍຕໍ່ສຳນັກຂ່າວອານາໂດລູໃນວັນທີ 11 ສິງຫາ, ທ່ານ ອາເມັດ ອິເດັມ ອາກາຍ ກ່າວວ່າປະລິມານການຄ້າລະຫວ່າງສອງປະເທດໄດ້ມີການຂະຫຍາຍຕົວຈາກ USD 6 ລ້ານໂດລາໃນປີ 2017 ມາເປັນ USD 15 ລ້ານໂດລາໃນປີ 2018.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/12/turkey-reaches-out-to-laos-amid-asia-focused-policy/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

YRNWN
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!