ລັດຖະມົນຕີຕ່າງປະເທດກຳປູເຈຍຈະເດີນທາງຢ້ຽມຢາມລາວ ເພື່ອແກ້ໄຂຂໍ້ຂັດແຍ່ງຊາຍແດນ

ທ່ານ ພຼັກ ໂສຄອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍຈະເດີນທາງຢ້ຽມຢາມລາວ ໃນວັນທີ 5-6 ກັນຍານີ້ ເພື່ອປະຕິບັດພາລະກິດແກ້ໄຂຂໍ້ຂັດແຍ່ງຊາຍແດນ.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ກະກຽມຮັບຕ້ອນການເດີນທາງຢ້ຽມຢາມດັ່ງກ່າວ.

ການຢ້ຽມຢາມໄລຍະສອງວັນດັ່ງກ່າວແມ່ນແນໃສ່ “ຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍຂອບເຂດການຮ່ວມມືພາຄີ, ລວມເຖິງຫາລືບັນຫາຊາຍແດນ ກໍຄືການຮ່ວມມືໃນພາກພື້ນ ແລະ ສາກົນເພື່ອຜົນປະໂຫຍດຮ່ວມກັນ,” ຕາມການແຈ້ງການຂອງກະຊວງການຕ່າງປະເທດ.

ອ່ານຕໍ່…

The Laotian Times
https://laotiantimes.com/2019/09/05/cambodian-fm-to-visit-laos-solve-border-dispute/