ກຳປູເຈຍ, ລາວ, ມຽນມາ, ຫວຽດນາມວາງແຜນການຮ່ວມມືຢ່າງໃກ້ຊິດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຈາກປະເທດກຳປູເຈຍ, ລາວ, ມຽນມາ, ຫວຽດນາມ (CLMV) ໄດ້ປະຊຸມກັນໃນອາທິດແລ້ວນີ້ ເພື່ອຫາລືຂອບການເຮັດວຽກໃໝ່ ເພື່ອແນໃສ່ຫຼຸດຜ່ອນຊ່ອງຫວ່າງດ້ານການພັດທະນາທຽບກັບບັນດາປະເທດໃນກຸ່ມອາຊຽນ ແລະ ການເລັ່ງມືໃນການລວມສູນພາກພື້ນ.

ຂົງເຂດບູລິມະສິດເພື່ອການຮ່ວມມືຢ່າງໃກ້ຊິດໃນຂອບການດຳເນີນງານດັ່ງກ່າວລວມມີ: ຂະແໜງການຂົນສົ່ງ, ທ່ອງທ່ຽວ, ອຸດສາຫະກຳ, ພະລັງງານ, ເທັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ການສື່ສານ, ການຄ້າ ແລະ ການລົງທຶນ, ແລະ ການພັດທະນາຊັບພະຍອກອນມະນຸດ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/cambodia-laos-myanmar-vietnam-plan-closer-cooperation-102624